ການເຂົ້າເຖິງນະຣົກໃນພົບປັດຈຸບັນ (ໄນທີ່ 2)

ພົບພູມ

0:00/0:00
ພິກຂຸທັງຫຼາຍ ! ລາບຂອງເຈົ້າທັງຫຼາຍ
ພິກຂຸທັງຫຼາຍ ! ເປັນການໄດ້ທີ່ີດີຂອງເຈົ້າທັງຫຼາຍແລ້ວ.
ພິກຂຸທັງຫຼາຍ ! ຂະນະສໍາລັບການປະພຶດພຣົມມະຈັນ ພວກເຈົ້າກໍໄດ້ໂດຍສະເພາະແລ້ວ.

ພິກຂຸທັງຫຼາຍ !
ນະຣົກ ຊື່ວ່າ ຜັສສາຢະຕະນິກະ (ເປັນໄປທາງອາຍະຕະນະ ແຫ່ງການສັມຜັສ) ໖ ຂຸມ ເຮົາໄດ້ເຫັນແລ້ວ.
ໃນບັນດານະຣົກເຫຼົ່ານັ້ນ ບຸກຄົນເຫັນຮູບໃດໆດ້ວຍຕາ ຍ່ອມ ເຫັນແຕ່ຮູບທີ່ບໍ່ໜ້າປາຖນາເທົ່ານັ້ນ ບໍ່ເຫັນຮູບທີ່ໜ້າປາຖນາເລີຍ ເຫັນແຕ່ຮູບທີ່ບໍ່ໜ້າຮັກໃຄ່ເທົ່ານັ້ນ ບໍ່ເຫັນຮູບທີ່ໜ້າຮັກໃຄ່ເລີຍ ເຫັນແຕ່ຮູບທີ່ບໍ່ໜ້າພໍໃຈເທົ່ານັ້ນ ບໍ່ເຫັນຮູບທີ່ໜ້າພໍໃຈເລີຍ.
ໃນບັນດານະຣົກເຫຼົ່ານັ້ນ ບຸກຄົນຟັງສຽງໃດໆ ດ້ວຍຫູ...
ໃນບັນດານະຣົກເຫຼົ່ານັ້ນ ບຸກຄົນດົມກິ່ນໃດໆ ດ້ວຍດັງ...
ໃນບັນດານະຣົກເຫຼົ່ານັ້ນ ບຸກຄົນຊີມຣົສໃດໆ ດ້ວຍລີ້ນ...
ໃນບັນດານະຣົກເຫຼົ່ານັ້ນ ບຸກຄົນຊູນຕ້ອງໂຜດຖັບພະ
ໃດໆ ດ້ວຍຜິວກາຍ...

ເປີດທັມທີ່ຖືກປົກປິດ : ພົບພູມ

ໃນບັນດານະຣົກເຫຼົ່ານັ້ນ ບຸກຄົນຮູ້ແຈ້ງທັມມາຣົມໃດໆ ດ້ວຍໃຈ ຍ່ອມຮູ້ແຈ້ງແຕ່ທັມມາຣົມທີ່ບໍ່ໜ້າປາຖນາເທົ່ານັ້ນ ບໍ່ຮູ້ແຈ້ງທັມມາຣົມທີ່ໜ້າປາຖນາເລີຍ, ຮູ້ແຈ້ງທັມມາຣົມທີ່ບໍ່ໜ້າຮັກໃຄ່ເທົ່ານັ້ນ ບໍ່ຮູ້ແຈ້ງທັມມາຣົມທີ່ໜ້າຮັກໃຄ່ເລີຍ, ຮູ້ແຈ້ງແຕ່ທັມມາຣົມທີ່ບໍ່ໜ້າພໍໃຈເທົ່ານັ້ນ ບໍ່ຮູ້ແຈ້ງທັມມາຣົມທີ່ໜ້າພໍໃຈເລີຍ.

ພິກຂຸທັງຫຼາຍ ! ລາບຂອງເຈົ້າທັງຫຼາຍ
ພິກຂຸທັງຫຼາຍ ! ເປັນການໄດ້ທີ່ີດີຂອງເຈົ້າທັງຫຼາຍແລ້ວ.
ພິກຂຸທັງຫຼາຍ ! ຂະນະສໍາລັບການປະພຶດພຣົມມະຈັນ ພວກເຈົ້າກໍໄດ້ໂດຍສະເພາະແລ້ວ ດັ່ງນີ້ແລ.

- ບາລີ ສລາ. ສັງ. ໑໘/໑໕໘/໒໑໔.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ