“ທັມ” (ຄືເວທະນາ) ເປັນສິ່ງທີ່ບັນຍັດໄດ້ຫຼາຍປະຣິຍາຍ (ອັນເປັນເຫດໃຫ້ຫຼົງຜິດຖຽງກັນ)
ຂັນ 5
ພິກຂຸ ທ. ! ເວທະນາເຮົາກ່າວແລ້ວໂດຍປະຣິຍາຍ ແມ່ນວ່າສອງຢ່າງ, ໂດຍປະຣິຍາຍແມ່ນວ່າສາມຢ່າງ, ໂດຍປະຣິຍາຍແມ່ນວ່າຫ້າຢ່າງ, ໂດຍປະຣິຍາຍແມ່ນວ່າຫົກຢ່າງ, ໂດຍປະຣິຍາຍແມ່ນວ່າສິບແປດຢ່າງ, ໂດຍປະຣິຍາຍແມ່ນວ່າສາມສິບຫົກຢ່າງ, ໂດຍປະຣິຍາຍແມ່ນວ່າຮ້ອຍແປດຢ່າງ.
ພິກຂຸ ທ. ! ໂດຍປະຣິຍາຍເຊັ່ນນີ້ ທີ່ເຮົາສະແດງທັມ. ເມື່ອເຮົາສະແດງທັມຢູ່ໂດຍປະຣິຍາຍເຊັ່ນນີ້, ຊົນເຫຼົ່າໃດ ຈະບໍ່ສຳຄັນຮ່ວມ ຈະບໍ່ຮູ້ຮ່ວມ ຈະບໍ່ພໍໃຈຮ່ວມແກ່ກັນແລະກັນ ວ່າເປັນທັມທີ່ເຮົາກ່າວດີແລ້ວ ຕຣັດໄວ້ດີແລ້ວ; ເມື່ອເປັນດັ່ງນີ້ ສິ່ງທີ່ເຂົາຫວັງໄດ້ ກໍຄື ຈະບາດໝາງກັນ ຜິດຖຽງກັນ ວິວາດກັນ ສຽບແທງກັນແລະກັນ ດ້ວຍຫອກປາກຢູ່.
ພິກຂຸ ທ. ! ໂດຍປະຣິຍາຍເຊັ່ນນັ້ນ ທີ່ເຮົາສະແດງທັມ. ເມື່ອເຮົາສະແດງທັມຢູ່ໂດຍປະຣິຍາຍເຊັ່ນນັ້ນ, ຊົນເຫຼົ່າໃດ ຈະສຳຄັນຮ່ວມ ຈະຮູ້ຮ່ວມ ຈະພໍໃຈຮ່ວມແກ່ກັນແລະກັນ ວ່າເປັນທັມທີ່ເຮົາກ່າວດີແລ້ວ ຕຣັດໄວ້ດີແລ້ວ; ເມື່ອເປັນດັ່ງນີ້ ສິ່ງທີ່ເຂົາຫວັງໄດ້ ກໍ ຄືຈະພ້ອມພຽງກັນ ບັນເທີງຕໍ່ກັນ ບໍ່ວິວາດກັນ ເຂົ້າກັນໄດ້ເໝືອນ ນໍ້ານົມກັບນໍ້າ ມອງກັນແລະກັນດ້ວຍສາຍຕາອັນເປັນທີ່ຮັກຢູ່, ດັ່ງນີ້ແລ.
- ສະລາ. ສັງ. ໑໘/໒໘໓/໔໒໕.