ຂັນ 5 ເປັນທີ່ຕັ້ງແຫ່ງສັງໂຍດ
ຂັນ 5
ພິກຂຸ ທ.! ເຮົາຈະສະແດງ ສິ່ງຊຶ່ງເປັນທີ່ຕັ້ງແຫ່ງສັນໂຍຊະນະ (ສັນໂຍຊະນິຍະທັມມະ) ແລະໂຕສັນໂຍຊະນະ. ພວກເຈົ້າທັງຫຼາຍ ຈົ່ງຟັງຂໍ້ນັ້ນ.
ພິກຂຸ ທ.! ສິ່ງຊຶ່ງເປັນທີ່ຕັ້ງແຫ່ງສັງໂຍດ ເປັນແນວໃດ ? ແລະ ຕົວສັງໂຍດ ເປັນແນວໃດໜໍ ?
ພິກຂຸ ທ.! ຮູບ (ກາຍ) ເປັນສິ່ງຊຶ່ງເປັນທີ່ຕັ້ງແຫ່ງສັງໂຍດ . ສັນທະຣາຄະ (ຄວາມກໍາໜັດເພາະພໍໃຈ) ໃດ ເຂົ້າໄປມີຢູ່ໃນຮູບນັ້ນ ສັນທະຣາຄະນັ້ນ ຄືຕົວສັງໂຍດໃນຮູບນັ້ນ;
ພິກຂຸ ທ.! ເວທະນາ ເປັນສິ່ງຊຶ່ງເປັນທີ່ຕັ້ງແຫ່ງສັງໂຍດ , ສັນທະຣາຄະໃດເຂົ້າໄປມີຢູ່ ໃນເວທະນານັ້ນ ສັນທະຣາຄະນັ້ນ ຄືຕົວສັງໂຍດ ໃນເວທະນານັ້ນ;
ພິກຂຸ ທ.! ສັນຍາ ເປັນສິ່ງຊຶ່ງເປັນທີ່ຕັ້ງແຫ່ງສັງໂຍດ , ສັນທະຣາຄະໃດ ເຂົ້າໄປມີຢູ່ ໃນສັນຍານັ້ນ ສັນທະຣາຄະນັ້ນ ຄືຕົວສັງໂຍດ ໃນສັນຍານັ້ນ;
ພິກຂຸ ທ.! ສັງຂານທັງຫຼາຍ ເປັນສິ່ງຊຶ່ງເປັນທີ່ຕັ້ງແຫ່ງສັງໂຍດ , ສັນທະຣາຄະໃດເຂົ້າໄປມີຢູ່ ໃນສັງຂານທັງຫຼາຍເຫຼົ່ານັ້ນ ສັນທະຣາຄະນັ້ນ ຄືຕົວສັງໂຍດ ໃນສັງຂານທັງຫຼາຍເຫຼົ່ານັ້ນ;
ພິກຂຸ ທ.! ວິນຍານ ເປັນສິ່ງຊຶ່ງເປັນທີ່ຕັ້ງແຫ່ງສັງໂຍດ , ສັນທະຣາຄະໃດເຂົ້າໄປມີຢູ່ໃນວິນຍານນັ້ນ ສັນທະຣາຄະນັ້ນ ຄືຕົວສັງໂຍດ ໃນວິນຍານນັ້ນ.
ພິກຂຸ ທ.! ຂັນເຫຼົ່ານີ້ ເອີ້ນວ່າ ສິ່ງຊຶ່ງເປັນທີ່ຕັ້ງແຫ່ງສັງໂຍດ ; ສັນທະຣາຄະ ນີ້ ເອີ້ນວ່າ ຕົວສັງໂຍດ ແລ.
- ຂັນທະ. ສັງ. ໑໗/໒໐໒/໓໐໘.