ຄວາມໝາຍອັນແທ້ຈິງຂອງ “ບາດານ”

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ປຸຖຸຊົນຜູ້ບໍ່ມີການສະດັບ ເວົ້າກັນວ່າບາດານ ມີຢູ່ໃຕ້ມະຫາສະມຸດ. ພິກຂຸ ທ. ! ປຸຖຸຊົນຜູ້ບໍ່ມີການສະດັບ ກ່າວສິ່ງນັ້ນຊຶ່ງບໍ່ມີຢູ່ ບໍ່ເປັນຢູ່ ວ່າບາດານມີຢູ່ໃຕ້ມະຫາສະມຸດ. ພິກຂຸ ທ. ! ຄໍາວ່າ “ບາດານ” ນັ້ນເປັນຄໍາແທນຊື່ຂອງ ທຸກຂະ ເວທະນາອັນມີຢູ່ໃນສຣີຣະນີ້. ພິກຂຸ ທ. ! ປຸຖຸຊົນຜູ້ບໍ່ມີການສະດັບ ຖືກຕ້ອງທຸກຂະເວທະນາໃນສຣີຣະນີ້ຢູ່ ຍ່ອມເສົ້າໂສກ ຍ່ອມລໍາບາກໃຈ ຮໍ່າໄຮລໍາພັນ ເປັນຜູ້ຕີເອິກຮ້ອງໄຫ້ ຍ່ອມເຖິງຄວາມມີສະຕິຟັ່ນເຟືອນ. ພິກຂຸ ທ. ! ເຮົາກ່າວວ່າປຸຖຸຊົນຜູ້ບໍ່ມີການສະດັບນີ້ ຈົມລົງແລ້ວໃນບາດານ ບໍ່ມີບ່ອນຢືນຢຽບເຖິງ.

ພິກຂຸ ທ. ! ສ່ວນອະຣິຍະສາວົກ ຜູ້ມີການສະດັບ ເມື່ອຖືກຕ້ອງທຸກຂະເວທະນາ ທີ່ເປັນໄປໃນສຣີຣະ ຍ່ອມບໍ່ເສົ້າໂສກ ຍ່ອມບໍ່ລໍາບາກໃຈ ບໍ່ຮໍ່າໄຮລໍາພັນ ບໍ່ເປັນຜູ້ຕີເອິກຮ້ອງໄຫ້ ຍ່ອມບໍ່ເຖິງຄວາມເປັນຜູ້ມີສະຕິຟັ່ນເຟືອນ. ພິກຂຸ ທ. ! ເຮົາກ່າວວ່າ ອະຣິຍະສາວົກຜູ້ມີການສະດັບນີ້ ບໍ່ຈົມລົງແລ້ວໃນບາດານ ມີບ່ອນຢືນຢຽບເຖິງ.

- ສະລາ. ສັງ. ໑໘/໒໕໕/໓໖໕.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ