ການເຮັດກຳທີ່ເປັນໄປເພື່ອການດັບສິ້ນກຳ

ກຳ

0:00/0:00
ພິກຂຸທັງຫຼາຍ ! ເຫຕທັງຫຼາຍ ໓ ປະການ ເຫຼົ່ານີ້ ມີຢູ່ ເພື່ອຄວາມເກີດຂຶ້ນແຫ່ງກັມທັງຫຼາຍ.
໓ ປະການ ເຫຼົ່າໃດ ? ໓ ປະການ ຄື :-
ອະໂລພະ (ຄວາມບໍ່ໂລບ) ເປັນເຫຕເພື່ອຄວາມເກີດຂຶ້ນແຫ່ງກັມທັງຫຼາຍ,
ອະໂທສະ (ຄວາມບໍ່ຄິດທໍາຮ້າຍ) ເປັນເຫຕເພື່ອຄວາມເກີດຂຶ້ນແຫ່ງກັມທັງຫຼາຍ,
ອະໂມຫະ (ຄວາມບໍ່ຫລົງ) ເປັນເຫຕເພື່ອຄວາມເກີດຂຶ້ນແຫ່ງກັມທັງຫຼາຍ.

ພິກຂຸທັງຫຼາຍ ! ປຽບເໝືອນເມັດພືດທັງຫຼາຍ ທີ່ບໍ່ແຕກຫັກ ທີ່ບໍ່ເນົ່າ ທີ່ບໍ່ຖືກທໍາລາຍດ້ວຍລົມແລະແດດ ເລືອກເອົາແຕ່ເມັດດີ ເກັບມ້ຽນໄວ້ດີ. ບຸຣຸສຍ່ອມເຜົາເມັດພືດເຫຼົ່ານັ້ນດ້ວຍໄຟ ຄັນເຜົາດ້ວຍໄຟແລ້ວ ຍ່ອມເຮັດໃຫ້ເປັນຜົງຂີ້ເຖົ່າ ຄັນເຮັດໃຫ້ເປັນຜົງຂີ້ເຖົ່າແລ້ວ ຍ່ອມໂຮຍໄປໃນກະແສລົມອັນພັດແຮງ ຫຼືວ່າຍ່ອມເອົາລ່ອງໄປໃນກະແສນ້ຳ ອັນໄຫຼແຮງໃນແມ່ນ້ຳ.

ເມັດພືດທັງຫຼາຍເຫຼົ່ານັ້ນເປັນພືດມີມູນອັນຂາດແລ້ວ ຖືກເຮັດໃຫ້ເໝືອນຕົ້ນຕານມີຍອດອັນກຸດ ເຮັດໃຫ້ເຖິງຄວາມບໍ່ມີ ມີອັນບໍ່ເກີດຂຶ້ນຕໍ່ໄປ ເປັນທໍາມະດາໂດຍແນ່ນອນ, ນີ້ເຊັ່ນໃດ ;

ພິກຂຸທັງຫຼາຍ !
ກັມອັນບຸກຄົນເຮັດແລ້ວດ້ວຍອະໂລພະ ເກີດຈາກອະໂລພະ ມີອະໂລພະເປັນເຫຕ ມີອະໂລພະເປັນສະມຸທັຍ ອັນໃດ ; ເພາະປາສະຈາກໂລພະເສຍແລ້ວ, ດ້ວຍອາການເຊັ່ນນີ້ເອງ ກັມອັນນັ້ນ ຍ່ອມເປັນກັມອັນບຸກຄົນນັ້ນລະຂາດແລ້ວ ມີຮາກອັນຖອນຂຶ້ນແລ້ວ ຖືກເຮັດໃຫ້ເໝືອນຕົ້ນຕານມີຍອດອັນກຸດ ເຮັດໃຫ້ເຖິງຄວາມບໍ່ມີ ມີອັນບໍ່ເກີດຂຶ້ນຕໍ່ໄປ ເປັນທໍາມະດາ.

ພິກຂຸທັງຫຼາຍ !
ກັມອັນບຸກຄົນເຮັດແລ້ວດ້ວຍອະໂທສະ ເກີດຈາກອະໂທສະ ມີອະໂທສະເປັນເຫຕ ມີອະໂທສະເປັນສະມຸທັຍ ອັນໃດ ; ເພາະປາສະຈາກໂທສະເສຍແລ້ວ, ດ້ວຍອາການເຊັ່ນນີ້ເອງ ກັມອັນນັ້ນ ຍ່ອມເປັນກັມອັນບຸກຄົນນັ້ນລະຂາດແລ້ວ ມີຮາກອັນຖອນຂຶ້ນແລ້ວ ຖືກເຮັດໃຫ້ເໝືອນຕົ້ນຕານມີຍອດອັນກຸດ ເຮັດໃຫ້ເຖິງຄວາມບໍ່ມີ ມີອັນບໍ່ເກີດຂຶ້ນຕໍ່ໄປ ເປັນທໍາມະດາ.

ພິກຂຸທັງຫຼາຍ !
ກັມອັນບຸກຄົນເຮັດແລ້ວດ້ວຍອະໂມຫະ ເກີດຈາກອະໂມຫະ ມີອະໂມຫະເປັນເຫຕ ມີອະໂມຫະເປັນສະມຸທັຍ ອັນໃດ ; ເພາະປາສະຈາກໂມຫະເສຍແລ້ວ, ດ້ວຍອາການເຊັ່ນນີ້ເອງ ກັມອັນນັ້ນ ຍ່ອມເປັນກັມອັນບຸກຄົນນັ້ນລະຂາດແລ້ວ ມີຮາກອັນຖອນຂຶ້ນແລ້ວ ຖືກເຮັດໃຫ້ເໝືອນຕົ້ນຕານມີຍອດອັນກຸດ ເຮັດໃຫ້ເຖິງຄວາມບໍ່ມີ ມີອັນບໍ່ເກີດຂຶ້ນຕໍ່ໄປ ເປັນທໍາມະດາ.

ພິກຂຸທັງຫຼາຍ ! ເຫຕທັງຫຼາຍ ໓ ປະການ ເຫຼົ່ານີ້ແລ ເປັນໄປເພື່ອຄວາມເກີດຂຶ້ນແຫ່ງກັມທັງຫຼາຍ.

ຕິກ. ອັງ. ໒໐/໑໗໑/໔໗໓.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ