ອາການແຫ່ງການຕຣັດາະຮູ້
ພຸດທະປະຫວັດ
ຣາຊະກຸມາຣ ! ຄັນເຮົາກືນກິນອາຫາຣຫຍາບ ເຮັດກາຍໃຫ້ມີກໍາລັງໄດ້ແລ້ວ, ເພາະສະງົບຈາກກາມແລະອະກຸສົລທັມທັງຫຼາຍ ຈຶ່ງບັນລຸ ຊານທີ່ ໑ ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກ ແລ້ວແລຢູ່. ເພາະສະງົບວິຕົກວິຈາຣເສຍໄດ້ ຈຶ່ງ ບັນລຸ ຊານທີ ໒ ເປັນເຄື່ອງຜ່ອງໃສໃນພາຍໃນ ເປັນທີ່ເກີດສະມາທິແຫ່ງໃຈ ບໍ່ມີ ວິຕົກວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິແລ້ວແລຢູ່. ເພາະຄວາມຈາງໄປ ແຫ່ງປີຕິ ຍ່ອມຢູ່ອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍນາມກາຍ ຈຶ່ງ ບັນລຸ ຊານທີ ໓ ອັນເປັນຊານທີ່ພຣະອະຣິຍະເຈົ້າກ່າວວ່າ ຜູ້ໄດ້ຊານນີ້ ເປັນຜູ້ ອຸເປກຂາ ມີສະຕິຢູ່ເປັນສຸຂ, ແລ້ວແລຢູ່. ແລະເພາະລະສຸຂ ແລະທຸກຂ໌ເສຍໄດ້ ເພາະຄວາມດັບຫາຍໄປ ແຫ່ງໂສມະນັສແລະໂທມະນັສໃນກາລກ່ອນ ຈຶ່ງບັນລຸຊານ ທີ ໔ ອັນບໍ່ທຸກຂ໌ບໍ່ສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາດບໍຣິສຸດ ເພາະອຸເປກຂາ ແລ້ວແລຢູ່.
ເຮົານັ້ນ ຄັນເມື່ອຈິຕຕັ້ງຫມັ້ນ ບໍຣິສຸດຜ່ອງໃສບໍ່ມີກິເລສ ປາສະຈາກກິເລສ ເປັນທັມມະຊາດອ່ອນໂຍນຄວນແກ່ການງານ ເຖິງຄວາມບໍ່ຫວັ່ນໄຫວ ຕັ້ງຢູ່ເຊັ່ນນີ້ ແລ້ວ ໄດ້ນ້ອມຈິຕໄປສະເພາະຕໍ່ ປຸບເພນິວາສານຸສສະຕິຍານ. ເຮົານັ້ນລະລຶກເຖິງ ຂັນທ໌ທີ່ເຄີຍຢູ່ອາໄສໃນພົບກ່ອນໄດ້ຫຼາຍປະການ ຄືຣະລຶກໄດ້ຊາດຫນຶ່ງແດ່ ສອງ ຊາດ ສາມຊາດ ສີ່ຊາດ ຫ້າຊາວແດ່, ສິບຊາດ ຊາວຊາດ ສາມສິບຊາດ ສີ່ສິບ ຊາດ ຫ້າສິບຊາດແດ່, ຮ້ອຍຊາດ ພັນຊາດ ແສນຊາດແດ່, ຕະຫຼອດສັງວັຕຕະກັບ ຫຼາຍວິວັຕຕະກັບ ຫຼາຍສັງວັຕຕະກັບແລະວິວັຕຕະກັບແດ່, ວ່າເມື່ອເຮົາຢູ່ໃນພົບ ພຸ້ນ ມີຊື່ຢ່າງນັ້ນ ມີໂຄດ ມີວັນນະ ມີອາຫາຣຢ່າງນັ້ນໆ, ສະເຫວີຍສຸຂແລະທຸກຂ໌ ເຊັ່ນນັ້ນໆ ມີອາຍຸສຸດລົງເທົ່ານັ້ນ; ຄັນຈຸຕິຈາກພົບນັ້ນແລ້ວໄດ້ເກີດໃນພົບພຸ້ນ ມີຊື່ ໂຄດ ວັນນະ ອາຫາຣ ຢ່າງນັ້ນໆ, ສະເຫວີຍສຸຂແລະທຸກຂ໌ ເຊັ່ນນັ້ນໆ ມີອາຍຸສຸດລົງເທົ່ານັ້ນ; ຄັນຈຸຕິຈາກພົບນັ້ນໆ ໆ ໆ ແລ້ວ ມາເກີດໃນ ພົບນີ້. ເຮົານັ້ນລະລຶກເຖິງຂັນທ໌ທີ່ເຄີຍຢູ່ອາໄສໃນພົບກ່ອນໄດ້ຫຼາຍປະການ ພ້ອມ ທັງອາການແລະລັກສະນະດັ່ງນີ້. ຣາຊະກຸມາຣ ! ນີ້ເປັນ ວິຊຊາທີ ໑ ທີ່ເຮົາໄ ບັນລຸແລ້ວ ໃນຍາມຕົ້ນແຫ່ງຣາຕຣີ. ອະວິຊຊາຖືກທໍາລາຍແລ້ວ ວິຊຊາເກີດຂຶ້ນ ແລ້ວ, ຄວາມມືດຖືກທໍາລາຍແລ້ວ ຄວາມສະຫວ່າງເກີດຂຶ້ນແທນ ແລ້ວ, ເຊັ່ນດຽວ ກັບທີ່ເກີດແກ່ຜູ້ບໍ່ປະມາດ ມີພຽນເຜົາບາບ ມີຕົນສົ່ງໄປແລ້ວແລ ໂດຍຄວນ.
ເຮົານັ້ນ ຄັນເມື່ອຈິຕຕັ້ງຫມັ້ນບໍຣິສຸດຜ່ອງໃສ ບໍ່ມີກິເລສ ປາສະຈາກກິເລສ ເປັນທໍາມະຊາດອ່ອນໂຍນຄວນແກ່ການງານ ເຖິງຄວາມບໍ່ຫວັ່ນໄຫວຕັ້ງຢູ່ເຊັ່ນນີ້ ແລ້ວ ໄດ້ນ້ອມຈິຕໄປສະເພາະຕໍ່ ຈຸຕູປະປາຕະຍານ. ເຮົາມີຈັກຂຸທິບ ບໍຣິສຸດກວ່າ ຈັກຂຸຂອງສາມັນມະນຸສ, ຍ່ອມແລເຫັນສັຕທັງຫຼາຍຈຸຕິຢູ່ ບັງເກີດຢູ່, ຕ່ໍາຊາມ ປານີດ, ມີວັນນະດີ, ມີວັນນະຕໍ່າ, ມີທຸກຂ໌ ມີສຸຂ. ເຮົາຮູ້ຊັດແຈ້ງ ຫມູ່ສັຕຜູ້ເຂົ້າເຖິງ ຕາມກັນວ່າ “ຜູ້ຈະເຣີນທັງຫຼາຍ ! ສັຕເຫຼົ່ານີ້ຫນໍ ປະກອບກາຍະທຸຈະຣິຕ ວະຈີ ທຸຈະຣິຕ ມະໂນທຸຈະຣິຕ ເວົ້າຕິຕຽນພຣະອະຣິຍະເຈົ້າທັງຫຼາຍ ເປັນມິດສາທິຕຖິ ປະກອບການງານດ້ວຍອໍານາດ ມິດສາທິຕຖິ, ເບື້ອງຫນ້າແຕ່ກາຍ ແຕກຕາຍໄປ ລ້ວນພາກັນເຂົ້າສູ່ອະບາຍ ທຸຄະຕິ ວິນິບາຕ ນະຣົກ. ທ່ານຜູ້ຈະເຣີນທັງຫຼາຍ ! ສ່ວນສັດເຫຼົ່ານີ້ຫນໍ ປະກອບກາຍະສຸຈະຣິຕ ວະຈິສຸຈະຣິຕ ມະໂນສຸຈະຣິຕ ບໍ່ ຕິຕຽນພຣະອະຣິຍະເຈົ້າ, ເປັນສັມມາທິຕຖິ ປະກອບການງານດ້ວຍອໍານາດສັມມາ ທິຕຖິ, ເບື້ອງຫນ້າແຕ່ກາຍ ແຕກຕາຍໄປ ລ້ວນພາກັນເຂົ້າສູ່ສຸຄະຕິໂລກສະຫວັນ." ເຮົາມີຈັກຂຸທິບ ບໍຣິສຸດຂ້າມພົ້ນຈັກຂຸສາມັນມະນຸສ ເຫັນເຫຼົ່າສັດຜູ້ຈຸຕິຢູ່ ບັງເກີດຢູ່ ຫຽາຍ ປານີດ ມີວັນນະດີ ວັນນະຕໍ່າ ມີທຸກຂ໌ ມີສຸຂ. ຮູ້ແຈ້ງຫມູ່ສັຕຜູ້ເຂົ້າເຖິງຕາມ ກັມໄດ້ດັ່ງນີ້, ຣາຊະກຸມາຣ ! ນີ້ເປັນ ວິຊຊາທີ ໒ ທີ່ເຮົາໄດ້ບັນລຸແລ້ວໃນຍາມກາງ ແຫ່ງຣາຕຣີ, ອະວິຊຊາ ຖືກທໍາລາຍແລ້ວ ວິຊຊາເກີດຂຶ້ນແລ້ວ, ຄວາມມືດຖືກທໍາ ລາຍແລ້ວ ຄວາມສະຫວ່າງເກີດຂຶ້ນແທນແລ້ວ, ເຊັ່ນດຽວກັບທີ່ເກີດແກ່ຜູ້ບໍ່ປະມາດ ມີພຽນເຜົາບາບ ມີຕົນສົ່ງໄປແລ້ວແລຢູ່, ໂດຍຄວນ.
ເຮົານັ້ນ ຄັນຈິຕຕັ້ງຫມັ້ນບໍຣິສຸດຜ່ອງໃສບໍ່ມີກິເລສ ປາສະຈາກກິເລສເປັນທັມມະ ຊາດອ່ອນໂຍນຄວນແກ່ການງານ ເຖິງຄວາມບໍ່ຫວັ່ນໄຫວຕັ້ງຢູ່ເຊັ່ນນີ້ແລ້ວ ໄດ້ ພ້ອມຈິດໄປສະເພາະ ອາສະວັກຂະຍະຍານ ເຮົາຍ່ອມຮູ້ຊັດແຈ້ງຕາມເປັນຈິງວ່າ “ນີ້ທຸກຂ໌ ນີ້ເຫດແຫ່ງທຸກຂ໌, ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ທາງໃຫ້ເຖິງຄວາມດັບ ບໍ່ມີເຫຼືອແຫ່ງທຸກຂ໌ ແລະເຫຼົ່ານີ້ເປັນອາສະວະທັງຫຼາຍ, ນີ້ເຫດແຫ່ງອາສວະ ທັງຫຼາຍ, ນີ້ຄວາມດັບບໍ່ມີເຫຼືອແຫ່ງອາສະວະທັງຫຼາຍ, ນີ້ແມ່ນທາງໃຫ້ເຖິງຄວາມ ດັບບໍ່ມີເຫຼືອແຫ່ງອາສະວະທັງຫຼາຍ.” ເມື່ອເຮົາຮູ້ຢູ່ດັ່ງນີ້ ເຫັນຢູ່ດັ່ງນີ້ ຈິຕກໍພົ້ນຈາກ ກາມາສະວະ ພະວາສະວະ ແລະອະວິຊຊາສະວະ, ຄັນຈິຕພົ້ນວິເສດແລ້ວ ກໍເກີດ ຍານຢັ່ງຮູ້ວ່າ ຈິຕພົ້ນແລ້ວ. ເຮົາຮູ້ຊັດແຈ້ງວ່າຊາດສິ້ນແລ້ວ ພຣົມມະຈັນຢູ່ຈົບແລ້ວ ກິດທີ່ຕ້ອງເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມ (ຫຼຸດພົ້ນ) ເປັນແນວນີ້ ບໍ່ໄດ້ມີອີກ, ຣາຊະກຸມາຣ ! ນີ້ເປັນ ວິຊຊາທີ ໓ ທີ່ເຮົາໄດ້ບັນລຸແລ້ວ ໃນຍາມສຸດທ້າຍແຫ່ງຣາຕຣີ. ອະວິຊຊາ ຖືກທໍາລາຍແລ້ວ ວິຊຊາເກີດຂຶ້ນແລ້ວ, ຄວາມມືດຖືກທໍາລາຍແລ້ວ ຄວາມສະຫວ່າງເກີດຂຶ້ນແທນແລ້ວ, ເຊັ່ນດຽວກັບທີ່ ເກີດແກ່ຜູ້ບໍ່ປະມາດ ມີພຽນເຜົາບາບ ມີຕົນສົ່ງໄປແລ້ວແລຢູ່, ໂດຍຄວນ.
໑. ໂພທິຣາຊກຸມາຣສູຕ ຣາຊວັຄ ມ. ມ, ໑໙໔໕໙໕໐໕, ສຄຣວສູຕ ພຣາມນວັຄ ມ. 2. ໑໓໖໘໕/໗໕໔, ມະຫາສັຈຈກສູດ ມູ ມ. ໑໒໕໕໘໔໒໗. ຕອນນີ້ປາສະຣາສິສູດບໍ່ມີ, ຕໍ່ໄປໃນສະຄາຣະວະສູຕແລະ ມະຫາສັຈຈະກະສູຕກໍບໍ່ມີ.