ກາມປຽບທຽບດ້ວຍທ່ອນກະດູກ

ສັງໂຍດ

0:00/0:00
ຄະຫະບໍດີ ! ປຽບເໝືອນໝາທີ່ໝົດກໍາລັງ ເພາະຫິວຫຼາຍ ຈະຍ່ອມເຂົ້າໄປຢືນຊະເງີ້ຢູ່ ໃນບ່ອນທີ່ຂ້າງົວ. ຄົນຂ້າງົວ ຫຼືລູກນ້ອງຂອງເຂົາ ຜູ້ເຊື້ອເຊີນ ກໍຈະຍ່ອມເອົາທ່ອນກະດູກ ທີ່ປາດຊີ້ນອອກໝົດແລ້ວ ບໍ່ມີສ່ວນທີ່ຍັງເປັນເຫຍື່ອອ່ອນເຫຼືອຢູ່ແມ່ນແຕ່ໜ້ອຍດຽວ ພຽງແຕ່ເປື້ອນເລືອດຢູ່ແດ່ ໂຍນໄປໃຫ້ແກ່ໝາໂຕນັ້ນແຫ້ນ.

ຄະຫະບໍດີ ! ທ່ານຈະສໍາຄັນ ຄວາມຂໍ້ນັ້ນວ່າແນວໃດ ? ໝາໂຕນັ້ນ ແຫ້ນທ່ອນກະດູກ ທີ່ປາດຊີ້ນອອກໝົດແລ້ວ ບໍ່ມີສ່ວນທີ່ຍັງເປັນເຫຍື່ອອ່ອນເຫຼືອຢູ່ແມ່ນແຕ່ໜ້ອຍດຽວ ພຽງແຕ່ເປື້ອນເລືອດຢູ່ແດ່ນັ້ນຢູ່, ຈະຍ່ອມບັນເທົາຄວາມໝົດກໍາລັງ ເພາະຫິວຫຼາຍໄດ້ຫຼື ?

“ຫາບໍ່ໄດ້ ຂ້ານ້ອຍ !” ຂໍ້ນັ້ນ ເພາະເຫຕໃດ ? “ເພາະວ່າທ່ອນກະດູກ ທີ່ປາດຊີ້ນອອກໝົດແລ້ວນັ້ນ ບໍ່ມີສ່ວນທີ່ຍັງເປັນເຫຍື່ອອ່ອນເຫຼືອຢູ່ແມ່ນແຕ່ໜ້ອຍດຽວ ພຽງແຕ່ເປື້ອນເລືອດຢູ່ແດ່ເທົ່ານັ້ນ. ໝາໂຕນັ້ນ ກໍຈະໄດ້ຮັບແຕ່ຄວາມເມື່ອຍໃຈ ແລະຄວາມແຄ້ນໃຈໂດຍແທ້ ຂ້ານ້ອຍ !”

ຄະຫະບໍດີ ! ດ້ວຍເຫຕນີ້ແຫຼະ ສາວົກຂອງພຣະອະຣິຍະເຈົ້າ ຍ່ອມພິຈາຣະນາເຫັນໂດຍແຈ່ມແຈ້ງ ດັ່ງນີ້ວ່າ “ກາມທັງຫຼາຍ ອັນພຣະຜູ້ມີພຣະພາຄເຈົ້າຕຣັດແລ້ວວ່າ ມີອຸປະມາດ້ວຍທ່ອນກະດູກ ເປັນສິ່ງທີ່ໃຫ້ເກີດແຫ່ງທຸກຂ໌ຫຼາຍ ເຮັດໃຫ້ຄັບແຄ້ນໃຈຫຼາຍ ແລະ ມີໂທດຢ່າງຍິ່ງ” ດັ່ງນີ້, ຄັນເຫັນກາມນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມທີ່ເປັນຈິງເຊັ່ນນີ້ ແລ້ວກໍເວັ້ນເສຍໂດຍເດັດຂາດ ຊຶ່ງຄວາມເພັ່ງມີປະການຕ່າງໆ ອັນອາໄສອາຣົມຕ່າງໆ (ກາມະຄຸນທັງຫ້າ), ແລ້ວຈະເຣີນຊຶ່ງຄວາມເພັ່ງອັນດຽວ ອັນອາໄສອາຣົມອັນດຽວ (ເຊັ່ນອຸເປກຂາ ທີ່ເປັນອົງຄ໌ຂອງຈະຕຸຕຖະຊານ) ອັນເປັນທີ່ດັບສະນິດ ບໍ່ມີສ່ວນເຫຼືອຂອງອຸປາທານ ອັນມີຢູ່ໃນເຫຍື່ອໂລກ ໂດຍປະການທັງປວງ ແລ.

- ມ.ມ. ໑໓/໔໑/໔໗.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ