ຂໍ້ຄວນກຳນົດກ່ຽວກັບວິນຍານ
ຂັນ 5
ພິກຂຸ ທ. ! ສຸຂ ໂສມະນັດສະໃດໆ ທີ່ອາໄສວິນຍານແລ້ວເກີດຂຶ້ນ, ສຸຂ ໂສມະນັດສະນີ້ແລເປັນ ສະເໜ່ (ອັສສາທະ) ຂອງວິນຍານ; ວິນຍານບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ ດ້ວຍອາການໃດໆ, ອາການນີ້ແລເປັນ ໂທດ (ອາທີນົບ) ຂອງວິນຍານ; ການນໍາອອກເສຍໄດ້ ຊຶ່ງຄວາມກໍາໜັດດ້ວຍອໍານາດຄວາມພໍໃຈໃນວິນຍານ ການລະເສຍໄດ້ ຊຶ່ງຄວາມກໍາໜັດດ້ວຍອໍານາດຄວາມພໍໃຈໃນວິນຍານ ດ້ວຍອຸບາຍໃດໆ, ອຸບາຍນີ້ແລ ເປັນ ເຄື່ອງອອກພົ້ນໄປໄດ້ (ນິສສະຣະນະ) ຈາກ ວິນຍານ.
- ຂັນທະ. ສັງ. ໑໗/໘໐/໑໒໓.
- ຂັນທະ. ສັງ. ໑໗/໘໐/໑໒໓.








