ຜູ້ຮູ້ປະຕິດຈະສະມຸບບາດແຕ່ລະສາຍໂດຍໃນຍະ ແຫ່ງອະຣິຍະສັດສີ່ ທັງປັດຈຸບັນ ອະດີດ ອະນາຄົດ ຊື່ວ່າໂສດາບັນ (ຍານວັຕຖຸ 44)

ໂສດາບັນ

0:00/0:00
ພິກຂຸທັງຫຼາຍ !
ເຮົາຈັກສະແດງ ຊຶ່ງຍານວັຕຖຸ໑ ໔໔ ຢ່າງ
ແກ່ພວກເຈົ້າທັງຫຼາຍ.
ພວກເຈົ້າທັງຫຼາຍຈົ່ງຟັງຂໍ້ຄວາມນັ້ນ
ຈົ່ງເຮັດໃນໃຈໃຫ້ສຳເລັດປະໂຍຊນ໌,
ເຮົາຈັກກ່າວບັດນີ້.
ຄັນພິກຂຸທັງຫຼາຍເຫຼົ່ານັ້ນ ທູນຮັບສະໜອງພຣະພຸດທະດຳຣັດແລ້ວພຣະຜູ້ມີພຣະພາຄເຈົ້າໄດ້ຕຣັສຖ້ອຍຄວາມເຫຼົ່ານີ້ ວ່າ: -
໑. ຍານວັຕຖຸ ແປວ່າ ສິ່ງຊຶ່ງເປັນທີ່ກຳນົດພິຈາຣະນາຂອງຍານ ຍານກຳນົດພິ
ຈາຣະນາສິ່ງໃດ ສິ່ງນັ້ນເອີ້ນວ່າຍານວັຕຖຸ ສະເພາະໃນກໍລະນີນີ້
ໝາຍເຖິງອາການ ໔ ຢ່າງໆ ຂອງປະຕິຈຈະສະມຸບບາດແຕ່ລະອາການ
ຊຶ່ງມີຢູ່ ໑໑ ອາການ; ດັ່ງນັ້ນ ຈຶ່ງເອີ້ນວ່າ ຍານວັຕຖຸ ໔໔.
ພິກຂຸທັງຫຼາຍ !
ກໍ ຍານວັຕຖຸ ໔໔ ຢ່າງ ເປັນແນວໃດໜໍ ?
ຍານວັຕຖຸ ໔໔ ຢ່າງ ຄື : -

(ໝວດ ໑)
໑. ຍານ ຄື ຄວາມຮູ້ ໃນຊະຣາມໍຣະນະ;
໒. ຍານ ຄື ຄວາມຮູ້ ໃນເຫຕໃຫ້ເກີດຂຶ້ນແຫ່ງຊະຣາມໍຣະນະ;
໓. ຍານ ຄື ຄວາມຮູ້ ໃນຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ;
໔. ຍານ ຄື ຄວາມຮູ້ ໃນຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງ
ຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ;

(ໝວດ ໒)
໑. ຍານ ຄື ຄວາມຮູ້ ໃນຊາຕ;
໒. ຍານ ຄື ຄວາມຮູ້ ໃນເຫຕໃຫ້ເກີດຂຶ້ນແຫ່ງຊາຕ;
໓. ຍານ ຄື ຄວາມຮູ້ ໃນຄວາມດັບບໍ່ເຫຼືອແຫ່ງຊາຕ;
໔. ຍານ ຄື ຄວາມຮູ້ ໃນຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງ
ຄວາມດັບບໍ່ເຫຼືອແຫ່ງຊາຕ;

(ໝວດ ໓)
໑. ຍານ ຄື ຄວາມຮູ້ ໃນພົບ;
໒. ຍານ ຄື ຄວາມຮູ້ ໃນເຫຕໃຫ້ເກີດຂຶ້ນແຫ່ງພົບ;
໓. ຍານ ຄື ຄວາມຮູ້ ໃນຄວາມດັບບໍ່ເຫຼືອແຫ່ງພົບ;
໔. ຍານ ຄື ຄວາມຮູ້ ໃນຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງ
ຄວາມດັບບໍ່ເຫຼືອແຫ່ງພົບ;

(ໝວດ ໔)
໑. ຍານ ຄື ຄວາມຮູ້ ໃນອຸປາທານ;
໒. ຍານ ຄື ຄວາມຮູ້ ໃນເຫຕໃຫ້ເກີດຂຶ້ນແຫ່ງອຸປາທານ;
໓. ຍານ ຄື ຄວາມຮູ້ ໃນຄວາມດັບບໍ່ເຫຼືອແຫ່ງອຸປາທານ;
໔. ຍານ ຄື ຄວາມຮູ້ ໃນຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງ
ຄວາມດັບບໍ່ເຫຼືອແຫ່ງອຸປາທານ;

(ໝວດ ໕)
໑. ຍານ ຄື ຄວາມຮູ້ ໃນຕັນຫາ;
໒. ຍານ ຄື ຄວາມຮູ້ ໃນເຫຕໃຫ້ເກີດຂຶ້ນແຫ່ງຕັນຫາ;
໓. ຍານ ຄື ຄວາມຮູ້ ໃນຄວາມດັບບໍ່ເຫຼືອແຫ່ງຕັນຫາ;
໔. ຍານ ຄື ຄວາມຮູ້ ໃນຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງ
ຄວາມດັບບໍ່ເຫຼືອແຫ່ງຕັນຫາ;

(ໝວດ ໖)
໑. ຍານ ຄື ຄວາມຮູ້ ໃນເວທະນາ;
໒. ຍານ ຄື ຄວາມຮູ້ ໃນເຫຕໃຫ້ເກີດຂຶ້ນແຫ່ງເວທະນາ;
໓. ຍານ ຄື ຄວາມຮູ້ ໃນຄວາມດັບບໍ່ເຫຼືອແຫ່ງເວທະນາ;
໔. ຍານ ຄື ຄວາມຮູ້ ໃນຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງ
ຄວາມດັບບໍ່ເຫຼືອແຫ່ງເວທະນາ;

(ໝວດ ໗)
໑. ຍານ ຄື ຄວາມຮູ້ ໃນຜັສສະ;
໒. ຍານ ຄື ຄວາມຮູ້ ໃນເຫຕໃຫ້ເກີດຂຶ້ນແຫ່ງຜັສສະ;
໓. ຍານ ຄື ຄວາມຮູ້ ໃນຄວາມດັບບໍ່ເຫຼືອແຫ່ງຜັສສະ;
໔. ຍານ ຄື ຄວາມຮູ້ ໃນຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງ
ຄວາມດັບບໍ່ເຫຼືອແຫ່ງຜັສສະ;

(ໝວດ ໘)
໑. ຍານ ຄື ຄວາມຮູ້ ໃນສະລາຍະຕະນະ;
໒. ຍານ ຄື ຄວາມຮູ້ ໃນເຫຕໃຫ້ເກີດຂຶ້ນແຫ່ງສະລາຍະຕະນະ;
໓. ຍານ ຄື ຄວາມຮູ້ ໃນຄວາມດັບບໍ່ເຫຼືອແຫ່ງສະລາຍະຕະນະ;
໔. ຍານ ຄື ຄວາມຮູ້ ໃນຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງ
ຄວາມດັບບໍ່ເຫຼືອແຫ່ງສະລາຍະຕະນະ;

(ໝວດ ໙)
໑. ຍານ ຄື ຄວາມຮູ້ ໃນນາມຮູບ;
໒. ຍານ ຄື ຄວາມຮູ້ ໃນເຫຕໃຫ້ເກີດຂຶ້ນແຫ່ງນາມຮູບ;
໓. ຍານ ຄື ຄວາມຮູ້ ໃນຄວາມດັບບໍ່ເຫຼືອແຫ່ງນາມຮູບ;
໔. ຍານ ຄື ຄວາມຮູ້ ໃນຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງ
ຄວາມດັບບໍ່ເຫຼືອແຫ່ງນາມຮູບ;

(ໝວດ ໑໐)
໑. ຍານ ຄື ຄວາມຮູ້ ໃນວິນຍານ;
໒. ຍານ ຄື ຄວາມຮູ້ ໃນເຫຕໃຫ້ເກີດຂຶ້ນແຫ່ງວິນຍານ;
໓. ຍານ ຄື ຄວາມຮູ້ ໃນຄວາມດັບບໍ່ເຫຼືອແຫ່ງວິນຍານ;
໔. ຍານ ຄື ຄວາມຮູ້ ໃນຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງ
ຄວາມດັບບໍ່ເຫຼືອແຫ່ງວິນຍານ;

(ໝວດ ໑໑)
໑. ຍານ ຄື ຄວາມຮູ້ ໃນສັງຂາຣທັງຫຼາຍ;
໒. ຍານ ຄື ຄວາມຮູ້ ໃນເຫຕໃຫ້ເກີດຂຶ້ນແຫ່ງສັງຂາຣ;
໓. ຍານ ຄື ຄວາມຮູ້ ໃນຄວາມດັບບໍ່ເຫຼືອແຫ່ງສັງຂາຣ;
໔. ຍານ ຄື ຄວາມຮູ້ ໃນຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງ
ຄວາມດັບບໍ່ເຫຼືອແຫ່ງສັງຂາຣ;

ພິກຂຸທັງຫຼາຍ ! ເຫຼົ່ານີ້ເອີ້ນວ່າ ຍານວັຕຖຸ ໔໔ ຢ່າງ.
ພິກຂຸທັງຫຼາຍ ! ກໍ ຊະຣາມໍຣະນະເປັນແນວໃດໜໍ ?
ຄວາມແກ່ ຄວາມຜຸຜຸ່ຍ ຄວາມມີແຂ້ວຫຼ່ອນ ຄວາມມີຜົມຫງອກ ຄວາມມີໜັງຫ່ຽວ ຄວາມສິ້ນໄປໆແຫ່ງອາຍຸ ຄວາມແກ່ຮອບແຫ່ງອິນຊີທັງຫຼາຍ ໃນສັຕວະນິກາຍນັ້ນໆ ຂອງສັຕທັງຫຼາຍເຫຼົ່ານັ້ນໆ: ນີ້ເອີ້ນວ່າ ຊະຣາ. ການຈຸຕິ ຄວາມເຄື່ອນ ການແຕກສະຫຼາຍ ການຫາຍໄປ ການວາຍຊີບ ການຕາຍ ການທຳກາລະ ການແຕກແຫ່ງຂັນທ໌ທັງຫຼາຍ ການປະຖິ້ມຮ່າງການຂາດແຫ່ງອິນຊີ ຄື ຊີວິຕ ຈາກສັຕວະນິກາຍນັ້ນໆ ຂອງສັຕທັງຫຼາຍເຫຼົ່ານັ້ນໆ: ນີ້ເອີ້ນວ່າ ມໍຣະນະ. ຊະຣານີ້ດ້ວຍ ມໍຣະນະນີ້ດ້ວຍ ຍ່ອມມີຢູ່ ດັ່ງນີ້; ພິກຂຸທັງຫຼາຍ ! ນີ້ເອີ້ນວ່າຊະຣາມໍຣະນະ. ຄວາມກໍ່ຂຶ້ນພ້ອມແຫ່ງຊະຣາມໍຣະນະ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງຊາຕ; ຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ ຍ່ອມມີ ເພາະຄວາມດັບບໍ່ເຫຼືອແຫ່ງຊາຕ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

ພິກຂຸທັງຫຼາຍ ! ອະຣິຍະສາວົກ ຍ່ອມມາຮູ້ທົ່ວເຖິງຊຶ່ງຊະຣາມໍຣະນະ ວ່າເປັນຢ່າງນີ້ໆ, ມາຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຊະຣາມໍຣະນະ ວ່າເປັນຢ່າງນີ້ໆ, ມາຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ ວ່າເປັນຢ່າງນີ້ໆ, ມາຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ ວ່າເປັນຢ່າງນີ້ໆ, ໃນກາລໃດ; ໃນກາລນັ້ນ ຄວາມຮູ້ນີ້ຂອງອະຣິຍະສາວົກນັ້ນຊື່ວ່າ ຍານໃນທັມ (ທັມມະຍານ). ດ້ວຍທັມນີ້ອັນອະຣິຍະສາວົກນັ້ນເຫັນແລ້ວ ຮູ້ແລ້ວ ບັນລຸແລ້ວ ຢັ່ງລົງແລ້ວ ແລະເປັນທັມອັນໃຊ້ໄດ້ບໍ່ຈຳກັດກາລ, ອະຣິຍະສາວົກນັ້ນ ຍ່ອມນຳຄວາມຮູ້ນັ້ນ ໄປສູ່ນັຍຍະອັນເປັນອະດີຕແລະອະນາຄົຕ (ຕໍ່ໄປອີກ) ວ່າ “ສະມະນະຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ ໃນກາລຍືດຍາວນານຝ່າຍອະດີຕ ໄດ້ຮູ້ຢ່າງຍິ່ງແລ້ວຊຶ່ງຊະຣາມໍຣະນະ, ໄດ້ຮູ້ຢ່າງຍິ່ງແລ້ວຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຊະຣາມໍຣະນະ, ໄດ້ຮູ້ຢ່າງຍິ່ງແລ້ວຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ, ໄດ້ຮູ້ຢ່າງຍິ່ງແລ້ວຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ; ສະມະນະຫຼືພຣາມເຫຼົ່ານັ້ນທຸກທ່ານ ກໍໄດ້ຮູ້ຢ່າງຍິ່ງແລ້ວເໝືອນຢ່າງທີ່ເຮົາເອງໄດ້ຮູ້ຢ່າງຍິ່ງແລ້ວໃນບັດນີ້.
ເຖິງແມ່ນສະມະນະຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ ໃນກາລຍືດຍາວນານຝ່າຍອະນາຄົຕ ຈັກຮູ້ຢ່າງຍິ່ງ ຊຶ່ງຊະຣາມໍຣະນະ, ຈັກຮູ້ຢ່າງຍິ່ງ ຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຊະຣາມໍຣະນະ, ຈັກຮູ້ຢ່າງຍິ່ງ ຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ, ຈັກຮູ້ຢ່າງຍິ່ງ ຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ ກໍຕາມ; ສະມະນະຫຼືພຣາມເຫຼົ່ານັ້ນທຸກທ່ານ ກໍຈັກຮູ້ຢ່າງຍິ່ງ ເໝືອນຢ່າງທີ່ເຮົາເອງໄດ້ຮູ້ຢ່າງຍິ່ງແລ້ວໃນບັດນີ້” ດັ່ງນີ້. ຄວາມຮູ້ນີ້ຂອງອະຣິຍະສາວົກນັ້ນ ຊື່ວ່າ ຍານໃນການຮູ້ຕາມ (ອັນນະວະຍະຍານ).
ພິກຂຸທັງຫຼາຍ ! ຍານທັງສອງ ຄື ທັມມະຍານແລະອັນນະວະຍະຍານເຫຼົ່ານີ້ຂອງອະຣິຍະສາວົກ ເປັນທຳມະຊາດ
ບໍຣິສຸດ ຜ່ອງໃສ ໃນກາລໃດ;
ພິກຂຸທັງຫຼາຍ ! ໃນກາລນັ້ນ ເຮົາເອີ້ນອະຣິຍະສາວົກນັ້ນ ວ່າ :-
“ຜູ້ສົມບູນແລ້ວດ້ວຍທິຕຖິ” ດັ່ງນີ້ແດ່;
“ຜູ້ສົມບູນແລ້ວດ້ວຍທັດສະນະ” ດັ່ງນີ້ແດ່;
“ຜູ້ມາເຖິງພຣະສັດທັມນີ້ແລ້ວ” ດັ່ງນີ້ແດ່;
“ຜູ້ໄດ້ເຫັນຢູ່ຊຶ່ງພຣະສັດທັມນີ້” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍຍານອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍວິຊຊາອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ເຖິງຊຶ່ງກະແສແຫ່ງທັມແລ້ວ” ດັ່ງນີ້ແດ່;
“ຜູ້ປະເສີດມີປັນຍາເຄື່ອງເຈາະແທງກິເລສ” ດັ່ງນີ້ແດ່;
“ຢືນຢູ່ຈໍາຂອບປະຕູແຫ່ງອະມະຕະ” ດັ່ງນີ້ແດ່, ດັ່ງນີ້ ແລ.

ພິກຂຸທັງຫຼາຍ ! ກໍຊາຕ ເປັນແນວໃດໜໍ ?
ການເກີດ ການກຳເນີດ ການກ້າວລົງ (ສູ່ຄັນ) ການບັງເກີດ ການບັງເກີດໂດຍຍິ່ງ ຄວາມປາກົດຂອງຂັນທ໌ທັງຫຼາຍການທີ່ສັຕໄດ້ຊຶ່ງອາຍະຕະນະທັງຫຼາຍ ໃນສັຕວະນິກາຍນັ້ນໆ ຂອງສັຕທັງຫຼາຍເຫຼົ່ານັ້ນໆ: ພິກຂຸທັງຫຼາຍ ! ນີ້ເອີ້ນວ່າຊາຕ. ຄວາມກໍ່ຂຶ້ນພ້ອມແຫ່ງຊາຕ ຍ່ອມມີເພາະຄວາມກໍ່ຂຶ້ນພ້ອມແຫ່ງພົບ; ຄວາມດັບບໍ່ເຫຼືອແຫ່ງຊາຕ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງພົບ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊາຕ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

ພິກຂຸທັງຫຼາຍ ! ອະຣິຍະສາວົກ ຍ່ອມມາຮູ້ທົ່ວເຖິງຊຶ່ງຊາຕ ວ່າເປັນຢ່າງນີ້ໆ, ມາຮູ້ທົ່ວເຖິງ ຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຊາຕ ວ່າເປັນຢ່າງນີ້ໆ, ມາຮູ້ທົ່ວເຖິງ ຊຶ່ງຄວາມດັບບໍ່ເຫຼືອແຫ່ງຊາຕ ວ່າເປັນຢ່າງນີ້ໆ, ມາຮູ້ທົ່ວເຖິງ ຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງຊາຕ ວ່າເປັນຢ່າງນີ້ໆ, ໃນກາລໃດ; ໃນກາລນັ້ນຄວາມຮູ້ນີ້ຂອງອະຣິຍະສາວົກນັ້ນ ຊື່ວ່າ ຍານໃນທັມ (ທັມມະຍານ). ດ້ວຍທັມນີ້ອັນອະຣິຍະສາວົກນັ້ນເຫັນແລ້ວ ຮູ້ແລ້ວ ບັນລຸແລ້ວ ຢັ່ງລົງແລ້ວ ແລະເປັນທັມອັນໃຊ້ໄດ້ບໍ່ຈຳກັດກາລ, ອະຣິຍະສາວົກນັ້ນຍ່ອມ ນຳຄວາມຮູ້ນັ້ນໄປສູ່ນັຍຍະອັນເປັນອະດີຕແລະອະນາຄົຕ (ຕໍ່ໄປອີກ) ວ່າ “ສະມະນະຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ ໃນກາລຍືດຍາວນານຝ່າຍອະດີຕ ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງຊາຕ, ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຊາຕ, ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງຄວາມດັບບໍ່ເຫຼືອແຫ່ງຊາຕ, ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງຂໍ້ປະຕິບັດເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງຊາຕ; ສະມະນະຫຼືພຣາມເຫຼົ່ານັ້ນທຸກທ່ານກໍໄດ້ຮູ້ຢ່າງຍິ່ງແລ້ວເໝືອນຢ່າງທີ່ເຮົາເອງໄດ້ຮູ້ຢ່າງຍິ່ງແລ້ວໃນບັດນີ້. ເຖິງແມ່ນສະມະນະຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ ໃນກາລຍືດຍາວນານຝ່າຍອະນາຄົຕ ຈັກຮູ້ຢ່າງຍິ່ງ ຊຶ່ງຊາຕ, ຈັກຮູ້ຢ່າງຍິ່ງ ຊຶ່ງເຫຕໃຫ້
ເກີດຂຶ້ນແຫ່ງຊາຕ, ຈັກຮູ້ຢ່າງຍິ່ງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊາຕ, ຈັກຮູ້ຢ່າງຍິ່ງ ຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງຊາຕ ກໍຕາມ; ສະມະນະຫຼືພຣາມເຫຼົ່ານັ້ນທຸກທ່ານ ກໍຈັກຮູ້ຢ່າງຍິ່ງເໝືອນຢ່າງທີ່ເຮົາເອງໄດ້ຮູ້ຢ່າງຍິ່ງແລ້ວໃນບັດນີ້” ດັ່ງນີ້. ຄວາມຮູ້ນີ້ຂອງອະຣິຍະສາວົກນັ້ນ ຊື່ວ່າ ຍານໃນການຮູ້ຕາມ (ອັນນະວະຍະຍານ).

ພິກຂຸທັງຫຼາຍ ! ຍານທັງສອງ ຄື ທັມມະຍານ ແລະອັນນະວະຍະຍານເຫຼົ່ານີ້ຂອງອະຣິຍະສາວົກ ເປັນທຳມະຊາດ
ບໍຣິສຸດ ຜ່ອງໃສ ໃນກາລໃດ;

ພິກຂຸທັງຫຼາຍ ! ໃນກາລນັ້ນ ເຮົາເອີ້ນອະຣິຍະສາວົກນັ້ນ ວ່າ :-
“ຜູ້ສົມບູນແລ້ວດ້ວຍທິຕຖິ” ດັ່ງນີ້ແດ່;
“ຜູ້ສົມບູນແລ້ວດ້ວຍທັດສະນະ” ດັ່ງນີ້ແດ່;
“ຜູ້ມາເຖິງພຣະສັດທັມນີ້ແລ້ວ” ດັ່ງນີ້ແດ່;
“ຜູ້ໄດ້ເຫັນຢູ່ຊຶ່ງພຣະສັດທັມນີ້” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍຍານອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍວິຊຊາອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ເຖິງຊຶ່ງກະແສແຫ່ງທັມແລ້ວ” ດັ່ງນີ້ແດ່;
“ຜູ້ປະເສີດມີປັນຍາເຄື່ອງເຈາະແທງກິເລສ” ດັ່ງນີ້ແດ່;
“ຢືນຢູ່ຈໍາຂອບປະຕູແຫ່ງອະມະຕະ” ດັ່ງນີ້ແດ່, ດັ່ງນີ້ ແລ.

ພິກຂຸທັງຫຼາຍ ! ກໍ ພົບ ເປັນແນວໃດໜໍ ? ...ໆລໆ...
ພິກຂຸທັງຫຼາຍ ! ກໍ ອຸປາທານ ເປັນແນວໃດໜໍ ? ...ໆລໆ...
ພິກຂຸທັງຫຼາຍ ! ກໍ ຕັນຫາ ເປັນແນວໃດໜໍ ? ...ໆລໆ...
ພິກຂຸທັງຫຼາຍ ! ກໍ ເວທະນາ ເປັນແນວໃດໜໍ ? ...ໆລໆ...
ພິກຂຸທັງຫຼາຍ ! ກໍ ຜັສສະ ເປັນແນວໃດໜໍ ? ...ໆລໆ...
ພິກຂຸທັງຫຼາຍ ! ກໍ ສະລາຍະຕະນະ ເປັນແນວໃດໜໍ ? ...ໆລໆ...
ພິກຂຸທັງຫຼາຍ ! ກໍ ນາມຮູບ ເປັນແນວໃດໜໍ ? ... ໆລໆ...
ພິກຂຸທັງຫຼາຍ ! ກໍ ວິນຍານ ເປັນແນວໃດໜໍ ? ... ໆລໆ...

(ຂໍ້ຄວາມນີ້ທີ່ລະໄວ້ດ້ວຍ ...ໆລໆ... ດັ່ງຂ້າງເທິງນີ້ ມີຂໍ້ຄວາມເຕັມດັ່ງໃນຂໍ້ອັນວ່າດ້ວຍ ຊະຣາມໍຣະນະ ແລະຊາຕ ເບື້ອງຕົ້ນທຸກປະການ ຕ່າງກັນແຕ່ຊື່ຫົວຂໍ້ທັມ).

ພິກຂຸທັງຫຼາຍ ! ກໍສັງຂາຣທັງຫຼາຍ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ສັງຂາຣທັງຫຼາຍ ສາມຢ່າງເຫຼົ່ານີ້ ຄື ກາຍະສັງຂາຣ ວະຈີສັງຂາຣ ຈິຕຕະສັງຂາຣ: ພິກຂຸທັງຫຼາຍ ! ເຫຼົ່ານີ້ເອີ້ນວ່າ ສັງຂາຣທັງຫຼາຍ. ຄວາມກໍ່ຂຶ້ນພ້ອມແຫ່ງສັງຂາຣ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງອະວິຊຊາ;
ຄວາມດັບບໍ່ເຫຼືອແຫ່ງສັງຂາຣ ຍ່ອມມີ ເພາະຄວາມດັບບໍ່ເຫຼືອແຫ່ງອະວິຊຊາ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງສັງຂາຣ ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

ພິກຂຸທັງຫຼາຍ ! ອະຣິຍະສາວົກ ຍ່ອມມາຮູ້ທົ່ວເຖິງຊຶ່ງ
ສັງຂາຣທັງຫຼາຍ ວ່າເປັນຢ່າງນີ້ໆ, ມາຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງສັງຂາຣ ວ່າເປັນຢ່າງນີ້ໆ, ມາຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງສັງຂາຣ ວ່າເປັນຢ່າງນີ້ໆ, ມາຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງສັງຂາຣ ວ່າເປັນຢ່າງນີ້ໆ, ໃນກາລໃດ; ໃນກາລນັ້ນຄວາມຮູ້ນີ້ຂອງອະຣິຍະສາວົກນັ້ນຊື່ວ່າ ຍານໃນທັມ (ທັມມະຍານ). ດ້ວຍທັມນີ້ອັນອະຣິຍະສາວົກນັ້ນເຫັນແລ້ວ ຮູ້ແລ້ວ ບັນລຸແລ້ວ ຢັ່ງລົງແລ້ວ ແລະເປັນທັມອັນໃຊ້ໄດ້ບໍ່ຈຳກັດກາລ, ອະຣິຍະສາວົກນັ້ນ ຍ່ອມນຳຄວາມຮູ້ນັ້ນໄປສູ່ນັຍຍະອັນເປັນອະດີຕແລະອະນາຄົຕ (ຕໍ່ໄປອີກ) ວ່າ “ສະມະນະ ຫຼືພຣາມເຫຼົ່າໃດ
ເຫຼົ່າໜຶ່ງ ໃນກາລຍືດຍາວນານຝ່າຍອະດີຕ ໄດ້ຮູ້ຢ່າງຍິ່ງແລ້ວຊຶ່ງສັງຂາຣທັງຫຼາຍ, ໄດ້ຮູ້ຢ່າງຍິ່ງແລ້ວຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງສັງຂາຣ, ໄດ້ຮູ້ຢ່າງຍິ່ງແລ້ວຊຶ່ງຄວາມດັບບໍ່ເຫຼືອແຫ່ງສັງຂາຣ, ໄດ້ຮູ້ຢ່າງຍິ່ງແລ້ວຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງສັງຂາຣ; ສະມະນະຫຼືພຣາມເຫຼົ່ານັ້ນທຸກທ່ານ ກໍໄດ້ຮູ້ຢ່າງຍິ່ງແລ້ວ ເໝືອນຢ່າງທີ່ເຮົາເອງໄດ້ຮູ້ຢ່າງຍິ່ງແລ້ວໃນບັດນີ້. ເຖິງແມ່ນສະມະນະຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ ໃນກາລຍືດຍາວນານຝ່າຍອະນາຄົຕ ຈັກຮູ້ຢ່າງຍິ່ງຊຶ່ງສັງຂາຣທັງຫຼາຍ, ຈັກຮູ້ຢ່າງຍິ່ງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງສັງຂາຣ, ຈັກຮູ້ຢ່າງຍິ່ງຊຶ່ງຄວາມດັບບໍ່ເຫຼືອແຫ່ງສັງຂາຣ, ຈັກຮູ້ຢ່າງຍິ່ງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງສັງຂາຣກໍຕາມ; ສະມະນະຫຼືພຣາມເຫຼົ່ານັ້ນທຸກທ່ານ ກໍຈັກຮູ້ຢ່າງຍິ່ງເໝືອນຢ່າງທີ່ເຮົາເອງໄດ້ຮູ້ຢ່າງຍິ່ງແລ້ວໃນບັດນີ້” ດັ່ງນີ້. ຄວາມຮູ້ນີ້ຂອງອະຣິຍະສາວົກນັ້ນ ຊື່ວ່າ ຍານໃນການຮູ້ຕາມ (ອັນນະວະຍະຍານ).

ພິກຂຸທັງຫຼາຍ ! ຍານທັງສອງ ຄື ທັມມະຍານ ແລະອັນນະວະຍະຍານ ເຫຼົ່ານີ້ຂອງອະຣິຍະສາວົກ ເປັນທຳມະຊາດບໍຣິສຸດ ຜ່ອງໃສ ໃນກາລໃດ;
ພິກຂຸທັງຫຼາຍ ! ໃນກາລນັ້ນ ເຮົາເອີ້ນກໍຣິຍະສາວົກນັ້ນ ວ່າ :-
“ຜູ້ສົມບູນແລ້ວດ້ວຍທິຕຖິ” ດັ່ງນີ້ແດ່;
“ຜູ້ສົມບູນແລ້ວດ້ວຍທັດສະນະ” ດັ່ງນີ້ແດ່;
“ຜູ້ມາເຖິງພຣະສັດທັມນີ້ແລ້ວ” ດັ່ງນີ້ແດ່;
“ຜູ້ໄດ້ເຫັນຢູ່ຊຶ່ງພຣະສັດທັມນີ້” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍຍານອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍວິຊຊາອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ເຖິງຊຶ່ງກະແສແຫ່ງທັມແລ້ວ” ດັ່ງນີ້ແດ່;
“ຜູ້ປະເສີດມີປັນຍາເຄື່ອງເຈາະແທງກິເລສ” ດັ່ງນີ້ແດ່;
“ຢືນຢູ່ຈໍາຂອບປະຕູແຫ່ງອະມະຕະ” ດັ່ງນີ້ແດ່, ດັ່ງນີ້ ແລ.

- ບາລີ ນິທານ. ສັງ. ໑໖/໖໗-໗໑/໑໑໘-໑໒໕.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ