ວິທີກວດສອບວ່າ ເປັນຄຳສອນຂອງພຣະຜູ້ມີພຣະພາຄຫຼືບໍ່

ຕາມຮອຍທຳ

0:00/0:00
ພິກຂຸທັງຫຼາຍ !
ຖ້າພິກຂຸໃນທັມວິນັຍນີ້ ຈະຍ່ອມກ່າວຢ່າງນີ້ວ່າ
ຂ້າພະເຈົ້າຟັງມາແລ້ວ ໄດ້ຮັບມາແລ້ວສະເພາະພຣະພັກ
ພຣະຜູ້ມີພຣະພາຄເຈົ້າ ວ່າ ນີ້ເປັນທັມ ນີ້ເປັນວິນັຍ
ນີ້ເປັນຄຳສອນຂອງພຣະສາສດາ ດັ່ງນີ້;
ພວກເຈົ້າຢ່າຟ້າວຮັບຮອງ, ຢ່າຟ້າວຂັດຄ້ານ.
ຈົ່ງກຳນົດເນື້ອຄວາມນັ້ນໃຫ້ດີ ແລ້ວນຳໄປສອບສວນໃນສູຕ
ນຳໄປທຽບຄຽງໃນວິນັຍ. ຖ້າບໍ່ເຂົ້າກັນ ທຽບຄຽງກັນບໍ່ໄດ້
ຈົ່ງແນ່ໃຈວ່ານັ້ນບໍ່ແມ່ນຄຳສອນຂອງພຣະຜູ້ມີພຣະພາຄແນ່ນອນ.
ພິກຂຸຕົນນັ້ນຈື່ຈຳມາຜິດ, ພວກເຈົ້າຈົ່ງປະຖິ້ມຄຳເຫຼົ່ານັ້ນເສຍ.
ຖ້າເຂົ້າກັນໄດ້ ຖ້າທຽບຄຽງກັນໄດ້
ຈົ່ງແນ່ໃຈວ່ານັ້ນເປັນຄຳສອນຂອງພຣະຜູ້ມີພຣະພາຄແທ້ແນ່ນອນ.
ພິກຂຸອົງຄ໌ນັ້ນຈື່ຈຳມາຢ່າງດີແລ້ວ ພວກເຈົ້າຈົ່ງຮັບເອົາໄວ້...
ຕຣັດທີ່ອານັນທະເຈດີ, ໂພຄະນະຄອນ : ມະຫາປະຣິນິບພານສູຕ
- ບາລີ ມຫາ. ທີ. ໑໐/໑໔໔/໑໑໒.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ