ນິດເທສະ 2 ວ່າດ້ວຍທຸກສະຫຼຸບໃນປັນຈຸປາທານຂັນ (ມີ 95 ເລື່ອງ )
ອະຣິຍະສັດ 4
ພິກຂຸ ທ. ! ກ່າວໂດຍສະຫຼຸບແລ້ວ ປັນຈຸປາທານຂັນທ໌ເປັນໂຕທຸກຂ໌ນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ປັນຈຸປາທານຂັນທ໌ນັ້ນໄດ້ແກ່ສິ່ງເຫຼົ່ານີ້ຄື ຂັນທ໌ອັນເປັນ ທີ່ຕັ້ງແຫ່ງຄວາມຢຶດໝັ້ນຄືຮູບ, ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ເວທະນາ, ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ສັນຍາ, ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມ ຢຶດໝັ້ນຄື ສັງຂາຣ, ແລະຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ວິນຍານ. ເຫຼົ່ານີ້ແລເອີ້ນວ່າ ກ່າວໂດຍສະຫຼຸບແລ້ວ ປັນຈຸປາທານຂັນທ໌ເປັນໂຕທຸກຂ໌.
- ມຫາ. ທີ. ໑໐/໓໔໓/໒໙໕.
- ມຫາ. ທີ. ໑໐/໓໔໓/໒໙໕.








