ທັມເປັນບ່ອນດັບ ຕາມລໍາດັບ (ຊຶ່ງຍັງບໍ່ເຖິງນິບພານ)

ສະມະຖະ ແລະ ວິປັດສະນາ

0:00/0:00
(: ອະນຸປຸບພະນິໂຣດ - ອະນຸປຸບພະວິຫາຣະ - ອະນຸປຸບພະສະມາບັຕ)

ກ. ອະນຸປຸບພະນິໂຣດເກົ້າ
(ເລື່ອງຄວນເບິ່ງປະກອບ ໃນເຫຼັ້ມນີ້ໜ້າ ໗໖໖ ສັງເກດທີ່ປະຖົມມະຊານ ທີ່ຕຣັດວ່າວາຈາດັບ)

ພິກຂຸ ທ. ! ອະນຸປຸບພະນິໂຣດ ໙ ປະການເຫຼົ່ານີ້ ມີຢູ່. ເກົ້າປະການ ແນວໃດໜໍ ? ເກົ້າປະການຄື :-
(໑) ເມື່ອເຂົ້າເຖິງປະຖົມມະຊານ ອາມິດສະ (ກາມ) ສັນຍາ ຍ່ອມດັບ;
(໒) ເມື່ອເຂົ້າເຖິງທຸຕິຍະຊານ ວິຕົກແລະວິຈາຣ ຍ່ອມດັບ;
(໓) ເມື່ອເຂົ້າເຖິງຕະຕິຍະຊານ ປີຕິ ຍ່ອມດັບ;
(໔) ເມື່ອເຂົ້າເຖິງຈະຕຸຕຖະຊານ ອັສສາສະ ແລະປັດສາສະ ຍ່ອມດັບ;
(໕) ເມື່ອເຂົ້າເຖິງອາກາສານັນຈາຢະຕະນະ ຮູບສັນຍາ ຍ່ອມດັບ;
(໖) ເມື່ອເຂົ້າເຖິງວິນຍານັນຈາຢະຕະນະ ອາກາສານັນຈາຢະຕະນະສັນຍາ ຍ່ອມດັບ;
(໗) ເມື່ອເຂົ້າເຖິງອາກິນຈັນຍາຢະຕະນະ ວິນຍານັນຈາຢະຕະນະສັນຍາ ຍ່ອມດັບ;
(໘) ເມື່ອເຂົ້າເຖິງເນວະສັນຍານາສັນຍາຢະຕະນະ ອາກິນຈັນຍາຢະຕະນະ
ສັນຍາ ຍ່ອມດັບ;
(໙) ເມື່ອເຂົ້າເຖິງສັນຍາເວທະຢິຕະນິໂຣດ ສັນຍາແລະເວທະນາ ຍ່ອມດັບ.
ພິກຂຸ ທ. ! ເຫຼົ່ານີ້ແລ ອະນຸປຸບພະນິໂຣດ ໙ ປະການ.
- ນວກ. ອັງ. ໒໓/໔໒໓/໒໓໕.

[ຄວາມດັບ ແຫ່ງທັມທີ່ໄດ້ຕຣັດໄວ້ ໂດຍນັຍຍະອື່ນຂອງປະຖົມມະຊານ ຄືອະກຸສົລດັບ (ກາມ, ພະຍາບາດ, ບຽດບຽນ), ນິວອນ ໕ ດັບ, ວາຈາດັບ, ສຽງເປັນສ້ຽນໜາມຕໍ່ຊານ ໑ ເມື່ອເຂົ້າເຖິງຊານ ໑ ແລ້ວ ອຸປະສັກນີ້ຍ່ອມໝົດໄປ : ກໍລະນີຊານ ໔ ຕໍ່ເນື່ອງໄປ ເຖິງອາກາສານັນຈາຢະຕະນະ ນັ້ນໃຫ້ເບິ່ງ ເຫຕປະກອບໃນ ໜັງສືເຫຼັ້ມນີ້ໜ້າ ໘໐໖ ໄດ້ຕຣັດວ່າ ລົມຫາຍໃຈຯ ຄືກາຍອັນໜຶ່ງໆເພາະສະນັ້ນ ກໍຄືກາຍດັບໃນສ່ວນທາຕລົມ ແລະເມື່ອເຖິງ ອາກາສານັນຈາຢະຕະນະແລ້ວ ຈະເຫັນວ່າເມື່ອກາຍດັບໄປຈາກຄວາມຮູ້ສຶກແລ້ວ ແຕ່ຄວາມໝາຍຮູ້ໃນກາຍສ່ວນອື່ນໆທັງໝົດ (ຮູບສັນຍາ) ຍ່ອມດັບສະນິດຕາມ ຕໍ່ມາອີກຄັ້ງ;

(ທັມມະໝວດນີ້ ສະແດງເຖິງທັມທີ່ຕ້ອງດັບໄປຕາມລຳດັບໆ ແຫ່ງການປະຕິບັຕລະບົບນີ້ ດັ່ງນັ້ນຈຶ່ງໄດ້ຊື່ວ່າ ອະນຸປຸບພະນິໂຣດເກົ້າ ຄືທັມທີ່ດັບຕາມລໍາດັບ ໙ ລໍາດັບ, ເປັນໝວດທັມ ທີ່ຕ້ອງສຶກສາກ່ອນແຕ່ໂດຍຫຍໍ້, ລາຍລະອຽດຫາເບິ່ງໄດ້ທີ່ໝວດ ຄ; ໃນບ່ອນອື່ນ (໒໓/໔໗໗/໒໖໓,໒໖໕) ເປັນຄໍາຂອງພຣະອານົນທ໌ ສະແດງອະນຸປຸບພະປັສສັທທິ ແລະອະນຸປຸບພະນິໂຣດໄວ້ ໂດຍຄວາມເປັນສະມາບັຕທັງ ໙ ລະດັບ ໃນຖານະເປັນອະນຸປຸບພະປັສສັທທິ ແລະອະນຸປຸບພະນິໂຣດ ໂດຍປະຣິຍາຍ, ແລະສະແດງ ສັນຍາເວທະຢິຕະນິໂຣດ ອັນດັບສິ້ນອາສະວະ ໄວ້ໃນຖານະເປັນອະນຸປຸບພະປັສສັທທິ ແລະອະນຸປຸບພະນິໂຣດ ໂດຍນິປປະຣິຍາຍ ໂດຍບໍ່ສະແດງໄວ້ຢ່າງລະອຽດ ວ່າຊານຊື່ໃດລະງັບ ຫຼືດັບເສຍຊຶ່ງທັມ ຊື່ອັນໃດ ເໝືອນກັບໃນສູຕຂ້າງເທິງນີ້)].

ຂ. ອະນຸປຸບພະວິຫາຣ ເກົ້າ

ພິກຂຸ ທ. ! ອະນຸປຸບພະວິຫາຣະ ໙ ປະການ ເຫຼົ່ານີ້ ມີຢູ່. ເກົ້າປະການແນວໃດໜໍ ? ເກົ້າປະການຄື :-
(໑) ປະຖົມມະຊານ
(໒) ທຸຕິຍະຊານ
(໓) ຕະຕິຍະຊານ
(໔) ຈະຕຸຕຖະຊານ
(໕) ອາກາສານັນຈາຢະຕະນະ
(໖) ວິນຍານັນຈາຢະຕະນະ
(໗) ອາກິນຈັນຍາຢະຕະນະ
(໘) ເນວະສັນຍານາສັນຍາຢະຕະນະ
(໙) ສັນຍາເວທະຢິຕະນິໂຣດ.
ພິກຂຸ ທ. ! ເຫຼົ່ານີ້ແລ ອະນຸປຸບພະວິຫາຣະ ໙ ປະການ.
- ນວກ. ອັງ. ໒໓/໔໒໔/໒໓໖.

(ທັມເກົ້າປະການນີ້ ເອີ້ນວ່າ ວິຫາຣະທັມ ຄືທັມເປັນເຄື່ອງຢູ່ແຫ່ງຈິຕ ເກົ້າລໍາດັບ ຈຶ່ງໄດ້ຊື່ວ່າອະນຸປຸບພະວິຫາຣະເກົ້າ. ຍັງມີຂໍ້ໜ້າສົນໃຈ ທີ່ວ່າໃນບາລີແຫ່ງໜຶ່ງ ກ່າວເຖິງການເຂົ້າຢູ່ ໃນວິຫາຣະທັມນີ້ໄດ້ ແມ່ນແຕ່ໃນຂະນະແຫ່ງອິຣິຍາບົດທັງສີ່ ຄືນັ່ງ ນອນ ຢືນ ຍ່າງ ສໍາລັບ ໔ ຂໍ້ຂ້າງຕົ້ນ ຄືຕັ້ງແຕ່ປະຖົມມະຊານ ເຖິງ ຈະຕຸຕຖະຊານ. - ຕິກ. ອັງ.໒໐/໒໓໔/໕໐໓).

ຄ. ອະນຸປຸບພະວິຫາຣສະມາບັຕ ເກົ້າ

ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ອະນຸປຸບພະວິຫາຣະສະມາບັຕ ໙ ປະການ ເຫຼົ່ານີ້. ເຈົ້າທັງຫຼາຍຈົ່ງຟັງ. ພິກຂຸ ທ. ! ອະນຸປຸບພະວິຫາຣະສະມາບັຕ ໙ ປະການນັ້ນ ເປັນແນວໃດໜໍ ?

(໑) ກາມທັງຫຼາຍ ຍ່ອມດັບໄປໃນບ່ອນໃດ, ແລະຊົນເຫຼົ່າໃດ ຍັງ ກາມທັງຫຼາຍ ໃຫ້ດັບໄປໆໃນບ່ອນໃດ ແລ້ວແລຢູ່; ເຮົາກ່າວວ່າ ຜູ້ມີອາຍຸເຫຼົ່ານັ້ນ ຫາຍຫິວ ດັບເຢັນ ຂ້າມແລ້ວ ເຖິງຝັ່ງແລ້ວ ດ້ວຍອົງຄ໌ນັ້ນໆ ໃນບ່ອນນັ້ນແນ່ແທ້. ຖ້າຜູ້ໃດຈະຍ່ອມກ່າວຖາມດັ່ງນີ້ວ່າ “ກາມທັງຫຼາຍດັບໄປໃນບ່ອນໃດ ? ແລະຊົນເຫຼົ່າໃດ ຍັງ ກາມທັງຫຼາຍໃຫ້ດັບໄປໆ ໃນບ່ອນໃດແລ້ວແລຢູ່ ? ຂ້າພະເຈົ້າ ບໍ່ຮູ້ຂໍ້ນັ້ນ ບໍ່ເຫັນຂໍ້ນັ້ນ” ດັ່ງນີ້ນັ້ນ; ຄໍາຕອບຍ່ອມມີແກ່ເຂົາວ່າ “ຜູ້ມີອາຍຸ ! ພິກຂຸ ໃນກໍລະນີນີ້ ສະງັດແລ້ວຈາກກາມແລະອະກຸສົລທັມທັງຫຼາຍ ເຂົ້າເຖິງ ປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກ ແລ້ວແລຢູ່. ກາມທັງຫຼາຍ ດັບໄປ ໃນ ປະຖົມມະຊານ ນັ້ນ, ແລະຊົນເຫຼົ່ານັ້ນ ຍັງ ກາມທັງຫຼາຍ ໃຫ້ດັບໄປໆ ໃນ ປະຖົມມະຊານ ນັ້ນ ແລ້ວແລຢູ່” ດັ່ງນີ້. ພິກຂຸ ທ. ! ໃຜໆ ທີ່ບໍ່ເປັນຜູ້ໂອ້ອວດ ບໍ່ເປັນຜູ້ມີມາຍາ ຍ່ອມເພີດເພີນອະນຸໂມທະນາ ດ້ວຍຄໍາວ່າ ສາທຸ ດັ່ງນີ້; ຄັນເພີດເພີນ ອະນຸໂມທະນາດ້ວຍຄໍາ ສາທຸ ດັ່ງນີ້ແລ້ວ ນອບນ້ອມຢູ່ ຈະປະນົມມືອັນຊະລີ ເຂົ້າໄປຫາໂດຍແນ່ແທ້.

(໒) ວິຕົກແລະວິຈາຣທັງຫຼາຍ ຍ່ອມດັບໄປໃນບ່ອນໃດ, ແລະຊົນເຫຼົ່າໃດຍັງວິຕົກແລະວິຈາຣທັງຫຼາຍ ໃຫ້ດັບໄປໆໃນທີ່ໃດ ແລ້ວແລຢູ່; ເຮົາກ່າວວ່າຜູ້ມີອາຍຸເຫຼົ່ານັ້ນ ຫາຍຫິວ ດັບເຢັນ ຂ້າມແລ້ວ ເຖິງຝັ່ງແລ້ວດ້ວຍອົງຄ໌ນັ້ນໆ ໃນບ່ອນນັ້ນແນ່ແທ້. ຖ້າຜູ້ໃດຈະຍ່ອມກ່າວຖາມດັ່ງນີ້ວ່າ “ວິຕົກແລະວິຈາຣທັງຫຼາຍ ດັບໄປໃນບ່ອນໃດ ? ແລະຊົນເຫຼົ່າໃດ ຍັງວິຕົກແລະວິຈາຣທັງຫຼາຍ ໃຫ້ດັບໄປໆ ໃນບ່ອນໃດ ແລຢູ່ ? ຂ້າພະເຈົ້າ ບໍ່ຮູ້ຂໍ້ນັ້ນ ບໍ່ເຫັນຂໍ້ນັ້ນ” ດັ່ງນີ້ນັ້ນ; ຄໍາຕອບຍ່ອມມີແກ່ເຂົາວ່າ “ຜູ້ມີອາຍຸ ! ພິກຂຸໃນກໍລະນີນີ້ ເພາະຄວາມທີ່ວິຕົກແລະວິຈາຣທັງຫຼາຍ ລະງັບລົງ ເຂົ້າເຖິງ ທຸຕິຍະຊານ ອັນເປັນເຄື່ອງຜ່ອງໃສແຫ່ງໃຈ ໃນພາຍໃນ ນຳໃຫ້ເກີດສະມາທິມີອາຣົມອັນດຽວ ບໍ່ມີວິຕົກແລະວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິ ແລ້ວແລຢູ່, ວິຕົກແລະວິຈາຣທັງຫຼາຍ ດັບໄປໃນທຸຕິຍະຊານນັ້ນ, ແລະຊົນເຫຼົ່ານັ້ນ ຍັງວິຕົກແລະວິຈາຣທັງຫຼາຍໃຫ້ດັບໄປໆ ໃນທຸຕິຍະຊານນັ້ນ ແລ້ວແລຢູ່” ດັ່ງນີ້. ພິກຂຸ ທ. ! ໃຜໆ ທີ່ບໍ່ເປັນຜູ້ໂອອວດ ບໍ່ເປັນຜູ້ມີມາຍາຍ່ອມເພີດເພີນ ອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້; ຄັນເພີດເພີນອະນຸໂມທະນາ ດ້ວຍຄໍາວ່າສາທຸ ດັ່ງນີ້ ແລ້ວນອບນ້ອມຢູ່ ຈະປະນົມມືອັນຊະລີເຂົ້າໄປຫາໂດຍແນ່ແທ້.

(໓) ປີຕິ ຍ່ອມດັບໄປໃນບ່ອນໃດ, ແລະຊົນເຫຼົ່າໃດ ຍັງ ປີຕິ ໃຫ້ດັບໄປໆ ໃນບ່ອນໃດແລ້ວແລຢູ່; ເຮົາກ່າວວ່າຜູ້ມີອາຍຸເຫຼົ່ານັ້ນ ຫາຍຫິວ ດັບເຢັນ ຂ້າມແລ້ວ ເຖິງຝັ່ງແລ້ວ ດ້ວຍອົງຄ໌ນັ້ນໆ ໃນທີ່ນັ້ນແນ່ແທ້. ຖ້າຜູ້ໃດຈະຍ່ອມກ່າວຖາມເຊັ່ນນີ້ວ່າ “ປີຕິ ດັບໄປໃນທີ່ໃດ ? ແລະຊົນເຫຼົ່າໃດ ຍັງ ປີຕິ ໃຫ້ດັບໄປໆ ໃນບ່ອນໃດ ແລ້ວແລຢູ່ ? ຂ້າພະເຈົ້າບໍ່ຮູ້ຂໍ້ນັ້ນ ບໍ່ເຫັນຂໍ້ນັ້ນ” ດັ່ງນີ້ ນັ້ນ; ຄໍາຕອບຍ່ອມມີແກ່ເຂົາວ່າ “ຜູ້ມີອາຍຸ ! ພິກຂຸໃນກໍລະນີນີ້ ເພາະຄວາມຈາງຄາຍໄປແຫ່ງປີຕິ ຢູ່ອຸເປກຂາ ມີສະຕິ ແລະສັມປະຊັນຍະ ແລະສະເຫວີຍຄວາມສຸຂດ້ວຍນາມກາຍ ເຂົ້າເຖິງຕະຕິຍະຊານ ເປັນຊານທີ່ພຣະອະຣິຍະເຈົ້າກ່າວວ່າ ‘ຜູ້ໄດ້ຊານນີ້ ເປັນຜູ້ຢູ່ອຸເປກຂາ ມີສະຕິຢູ່ເປັນສຸຂ’ ດັ່ງນີ້ ແລ້ວແລຢູ່. ປີຕິ ດັບໄປໃນຕະຕິຍະຊານນັ້ນ, ແລະຊົນເຫຼົ່ານັ້ນ ຍັງປີຕິໃຫ້ດັບໄປໆ ໃນຕະຕິຍະຊານນັ້ນ ແລ້ວແລຢູ່” ດັ່ງນີ້. ພິກຂຸ ທ. ! ໃຜໆທີ່ບໍ່ເປັນຜູ້ໂອອວດ ບໍ່ເປັນຜູ້ມີມາຍາ ຍ່ອມເພີດເພີນ ອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້; ຄັນເພີດເພີນ ອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້ ແລ້ວນອບນ້ອມຢູ່ ຈະປະນົມມືອັນຊະລີ ເຂົ້າໄປຫາ ໂດຍແນ່ແທ້.

(໔) ອຸເປກຂາສຸຂ ຍ່ອມດັບໄປໃນບ່ອນໃດ, ແລະຊົນເຫຼົ່າໃດ ຍັງອຸເປກຂາສຸຂໃຫ້ດັບໄປໆ ໃນບ່ອນໃດແລ້ວແລຢູ່; ເຮົາກ່າວວ່າ ຜູ້ມີອາຍຸເຫຼົ່ານັ້ນຫາຍຫິວ ດັບເຢັນ ຂ້າມແລ້ວ ເຖິງຝັ່ງແລ້ວ ດ້ວຍອົງຄ໌ນັ້ນໆ ໃນບ່ອນນັ້ນແນ່ແທ້. ຖ້າຜູ້ໃດ ຈະຍ່ອມກ່າວຖາມເຊັ່ນນີ້ວ່າ “ອຸເປກຂາສຸຂ ດັບໄປໃນບ່ອນໃດ ? ແລະຊົນເຫຼົ່າໃດ ຍັງ ອຸເປກຂາສຸຂ ໃຫ້ດັບໄປໆ ໃນບ່ອນໃດແລ້ວແລຢູ່ ? ຂ້າພະເຈົ້າ ບໍ່ຮູ້ຂໍ້ນັ້ນ ບໍ່ເຫັນຂໍ້ນັ້ນ” ດັ່ງນີ້ ນັ້ນ, ຄໍາຕອບຍ່ອມມີແກ່ເຂົາວ່າ “ຜູ້ມີອາຍຸ ! ພິກຂຸໃນກໍລະນີນີ້ ເພາະລະສຸຂແລະທຸກຂ໌ເສຍໄດ້ ເພາະຄວາມດັບຫາຍໄປ ແຫ່ງໂສມະນັດສະແລະໂທມະນັດສະໃນກາລກ່ອນ ເຂົ້າເຖິງ ຈະຕຸຕຖະຊານ ອັນບໍ່ມີທຸກຂ໌ ແລະສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາດບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. ອຸເປກຂາສຸຂ ດັບໄປໃນຈະຕຸຕຖະຊານນັ້ນ, ແລະຊົນເຫຼົ່ານັ້ນ ຍັງ ອຸເປກຂາສຸຂ ໃຫ້ດັບໄປໆ ໃນຈະຕຸຕຖະຊານ ນັ້ນ ແລ້ວແລຢູ່” ດັ່ງນີ້. ພິກຂຸ ທ. ! ໃຜໆທີ່ບໍ່ເປັນຜູ້ໂອ້ອວດ ບໍ່ເປັນຜູ້ມີມາຍາຍ່ອມເພີດເພີນ ອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້ ; ຄັນເພີດເພີນອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້ແລ້ວ ນອບນ້ອມຢູ່ ຈະປະນົມມືອັນຊະລີເຂົ້າໄປຫາ ໂດຍແນ່ແທ້.
(ໃຫ້ສັງເກດຄໍາວ່າ “ອຸເປກຂາສຸຂ” ໃຊ້ໃນຊານ ໓ ແລະ “ອຸເປກຂາ” ປົກກະຕິບໍ່ເຈືອສຸຂໃຊ້ໃນຊານ ໔)

(໕) ຮູບສັນຍາທັງຫຼາຍຍ່ອມດັບໄປ ໃນບ່ອນໃດ, ແລະຊົນເຫຼົ່າໃດ ຍັງຮູບສັນຍາທັງຫຼາຍ ໃຫ້ດັບໄປໆ ໃນບ່ອນໃດແລ້ວແລຢູ່; ເຮົາກ່າວວ່າ ຜູ້ມີອາຍຸເຫຼົ່ານັ້ນຫາຍຫິວ ດັບເຢັນ ຂ້າມແລ້ວ ເຖິງຝັ່ງແລ້ວດ້ວຍອົງຄ໌ນັ້ນໆ ໃນທີ່ນັ້ນແນ່ແທ້. ຖ້າຜູ້ໃດຈະຍ່ອມກ່າວຖາມເຊັ່ນນີ້ວ່າ “ຮູບສັນຍາທັງຫຼາຍ ດັບໄປບ່ອນໃດ ? ແລະຊົນເຫຼົ່າໃດຍັງ ຮູບສັນຍາທັງຫຼາຍ ໃຫ້ດັບໄປໆ ໃນບ່ອນໃດແລ້ວແລຢູ່ ? ຂ້າພະເຈົ້າ ບໍ່ຮູ້ຂໍ້ນັ້ນ ບໍ່ເຫັນຂໍ້ນັ້ນ ດັ່ງນີ້ນັ້ນ, ຄໍາຕອບຍ່ອມມີແກ່ເຂົາວ່າ “ຜູ້ມີອາຍຸ ! ພິກຂຸໃນກໍລະນີນີ້ ເພາະການກ້າວຂ້າມເສຍ ຊຶ່ງຮູບສັນຍາທັງຫຼາຍ ໂດຍປະການທັງປວງ ເພາະຄວາມຕັ້ງຢູ່ບໍ່ໄດ້ ແຫ່ງປະຕິຄະສັນຍາທັງຫຼາຍ ເພາະບໍ່ໄດ້ຕັ້ງໄວ້ໃນໃຈ ຊຶ່ງຄວາມກໍານົດໝາຍໃນພາວະຕ່າງໆ ຈຶ່ງເຂົ້າເຖິງ ອາກາສານັນຈາຢະຕະນະ ອັນມີການຕັ້ງໃນໃຈວ່າ ‘ອາກາດບໍ່ມີທີ່ສຸດ’ ແລ້ວແລຢູ່.

ຮູບສັນຍາທັງຫຼາຍ ດັບໄປໃນ ອາກາສານັນຈາຢະຕະນະ ນັ້ນ, ແລະຊົນເຫຼົ່ານັ້ນ ຍັງ ຮູບສັນຍາທັງຫຼາຍ ໃຫ້ດັບໄປໆ ໃນ ອາກາສານັນຈາຢະຕະນະ ນັ້ນ ແລ້ວແລຢູ່” ດັ່ງນີ້. ພິກຂຸ ທ. ! ໃຜໆທີ່ບໍ່ເປັນຜູ້ໂອອວດ ບໍ່ເປັນຜູ້ມີມາຍາ ຍ່ອມເພີດເພີນ ອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້; ຄັນເພີດເພີນ ອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້ແລ້ວ ນອບນ້ອມຢູ່ ຈະປະນົມມືອັນຊະລີເຂົ້າໄປຫາ ໂດຍແນ່ແທ້.

(໖) ອາກາສານັນຈາຢະຕະນະສັນຍາ ຍ່ອມດັບໄປໃນບ່ອນໃດ, ແລະຊົນເຫຼົ່າໃດ ຍັງ ອາກາສານັນຈາຢະຕະນະສັນຍາ ໃຫ້ດັບໄປໆ ໃນບ່ອນໃດແລ້ວແລຢູ່; ເຮົາກ່າວວ່າຜູ້ມີອາຍຸເຫຼົ່ານັ້ນ ຫາຍຫິວ ດັບເຢັນ ຂ້າມແລ້ວ ເຖິງຝັ່ງແລ້ວດ້ວຍອົງຄ໌ນັ້ນໆ ໃນທີ່ນັ້ນແນ່ແທ. ຖ້າຜູ້ໃດຈະຍ່ອມກ່າວຖາມເຊັ່ນນີ້ວ່າ “ອາກາສານັນຈາ ຢະຕະນະສັນຍາ ດັບໄປໃນບ່ອນໃດ ? ແລະຊົນເຫຼົ່າໃດ ຍັງອາກາສານັນຈາຢະຕະນະ ສັນຍາ ໃຫ້ດັບໄປໆໃນບ່ອນໃດ ແລ້ວແລຢູ່ ? ຂ້າພະເຈົ້າບໍ່ຮູ້ຂໍ້ນັ້ນ ບໍ່ເຫັນຂໍ້ນັ້ນ” ດັ່ງນີ້ນັ້ນ; ຄໍາຕອບຍ່ອມມີແກ່ເຂົາວ່າ “ຜູ້ມີອາຍຸ ! ພິກຂຸໃນກໍລະນີນີ້ ເພາະກ້າວຂ້າມເສຍ ຊຶ່ງອາກາສານັນຈາຍະຕະນະ ໂດຍປະການທັງປວງ ເຂົ້າເຖິງ ວິນຍານັນຈາຢະຕະນະ ອັນມີການກໍານົດໃນໃຈວ່າ ‘ວິນຍານບໍ່ມີທີ່ສຸດ’ ແລ້ວແລຢູ່. ອາກາສານັນຈາຍະຕະນະສັນຍາ ດັບໄປໃນ ວິນຍານັນຈາຢະຕະນະ ນັ້ນ, ແລະຊົນເຫຼົ່ານັ້ນ ຍັງ ອາກາສານັນຈາຍະຕະນະສັນຍາ ໃຫ້ດັບໄປໆ ໃນ ວິນຍານັນຈາຍະຕະນະ ນັ້ນ ແລ້ວແລຢູ່” ດັ່ງນີ້. ພິກຂຸ ທ. ! ໃຜໆທີ່ບໍ່ເປັນຜູ້ໂອ້ອວດ ບໍ່ເປັນຜູ້ມີມາຍາ ຍ່ອມເພີດເພີນ ອະນຸໂມທະນາດ້ວຍຄໍາວ່າສາທຸ ດັ່ງນີ້; ຄັນເພີດເພີນ ອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້ແລ້ວ ນອບນ້ອມຢູ່ ຈະປະນົມມືອັນຊະລີ ເຂົ້າໄປຫາໂດຍແນ່ແທ້.

(໗) ວິນຍານັນຈາຍະຕະນະສັນຍາ ຍ່ອມດັບໄປໃນບ່ອນໃດ, ແລະຊົນເຫຼົ່າໃດ ຍັງວິນຍານັນຈາຍະຕະນະສັນຍາ ໃຫ້ດັບໄປໆ ໃນບ່ອນໃດແລ້ວແລຢູ່; ເຮົາກ່າວວ່າຜູ້ມີອາຍຸເຫຼົ່ານັ້ນຫາຍຫິວ ດັບເຢັນ ຂ້າມແລ້ວ ເຖິງຝັ່ງແລ້ວດ້ວຍອົງຄ໌ນັ້ນໆ ໃນບ່ອນນັ້ນແນ່ແທ້. ຖ້າຜູ້ໃດຈະຍ່ອມກ່າວຖາມເຊັ່ນນີ້ວ່າ “ວິນຍານັນຈາຢະຕະນະສັນຍາ ດັບໄປໃນບ່ອນໃດ ? ແລະຊົນເຫຼົ່າໃດ ຍັງ ວິນຍານັນຈາຢະຕະນະສັນຍາ ໃຫ້ດັບ ໄປໆໃນບ່ອນໃດແລ້ວແລຢູ່ ? ຂ້າພະເຈົ້າບໍ່ຮູ້ຂໍ້ນັ້ນ ບໍ່ເຫັນຂໍ້ນັ້ນ” ດັ່ງນີ້ນັ້ນ; ຄໍາຕອບຍ່ອມມີແກ່ເຂົາວ່າ “ຜູ້ມີອາຍຸ ! ພິກຂຸໃນກໍລະນີນີ້ ເພາະກ້າວຂ້າມເສຍ ຊຶ່ງວິນຍານັນຈາຍະຕະນະໂດຍປະການທັງປວງ ເຂົ້າເຖິງ ອາກິນຈັນຍາຍະຕະນະ ອັນມີການຕັ້ງໃນໃຈວ່າ ‘ອັນໃດໆບໍ່ມີ’ ແລ້ວແລຢູ່. ວິນຍານັນຈາຍະຕະນະສັນຍາ ດັບໄປໃນ ອາກິນຈັນຍາຢະຕະນະ ນັ້ນ, ແລະຊົນເຫຼົ່ານັ້ນ ຍັງ ວິນຍານັນຈາຢະຕະນະສັນຍາ ໃຫ້ດັບໄປໆ ໃນ ອາກິນຈັນຍາຢະຕະນະ ນັ້ນ ແລ້ວແລຢູ່” ດັ່ງນີ້. ພິກຂຸ ທ. ! ໃຜໆທີ່ບໍ່ເປັນຜູ້ໂອ້ອວດ ບໍ່ເປັນຜູ້ມີມາຍາ ຍ່ອມເພີດເພີນ ອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້; ຄັນເພີດເພີນ ອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້ແລ້ວ ນອບນ້ອມຢູ່ ຈະປະນົມມືອັນຊະລີ ເຂົ້າໄປຫາໂດຍແນ່ແທ້.

(໘) ອາກິນຈັນຍາຢະຕະນະສັນຍາ ຍ່ອມດັບໄປໃນບ່ອນໃດ, ແລະຊົນເຫຼົ່າໃດ ຍັງອາກິນຈັນຍາຢະຕະນະສັນຍາ ໃຫ້ດັບໄປໆ ໃນບ່ອນໃດແລ້ວແລຢູ່; ເຮົາກ່າວວ່າຜູ້ມີອາຍຸເຫຼົ່ານັ້ນຫາຍຫິວ ດັບເຢັນ ຂ້າມແລ້ວ ເຖິງຝັ່ງແລ້ວດ້ວຍອົງຄ໌ນັ້ນໆ ໃນບ່ອນນັ້ນແນ່ແທ້. ຖ້າຜູ້ໃດຈະຍ່ອມກ່າວຖາມເຊັ່ນນີ້ວ່າ “ອາກິນຈັນຍາຢະຕະນະສັນຍາ ດັບໄປໃນບ່ອນໃດ ? ແລະຊົນເຫຼົ່າໃດ ຍັງ ອາກິນຈັນຍາຢະຕະນະສັນຍາ ໃຫ້ດັບ ໄປໆ ໃນບ່ອນໃດແລ້ວແລຢູ່ ? ຂ້າພະເຈົ້າບໍ່ຮູ້ຂໍ້ນັ້ນ ບໍ່ເຫັນຂໍ້ນັ້ນ” ດັ່ງນີ້ນັ້ນ; ຄໍາຕອບຍ່ອມມີແກ່ເຂົາວ່າ “ຜູ້ມີອາຍຸ ! ພິກຂຸໃນກໍລະນີນີ້ ເພາະກ້າວຂ້າມເສຍຊຶ່ງ ອາກິນຈັນຍາຢະຕະນະໂດຍປະການທັງປວງ ເຂົ້າເຖິງ ເນວະສັນຍານາສັນຍາຢະຕະນະ ແລ້ວແລຢູ່. ອາກິນຈັນຍາຢະຕະນະສັນຍາ ດັບໄປໃນ ເນວະສັນຍານາສັນຍາຍະຕະນະນັ້ນ, ແລະຊົນເຫຼົ່ານັ້ນ ຍັງ ອາກິນຈັນຍາຢະຕະນະສັນຍາ ໃຫ້ດັບໄປໆ ໃນເນວະສັນຍານາສັນຍາຢະຕະນະນັ້ນ ແລ້ວແລຢູ່” ດັ່ງນີ້. ພິກຂຸ ທ. ! ໃຜໆທີ່ບໍ່ເປັນຜູ້ໂອ້ອວດ ບໍ່ເປັນຜູ້ມີມາຍາ ຍ່ອມເພີດເພີນ ອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້; ຄັນເພີດເພີນອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້ແລ້ວ ນອບນ້ອມຢູ່ ຈະປະນົມມືອັນຊະລີ ເຂົ້າໄປຫາໂດຍແນ່ແທ້.

(໙) ເນວະສັນຍານາສັນຍາຢະຕະນະສັນຍາ ຍ່ອມດັບໄປໃນບ່ອນໃດ, ແລະຊົນເຫຼົ່າໃດ ຍັງ ເນວະສັນຍານາສັນຍາຢະຕະນະສັນຍາ ໃຫ້ດັບໄປໆໃນບ່ອນໃດແລ້ວແລຢູ່; ເຮົາກ່າວວ່າຜູ້ມີອາຍຸເຫຼົ່ານັ້ນ ຫາຍຫິວ ດັບເຢັນ ຂ້າມແລ້ວເຖິງຝັ່ງແລ້ວດ້ວຍອົງຄ໌ນັ້ນໆ ໃນບ່ອນນັ້ນແນ່ແທ້. ຖ້າຜູ້ໃດຈະຍ່ອມກ່າວຖາມເຊັ່ນນີ້ວ່າ “ເນວະສັນຍານາສັນຍາຢະຕະນະສັນຍາ ດັບໄປໃນບ່ອນໃດ ? ແລະຊົນເຫຼົ່າໃດ ຍັງເນວະສັນຍານາສັນຍາຢະຕະນະສັນຍາ ໃຫ້ດັບໄປໆ ໃນບ່ອນໃດແລ້ວແລຢູ່ ? ຂ້າພະເຈົ້າບໍ່ຮູ້ຂໍ້ນັ້ນ ບໍ່ເຫັນຂໍ້ນັ້ນ” ດັ່ງນີ້ນັ້ນ; ຄໍາຕອບຍ່ອມມີແກ່ເຂົາວ່າ “ຜູ້ມີອາຍຸ ! ພິກຂຸໃນກໍລະນີນີ້ ເພາະກ້າວຂ້າມເສຍ ຊຶ່ງ ເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງ ເຂົ້າເຖິງ ສັນຍາເວທະຢິຕະນິໂຣດ ແລ້ວແລຢູ່, ເນວະສັນຍານາສັນຍາຢະຕະນະສັນຍາ ດັບໄປໃນ ສັນຍາເວທະຍິຕະນິໂຣດ ນັ້ນ, ແລະຊົນເຫຼົ່ານັ້ນ ຍັງ ເນວະສັນຍານາສັນຍາຢະຕະນະສັນຍາ ໃຫ້ດັບໄປໆ ໃນ ສັນຍາເວທະຢິຕະນິໂຣດ ນັ້ນແລ້ວແລຢູ່” ດັ່ງນີ້. ພິກຂຸ ທ. ! ໃຜໆທີ່ບໍ່ເປັນຜູ້ໂອອວດ ບໍ່ເປັນຜູ້ມີມາຍາ ຍ່ອມເພີດເພີນ ອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້; ຄັນເພີດເພີນອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້ແລ້ວ ນອບນ້ອມຢູ່ ຈະປະນົມມືອັນຊະລີ ເຂົ້າໄປຫາໂດຍແນ່ແທ້.

ພິກຂຸ ທ. ! ເຫຼົ່ານີ້ແລ ອະນຸປຸບພະວິຫາຣະສະມາບັຕ ໙ ປະການ.
- ນວກ. ອັງ. ໒໓/໔໒໔/໒໓໗.

(ທັມເກົ້າຂໍ້ນີ້ ມີຊື່ແປກອອກໄປ ວ່າ ອະນຸປຸບພະວິຫາຣະສະມາບັຕ ແຕ່ກໍໝາຍເຖິງທັມເກົ້າປະການ ດັ່ງທີ່ກ່າວມາແລ້ວໃນໝວດ ກ. ແລະໝວດ ຂ. ນັ້ນເອງ ຫາກແຕ່ວ່າໃນໝວດນີ້ໝາຍເຖິງການທີ່ຈິຕເຂົ້າຢູ່ໃນທັມເຫຼົ່ານັ້ນຢ່າງເລິກເຊິ່ງ ແລະດົນພໍທີ່ຈະເກີດຄວາມຮູ້ສຶກວ່າ ຫາຍຫິວ ດັບເຢັນ ຂ້າມແລ້ວ ເຖິງຝັ່ງແລ້ວ. ຝັ່ງໃນບ່ອນນີ້ ໝາຍເຖິງຝັ່ງແຫ່ງພຣະນິພພານໂດຍປະຣິຍາຍ; ຖ້າເປັນກໍລະນີ ຂອງຜູ້ທີ່ຍັງບໍ່ບັນລຸອະຣະຫັຕຕະຜົລ ກໍເປັນເໝືອນການຊີມຣົສພຣະນິພພານເປັນການລ່ວງໜ້າ ໃນໄລຍະເວລາ ອັນຈໍາກັດເທົ່ານັ້ນ.

ຜູ້ສຶກສາ ຕ້ອງສັງເກດໃຫ້ເຫັນ ວ່າຄໍາບັນຍາຍ ແຫ່ງສະມາບັຕທັງເກົ້ານີ້ ແຕ່ລະຂໍ້ໆ ຕຣັດໄວ້ໂດຍແນວນອງດຽວກັນ ທຸກສະມາບັຕ ຕ່າງກັນແຕ່ຊື່ແຫ່ງຊານ ແລະນິດເທສະ ທີ່ບັນຍາຍລັກສະນະແຫ່ງຊານນັ້ນໆ ເທົ່ານັ້ນ ຊຶ່ງໄດ້ເນັ້ນໂຕໜັງສືໄວ້ ດ້ວຍອັກສອນເສັ້ນໜາ ໃຫ້ເປັນທີ່ສັງເກດງ່າຍໆທຸກແຫ່ງແລ້ວ ຂໍໃຫ້ຜູ້ສຶກສາ ພະຍາຍາມສັງເກດ ໃຫ້ເປັນທີ່ເຂົ້າໃຈຢ່າງແຈ່ມແຈ້ງດ້ວຍ ຈະມີປະໂຍຊນ໌ຫຼາຍ.

ສະຫຼຸບຄວາມວ່າ ໝວດ ກ. ໝາຍເຖິງການດັບຕາມລໍາດັບຂອງສິ່ງທີ່ຕ້ອງດັບ. ໝວດ ຂ. ໝາຍເຖິງລໍາດັບແຫ່ງການເຂົ້າຢູ່ຕາມລໍາດັບ. ໝວດ ຄ. ໝາຍເຖິງລໍາດັບ ແຫ່ງການສະເຫວີຍຣົສຂອງການເຂົ້າຢູ່ ທີ່ຍິ່ງໆຂຶ້ນໄປຕາມລໍາດັບ).
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ