ເຫັນແກ່ເຫຍື່ອຈຶ່ງຕິດເບັດ

ປະຕິຈະສະມຸບາດ

0:00/0:00
ພິກຂຸ ທ. ! ປຽບເໝືອນນາຍພານເບັດ ດຶກເບັດທີ່ສຽບເຫຍື່ອລົງໄປໃນວັງນໍ້າເລິກ. ປາທີ່ເຫັນແກ່ເຫຍື່ອ ໂຕໃດໂຕໜຶ່ງ ຍ່ອມກືນເບັດນັ້ນເຂົ້າໄປ. ພິກຂຸ ທ. ! ດ້ວຍອາການນີ້ແຫຼະ ປາທີ່ກືນເບັດໂຕນັ້ນ ເຖິງແລ້ວຊຶ່ງຄວາມວິນາດ ເຖິງແລ້ວຊຶ່ງຄວາມຈິບຫາຍ ເພາະພານເບັດ ແລ້ວແຕ່ພານເບັດນັ້ນໃຝ່ຈະເຮັດຕາມໃຈຢ່າງໃດ.
ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ, ເບັດຫົກອັນເຫຼົ່ານີ້ ມີຢູ່ໃນໂລກ ເພື່ອຄວາມ ຈິບຫາຍຂອງສັຕທັງຫຼາຍ ເພື່ອຂ້າສັຕທັງຫຼາຍ. ເບັດຫົກອັນນັ້ນເປັນແນວໃດໜໍ ? ເບັດຫົກອັນນັ້ນ ຄື ຮູບທີ່ເຫັນດ້ວຍຕາກໍດີ, ສຽງທີ່ຟັງດ້ວຍຫູກໍດີ, ກິ່ນທີ່ດົມດ້ວຍດັງກໍດີ, ຣົສທີ່ຊີມດ້ວຍລີ້ນກໍດີ, ໂຜຕຖັພພະທີ່ສັມຜັສດ້ວຍກາຍກໍດີ, ແລະທັມມາຣົມທີ່ຮູ້ແຈ້ງດ້ວຍໃຈກໍດີ, ມີຢູ່ ຊຶ່ງເປັນສິ່ງທີ່ໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈ ທີ່ຍົວະຕາຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ແລະເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈ. ຖ້າພິກຂຸເພີດເພີນ ພໍ່າສັນເສີນ ເມົາມົກຢູ່ ຊຶ່ງອາຣົມມີຮູບເປັນຕົ້ນນັ້ນ ແລ້ວ;

ພິກຂຸ ທ. ! ພິກຂຸນີ້ເຮົາເອີ້ນວ່າ ຜູ້ກືນເບັດຂອງມາຣ ເຖິງແລ້ວຊຶ່ງຄວາມວິນາດ ເຖິງແລ້ວຊຶ່ງຄວາມຈິບຫາຍ ແລ້ວແຕ່ມາຣຜູ້ມີບາບ ໃຝ່ຈະເຮັດປະການໃດແລ.

- ສລາ. ສັງ. ໑໘/໑໙໗/໒໘໙.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ