ອຸປະມາແຫ່ງສັນຍາ

ຂັນ 5

0:00/0:00
ພິກຂຸ ທ. ! ເມື່ອເດືອນທ້າຍແຫ່ງລະດູຮ້ອນ ຍັງເຫຼືອຢູ່, ໃນເວລາທ່ຽງວັນ ພະຍັບແດດ ຍ່ອມເໜັງຍິບຍັບ. ບຸຣຸສຜູ້ມີຈັກຂຸ (ຕາມປົກກະຕິ) ເຫັນພະຍັບແດດນັ້ນ ກໍເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນ. ເມື່ອບຸຣຸສນັ້ນເຫັນຢູ່ ເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນຢູ່, ພະຍັບແດດນັ້ນ ຍ່ອມປາກົດເປັນຂອງວ່າງ ຂອງເປົ່າ ແລະປາກົດ ເປັນຂອງຫາແກ່ນສານບໍ່ໄດ້ຕໍ່ໄປ. ພິກຂຸ ທ. ! ກໍແກ່ນສານໃນພະຍັບແດດນັ້ນ ຈະຍ່ອມມີໄດ້ແນວໃດ, ອຸປະມານີ້ເຊັ່ນໃດ;

ພິກຂຸ ທ. ! ອຸປະໄມກໍເຊັ່ນນັ້ນ ຄື ສັນຍາຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບ ຫຼືລະອຽດກໍຕາມ ຕໍ່າຊາມ ຫຼືປານີດກໍຕາມ ມີໃນທີ່ໄກຫຼືທີ່ໃກ້ກໍຕາມ; ພິກຂຸສັງເກດເຫັນ (ການບັງເກີດຂຶ້ນແຫ່ງ) ສັນຍານັ້ນ ຍ່ອມເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນ. ເມື່ອພິກຂຸນັ້ນສັງເກດເຫັນຢູ່ ເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນຢູ່, ສັນຍານັ້ນ ຍ່ອມປາກົດເປັນຂອງວ່າງຂອງເປົ່າ ແລະປາກົດເປັນຂອງຫາແກ່ນສາຣບໍ່ໄດ້ຕໍ່ໄປ. ພິກຂຸ ທ. ! ກໍແກ່ນສານໃນສັນຍານັ້ນ ຈະຍ່ອມມີໄດ້ແນວໃດ.

- ຂັນທະ. ສັງ. ໑໗/໑໗໒/໒໔໔.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ