ອາສະວັກຂະຢະຍານເປັນເຄື່ອງໃຫ້ພົ້ນຈາກອາສະວະ
ທໍາໃນທີສຸດ
ພຣາມ ! ພິກຂຸນັ້ນ ຄັນຈິຕຕັ້ງໝັ້ນ ບໍຣິສຸດຜ່ອງໃສ ບໍ່ມີກິເລສ ປາສະຈາກອຸປະກິເລສ ເປັນທັມມະຊາດອ່ອນໂຍນ ຄວນແກ່ການງານ ເຖິງຄວາມບໍ່ຫວັ່ນໄຫວ ຕັ້ງຢູ່ເຊັ່ນນີ້ແລ້ວ ກໍນ້ອມຈິຕໄປສະເພາະຕໍ່ ອາສະວັກຂະຢະຍານ :
ເຂົານັ້ນ ຍ່ອມຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ທຸກຂ໌, ນີ້ເຫຕແຫ່ງທຸກຂ໌, ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌”; ແລະ ຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ເຫຼົ່ານີ້ເປັນອາສະວະ, ນີ້ເຫຕແຫ່ງອາສະວະ, ນີ້ຄວາມດັບບໍ່ເຫຼືອແຫ່ງອາສະວະ, ນີ້ເປັນທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງອາສະວະ”. ເມື່ອເຂົາ ຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ຈິຕກໍພົ້ນຈາກ ກາມາສະວະ ພະວາສະວະແລະ ອະວິຊຊາສະວະ. ຄັນຈິຕພົ້ນວິເສດແລ້ວ ກໍເກີດຍານຢັ່ງຮູ້ວ່າ ຈິຕພົ້ນແລ້ວ. ເຂົາ ຍ່ອມຮູ້ແຈ່ມແຈ້ງວ່າ “ຊາດດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິດທີ່ຕ້ອງເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດ ເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ”.
ພຣາມ ! ວິຊຊາ ທີ່ສາມນີ້ ເປັນທັມທີ່ພິກຂຸນັ້ນ ບັນລຸແລ້ວ ອະວິຊຊາ ຖືກທໍາລາຍແລ້ວ ວິຊຊາ ເກີດຂຶ້ນແລ້ວ ຄວາມມືດຖືກທໍາລາຍແລ້ວ ຄວາມສະຫວ່າງເກີດແທນແລ້ວ, ຕາມທີ່ມັນຈະເກີດແກ່ບຸຄຄົລຜູ້ບໍ່ປະມາດ ມີພຽນເຜົາບາບ ມີຕົນສົ່ງໄປແລ້ວ ແລຢູ່.
- ຕິກ. ອັງ. ໒໐/໒໑໐/໔໙໘.