10. ຊົງຕຣັດກັບພຣະອານົນໃຫ້ໃຊ້ທັມວິໄນທີ່ຕຣັດໄວ້ເປັນສາສດາແທນຕໍ່ໄປ

ພຣະສູດທີ່ຕ້ອງຮູ້

0:00/0:00
ອານົນທ໌ ! ຄວາມຄິດອາດມີແກ່ພວກເຈົ້າຢ່າງນີ້ວ່າ ທັມວິນັຍຂອງພວກເຮົາ ມີພຣະສາສດາລ່ວງລັບໄປເສຍແລ້ວ ພວກເຮົາບໍ່ມີພຣະສາສດາ ດັ່ງນີ້ ອານົນທ໌ ! ຂໍ້ນີ້ພວກເຈົ້າຢ່າຄິດຢ່າງນັ້ນ ອານົນທ໌ ! ທັມກໍດີ ວິນັຍກໍດີ ທີ່ເຮົາສະແດງແລ້ວ ບັນຍັຕແລ້ວ ແກ່ພວກເຈົ້າທັງຫຼາຍ ທັມວິນັຍນັ້ນ ຈັກເປັນສາສດາຂອງພວກເຈົ້າທັງຫຼາຍ ໂດຍກາລລ່ວງລັບໄປແຫ່ງເຮົາ.

ອານົນທ໌ ! ໃນກາລບັດນີ້ກໍດີ ໃນກາລລ່ວງລັບໄປແຫ່ງເຮົາກໍດີ ໃຜກໍຕາມຈັກຕ້ອງມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ ເປັນຢູ່ ອານົນທ໌ ! ພິກຂຸພວກໃດເປັນຜູ້ໃຝ່ໃນສິກຂາ ພິກຂຸພວກນັ້ນຈັກເປັນຜູ້ຢູ່ໃນຖານະອັນເລີດທີ່ສຸດແລ.
ອານົນທ໌ ! ຄວາມຂາດສູນແຫ່ງກັລລະຍານະວັຕນີ້ ມີໃນຍຸກແຫ່ງບຸຣຸສໃດ ບຸຣຸສນັ້ນຊື່ວ່າ ເປັນບຸຣຸສຄົນສຸດທ້າຍແຫ່ງບຸຣຸສທັງຫຼາຍ.... ເຮົາຂໍກ່າວຢໍ້າກັບພວກເຈົ້າວ່າ.... ພວກເຈົ້າທັງຫຼາຍຢ່າເປັນບຸຣຸສຄົນສຸດທ້າຍຂອງເຮົາເລີຍ.

- ບາລີ ມຫາ. ທີ. ໑໐/໑໗໘/໑໔໑.
- ບາລີ ມ. ມ. ໑໓/໔໒໗/໔໖໓.
- ບາລີ ມຫາວາຣ. ສັງ. ໑໙/໒໑໗/໗໔໐.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ