ອາການເກີດດັບແຫ່ງເວທະນາ

ຂັນ 5

0:00/0:00
ພິກຂຸ ທ. ! ເວທະນາ ໓ ຢ່າງເຫຼົ່ານີ້ ເກີດມາຈາກຜັສສະ ມີຜັສສະເປັນມູນມີຜັສສະເປັນເຫຕ ມີຜັສສະເປັນປັຈຈັຍ. ສາມຢ່າງເຫຼົ່າໃດໜໍ ? ສາມຢ່າງ ຄື ສຸຂະເວທະນາ ທຸກຂະເວທະນາ ອະທຸກຂະມະສຸຂະເວທະນາ.

ພິກຂຸ ທ. ! ເພາະອາໄສຜັສສະ ອັນເປັນທີ່ຕັ້ງ ແຫ່ງສຸຂະເວທະນາ ສຸຂະເວທະນາຍ່ອມເກີດຂຶ້ນ; ເພາະຄວາມດັບແຫ່ງຜັສສະ ອັນເປັນທີ່ຕັ້ງ ແຫ່ງສຸຂະເວທະນານັ້ນ ສຸຂເວທະນາ ອັນເກີດຂຶ້ນເພາະອາໄສຜັສສະ ອັນເປັນທີ່ຕັ້ງ ແຫ່ງສຸຂເວທະນານັ້ນ ຍ່ອມດັບໄປ ຍ່ອມລະງັບໄປ.

(ໃນກໍລະນີ ແຫ່ງທຸກຂະເວທະນາ ແລະອະທຸກຂະມະສຸຂະເວທະນາ ກໍໄດ້ຕຣັດໄວ້ດ້ວຍຖ້ອຍຄວາມ ມີນັຍຍະເຍື່ອງດຽວກັນ).

ພິກຂຸ ທ. ! ປຽບເໝືອນ ເມື່ອໄມ້ສີໄຟສອງອັນ ຮຸກສີກັນ ກໍເກີດຄວາມຮ້ອນ ແລະເກີດໄຟ, ເມື່ອໄມ້ສີໄຟສອງອັນ ແຍກກັນ ຄວາມຮ້ອນກໍດັບໄປ ສະງົບໄປ. ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ : ເວທະນາທັງສາມນີ້ ຊຶ່ງເກີດຈາກຜັສສະ ມີຜັສສະເປັນມູນ ມີຜັສສະເປັນເຫຕ ມີຜັສສະເປັນປັຈຈັຍ ອາໄສຜັສສະແລ້ວ ຍ່ອມເກີດຂຶ້ນ, ຍ່ອມດັບໄປ ເພາະຜັສສະດັບ, ດັ່ງນີ້ແລ.

- ສະລາ. ສັງ. ໑໘/໒໖໖/໓໘໙-໓໙໐.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ