ການຈະເລີນອິທິບາດ 4 ແລະ ອານິສົງ

ອິທິບາດ 4

0:00/0:00
ດູຣາພິກຂຸທັງຫຼາຍ ! ເມື່ອກ່ອນແຕ່ການຕຣັສຮູ້ ຄັ້ງເຮົາຍັງເປັນ ໂພທິສັຕຢູ່ ຍັງບໍ່ໄດ້ຕຣັສຮູ້ ໄດ້ເກີດຄວາມຄິດຢ່າງນີ້ວ່າ: ອັນໃດຽຫນໍ ເປັນເຫຕເປັນປັຈຈັຍ ຂອງການຈະເຣີນອິທທິບາຍ.
ດູຣາພິກຂຸທັງຫຼາຍ ! ເຮົາໄດ້ມີຄວາມຄິດຢ່າງນີ້ວ່າ ພິກຂຸໃນທັມ ວິນັຍນີ້ ຍ່ອມຈະເຣີນອິທທິບາທ ອັນປະກອບດ້ວຍ ສັນທະສະມາທິ ແລະ ປະທານສັງຂາຣ ດັ່ງນີ້ວ່າ: ສັນທະຂອງເຮົາຈະບໍ່ຫຍ່ອນຍານ ເກີນໄປ, ບໍ່ຕ້ອງປະຄອງເກີນໄປ, ບໍ່ຫົດຫູ່ໃນພາຍໃນ, ບໍ່ຟຸ້ງຊ່ານໄປ ໃນພາຍນອກ, ແລະ ເຈົ້າມີຄວາມສໍາຄັນໃນເບື້ອງຫຼັງ ແລະ ເບື້ອງ ຫນ້າຢູ່ວ່າ ເບື້ອງຫນ້າສັນໃດເບື້ອງຫຼັງກໍສັນນັ້ນ ເບື້ອງຫຼັງສັນໃດເບື້ອງ ຫນ້າກໍສັນນັ້ນ, ເບື້ອງລຸ່ມສັນໃດ ເບື້ອງເທິງກໍສັນນັ້ນ ເບື້ອງເທິງ ສັນໃດ ເບື້ອງລຸ່ມກໍສັນນັ້ນ, ກາງເວັນສັນໃດ ກາງຄືນກໍສັນນັ້ນ ກາງ ຄືນສັນໃດ ກາງເວັນກໍສັນນັ້ນ ເຈົ້າມີໃຈເປີດເຜີຍບໍ່ມີອັນໃດຫໍ່ຫຸ້ມ ອົບ ຮົມຈິຕໃຫ້ສະຫວ່າງຢູ່.


ຍ່ອມຈະເຣີນອິທທິບາທ ອັນປະກອບດ້ວຍ ວິຣິຍະສະມາທິ ແລະ ປະທານສັງຂາຣ ດັ່ງນີ້ວ່າ ວິຣິຍະຂອງເຮົາຈະບໍ່ຫຍ່ອນຍານເກີນໄປ, ບໍ່ຕ້ອງປະຄອງເກີນໄປ, ບໍ່ຫົດຫູ່ໃນພາຍໃນ, ບໍ່ຟຸ້ງຊ່ານໄປໃນພາຍ ນອກ, ແລະ ເຈົ້າມີຄວາມສໍາຄັນໃນເບື້ອງຫຼັງ ແລະ ເບື້ອງຫນ້າຢູ່ວ່າ ເບື້ອງຫນ້າສັນໃດເບື້ອງຫຼັງກໍສັນນັ້ນ ເບື້ອງຫຼັງສັນໃດເບື້ອງຫນ້າກໍສັນ ນັ້ນ, ເບື້ອງລຸ່ມສັນໃດ ເບື້ອງເທິງກໍສັນນັ້ນ ເບື້ອງເທິງສັນໃດ ເບື້ອງລຸ່ມກໍສັນນັ້ນ, ກາງເວັນສັນໃດ ກາງຄືນກໍສັນນັ້ນ ກາງຄືນ ສັນໃດ ກາງເວັນກໍສັນນັ້ນ ເຈົ້າມີໃຈເປີດເຜີຍບໍ່ມີອັນໃດຫໍ່ຫຸ້ນ ອົບຮົມ ຈິຕໃຫ້ສະຫວ່າງຢູ່.

ຍ່ອມຈະເຣີນອິທທິບາທ ອັນປະກອບດ້ວຍ ຈິຕຕະສະມາທິ ແລະ ປະທານສັງຂາຣ ດັ່ງນີ້ວ່າ ຈິຕຕະຂອງເຮົາຈະບໍ່ຫຍ່ອນຍານເກີນໄປ, ບໍ່ຕ້ອງປະຄອງເກີນໄປ, ບໍ່ຫົດຫູ່ໃນພາຍໃນ, ບໍ່ຟຸ້ງຊ່ານໄປໃນພາຍ ນອກ, ແລະ ເຈົ້າມີຄວາມສໍາຄັນໃນເບື້ອງຫຼັງ ແລະ ເບື້ອງຫນ້າຢູ່ວ່າ ເບື້ອງຫນ້າສັນໃດເບື້ອງຫຼັງກໍສັນນັ້ນ ເບື້ອງຫຼັງສັນໃດເບື້ອງຫນ້າກໍສັນ ນັ້ນ, ເບື້ອງລຸ່ມສັນໃດ ເບື້ອງເທິງກໍສັນນັ້ນ ເບື້ອງເທິງສັນໃດ ເບື້ອງລຸ່ມກໍສັນນັ້ນ, ກາງເວັ້ນສັນໃດ ກາງຄືນກໍສັນນັ້ນ ກາງຄືນ ສັນໃດ ກາງເວັນກໍສັນນັ້ນ ເຈົ້າມີໃຈເປີດເຜີຍບໍ່ມີອັນໃດຫໍ່ຫຸ້ມ ອົບຮົມ ຈິຕໃຫ້ສະຫວ່າງຢູ່.


ຍ່ອມຈະເຣີນອິທທິບາທ ອັນປະກອບດ້ວຍ ວິມັງສາສະມາທິ ແລະ ປະທານສັງຂາຣ ດັ່ງນີ້ວ່າ ວິມັງສາຂອງເຮົາຈະບໍ່ຫຍ່ອນຍານ ເກີນໄປ, ບໍ່ຕ້ອງປະຄອງເກີນໄປ, ບໍ່ຫົດຫູ່ໃນພາຍໃນ, ບໍ່ຟຸ້ງຊ່ານໄປ ໃນພາຍນອກ, ແລະ ເຈົ້າມີຄວາມສໍາຄັນໃນເບື້ອງຫຼັງ ແລະ ເບື້ອງ ຫນ້າຢູ່ວ່າ ເບື້ອງຫນ້າສັນໃດເບື້ອງຫຼັງກໍສັນນັ້ນ ເບື້ອງຫຼັງສັນໃດເບື້ອງ ຫນ້າກໍສັນນັ້ນ, ເບື້ອງລຸ່ມສັນໃດ ເບື້ອງເທິງກໍສັນນັ້ນ ເບື້ອງເທິງ ສັນໃດ ເບື້ອງລຸ່ມກໍສັນນັ້ນ, ກາງເວັນສັນໃດ ກາງຄືນກໍສັນນັ້ນ ກາງ ຄືນສັນໃດ ກາງເວັ້ນກໍສັນນັ້ນ ເຈົ້າມີໃຈເປີດເຜີຍບໍ່ມີອັນໃດຫໍ່ຫຸ້ມ ອົບ ຮົມຈິດໃຫ້ສະຫວ່າງຢູ່.

ພິກຂຸຈະເຣີນ ປະຕິບັດໃຫ້ຫຼາຍເຊິ່ງອິທທິບາທ ໔ ຢ່າງນີ້ ຍ່ອມ ສະແດງລິທໄດ້ຫຼາຍຢ່າງຄື: ຄົນດຽວເປັນຫຼາຍຄົນກໍໄດ້, ຫຼາຍຄົນ ເປັນຄົນດຽວກໍໄດ້, ເຮັດໃຫ້ປາກົຕກໍໄດ້ ເຮັດໃຫ້ຫາຍໄປກໍໄດ້, ທະລຸ ຝາ ກໍາແພງ ພູຜາໄປໄດ້ບໍ່ຕິດຂັດເຫມືອນໄປໃນທີ່ຫວ່າງກໍໄດ້, ຜຸດຂື້ນ ດໍາລົງແຜ່ນດີນເຫມືອນໃນນ້ໍາກໍໄດ້, ຍ່າງເທິງຫນ້ານ້ໍາບໍ່ແຕກຕ່າງ ຈາກຍ່າງເທິງແຜ່ນດີນກໍໄດ້, ເຫາະໄປໄດ້ໃນອາກາສເຫມືອນນົກກໍ ໄດ້, ລູບຄໍາດວງຈັນ ດວງອາທິຕເຊິ່ງມີລິທມີອານຸພາບຫຼາຍຢ່າງນີ້ ດ້ວຍຝ່າມືກໍໄດ້ ໃຊ້ອໍານາຈທາງກາຍໄປຕະຫຼອດພຣົມມະໂລກກໍໄດ້.


ພິກຂຸຈະເຣີນ ປະຕິບັດໃຫ້ຫຼາຍເຊິ່ງອິທທິບາຍ ໔ ຢ່າງນີ້ ຍ່ອມ ໄດ້ຍິນສຽງ ໒ ຊະນິດຄື: ສຽງທິພ ແລະ ສຽງຂອງມະນຸສ ທັງຢູ່ໃນທີ ໄກ ແລະ ໃກ້ ດ້ວຍທິພພະໂສຕະທາຕອັນບໍຣິສຸດ ລ່ວງໂສຕະມະນຸສ. ພິກຂຸຈະເຣີນ ປະຕິບັຕໃຫ້ຫຼາຍເຊິ່ງອິທທິບາທ ໔ ຢ່າງນີ້ ຍ່ອມ ກໍານົດຮູ້ໃຈຂອງສັຕອື່ນ ຂອງບຸກຄົນອື່ນດ້ວຍໃຈວ່າ: ຈິຕມີຣາຄະກໍຮູ້ ວ່າຈິດມີຣາຄະ ຫຼື ຈິຕປາສະຈາກຣາຄະກໍຮູ້ວ່າຊິຕປາສະຈາກ ຣາຄະ,ຈິຕໂທສະກໍຮູ້ວ່າຈິຕໂທສະ ຫຼື ຈິດປາສະຈາໂທສະກໍຮູ້ວ່າ ຈິຕປາສະຈາກໂທສະ, ຈິຕມີໂມຫະກໍຮູ້ວ່າຈິດມີໂມຫະ ຫຼື ຈິດປາສະ ຈາກໂມຫະກໍຮູ້ວ່າຊິຕປາສະຈາກໂມຫະ, ຈິຕຫົດຫູ່ກໍຮູ້ວ່າຈິດຫົດຫູ່, ຈິດຟຸ້ງຊ່ານກໍຮູ້ວ່າຈິດຟຸ້ງຊ່ານ, ຈິຕເຖິງຄວາມເປັນໃຫຍ່ກໍ່ຮູ້ວ່າຈິຕ ເຖິງຄວາມເປັນໃຫຍ່ ຫຼື ຈິດບໍ່ເຖິງຄວາມເປັນໃຫຍ່ກໍຮູ້ວ່າຈິດບໍ່ເຖິງ ຄວາມເປັນໃຫຍ່, ຈິຕມີຈິຕອື່ນຍິ່ງກ່ວາກໍຮູ້ວ່າຈິຕຈິຕອື່ນຍິ່ງ ກ່ວາ ຫຼື ຈິດບໍ່ມີຈິຕອື່ນຍິ່ງກ່ວາກໍຮູ້ວ່າຈິດບໍ່ມີຈິຕອື່ນຍິ່ງກ່ວາ, ຈິຕຕັ້ງຫມັ້ນ ກໍຮູ້ວ່າຈິຕຕັ້ງຫມັ້ນ ຫຼື ຈິຕຕັ້ງຫມັ້ນກໍຮູ້ວ່າຈິດບໍ່ຕັ້ງຫມັ້ນ, ຈິຕຫຼຸດພົ້ນ ກໍຮູ້ວ່າຈິດຫຼຸດພົ້ນ ຫຼື ຈິດບໍ່ຫຼຸດພົ້ນກໍຮູ້ວ່າຈິດບໍ່ຫຼຸດພົ້ນ.
ພິກຂຸຈະເຣີນ ປະຕິບັຕໃຫ້ຫຼາຍເຊິ່ງອິທທິບາຍ ໔ ຢ່າງນີ້ ຍ່ອມ ລະນຶກຊາຕກ່ອນໄດ້ເປັນອັນຫຼາຍຄື: ລະນຶກໄດ້ຊາຕຫນຶ່ງແດ່, ສອງ ຊາຕແດ່, ສາມຊາຕແດ່, ສີ່ຊາຕແດ່, ຫ້າຊາຕແດ່, ສິບຊາຕແດ່,


ຊາວຊາຕແດ່, ສາມສິບຊາຕແດ່, ສີ່ສິບຊາຕແດ່, ຫ້າສິບຊາຕແດ່,
ຮ້ອຍຊາຕແດ່, ພັນຊາຕແດ່, ແສນຊາຕແດ່, ຕະຫຼອດສັງວັຕຕະກັບ ເປັນອັນຫຼາຍແດ່, ຕະຫຼອດວິວັຕຕະກັບເປັນອັນຫຼາຍແດ່, ຕະຫຼອດສັງວັຕຕະວິວັຕຕະເປັນອັນຫຼາຍແດ່ວ່າ ໃນພົບພຸ້ນເຮົາມີຊື່ຢ່າງນັ້ນ ມີໂຄດຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສະເຫວີຍສຸຂ ສະເຫວີຍທຸກຂ ໍ້ຢ່າງນັ້ນໆ ມີກໍາຫນົດອາຍຸພຽງເທົ່ານັ້ນ ຄັນຈຸຕິຈາກ ພົບພຸ້ນແລ້ວ, ໄດ້ໄປເກີດໃນພົບນັ້ນເຮົາມີຊື່ຢ່າງນັ້ນ ມີໂຄດຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສະເຫວີຍສຸຂສະ ເຫວີຍ ທຸກຂຢ່າງນັ້ນໆ ມີກໍານົດອາຍຸພຽງເທົ່ານັ້ນ ຄັນຈຸຕິຈາກພົບນັ້ນ ແລ້ວ, ໄດ້ມາເກີດໃນພົບນີ້ ເຈົ້າຍ່ອມລະນຶກຊາຕກ່ອນໄດ້ເປັນອັນ ຫຼາຍ ພ້ອມທັງອາການ ພ້ອມທັງອຸເທສ, ດ້ວຍປະການສະນີ້ແລ.

ພິກຂຸຈະເຣີນ ປະຕິບັດໃຫ້ຫຼາຍເຊິ່ງອິທທິບາທ ໔ ຢ່າງນີ້ ຍ່ອມ ເຫັນຫມູ່ສັຕທີ່ກໍາລັງຈຸຕິ, ກໍາລັງອຸບບັຕ, ຊົ່ວ, ລະອຽດ, ມີຜິວພັນດີ, ມີຜິວພັນຂີ້ລ້າຍ, ໄດ້ດີ ຕົກຍາກ ດ້ວຍທິພພະຈັກຂຸອັນບໍຣິສຸດ ລ່ວງ ຈັກຂຸຂອງມະນຸສ ຍ່ອມຮູ້ແຈ້ງເຊິ່ງຫມູ່ສັຕຜູ້ເປັນໄປຕາມກັນວ່າ ສັຕເຫຼົ່ານີ້ປະກອບດ້ວຍກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕິຕຽນພຣະອະຣິຍະເຈົ້າ ເປັນວິຈສາທິຕຖິ ຢຶດຫມັ້ນການປະຕິ ບັຕດ້ວຍອໍານາຈແຫ່ງນິຈສາທິດຖິ ເມື່ອຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ, ສ່ວນສັຕເຫຼົ່ານີ້ປະກອບດ້ວຍ ກາຍ ສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ບໍ່ຕິຕຽນພຣະອະຣິຍະເຈົ້າ ເປັນສັມມາທິຕຖິ ຢຶດຫມັ້ນການປະຕິບັຕດ້ວຍອໍານາຈແຫ່ງສັມມາທິຕຖິ ເມື່ອຕາຍໄປຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ ເຈົ້າຍ່ອມ ເຫັນສັຕທີ່ກໍາລັງຈຸຕິ ກໍາລັງອຸປບັຕ, ຊົ່ວ ລະອຽດ, ມີຜິວພັນດີ ມີຜິວ ພັນຂີ້ລ້າຍ, ໄດ້ດີຕົກຍາກ ດ້ວຍທິພພະຈັກຂອັນບໍຣິສຸດ ລ່ວງຈັກຂຸ ຂອງມະນຸສ ຍ່ອມຮູ້ແຈ້ງເຊິ່ງຫມູ່ສັຕຜູ້ເປັນໄປຕາມກັນ ດ້ວຍປະການ ສະນີ້ແລ.

ພິກຂຸຈະເຣີນ ປະຕິບັຕໃຫ້ຫຼາຍເຊິ່ງອິທທິບາຍ ໔ ຢ່າງນີ້ ຍ່ອມ ເຮັດໃຫ້ແຈ້ງເຊິ່ງເຈໂຕວິມຸຕິ ປັນຍາວິມຸຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງ ໃນປັຈຈຸບັນ ເຂົ້າເຖິງຢູ່.

ສະບັບຫຼວງ ໑໙໑໗໗/໑໑໖໖-໑໑໔໖
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ