ຄຸນນະທັມຂອງຜູ້ຕ່ຳກວ່າໂສຕາປັດຕິມັກ ແລະເປັນເຫດໃຫ້ບໍ່ໄປສູ່ອະບາຍໃນຊາດນັ້ນ
ໂສດາບັນ
ລັກສະນະຂອງຜູ້ບໍ່ໄປສູ່ອະບາຍ (ນັຍທີ ໑)
ມະຫາຣາຊ ! ກໍບຸກຄົນບາງຄົນໃນໂລກນີ້ບໍ່ປະກອບດ້ວຍຄວາມເຫຼື້ອມໃສ ອັນບໍ່ຫວັ່ນໄຫວໃນພຣະພຸດທະເຈົ້າ...ໃນພຣະທັມ... ໃນພຣະສົງຄ໌... ບໍ່ມີປັນຍາລ່າເລີງ ບໍ່ສຽບແຫຼມ ແລະບໍ່ປະກອບດ້ວຍວິມຸຕ ແຕ່ວ່າເຂົາມີທັມເຫຼົ່ານີ້ ຄື ສັດທິນຊີ ວິຣິຍິນຊີ ສະຕິນຊີ ສະມາທິນຊີ ປັນຍິນຊີ ແລະທັມທັງຫຼາຍ ທີ່ພຣະຕະຖາຄົຕປະກາດແລ້ວ ຍ່ອມທົນຕໍ່ການເພັ່ງດ້ວຍປັນຍາຂອງເຂົາ (ຍິ່ງ) ກວ່າປະມານບຸກຄົນແມ່ນວ່ານີ້ກໍບໍ່ໄປສູ່ນະຣົກ ກຳເນີດເດຣັຈສານ ວິສັຍແຫ່ງເປຕ ອະບາຍ ທຸຄະຕິ ວິນິບາຕ.
ລັກສະນະຂອງຜູ້ບໍ່ໄປສູ່ອະບາຍ (ນັຍທີ ໒)
ມະຫາຣາຊ ! ກໍບຸກຄົນບາງຄົນໃນໂລກນີ້ບໍ່ປະກອບດ້ວຍຄວາມເຫຼື້ອມໃສ ອັນບໍ່ຫວັ່ນໄຫວໃນພຣະພຸດທະເຈົ້າ... ໃນພຣະທັມ... ໃນພຣະສົງຄ໌... ບໍ່ມີປັນຍາລ່າເລີງ ບໍ່ສຽບແຫຼມ ແລະບໍ່ປະກອບດ້ວຍວິມຸຕ ແຕ່ວ່າເຂົາມີທັມເຫຼົ່ານີ້ ຄື ສັດທິນຊີ ວິຣິຍິນຊີ ສະຕິນຊີ ສະມາທິນຊີ ປັນຍິນຊີແລະເຂົາມີສັດທາ ມີຄວາມຮັກໃນພຣະຕະຖາຄົຕພໍປະມານ ບຸກຄົນແມ່ນວ່ານີ້ກໍບໍ່ໄປສູ່ນະຣົກ ກຳເນີດເດຣັຈສານ ວິສັຍແຫ່ງເປຕ ອະບາຍ ທຸຄະຕິ ວິນິບາຕ.
- ບາລີ ມຫາວາຣ. ສັງ. ໑໙/໔໗໓/໑໕໓໔-໑໕໓໕.