ການດັບທຸກສິ້ນເຊີງ
ອະຣິຍະສັດ 4
ການດັບທຸກຂ໌ສິ້ນເຊີງ ບໍ່ເນື່ອງດ້ວຍ
ອິດທິວິທີເຖິງ ແມ່ນແຕ່ວິໂມກຂ໌ທີ່ບໍ່ກ່ຽວກັບການດັບສິ້ນອາສະວະ
(ນັກບວດເດຍຣະຖີອື່ນ ຊື່ ສຸສິມະ ຫາອຸບາຍເຂົ້າມາບວດໃນພຸດທະສາສນາ ເພື່ອຈະບັນລຸຄຸນວິເສດ ສໍາລັບ ນໍາເອົາໄປເຮັດໃຫ້ຄະນະຂອງຕົນຈະເຣີນຮຸ່ງເຮືອງ ດ້ວຍລາບ ຍົສ ສັກກາຣະເໝືອນສັງຄະບໍຣິສັດຂອງພຣະພຸດທະອົງຄ໌; ຄັນບວດແລ້ວ ໄດ້ເຂົ້າໄປຫາພວກພິກຂຸປັນຍາວິມຸຕຕິ ໂດຍຄິດວ່າພິກຂຸພວກນີ້ ມີອະພິນຍາທັງຫົກ ເມື່ອໄດ້ຮູ້ວ່າ ພິກຂຸພວກນີ້ ບໍ່ໄດ້ກ່ຽວຂ້ອງກັບອະພິນຍາທັງຫົກ ແລະໄດ້ຮັບບອກເລົ່າວ່າ ຄວາມເປັນອະຣິຍະບຸຄຄົລບໍ່ເນື່ອງດ້ວຍອະພິນຍາທັງຫົກ ກໍເຂົ້າໄປເຝົ້າພຣະພຸດທະເຈົ້າ ຊັກໃຊ້ເຖິງເລື່ອງອະພິນຍາທັງຫົກວ່າກ່ຽວຂ້ອງກັນຢ່າງຈໍາເປັນ ກັບຄວາມດັບສິ້ນອາສະວະ ຕາມຄວາມເຊື່ອຂອງເຂົາ ຫຼືບໍ່. ພຣະພຸດທະອົງຄ໌ ໄດ້ຊົງໃຊ້ວິທີ ເຮັດໃຫ້ເຂົາເກີດທັມມະຖິຕິຍານ ແລະນິພພານຍານ ໂດຍຊົງນໍາເອົາເລື່ອງ ເບັນຈະຂັນທ໌ບໍ່ທ່ຽງ ເປັນທຸກຂ໌ ເປັນອະນັຕຕາ ບໍ່ຄວນເຫັນວ່າເປັນຂອງເຮົາ ເປັນເຮົາເປັນອັຕຕາຂອງເຮົາ ຈົນເປັນທັມມະຖິຕິຍານຂຶ້ນມາກ່ອນ ຈົນກະທັ່ງຈິຕເບື່ອຫນ່າຍ ຄາຍກໍາໜັດຫຼຸດພົ້ນ ແລະຮູ້ວ່າຫຼຸດພົ້ນແລ້ວ ອັນເປັນນິພພານຍານ (ຕາມນັຍແຫ່ງອະນັຕຕະລັກຂະນະສູຕ ຊຶ່ງເປັນທີ່ຮູ້ກັນດີຢູ່ແລ້ວ ຫຼືອາດຈະຫາອ່ານເບິ່ງໄດ້ຈາກທີ່ທົ່ວໄປ) ຈົນກະທັ່ງນັກບວດ ຊື່ສຸສິມະນັ້ນ ເຂົ້າໃຈຢ່າງແຈ່ມແຈ້ງໃນເລື່ອງຄວາມດັບທຸກຂ໌ ຫຼືຄວາມດັບສິ້ນອາສະວະນັ້ນ ວ່າເປັນໄປໄດ້ຕາມເຫຕຕາມປັຈຈັຍ ຂອງມັນເອງແລະເມື່ອນັກບວດ ຊື່ສຸສິມະເຫັນແຈ້ງ ໃນຄວາມຈິງຂໍ້ນີ້ແລ້ວຈຶ່ງຕຣັດແກ່ລາວຕໍ່ໄປວ່າ :-)
ສຸສິມະ ! ເຈົ້າເຫັນບໍວ່າ ຊະຣາ ມະຣະນະມີ ເພາະຊາດເປັນປັຈຈັຍ ? “ເຊັ່ນນັ້ນ ຂ້ານ້ອຍ !”
ສຸສິມະ ! ເຈົ້າເຫັນບໍວ່າ ຊາດມີ ເພາະພົບເປັນປັຈຈັຍ ? “ເຊັ່ນນັ້ນ ຂ້ານ້ອຍ !”
ສຸສິມະ ! ເຈົ້າເຫັນບໍວ່າ ພົບມີ ເພາະອຸປາທານ ເປັນປັຈຈັຍ ? “ເຊັ່ນນັ້ນ ຂ້ານ້ອຍ !”
ສຸສິມະ ! ເຈົ້າເຫັນບໍວ່າ ອຸປາທານມີ ເພາະຕັນຫາ ເປັນປັຈຈັຍ ? “ເຊັ່ນນັ້ນ ຂ້ານ້ອຍ!”
ສຸສິມະ ! ເຈົ້າເຫັນບໍວ່າ ຕັນຫາມີ ເພາະເວທະນາ ເປັນປັຈຈັຍ? “ເຊັ່ນນັ້ນຂ້ານ້ອຍ !”
ສຸສິມະ ! ເຈົ້າເຫັນບໍວ່າ ເວທະນາມີ ເພາະຜັສສະ ເປັນປັຈຈັຍ? “ເຊັ່ນນັ້ນຂ້ານ້ອຍ !”
ສຸສິມະ ! ເຈົ້າເຫັນບໍວ່າ ຜັສສະມີ ເພາະສະລາຍະຕະນະ ເປັນປັຈຈັຍ ? “ເຊັ່ນນັ້ນ ຂ້ານ້ອຍ !”
ສຸສິມະ ! ເຈົ້າເຫັນບໍວ່າ ສະລາຍະຕະນະມີ ເພາະນາມຮູບ ເປັນປັຈຈັຍ ? “ເຊັ່ນນັ້ນ ຂ້ານ້ອຍ !”
ສຸສະມິ ! ເຈົ້າເຫັນບໍວ່າ ນາມຮູບມີ ເພາະວິນຍານ ເປັນປັຈຈັຍ? “ເຊັ່່ນນັ້ນ ຂ້ານ້ອຍ !”
ສຸສິມະ ! ເຈົ້າເຫັນບໍວ່າ ວິນຍານມີ ເພາະສັງຂາຣ ເປັນປັຈຈັຍ? “ເຊັ່ນນັ້ນຂ້ານ້ອຍ !”
ສຸສິມະ ! ເຈົ້າເຫັນບໍວ່າ ສັງຂາຣທັງຫຼາຍມີ ເພາະອະວິຊຊາ ເປັນປັຈຈັຍ?
“ເຊັ່ນນັ້ນ ຂ້ານ້ອຍ !”
(ຕໍ່ໄປໄດ້ຕຣັດຊີ້ນໍາໃຫ້ເຫັນປະຕິຈຈະສະມຸປບາດ ຝ່າຍນິໂຣດະທະວາຣະ ໂດຍຮູບແບບແຫ່ງຖ້ອຍຄວາມ ເຊັ່ນດຽວກັບຂໍ້ຄວາມຂ້າງເທິງນີ້ ຄົບທັງ ໑໑ ອາການແລ້ວໄດ້ຕຣັດວ່າ -:)
ສຸສິມະ ! ເມື່ອຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ເຈົ້າຍັງຈໍາເປັນທີ່ຈະຕ້ອງເຮັດໃຫ້ມີອິດທິວິທີ ມີຢ່າງຕ່າງໆຢູ່ອີກຫຼື ຄື ຄົນດຽວແປງຮູບເປັນຫຼາຍຄົນ, ຫຼາຍຄົນເປັນຄົນດຽວ,.....ໆລໆ.....໑ ແລະສະແດງອໍານາດທາງກາຍ ເປັນໄປຕະຫຼອດເຖິງພຣົມມະໂລກໄດ້ດັ່ງນີ້. “ຂໍ້ນັ້ນຫາບໍ່ໄດ້ ຂ້ານ້ອຍ !”
ສຸສິມະ ! ເມື່ອຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ເຈົ້າຍັງຈໍາເປັນ ທີ່ຈະຕ້ອງເຮັດໃຫ້ມີທິບພະໂສຕະຢູ່ອີກຫຼື ຄືມີໂສຕະທາຕອັນເປັນທິບ.....ໆລໆ.....໑ ທັງທີ່ໄກ ແລະທີ່ໃກ້ ດັ່ງນີ້. “ຂໍ້ນັ້ນຫາບໍ່ໄດ້ ຂ້ານ້ອຍ !”
໑. ລັກສະນະແຫ່ງອະພິນຍາແຕ່ລະຢ່າງໆໂດຍລະອຽດເປັນເລື່ອງຍືດຍາວ ໃນບ່ອນນີ້ນຳມາໃສ່ໄວ້ແຕ່ໂດຍຫຍໍ້ ພໍເປັນເຄື່ອງສັງເກດ ຜູ້ປາຖະໜາຈະຮູ້ໂດຍລະອຽດ ຍ່ອມເບິ່ງໄດ້ທີ່ຫົວຂໍ້ວ່າ “ທັມມະທາຕຕ່າງໆ ທີ່ເປັນຜົລຂອງສະມະຖະ ວິປັສສະນາອັນດັບສຸດທ້າຍ” ທີ່ໜ້າ ໔໙໕ ແຫ່ງໜັງສືນີ້.
ສຸສິມະ ! ເມື່ອຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ເຈົ້າຍັງຈໍາເປັນ ທີ່ຈະຕ້ອງເຮັດໃຫ້ມີເຈໂຕປະຣິຢະຍານະ ຢູ່ອີກຫຼືຄືກໍານົດຮູ້ໃຈແຫ່ງສັຕອື່ນ.....ໆລໆ.....໑ ຈິຕບໍ່ຫຼຸດພົ້ນວ່າບໍ່ຫຼຸດພົ້ນດັ່ງນີ້. “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”
ສຸສິມະ ! ເມື່ອຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ເຈົ້າຍັງຈໍາເປັນ ທີ່ຈະຕ້ອງເຮັດໃຫ້ມີປຸບເພນິວາສານຸສສະຕິຍານະ ຢູ່ອີກຫຼື ຄືຣະລຶກໄດ້ເຖິງຂັນທ໌ ທີ່ເຄີຍຢູ່ອາໄສໃນພົບກ່ອນ ມີຢ່າງຕ່າງໆ....ໆລໆ....໑ ພ້ອມທັງອາການ ແລະອຸດເທສະດ້ວຍອາການເຊັ່ນນີ້ ດັ່ງນີ້. “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”
ສຸສິມະ ! ເມື່ອຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ເຈົ້າຍັງຈໍາເປັນ ທີ່ຈະຕ້ອງເຮັດໃຫ້ມີທິບພະຈັກຂຸຍານະ ຢູ່ອີກຫຼື ຄືມີຈັກຂຸອັນເປັນທິບບໍຣິສຸດໝົດຈົດ ລ່ວງຮູ້ຈັກຂຸຂອງສາມັນຍະມະນຸສສ໌....ໆລໆ....໑ ຮູ້ແຈ່ມແຈ້ງໝູ່ສັຕ ຜູ້ເຂົ້າເຖິງຕາມກັມໄດ້ດັ່ງນີ້. “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”
ສຸສິມະ ! ເມື່ອຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ເຈົ້າຍັງຈໍາເປັນ ທີ່ຈະຕ້ອງເຮັດໃຫ້ມີອາຣຸບປະວິໂມກຂະ ຢູ່ອີກຫຼື ຄືວິໂມກຂ໌ເຫຼົ່າໃດ ອັນສະຫງົບລະງັບ ເປັນອະຮູບ ເພາະກ້າວຂ້າມຮູບເສຍໄດ້ ເຈົ້າຖືກຕ້ອງວິໂມກຂ໌ເຫຼົ່ານັ້ນ ດ້ວຍນາມກາຍແລ້ວ ແລຢູ່ດັ່ງນີ້. “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”
ສຸສິມະ ! ບັດນີ້, ຄໍາເວົ້າເຊັ່ນນັ້ນຂອງເຈົ້າ ກັບການທີ່ (ເຈົ້າກ່າວບັດນີ້ວ່າ) ບໍ່ຕ້ອງມີການບັນລຸເຖິງອະພິນຍາທັມທັງຫຼາຍເຫຼົ່ານີ້ ກໍໄດ້, ໃນກໍລະນີນີ້ ນີ້ເຮົາຈະວ່າແນວໃດກັນ.
- ນິທານ. ສັງ. ໑໖/໑໕໓-໑໕໕/໒໙໔-໓໐໒.