ທາງ 2 ສາຍທີ່ບໍ່ຄວນເດີນ
ທາງສາຍກາງ
ພິກຂຸທັງຫຼາຍ ! ມີສິ່ງທີ່ແລ່ນດິ່ງໄປສຸດໂຕ່ງ (ອັນຕາ) ຢູ່ 2 ຢ່າງ ທີ່ບັນພະຊິຕ ບໍ່ຄວນກ່ຽວຂ້ອງດ້ວຍ.
ສິ່ງທີ່ແລ່ນດິ່ງໄປສຸດໂຕ່ງນັ້ນ ຄືອັນໃດໜໍ ?
ຄື ການປະກອບຕົນພົວພັນຢູ່ດ້ວຍຄວາມໃຄ່ໃນກາມທັງຫຼາຍ (ກາມະສຸຂັລລິການຸໂຢຄະ) ອັນເປັນການເຮັດທີ່ຍັງຕ່ຳ ເປັນຂອງຊາວບ້ານ ເປັນຂອງຊັ້ນປຸຖຸຊົນ ບໍ່ແມ່ນຂອງພຣະ
ອະຣິຍະເຈົ້າ ບໍ່ປະກອບດ້ວຍປະໂຍຊນ໌, ແລະການປະກອບຄວາມພຽນ ໃນການທໍລະມານຕົນໃຫ້ລໍາບາກ (ອັຕຕະກິລະມະຖານຸໂຢຄະ) ອັນນໍາມາຊຶ່ງຄວາມທຸກຂ໌ ບໍ່ແມ່ນຂອງພຣະອະຣິຍະເຈົ້າ ບໍ່ປະກອບດ້ວຍປະໂຍຊນ໌, ສອງຢ່າງ ນີ້ແລ.
ພິກຂຸທັງຫຼາຍ ! ຂໍ້ປະຕິບັຕເປັນທາງສາຍກາງ (ມັຊຊິມາປະຕິປະທາ) ທີ່ບໍ່ດິ່ງໄປຫາສິ່ງສຸດໂຕ່ງສອງຢ່າງນັ້ນ ເປັນຂໍ້ປະຕິບັຕທີ່ຕະຖາຄົຕ ໄດ້ຕຣັສຮູ້ສະເພາະແລ້ວ ເປັນຂໍ້ປະຕິບັຕ
ເຮັດໃຫ້ເກີດຈັກຂຸ ເປັນຂໍ້ປະຕິບັຕເຮັດໃຫ້ເກີດຍານ ເປັນໄປເພື່ອຄວາມສະຫງົບ ເພື່ອຄວາມຮູ້ອັນຍິ່ງ ເພື່ອຄວາມຕຣັສຮູ້ພ້ອມ ເພື່ອນິບພານ.
ພິກຂຸທັງຫຼາຍ ! ຂໍ້ປະຕິບັຕທີ່ເປັນທາງສາຍກາງ ທີ່ບໍ່ດິ່ງໄປຫາທີ່ສຸດໂຕ່ງສອງຢ່າງນັ້ນ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ຂໍ້ປະຕິບັຕອັນເປັນທາງສາຍກາງນັ້ນຄື ຂໍ້ປະຕິບັຕອັນເປັນຫົນທາງອັນປະເສີດ ປະກອບຢູ່ດ້ວຍອົງຄ໌ແປດປະການ ນີ້ເອງ.
ແປດປະການ ຄືອັນໃດໜໍ ? ຄື :-
ສັມມາທິຕຖິ ສັມມາສັງກັປປະ
ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ
ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ.
ມະຫາວາຣ. ສັງ. ໑໙/໕໒໘/໑໖໖໔.