ວິພາກແຫ່ງພະວະຕັນຫາຮ້ອຍແປດ

ສັງໂຍດ

0:00/0:00
ພິກຂຸ ທ. ! ເຮົາຈະສະແດງແກ່ພວກເຈົ້າ ເຖິງເລື່ອງ ຕັນຫາ ອັນມີທັມມະຊາດ ເໝືອນຕາໜ່າງ (ແຫຫຼືມອງ) ເປັນເຄື່ອງດັກສັຕ ມີທັມມະຊາດໄຫຼນອງ ແຜ່ກວ້າງເປັນເຄື່ອງເກາະກ່ຽວຂອງສັຕ, ຊຶ່ງດ້ວຍຕັນຫານັ້ນເອງ ສັຕໂລກນີ້ ຖືກປົກຄຸມ ຫຸ້ມຫໍ່ໄວ້ ຖືກເຮັດໃຫ້ຫຍຸ້ງຂອດ ເໝືອນດ້າຍຫຍຸ້ງ ປະສານກັນສັບສົນ ດຸດດັ່ງຮັງນົກ ນຸງນັງເໝືອນທົ່ງຫຍ້າມຸນຊະ ແລະປັບພະຊະ ຈຶ່ງບໍ່ຂ້າມພົ້ນອະບາຍ ທຸຄະຕິ ວິນິບາຕ ແລະສັງສາຣະວັຕໄປໄດ້. ພວກເຈົ້າ ຈົ່ງຟັງຂໍ້ຄວາມນັ້ນ ຕັ້ງໃນໃຈໃຫ້ສຳເລັດປະໂຍຊນ໌ ເຮົາຈະກ່າວບັດນີ້.

ຄັນພິກຂຸທັງຫຼາຍເຫຼົ່ານັ້ນ ທູນສະໜອງຮັບພຣະພຸດທະດຳລັດແລ້ວ, ພຣະຜູ້ມີພຣະພາຄເຈົ້າຈຶ່ງໄດ້ຕຣັດພຣະພຸດທະວະຈະນະນີ້ ວ່າ :-

ພິກຂຸ ທ. ! ຕັນຫານັ້ນ ເປັນແນວໃດໜໍ ຈຶ່ງຊື່ວ່າມີທັມມະຊາດເໝືອນຕາໜ່າງ ເປັນເຄື່ອງດັກສັຕ ມີທັມມະຊາດໄຫຼນອງ ແຜ່ກວ້າງ ເປັນເຄື່ອງເກາະກ່ຽວຂອງສັຕ, ຊຶ່ງດ້ວຍຕັນຫານັ້ນເອງ ສັຕໂລກນີ້ ຖືກປົກຄຸມຫຸ້ມຫໍ່ໄວ້ ຖືກເຮັດໃຫ້ຫຍຸ້ງຂອດ ເໝືອນດ້າຍຫຍຸ້ງ ປະສານກັນສັບສົນ ດຸດດັ່ງຮັງນົກ ນຸງນັງເໝືອນທົ່ງຫຍ້າມຸນຊະ ແລະປັບພະຊະ ຈຶ່ງບໍ່ຂ້າມພົ້ນອະບາຍ ທຸຄະຕິ ວິນິບາຕ ແລະສັງສາຣະວັຕໄປໄດ້ ?

ພິກຂຸ ທ. ! ຕັນຫາວິຈະຣິຕ (ຄວາມຄິດຟຸ້ງຊ້ານໄປດ້ວຍອໍານາດແຫ່ງຕັນຫາ) ໑໘ ຢ່າງ ທີ່ເຂົ້າໄປຈັບຢຶດຂັນທ໌ອັນເປັນພາຍໃນ ແລະຕັນຫາວິຈະຣິຕ ໑໘ ຢ່າງ ທີ່ເຂົ້າໄປຈັບຢຶດຂັນທ໌ອັນເປັນພາຍນອກ ເຫຼົ່ານີ້ ມີຢູ່.

ພິກຂຸ ທ. ! ຕັນຫາວິຈະຣິຕ (ຄວາມຄິດທີ່ຟຸ້ງຊ້ານໄປດ້ວຍອໍານາດແຫ່ງຕັນຫາ) ໑໘ ຢ່າງ ທີ່ເຂົ້າໄປຈັບຢຶດຂັນທ໌ອັນເປັນພາຍໃນ ເຫຼົ່ານັ້ນ ເປັນແນວໃດໜໍ ?

ພິກຂຸ ທ. ! ຕັນຫາວິຈະຣິຕ ໑໘ ຢ່າງ ທີ່ເຂົ້າໄປຈັບຢຶດຂັນທ໌ ອັນເປັນພາຍໃນ ນັ້ນຄື ເມື່ອມີຄວາມນຶກໄປໃນທາງ ທີ່ວ່າ “ເຮົາມີເຮົາເປັນ” ດັ່ງນີ້ ກໍເກີດຄວາມນຶກ ທີ່ເປັນໄປຕາມອໍານາດແຫ່ງຕັນຫາວ່າ “ເຮົາມີຢູ່ເປັນຢູ່” ດັ່ງນີ້ ໑, ວ່າ “ເຮົາເປັນ ເຊັ່ນນີ້ໆ” ດັ່ງນີ້ ໑, ວ່າ “ເຮົາເປັນເຊັ່ນນັ້ນໆ (ຄືຢ່າງດຽວກັນກັບຄູ່ປຽບທຽບ)” ດັ່ງນີ້ ໑, ວ່າ “ເຮົາເປັນເຍື່ອງອື່ນ (ຄືແຕກຕ່າງກົງກັນກັນຂ້າມຈາກຄູ່ປຽບທຽບ)” ດັ່ງນີ້ ໑, ວ່າ “ເຮົາເປັນຜູ້ບໍ່ທ່ຽງ ບໍ່ຢັ້ງຢືນ” ດັ່ງນີ້ ໑, ວ່າ “ເຮົາເປັນຜູ້ທ່ຽງ ຜູ້ຢັ້ງຢືນ” ດັ່ງນີ້ ໑, ວ່າ “ເຮົາຍ່ອມມີຢູ່ ຍ່ອມເປັນຢູ່” ດັ່ງນີ້ ໑, ວ່າ “ເຮົາຍ່ອມເປັນເຊັ່ນນີ້ໆ” ດັ່ງນີ້ ໑, ວ່າ “ເຮົາຍ່ອມເປັນເຊັ່ນນັ້ນໆ” ດັ່ງນີ້ ໑, ວ່າ “ເຮົາຍ່ອມເປັນເຍື່ອງອື່ນ” ດັ່ງນີ້ ໑, ວ່າ “ຂໍໃຫ້ເຮົາມີຢູ່ ເປັນຢູ່” ດັ່ງນີ້ ໑, ວ່າ “ຂໍໃຫ້ເຮົາເປັນເຊັ່ນນີ້ໆ” ດັ່ງນີ້ ໑, ວ່າ “ຂໍໃຫ້ເຮົາເປັນເຊັ່ນນັ້ນໆ” ດັ່ງນີ້ ໑,
ວ່າ “ຂໍໃຫ້ເຮົາເປັນເຍື່ອງອື່ນ” ດັ່ງນີ້ ໑, ວ່າ “ເຮົາຈະມີຢູ່ຈະເປັນຢູ່” ດັ່ງນີ້ ໑, ວ່າ “ເຮົາຈະເປັນເຊັ່ນນີ້ໆ” ດັ່ງນີ້ ໑, ວ່າ “ເຮົາຈະເປັນເຊັ່ນນັ້ນໆ” ດັ່ງນີ້ ໑, ວ່າ “ເຮົາຈະເປັນເຍື່ອງອື່ນ” ດັ່ງນີ້ ໑. ພິກຂຸ ທ. ! ເຫຼົ່ານີ້ແລຊື່ວ່າ ຕັນຫາວິຈະຣິຕ ໑໘ ຢ່າງ ທີ່ເຂົ້າໄປຈັບຢຶດຂັນທ໌ ອັນເປັນພາຍໃນ.

ພິກຂຸ ທ. ! ຕັນຫາວິຈະຣິຕ (ຄວາມນຶກຄິດທີ່ຟຸ້ງຊ້ານໄປດ້ວຍອໍານາດແຫ່ງຕັນຫາ)໑໘ ຢ່າງ ທີ່ເຂົ້າໄປຈັບຢຶດຂັນທ໌ອັນເປັນພາຍນອກ ເປັນແນວໃດໜໍ ?
ພິກຂຸ ທ. ! ຕັນຫາວິຈະຣິຕ ໑໘ ຢ່າງ ທີ່ເຂົ້າໄປຈັບຢຶດຂັນທ໌ອັນເປັນພາຍນອກ ຄືເມື່ອມີຄວາມນຶກໄປໃນທາງ ທີ່ວ່າ
“ເຮົາມີເຮົາເປັນດ້ວຍສິ່ງ (ຄືຂັນທ໌ອັນເປັນພາຍນອກ) ນີ້” ດັ່ງນີ້ ກໍເກີດຄວາມນຶກຄິດ ທີ່ເປັນໄປຕາມອໍານາດແຫ່ງຕັນຫາວ່າ
“ເຮົາມີຢູ່ເປັນຢູ່ດ້ວຍສິ່ງ (ຄືຂັນທ໌ອັນເປັນພາຍນອກ) ນີ້” ດັ່ງນີ້ ໑, ວ່າ
“ເຮົາເປັນເຊັ່ນນີ້ໆດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ເຮົາເປັນເຊັ່ນນັ້ນໆດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ
“ເຮົາເປັນເຍື່ອງອື່ນດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ເຮົາເປັນຜູ້ບໍ່ທ່ຽງ ບໍ່ຢັ້ງຢືນດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ
“ເຮົາເປັນຜູ້ທ່ຽງ ຜູ້ຢັ້ງຢືນດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ເຮົາຍ່ອມມີຢູ່ ຍ່ອມເປັນຢູ່ດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ
“ເຮົາຍ່ອມເປັນເຊັ່ນນີ້ໆດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ເຮົາຍ່ອມເປັນເຊັ່ນນັ້ນໆດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ
“ເຮົາຍ່ອມເປັນເຍື່ອງອື່ນດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ຂໍໃຫ້ເຮົາມີຢູ່ເປັນຢູ່ດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ
“ຂໍໃຫ້ເຮົາເປັນເຊັ່ນນີ້ໆດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ຂໍໃຫ້ເຮົາເປັນເຊັ່ນນັ້ນໆດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ
“ຂໍໃຫ້ເຮົາເປັນເຍື່ອງອື່ນດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ເຮົາຈະມີຢູ່ ຈະເປັນຢູ່ດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ
“ເຮົາຈະເປັນເຊັ່ນນີ້ໆດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ເຮົາຈະເປັນເຊັ່ນນັ້ນໆດ້ວຍສິ່ງນີ້” ດັ່ງນີ້ ໑, ວ່າ “ເຮົາຈະເປັນເຍື່ອງອື່ນດ້ວຍສິ່ງນີ້” ດັ່ງນີ້ ໑.
ພິກຂຸ ທ. ! ເຫຼົ່ານີ້ແລ ຊື່ວ່າຕັນຫາວິຈະຣິຕ ໑໘ ຢ່າງ ທີ່ເຂົ້າໄປຈັບຢຶດຂັນທ໌ອັນເປັນພາຍນອກ.

ພິກຂຸ ທ. ! ດ້ວຍເຫຕນີ້ແຫຼະ ຕັນຫາວິຈະຣິຕ ໑໘ ຢ່າງ ທີ່ເຂົ້າໄປຈັບຢຶດຂັນທ໌ ອັນເປັນພາຍໃນດ້ວຍ ແລະຕັນຫາວິຈະຣິຕ ໑໘ ຢ່າງທີ່ເຂົ້າໄປຈັບຢຶດຂັນທ໌ອັນເປັນພາຍນອກດ້ວຍເຫຼົ່ານີ້ແລ ເອີ້ນວ່າ ຕັນຫາວິຈະຣິຕ ໓໖ ຢ່າງ.

ພິກຂຸ ທ. ! ດ້ວຍເຫຕນີ້ແຫຼະ ຕັນຫາວິຈະຣິຕເຊັ່ນນີ້ແລ ເປັນອະດີຕ ໓໖ ຢ່າງ, ເປັນອະນາຄົຕ ໓໖ ຢ່າງ, ແລະປັຈຈຸບັນ ໓໖ ຢ່າງ, ລວມເປັນຕັນຫາວິຈະຣິຕ ໑໐໘ ຢ່າງ.

ພິກຂຸ ທ. ! ນີ້ແຫຼະຄື ຕັນຫານັ້ນ ອັນມີທັມມະຊາດເໝືອນຕາໜ່າງ ເປັນເຄື່ອງດັກສັຕ ມີທັມມະຊາດໄຫຼນອງ ແຜ່ກວ້າງ ເປັນເຄື່ອງເກາະກ່ຽວຂອງສັຕ, ຊຶ່ງດ້ວຍຕັນຫານັ້ນເອງ ສັຕໂລກນີ້ຖືກປົກຄຸມ ຫຸ້ມຫໍ່ໄວ້ ຖືກເຮັດໃຫ້ຫຍຸ້ງຂອດເໝືອນດ້າຍຫຍຸ້ງ ປະສານກັນສັບສົນ ດຸດດັ່ງຮັງນົກ ນຸງນັງເໝືອນດັ່ງທົ່ງຫຍ້າມຸນຊະແລະ ປັບພະຊະ໑ ຈຶ່ງບໍ່ຂ້າມພົ້ນອະບາຍ ທຸຄະຕິ ວິນິບາຕ ແລະສັງສາຣະວັຕໄປໄດ້ ແລ.

- ຈຕຸກກະ. ອັງ. ໒໑/໒໘໙/໑໙໙.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ