ການຈໍາແນກທາດ

ທຳມະຊາດ

0:00/0:00
ຂ້າພະເຈົ້າໄດ້ສະດັບມາຢ່າງນີ້
ສະໄໝໜຶ່ງ ພຣະຜູ້ມີພຣະພາກເຈົ້າສະເດັດຈາຣິກໄປໃນແຄວ້ນມະຄົດ ເຖິງເມືອງຣາຊະຄຶແລ້ວ ສະເດັດເຂົ້າໄປຫານາຍຊ່າງໝໍ້ ຊື່ ພັກຄະວະເຖິງທີ່ຢູ່ ແລ້ວໄດ້ຕັດວ່າ “ພັກຄະວະ ຖ້າທ່ານບໍ່ໜັກໃຈ ເຮົາຂໍພັກໃນສາລາຈັກຄືນໜຶ່ງ”
ທ້າວພັກຄະວະຂາບທູນວ່າ “ຂ້າແຕ່ທ່ານຜູ້ຈະເລີນ ຂ້ານ້ອຍບໍ່ໜັກໃຈເລີຍ ແຕ່ໃນສາລານີ້ ມີບັນພະຊິດເຂົ້າໄປພັກຢູ່ກ່ອນແລ້ວ ຖ້າບັນພະຊິດອົງນັ້ນອະນຸຍາດ ກໍຂໍເຊີນທ່ານພັກຕາມສະບາຍເທີ້ນ”
ກໍສະໄໝນັ້ນແລ ກຸລະບຸດຊື່ປຸກກຸສາຕິ ອອກຈາກເຮືອນບວດເປັນບັນພະຊິດດ້ວຍສັດທາ ອຸທິດສະເພາະພຣະຜູ້ມີພຣະພາກເຈົ້າ ປຸກກຸສາຕິກຸລະບຸດນັ້ນ ເຂົ້າໄປພັກຢູ່ໃນສາລາຂອງນາຍຊ່າງໝໍ້ນັ້ນກ່ອນແລ້ວ ຄັ້ງນັ້ນ ພຣະຜູ້ມີພຣະພາກເຈົ້າສະເດັດເຂົ້າໄປຫາທ່ານພຣະປຸກກຸສາຕິເຖິງທີ່ຢູ່ ແລ້ວໄດ້ຕັດວ່າ “ພິກຂຸ ຖ້າເຈົ້າບໍ່ໜັກໃຈ ເຮົາຂໍພັກໃນສາລາຈັກຄືນໜຶ່ງ”

ທ່ານພຣະປຸກກຸສາຕິຕອບວ່າ “ທ່ານຜູ້ມີອາຍຸ ສາລາຂອງນາຍຊ່າງໝໍ້ກວ້າງຂວາງ ເຊີນທ່ານພັກຕາມສະບາຍເທີ້ນ”
ລຳດັບນັ້ນ ພຣະຜູ້ມີພຣະພາກເຈົ້າ ສະເດັດເຂົ້າໄປສູ່ສາລາຂອງນາຍຊ່າງໝໍ້ ຊົງລາດສັນຖັດຫຍ້າ ທີ່ສ່ວນຂ້າງໜຶ່ງ ແລ້ວປະທັບນັ່ງຂັດສະມາທິ ຕັ້ງພຣະວໍຣະກາຍຊື່ ດໍາລົງພຣະສະຕິໄວ້ສະເພາະໜ້າ ພຣະອົງປະທັບນັ່ງຈົນລ່ວງລໍ້າລາຕີໄປຈົນເດິກ ແມ່ນວ່າທ່ານພຣະປຸກກຸສາຕິ ກໍນັ່ງຈົນລ່ວງລໍ້າລາຕີໄປຈົນເດິກເຊັ່ນກັນ
ຄັ້ງນັ້ນ ພຣະຜູ້ມີພຣະພາກເຈົ້າຊົງດຳຣິວ່າ “ກຸລະບຸດນີ້ປະພຶດໜ້າເຫຼື້ອມໃສດີໜໍ ທາງທີ່ດີ ເຮົາຄວນຈະຖາມເບິ່ງ” ຈຶ່ງຕັດຖາມທ່ານພຣະປຸກກຸສາຕິວ່າ “ພິກຂຸ ທ່ານບວດອຸທິດໃຜ ໃຜເປັນສາສະດາຂອງທ່ານ ຫຼືທ່ານພໍໃຈທັມຂອງໃຜ”

ທ່ານພຣະປຸກກຸສາຕິຕອບວ່າ “ທ່ານຜູ້ມີອາຍຸ ມີພຣະສະມະນະໂຄດົມ ຜູ້ສາກະຍະບຸດ ສະເດັດອອກຈາກສາກະຍະຣາຊະຕະກູນ ຊົງຜະນວດແລ້ວ ກໍພຣະສະມະນະໂຄດົມ ຜູ້ຈະເລີນພຣະອົງນັ້ນ ມີພຣະກິດຕິສັບອັນງາມໂດ່ງດັງໄປຢ່າງນີ້ວ່າ “ແມ່ນເພາະເຫດນີ້ ພຣະຜູ້ມີພຣະພາກເຈົ້າພຣະອົງນັ້ນ ເປັນພຣະອໍຣະຫັນ ຕັດສະຮູ້ດ້ວຍພຣະອົງເອງໂດຍຊອບ ພຽບພ້ອມດ້ວຍວິດຊາແລະຈະຣະນະ ສະເດັດໄປດີ ຮູ້ແຈ້ງໂລກ ເປັນສາຣະຖີຝຶກຜູ້ທີ່ຄວນຝຶກໄດ້ຢ່າງຍອດຢ້ຽມ


ເປັນສາສະດາຂອງເທວະດາແລະມະນຸດທັງຫຼາຍ ເປັນພຣະພຸດທະເຈົ້າ ເປັນພຣະຜູ້ມີພຣະພາກເຈົ້າ” ຂ້ານ້ອຍບວດອຸທິດພຣະຜູ້ມີພຣະພາກເຈົ້າພຣະອົງນັ້ນ ພຣະຜູ້ມີພຣະພາກເຈົ້າພຣະອົງນັ້ນ ເປັນສາສະດາຂອງຂ້ານ້ອຍ ແລະຂ້ານ້ອຍພໍໃຈທັມ ຂອງພຣະຜູ້ມີພຣະພາກເຈົ້າພຣະອົງນັ້ນ”

“ພິກຂຸ ກໍບັດນີ້ ພຣະຜູ້ມີພຣະພາກເຈົ້າ ອະຣະຫັນຕະສັມມາສັມພຸດທະເຈົ້າ ພຣະອົງນັ້ນປະທັບຢູ່ ທີ່ໃດ”

“ທ່ານຜູ້ມີອາຍຸ ບັດນີ້ພຣະຜູ້ມີພຣະພາກເຈົ້າ ອະຣະຫັນຕະສັມມາສັມພຸດທະເຈົ້າ ພຣະອົງນັ້ນ ປະທັບຢູ່ທີ່ເມືອງສາວັດຖີ ໃນອຸດຕະຣະຊົນນະບົດ”

“ກໍທ່ານເຄີຍເຫັນພຣະຜູ້ມີພຣະພາກເຈົ້າພຣະອົງນັ້ນບໍ ແລະທ່ານເຫັນແລ້ວຈະຮູ້ຈັກບໍ”

“ທ່ານຜູ້ມີອາຍຸ ຂ້ານ້ອຍບໍ່ເຄີຍເຫັນພຣະຜູ້ມີພຣະພາກເຈົ້າພຣະອົງນັ້ນເລີຍ ແລະເຫັນແລ້ວກໍບໍ່ຮູ້ຈັກ”

ລຳດັບນັ້ນ ພຣະຜູ້ມີພຣະພາກເຈົ້າຊົງດຳຣິວ່າ “ກຸລະບຸດນີ້ບວດອຸທິດເຮົາ ທາງທີ່ດີ ເຮົາຄວນສະແດງທັມແກ່ເຂົາ” ຄັ້ງນັ້ນແລ ພຣະຜູ້ມີພຣະພາກເຈົ້າໄດ້ສັ່ງເອີ້ນທ່ານພຣະປຸກກຸສາຕິມາຕັດວ່າ “ພິກຂຸ ເຮົາຈະສະແດງທັມແກ່ເຈົ້າ ເຈົ້າຈົ່ງຟັງທັມນັ້ນ ຈົ່ງໃສ່ໃຈໃຫ້ດີ ເຮົາຈະກ່າວ”

ທ່ານພຣະປຸກກຸສາຕິທູນຮັບສະເໜີພຣະດຳລັດແລ້ວ ພຣະຜູ້ມີພຣະພາກເຈົ້າຈຶ່ງໄດ້ຕັດເລື່ອງນີ້ວ່າ

“ພິກຂຸ ບຸຣຸດນີ້ມີທາດ ໖ ມີຜັສສາຍະຕະນະ (ແດນເກີດແຫ່ງຜັດສະ) ໖ ມີມະໂນປະວິຈານ (ຄວາມນຶກໜ່ວງທາງໃຈ) ໑໘ ມີອະທິດຖານະທັມ (ທັມທີ່ຄວນຕັ້ງໄວ້ໃນໃຈ) ໔ ເມື່ອຄວາມກໍານົດໝາຍ ຊຶມຊາບບໍ່ເຖິງບຸຣຸດຜູ້ຄົງຢູ່ໃນອະທິດຖານະທັມ ບັນດິດຈຶ່ງເອີ້ນບຸຣຸດນັ້ນວ່າ “ມຸນີຜູ້ສະຫງົບແລ້ວ” ບຸຣຸດບໍ່ຄວນປະໝາດປັນຍາ ຄວນຕາມຮັກສາສັດຈະ ຄວນເພີ່ມພູນຈາຄະ ຄວນສຶກສາແຕ່ທາງສະຫງົບເທົ່ານັ້ນ” ນີ້ເປັນອຸດເທດແຫ່ງທາຕຸວິພັງ ໖ ປະການ

ເຮົາກ່າວຄໍານີ້ໄວ້ວ່າ “ພິກຂຸ ບຸຣຸດນີ້ມີທາດ ໖ ປະການ” ເພາະອາໄສເຫດຫຍັງໜໍ ເຮົາຈຶ່ງກ່າວໄວ້ເຊັ່ນນັ້ນ


ພິກຂຸ ທາດ ໖ ປະການ ນີ້ ຄື

໑.ປະຖະວີທາຕຸ (ທາດດິນ)໒.ອາໂປທາຕຸ (ທາດນໍ້າ)
໓.ເຕໂຊທາຕຸ (ທາດໄຟ)໔.ວາໂຍທາຕຸ (ທາດລົມ)
໕.ອາກາສະທາຕຸ (ທາດຄືຫວ່າງ) ໖.ວິນຍານະທາຕຸ (ທາດຄືວິນຍານ)

ຄໍາທີ່ເຮົາກ່າວໄວ້ວ່າ “ພິກຂຸ ບຸຣຸດນີ້ມີທາດ ໖ ປະການ” ນັ້ນ ເພາະອາໄສເຫດນີ້ ເຮົາຈຶ່ງກ່າວໄວ້

ເຮົາກ່າວຄໍານີ້ໄວ້ວ່າ “ພິກຂຸ ບຸຣຸດນີ້ມີຜັສສາຍະຕະນະ ໖ ປະການ” ເພາະອາໄສເຫດຫຍັງໜໍ ເຮົາຈຶ່ງກ່າວໄວ້ເຊັ່ນນັ້ນ ຄື
໑. ຜັສສາຍະຕະນະຄືຈັກຂຸ໒. ຜັສສາຍະຕະນະຄືໂສຕະ
໓. ຜັສສາຍະຕະນະຄືຄານະ໔. ຜັສສາຍະຕະນະຄືຊິວຫາ
໕. ຜັສສາຍະຕະນະຄືກາຍ໖. ຜັສສາຍະຕະນະຄືມະໂນ

ຄໍາທີ່ເຮົາກ່າວໄວ້ວ່າ “ພິກຂຸ ບຸຣຸດນີ້ມີຜັສສາຍະຕະນະ ໖ ປະການ” ນັ້ນ ເພາະອາໄສເຫດນີ້ ເຮົາຈຶ່ງກ່າວໄວ້

ເຮົາກ່າວຄໍານີ້ໄວ້ວ່າ “ພິກຂຸ ບຸຣຸດນີ້ມີມະໂນປະວິຈານ ໑໘” ເພາະອາໄສເຫດຫຍັງໜໍ ເຮົາຈຶ່ງກ່າວໄວ້ເຊັ່ນນັ້ນ
ຄື ບຸກຄົນເຫັນຮູບທາງຕາແລ້ວ ຍ່ອມນຶກໜ່ວງຮູບອັນເປັນທີ່ຕັ້ງແຫ່ງໂສມະນັດ ຍ່ອມນຶກໜ່ວງຮູບອັນເປັນທີ່ຕັ້ງແຫ່ງໂທມະນັດ ຍ່ອມນຶກໜ່ວງຮູບອັນເປັນທີ່ຕັ້ງແຫ່ງອຸເປກຂາ
ຟັງສຽງທາງຫູແລ້ວ ...
ດົມກິ່ນທາງດັງແລ້ວ ...
ຊີມລົດທາງລີ້ນແລ້ວ ...
ຖືກຕ້ອງໂຜດຖັບພະທາງກາຍແລ້ວ ...
ຮູ້ແຈ້ງທັມມາລົມທາງໃຈແລ້ວ ຍ່ອມນຶກໜ່ວງທັມມາລົມອັນເປັນທີ່ຕັ້ງແຫ່ງໂສມະນັດ ຍ່ອມນຶກໜ່ວງທັມມາລົມອັນເປັນທີ່ຕັ້ງແຫ່ງໂທມະນັດ ຍ່ອມນຶກໜ່ວງທັມມາລົມອັນເປັນທີ່ຕັ້ງແຫ່ງອຸເປກຂາ


ຄວາມນຶກໜ່ວງໂສມະນັດ ໖ ຄວາມນຶກໜ່ວງໂທມະນັດ ໖ ຄວາມນຶກໜ່ວງອຸເປກຂາ ໖ ຍ່ອມມີດ້ວຍປະການສະນີ້
ຄໍາທີ່ເຮົາກ່າວໄວ້ວ່າ “ພິກຂຸ ບຸຣຸດນີ້ມີມະໂນປະວິຈານ ໑໘” ນັ້ນ ເພາະອາໄສເຫດນີ້ ເຮົາຈຶ່ງກ່າວໄວ້

ເຮົາກ່າວຄໍານີ້ໄວ້ວ່າ “ພິກຂຸ ບຸຣຸດນີ້ມີອະທິດຖານະທັມ ໔ ປະການ” ເພາະອາໄສເຫດຫຍັງໜໍ ເຮົາຈຶ່ງກ່າວໄວ້ເຊັ່ນນັ້ນ ຄື
໑. ອະທິດຖານະທັມຄືປັນຍາ ໒. ອະທິດຖານະທັມຄືສັດຈະ
໓. ອະທິດຖານະທັມຄືຈາຄະ ໔. ອະທິດຖານະທັມຄືອຸປະສະມະ

ຄໍາທີ່ເຮົາກ່າວໄວ້ວ່າ “ພິກຂຸ ບຸຣຸດນີ້ມີອະທິດຖານະທັມ ໔ ປະການ” ນັ້ນ ເພາະອາໄສເຫດນີ້ ເຮົາຈຶ່ງກ່າວໄວ້

ທາດ ໖ ປະການ

ເຮົາກ່າວຄໍານີ້ໄວ້ວ່າ “ບຸຣຸດບໍ່ຄວນປະໝາດປັນຍາ ຄວນຕາມຮັກສາສັດຈະ ຄວນເພີ່ມພູນຈາຄະ ຄວນສຶກສາແຕ່ທາງສະຫງົບເທົ່ານັ້ນ” ເພາະອາໄສເຫດຫຍັງໜໍ ເຮົາຈຶ່ງກ່າວໄວ້ເຊັ່ນນັ້ນ

ບຸຣຸດບໍ່ຄວນປະໝາດປັນຍາ ເປັນແນວໃດໜໍ
ຄື ທາດ ໖ ປະການນີ້ ໄດ້ແກ່
໑.ປະຖະວີທາດ ໒.ອາໂປທາດ
໓.ເຕໂຊທາດ ໔.ວາໂຍທາດ
໕.ອາກາສະທາດ ໖.ວິນຍານະທາດ

ປະຖະວີທາດ ເປັນແນວໃດໜໍ
ຄື ປະຖະວີທາດພາຍໃນກໍມີ ປະຖະວີທາດພາຍນອກກໍມີ
ປະຖະວີທາດພາຍໃນ ເປັນແນວໃດໜໍ
ຄື ອຸປາທິນນະກະຮູບພາຍໃນທີ່ເປັນຂອງສະເພາະຕົນ ເປັນຂອງແຂ້ນແຂງ ເປັນຂອງຫຍາບ ໄດ້ແກ່ ຜົມ ຂົນ ເລັບ ແຂ້ວ ໜັງ ຊີ້ນ ເອັນ ກະດູກ ເຫຍື່ອໃນກະດູກ


ໝາກໄຂ່ຫຼັງ ຫົວໃຈ ຕັບ ພັງຜືດ ມ້າມ ປອດ ໄສ້ໃຫຍ່ ໄສ້ນ້ອຍ ອາຫານໃໝ່ ອາຫານເກົ່າ ຫຼືອຸປາທິນນະກະຮູບພາຍໃນອື່ນໃດ ທີ່ເປັນຂອງສະເພາະຕົນ ເປັນຂອງແຂ້ນແຂງ ເປັນຂອງຫຍາບ
ນີ້ເອີ້ນວ່າປະຖະວີທາດພາຍໃນ
ປະຖະວີທາດພາຍໃນ ແລະປະຖະວີທາດພາຍນອກນີ້ ກໍເປັນປະຖະວີທາດນັ້ນເອງ ບັນດິດຄວນເຫັນປະຖະວີທາດນັ້ນ ຕາມຄວາມເປັນຈິງ ດ້ວຍປັນຍາອັນຖືກຕ້ອງຢ່າງນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ແມ່ນເຮົາ ນັ້ນບໍ່ແມ່ນອັດຕາຂອງເຮົາ” ຄັນເຫັນປະຖະວີທາດນັ້ນຕາມຄວາມເປັນຈິງ ດ້ວຍປັນຍາອັນຖືກຕ້ອງຢ່າງນີ້ແລ້ວ ຍ່ອມເບື່ອໜ່າຍໃນປະຖະວີທາດ ແລະເຮັດຈິດໃຫ້ຄາຍກໍາໜັດຈາກປະຖະວີທາດ

ອາໂປທາດ ເປັນແນວໃດໜໍ
ຄື ອາໂປທາດພາຍໃນກໍມີ ອາໂປທາດພາຍນອກກໍມີ
ອາໂປທາດພາຍໃນ ເປັນແນວໃດໜໍ
ຄື ອຸປະທິນນະກະຮູບພາຍໃນທີ່ເປັນຂອງສະເພາະຕົນ ເປັນຂອງເອີບອາບ ມີຄວາມເອີບອາບ ໄດ້ແກ່ ດີ ສະເລດ ໜອງ ເລືອດ ເຫື່ອ ນໍ້າຕາ ນໍ້າມັນແຫຼວ ໄຂ ນໍ້າລາຍ ນໍ້າມູກ ໄຂຂໍ້ ມູດ ຫຼືອຸປະທິນນະກະຮູບພາຍໃນອື່ນໃດ ທີ່ເປັນຂອງສະເພາະຕົນ ເປັນຂອງເອີບອາບ ມີຄວາມເອີບອາບ
ນີ້ເອີ້ນວ່າອາໂປທາດພາຍໃນ
ອາໂປທາດພາຍໃນແລະອາໂປທາດພາຍນອກນີ້ ກໍເປັນອາໂປທາດນັ້ນເອງ ບັນດິດຄວນເຫັນອາໂປທາດນັ້ນຕາມຄວາມເປັນຈິງ ດ້ວຍປັນຍາອັນຖືກຕ້ອງຢ່າງນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ແມ່ນເຮົາ ນັ້ນບໍ່ແມ່ນອັດຕາຂອງເຮົາ” ຄັນເຫັນອາໂປທາດນັ້ນຕາມຄວາມເປັນຈິງ ດ້ວຍປັນຍາອັນຖືກຕ້ອງຢ່າງນີ້ແລ້ວ ຍ່ອມເບື່ອໜ່າຍໃນອາໂປທາດ ແລະເຮັດຈິດໃຫ້ຄາຍກໍາໜັດຈາກອາໂປທາດ

ເຕໂຊທາດ ເປັນແນວໃດໜໍ
ຄື ເຕໂຊທາດພາຍໃນກໍມີ ເຕໂຊທາດພາຍນອກກໍມີ
ເຕໂຊທາດພາຍໃນ ເປັນແນວໃດໜໍ
ຄື ອຸປະທິນນະກະຮູບພາຍໃນທີ່ເປັນຂອງສະເພາະຕົນ ເປັນຂອງຮ້ອນ


ມີຄວາມຮ້ອນ ໄດ້ແກ່ ທໍາມະຊາດທີ່ເປັນເຄື່ອງທໍາຮ່າງກາຍໃຫ້ອົບອຸ່ນ ທໍາມະຊາດທີ່ເປັນເຄື່ອງທໍາຮ່າງກາຍໃຫ້ຊຸດໂຊມ ທໍາມະຊາດທີ່ເປັນເຄື່ອງທໍາຮ່າງກາຍໃຫ້ຮ້ອນ ທໍາມະຊາດທີ່ເປັນເຄື່ອງຍ່ອຍສິ່ງທີ່ກິນແລ້ວ ດື່ມແລ້ວ ຫຍໍ້າແລ້ວ ແລະຊີມ ແລ້ວ ຫຼືອຸປະທິນນະກະຮູບພາຍໃນອື່ນໃດ ທີ່ເປັນຂອງສະເພາະຕົນ ເປັນຂອງຮ້ອນ ມີຄວາມຮ້ອນ
ນີ້ເອີ້ນວ່າເຕໂຊທາດພາຍໃນ

ເຕໂຊທາດພາຍໃນແລະເຕໂຊທາດພາຍນອກນີ້ ກໍເປັນເຕໂຊທາດນັ້ນເອງ ບັນດິດຄວນເຫັນເຕໂຊທາດນັ້ນຕາມຄວາມເປັນຈິງ ດ້ວຍປັນຍາອັນຖືກຕ້ອງຢ່າງນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ແມ່ນເຮົາ ນັ້ນບໍ່ແມ່ນອັດຕາຂອງເຮົາ” ຄັນເຫັນເຕໂຊທາດນັ້ນຕາມຄວາມເປັນຈິງ ດ້ວຍປັນຍາອັນຖືກຕ້ອງຢ່າງນີ້ແລ້ວ ຍ່ອມເບື່ອໜ່າຍໃນເຕໂຊທາດ ແລະທໍາຈິດໃຫ້ຄາຍກໍາໜັດຈາກເຕໂຊທາດ

ວາໂຍທາດ ເປັນແນວໃດໜໍ
ຄື ວາໂຍທາດພາຍໃນກໍມີ ວາໂຍທາດພາຍນອກກໍມີ
ວາໂຍທາດພາຍໃນ ເປັນແນວໃດໜໍ
ຄື ອຸປະທິນນະກະຮູບພາຍໃນ ທີ່ເປັນຂອງສະເພາະຕົນ ເປັນຂອງພັດໄປມາ ມີຄວາມພັດໄປມາ ໄດ້ແກ່ ລົມທີ່ພັດຂຶ້ນເບື້ອງເທິງ ລົມທີ່ພັດລົງເບື້ອງຕ່ຳ ລົມໃນທ້ອງ ລົມໃນລຳໄສ້ ລົມທີ່ແລ່ນໄປຕາມອະໄວຍະວະນ້ອຍໃຫຍ່ ລົມຫາຍໃຈເຂົ້າ ລົມຫາຍໃຈອອກ ຫຼືອຸປະທິນນະກະຮູບ ພາຍໃນອື່ນໃດ ທີ່ເປັນຂອງສະເພາະຕົນ ເປັນຂອງພັດໄປມາ ມີຄວາມພັດໄປມາ
ນີ້ເອີ້ນວ່າວາໂຍທາດພາຍໃນ

ວາໂຍທາດພາຍໃນແລະວາໂຍທາດພາຍນອກນີ້ ກໍເປັນວາໂຍທາດນັ້ນເອງ ບັນດິດຄວນເຫັນວາໂຍທາດນັ້ນຕາມຄວາມເປັນຈິງ ດ້ວຍປັນຍາອັນຖືກຕ້ອງຢ່າງນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ແມ່ນເຮົາ ນັ້ນບໍ່ແມ່ນອັດຕາຂອງເຮົາ” ຄັນເຫັນວາໂຍທາດນັ້ນຕາມຄວາມເປັນຈິງ ດ້ວຍປັນຍາອັນຖືກຕ້ອງຢ່າງນີ້ແລ້ວ ຍ່ອມເບື່ອໜ່າຍໃນວາໂຍທາດ ແລະທໍາຈິດໃຫ້ຄາຍກໍາໜັດຈາກວາໂຍທາດ


ອາກາດທາດ ເປັນແນວໃດໜໍ
ຄື ອາກາດທາດພາຍໃນກໍມີ ອາກາດທາດພາຍນອກກໍມີ
ອາກາດທາດພາຍໃນ ເປັນແນວໃດໜໍ
ຄື ອຸປະທິນນະກະຮູບພາຍໃນທີ່ເປັນຂອງສະເພາະຕົນ ເປັນສະພາວະຫວ່າງ ມີຄວາມຫວ່າງ ໄດ້ແກ່ ຊ່ອງຫູ ຊ່ອງດັງ ຊ່ອງປາກ ຊ່ອງສໍາລັບກືນຂອງກິນ ຂອງດື່ມ ຂອງຫຍໍ້າ ຂອງຊີມລົດ ຊ່ອງທີ່ພັກຢູ່ແຫ່ງຂອງກິນ ຂອງດື່ມ ຂອງຫຍໍ້າ ຂອງຊີມ ແລະຊ່ອງສໍາລັບຂອງກິນ ຂອງດື່ມ ຂອງຫຍໍ້າ ຂອງຊີມ ໄຫຼລົງເບື້ອງຕ່ຳ ຫຼືອຸປະທິນນະກະຮູບ ພາຍໃນອື່ນໃດທີ່ເປັນຂອງສະເພາະຕົນ ເປັນສະພາວະຫວ່າງ ມີຄວາມຫວ່າງ
ນີ້ເອີ້ນວ່າອາກາດທາດພາຍໃນ

ອາກາດທາດພາຍໃນແລະອາກາດທາດພາຍນອກນີ້ ກໍເປັນອາກາດທາດນັ້ນເອງ ບັນດິດຄວນເຫັນອາກາດທາດນັ້ນຕາມຄວາມເປັນຈິງ ດ້ວຍປັນຍາອັນຖືກຕ້ອງຢ່າງນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ແມ່ນເຮົາ ນັ້ນບໍ່ແມ່ນອັດຕາຂອງເຮົາ” ຄັນເຫັນອາກາດທາດນັ້ນຕາມຄວາມເປັນຈິງ ດ້ວຍປັນຍາອັນຖືກຕ້ອງຢ່າງນີ້ແລ້ວ ຍ່ອມເບື່ອໜ່າຍໃນອາກາດທາດ ແລະທໍາຈິດໃຫ້ຄາຍຄວາມກໍາໜັດຈາກອາກາດທາດ

ເມື່ອນັ້ນ ວິນຍານອັນບໍລິສຸດຜຸດຜ່ອງ ເຫຼືອຢູ່ ບຸກຄົນຍ່ອມຮູ້ເລື່ອງອັນໃດໆ ໄດ້ດ້ວຍວິນຍານນັ້ນ ຄືຮູ້ວ່າ “ສຸກ” ແດ່ ຮູ້ວ່າ “ທຸກ” ແດ່ ຮູ້ວ່າ “ອະທຸກຂະມະສຸຂະ” ແດ່ ເພາະອາໄສຜັດສະອັນເປັນທີ່ຕັ້ງແຫ່ງສຸຂະເວທະນາ ສຸຂະເວທະນາຈຶ່ງເກີດ ບຸກຄົນນັ້ນເມື່ອສະເຫວີຍສຸຂະເວທະນາ ຍ່ອມຮູ້ແຈ້ງວ່າ “ເຮົາສະເຫວີຍສຸຂະເວທະນາຢູ່” ຮູ້ແຈ້ງວ່າ “ເພາະຜັດສະ ອັນເປັນທີ່ຕັ້ງແຫ່ງສຸຂະເວທະນານັ້ນນັ້ນແລດັບ ສຸຂະເວທະນາທີ່ເກີດເພາະອາໄສຜັດສະ ອັນເປັນທີ່ຕັ້ງແຫ່ງສຸຂະເວທະນາ ທີ່ສະເຫວີຍຢູ່ອັນເກີດຈາກຜັດສະນັ້ນ ກໍດັບ ຄືສະຫງົບໄປ”
ເພາະອາໄສຜັດສະ ອັນເປັນທີ່ຕັ້ງແຫ່ງທຸກຂະເວທະນາ ທຸກຂະເວທະນາຈຶ່ງເກີດ ບຸກຄົນນັ້ນ ເມື່ອສະເຫວີຍທຸກຂະເວທະນາ ຍ່ອມຮູ້ແຈ້ງວ່າ “ເຮົາສະເຫວີຍທຸກຂະເວທະນາຢູ່” ຮູ້ແຈ້ງວ່າ “ເພາະຜັດສະອັນ ເປັນທີ່ຕັ້ງແຫ່ງທຸກຂະເວທະນານັ້ນນັ້ນແລດັບ ທຸກຂະເວທະນາທີ່ເກີດເພາະອາໄສຜັດສະ ອັນເປັນທີ່ຕັ້ງແຫ່ງທຸກຂະເວທະນາ ທີ່ສະເຫວີຍຢູ່ອັນເກີດຈາກຜັດສະນັ້ນ ກໍດັບ ຄືສະຫງົບໄປ”



ເພາະອາໄສຜັດສະ ອັນເປັນທີ່ຕັ້ງແຫ່ງອະທຸກຂະມະສຸຂະເວທະນາ ອະທຸກຂະມະສຸຂະເວທະນາ ຈຶ່ງເກີດ ບຸກຄົນນັ້ນເມື່ອສະເຫວີຍອະທຸກຂະມະສຸຂະເວທະນາ ຍ່ອມຮູ້ແຈ້ງວ່າ “ເຮົາສະເຫວີຍອະທຸກຂະມະສຸຂະເວທະນາຢູ່” ຮູ້ແຈ້ງວ່າ “ເພາະຜັດສະ ອັນເປັນທີ່ຕັ້ງແຫ່ງອະທຸກຂະມະສຸຂະເວທະນານັ້ນນັ້ນແລດັບ ອະທຸກຂະມະສຸຂະເວທະນາທີ່ເກີດເພາະອາໄສຜັດສະ ອັນເປັນທີ່ຕັ້ງແຫ່ງອະທຸກຂະມະສຸຂະເວທະນາ ທີ່ສະເຫວີຍຢູ່ອັນເກີດຈາກຜັດສະນັ້ນ ກໍດັ ບຄືສະຫງົບໄປ”

ພິກຂຸ ປຽບເໝືອນໄມ້ ໒ ອັນ ຮຸກຖູກັນ ຈຶ່ງເກີດຄວາມຮ້ອນ ໄຟລຸກຂຶ້ນ ເພາະແຍກໄມ້ທັງສອງນັ້ນອອກຈາກກັນ ຄວາມຮ້ອນທີ່ເກີດຈາກການຮຸກຖູນັ້ນ ຈຶ່ງດັບລະງັບໄປ ແມ່ນເຊັ່ນໃດ ບຸກຄົນກໍເຊັ່ນນັ້ນເໝືອນກັນ ເພາະອາໄສຜັດສະ ອັນເປັນທີ່ຕັ້ງແຫ່ງສຸຂະເວທະນາ ສຸຂະເວທະນາຈຶ່ງເກີດ ບຸກຄົນນັ້ນເມື່ອສະເຫວີຍສຸຂະເວທະນາ ຍ່ອມຮູ້ແຈ້ງວ່າ “ເຮົາສະເຫວີຍສຸຂະເວທະນາຢູ່” ຮູ້ແຈ້ງວ່າ “ເພາະຜັດສະ ອັນເປັນທີ່ຕັ້ງແຫ່ງສຸຂະເວທະນານັ້ນນັ້ນແລດັບ ສຸຂະເວທະນາ ທີ່ເກີດເພາະອາໄສຜັດສະ ອັນເປັນທີ່ຕັ້ງແຫ່ງສຸຂະເວທະນາ ທີ່ສະເຫວີຍຢູ່ອັນເກີດຈາກຜັດສະນັ້ນ ກໍດັບ ຄືສະຫງົບໄປ”

ເພາະອາໄສຜັດສະອັນເປັນທີ່ຕັ້ງແຫ່ງທຸກຂະເວທະນາ ທຸກຂະເວທະນາຈຶ່ງເກີດ ບຸກຄົນນັ້ນເມື່ອສະເຫວີຍທຸກຂະເວທະນາ ຍ່ອມຮູ້ແຈ້ງວ່າ “ເຮົາສະເຫວີຍທຸກຂະເວທະນາຢູ່” ຮູ້ແຈ້ງວ່າ “ເພາະຜັດສະອັນເປັນທີ່ຕັ້ງແຫ່ງທຸກຂະເວທະນານັ້ນນັ້ນແລດັບ ທຸກຂະເວທະນາທີ່ເກີດເພາະອາໄສຜັດສະ ອັນເປັນທີ່ຕັ້ງແຫ່ງທຸກຂະເວທະນາ ທີ່ສະເຫວີຍຢູ່ອັນເກີດຈາກຜັດສະນັ້ນ ກໍດັບ ຄືສະຫງົບໄປ”

ເພາະອາໄສຜັດສະ ອັນເປັນທີ່ຕັ້ງອະທຸກຂະມະສຸຂະເວທະນາ ອະທຸກຂະມະສຸຂະເວທະນາຈຶ່ງເກີດ ບຸກຄົນນັ້ນເມື່ອສະເຫວີຍອະທຸກຂະມະສຸຂະເວທະນາ ຍ່ອມຮູ້ແຈ້ງວ່າ “ເຮົາສະເຫວີຍອະທຸກຂະມະສຸຂະເວທະນາຢູ່” ຮູ້ແຈ້ງວ່າ “ເພາະຜັດສະອັນເປັນທີ່ຕັ້ງແຫ່ງອະທຸກຂະມະສຸຂະເວທະນານັ້ນນັ້ນແລດັບ ອະທຸກຂະມະສຸຂະເວທະນາທີ່ເກີດເພາະອາໄສຜັດສະ ອັນເປັນທີ່ຕັ້ງແຫ່ງອະທຸກຂະມະສຸຂະເວທະນາ ທີ່ສະເຫວີຍຢູ່ອັນເກີດຈາກຜັດສະນັ້ນ ກໍດັບ ຄືສະຫງົບໄປ”



ເມື່ອນັ້ນ ອຸເປກຂາອັນບໍລິສຸດຜຸດຜ່ອງ ອ່ອນໂຍນ ເໝາະແກ່ການໃຊ້ງານ ແລະຜ່ອງໃສ ເຫຼືອຢູ່ ປຽບເໝືອນຊ່າງຄໍາຫຼືລູກນ້ອງຂອງຊ່າງຄໍາຜູ້ຊໍານານ ກະກຽມເບົ້າແລ້ວສຸມປາກເບົ້າ ເອົາຄີມຄີບຄໍາໃສ່ລົງທີ່ປາກເບົ້າ ແລ້ວສູບລົມຕາມສົມຄວນແກ່ເວລາ ເອົານໍ້າພົມຕາມສົມຄວນແກ່ເວລາ ເພັ່ງເບິ່ງຕາມສົມຄວນແກ່ເວລາ ຄໍານັ້ນເປັນຄໍາທີ່ຖືກໄລ່ຂີ້ຄວນໄຟໝົດແລ້ວ ຈຶ່ງເປັນຄໍາອ່ອນ ເໝາະແກ່ການໃຊ້ງານ ຜຸດຜ່ອງ ແລະຊ່າງຄໍາຫຼືລູກນ້ອງຂອງຊ່າງຄໍາ ມຸ່ງໝາຍຈະເຮັດເຄື່ອງປະດັບຊະນິດໃດໆ ຄື ແຜ່ນຄໍາ ຕຸ້ມຫູ ສ້ອຍຄໍ ຫຼືມາລັຍຄໍາ ຄໍານັ້ນຍ່ອມອໍານວຍປະໂຫຍດໃຫ້ເຂົາໄດ້ ແມ່ນເຊັ່ນໃດ ອຸເປກຂາອື່ນກໍເຊັ່ນນັ້ນເໝືອນກັນ ເປັນອຸເປກຂາ ບໍລິສຸດຜຸດຜ່ອງ ອ່ອນໂຍນ ເໝາະແກ່ການໃຊ້ງານ ແລະຜ່ອງໃສເຫຼືອຢູ່

ບຸກຄົນນັ້ນຮູ້ແຈ້ງຢ່າງນີ້ວ່າ “ຖ້າເຮົານ້ອມອຸເປກຂາອັນບໍລິສຸດຜຸດຜ່ອງຢ່າງນີ້ ເຂົ້າໄປສູ່ອາກາສານັນຈາຍະຕະນະ ແລະອົບຮົມຈິດໃຫ້ມີທັມສົມຄວນແກ່ທັມນັ້ນ ເມື່ອເປັນເຊັ່ນນັ້ນ ອຸເປກຂາຂອງເຮົານີ້ ກໍຈະເປັນອຸເປກຂາທີ່ອາໄສອາກາສານັນຈາຍະຕະນະນັ້ນ ຢຶດອາກາສານັນຈາຍະຕະນະນັ້ນ ຄົງຢູ່ຕະຫຼອດກາລະນານ
ຖ້າເຮົານ້ອມອຸເປກຂາ ອັນບໍລິສຸດຜຸດຜ່ອງຢ່າງນີ້ ເຂົ້າໄປສູ່ວິນຍານັນຈາຍະຕະນະ ແລະອົບຮົມຈິດ ໃຫ້ມີທັມສົມຄວນແກ່ສະພາວະນັ້ນ ເມື່ອເປັນເຊັ່ນນັ້ນ ອຸເປກຂາຂອງເຮົານີ້ ກໍຈະເປັນອຸເປກຂາທີ່ອາໄສວິນຍານັນຈາຍະຕະນະນັ້ນ ຢຶດວິນຍານນັນຈາຍະຕະນະນັ້ນ ຄົງຢູ່ຕະຫຼອດກາລະນານ

ຖ້າເຮົານ້ອມອຸເປກຂາອັນບໍລິສຸດຜຸດຜ່ອງຢ່າງນີ້ ເຂົ້າໄປສູ່ອາກິນຈັນຍາຍະຕະນະ ແລະອົບຮົມຈິດໃຫ້ມີທັມສົມຄວນແກ່ສະພາວະນັ້ນ ເມື່ອເປັນເຊັ່ນນັ້ນ ອຸເປກຂາຂອງເຮົານີ້ກໍຈະເປັນອຸເປກຂາທີ່ອາໄສອາກິນຈັນຍາຍະຕະນະນັ້ນ ຢຶດອາກິນຈັນຍາຍະຕະນະນັ້ນ ຄົງຢູ່ຕະຫຼອດກາລະນານ
ຖ້າເຮົານ້ອມອຸເປກຂາອັນບໍລິສຸດຜຸດຜ່ອງຢ່າງນີ້ ເຂົ້າໄປສູ່ເນວະສັນຍານາສັນຍາຍະຕະນະ ແລະອົບຮົມຈິດໃຫ້ມີທັມສົມຄວນແກ່ສະພາວະນັ້ນ ເມື່ອເປັນເຊັ່ນນັ້ນ ອຸເປກຂາຂອງເຮົານີ້ ກໍຈະເປັນອຸເປກຂາທີ່ອາໄສເນວະສັນຍານາສັນຍາຍະຕະນະນັ້ນ ຢຶດເນວະສັນຍານາສັນຍາຍະຕະນະນັ້ນ ຄົງຢູ່ຕະຫຼອດກາລະນານ




ພິກຂຸນັ້ນຮູ້ແຈ້ງຢ່າງນີ້ວ່າ “ຖ້າເຮົານ້ອມອຸເປກຂາອັນບໍລິສຸດຜຸດຜ່ອງຢ່າງນີ້ ເຂົ້າໄປສູ່ອາກາສານັນຈາຍະຕະນະ ແລະອົບຮົມຈິດໃຫ້ມີທັມສົມຄວນແກ່ສະພາວະນັ້ນ ຈິດນີ້ກໍຈະເປັນຈິດທີ່ຖືກປັດໄຈປຸງແຕ່ງແລ້ວ
ຖ້າເຮົານ້ອມອຸເປກຂາອັນບໍລິສຸດຜຸດຜ່ອງຢ່າງນີ້ ເຂົ້າໄປສູ່ວິນຍານັນຈາຍະຕະນະ ແລະອົບຮົມຈິດໃຫ້ມີທັມສົມຄວນແກ່ສະພາວະນັ້ນ ຈິດນີ້ກໍຈະເປັນຈິດທີ່ຖືກປັດໄຈປຸງແຕ່ງແລ້ວ
ຖ້າເຮົານ້ອມອຸເປກຂາອັນບໍລິສຸດຜຸດຜ່ອງຢ່າງນີ້ ເຂົ້າໄປສູ່ອາກິນຈັນຍາຍະຕະນະ ແລະອົບຮົມຈິດໃຫ້ມີທັມສົມຄວນແກ່ສະພາວະນັ້ນ ຈິດນີ້ກໍເປັນຈິດທີ່ຖືກປັດໄຈປຸງແຕ່ງແລ້ວ
ຖ້າເຮົານ້ອມອຸເປກຂາອັນບໍລິສຸດຜຸດຜ່ອງຢ່າງນີ້ ເຂົ້າໄປສູ່ເນວະສັນຍານາສັນຍາຍະຕະນະ ແລະອົບຮົມຈິດໃຫ້ມີທັມສົມຄວນແກ່ສະພາວະນັ້ນ ຈິດນີ້ກໍຈະເປັນຈິດທີ່ຖືກປັດໄຈປຸງແຕ່ງແລ້ວ
ພິກຂຸນັ້ນຈະບໍ່ປຸງແຕ່ງ ຈະບໍ່ຄິດເຖິງຄວາມຈະເລີນຫຼືຄວາມເສື່ອມເລີຍ ເຂົາເມື່ອບໍ່ປຸງແຕ່ງ ບໍ່ຄິດເຖິງ ຍ່ອມບໍ່ຢຶດໝັ້ນອັນໃດໆໃນໂລກ ເມື່ອບໍ່ຢຶດໝັ້ນ ຍ່ອມບໍ່ຫວາດຫວັ່ນ ເມື່ອບໍ່ຫວາດຫວັ່ນ ຍ່ອມດັບກິເລດໄດ້ສະເພາະຕົນເທົ່ານັ້ນ ຮູ້ແຈ້ງວ່າ “ຊາດສິ້ນແລ້ວ ຢູ່ຈົບພຣົມມະຈັນແລ້ວ ທໍາກິດທີ່ຄວນເຮັດສໍາເລັດແລ້ວ ບໍ່ມີກິດອື່ນເພື່ອຄວາມເປັນຢ່າງນີ້ອີກຕໍ່ໄປ”

ຖ້າພິກຂຸນັ້ນສະເຫວີຍສຸຂະເວທະນາ ຈຶ່ງຮູ້ແຈ້ງວ່າ “ສຸຂະເວທະນານັ້ນບໍ່ທ່ຽງ” ຮູ້ແຈ້ງວ່າ “ບໍ່ຄວນໝົກໝຸ້ນ” ຮູ້ແຈ້ງວ່າ “ບໍ່ຄວນເພີດເພີນ”

ຖ້າເຂົາສະເຫວີຍທຸກຂະເວທະນາ ຈຶ່ງຮູ້ແຈ້ງວ່າ “ທຸກຂະເວທະນານັ້ນບໍ່ທ່ຽງ” ຮູ້ແຈ້ງວ່າ “ບໍ່ຄວນໝົກໝຸ້ນ” ຮູ້ແຈ້ງວ່າ “ບໍ່ຄວນເພີດເພີນ”
ຖ້າເຂົາສະເຫວີຍອະທຸກຂະມະສຸຂະເວທະນາ ຈຶ່ງຮູ້ແຈ້ງວ່າ “ອະທຸກຂະມະສຸຂະເວທະນານັ້ນບໍ່ທ່ຽງ” ຮູ້ແຈ້ງວ່າ “ບໍ່ຄວນໝົກໝຸ້ນ” ຮູ້ແຈ້ງວ່າ “ບໍ່ຄວນເພີດເພີນ”

ຖ້າເຂົາສະເຫວີຍສຸຂະເວທະນາ ຈຶ່ງເປັນຜູ້ປາສະຈາກ (ກິເລດ) ສະເຫວີຍສຸຂະເວທະນານັ້ນ



ຖ້າເຂົາສະເຫວີຍທຸກຂະເວທະນາ ຈຶ່ງເປັນຜູ້ປາສະຈາກ (ກິເລດ) ສະເຫວີຍທຸກຂະເວທະນານັ້ນ
ຖ້າເຂົາສະເຫວີຍອະທຸກຂະມະສຸຂະເວທະນາ ຈຶ່ງເປັນຜູ້ປາສະຈາກ (ກິເລດ) ສະເຫວີຍອະທຸກຂະມະສຸຂະເວທະນານັ້ນ ທ່ານເມື່ອສະເຫວີຍເວທະນາມີກາຍເປັນທີ່ສຸດ ຈຶ່ງຮູ້ແຈ້ງວ່າ “ເຮົາສະເຫວີຍເວທະນາມີກາຍເປັນທີ່ສຸດ” ເມື່ອສະເຫວີຍເວທະນາ ມີຊີວິດເປັນທີ່ສຸດ ຈຶ່ງຮູ້ແຈ້ງວ່າ “ເຮົາສະເຫວີຍເວທະນາມີຊີວິດເປັນທີ່ສຸດ” ຮູ້ແຈ້ງວ່າ “ຫຼັງຈາກຕາຍໄປ ເວທະນາທັງປວງບໍ່ຄວນເພີດເພີນ ຈະເຢັນໃນໂລກນີ້ແທ້ແລ”

ພິກຂຸ ປຽບເໝືອນຕະກຽງນໍ້າມັນລຸກໄໝ້ຢູ່ໄດ້ ເພາະອາໄສນໍ້າມັນແລະໄສ້ ຕະກຽງນໍ້າມັນນັ້ນຍ່ອມໝົດເຊື້ອດັບໄປ ເພາະໝົດນໍ້າມັນແລະໄສ້ ແລະເພາະບໍ່ເຕີມນໍ້າມັນແລະໄສ້ໃໝ່ ແມ່ນເຊັ່ນໃດ ພິກຂຸກໍເຊັ່ນນັ້ນເໝືອນກັນ ເມື່ອສະເຫວີຍເວທະນາມີກາຍເປັນທີ່ສຸດ ຈຶ່ງຮູ້ແຈ້ງວ່າ “ເຮົາສະເຫວີຍເວທະນາມີກາຍເປັນທີ່ສຸດ” ເມື່ອສະເຫວີຍເວທະນາມີຊີວິດເປັນທີ່ສຸດ ຈຶ່ງຮູ້ແຈ້ງວ່າ “ເຮົາສະເຫວີຍເວທະນາມີຊີວິດເປັນທີ່ສຸດ” ຮູ້ແຈ້ງວ່າ “ຫຼັງຈາກຕາຍໄປ ເວທະນາທັງປວງບໍ່ຄວນເພີດເພີນ ຈະເຢັນໃນໂລກນີ້ແທ້ແລ” ເພາະເຫດນັ້ນ ພິກຂຸຜູ້ພຽບພ້ອມແລ້ວຢ່າງນີ້ ຊື່ວ່າເປັນຜູ້ປະກອບດ້ວຍອະທິດຖານະທັມ ຄືປັນຍາອັນຍອດຢ້ຽມນີ້ ເພາະວ່າປັນຍາອັນປະເສີດ ຍອດຢ້ຽມນີ້ ຄືຄວາມຮູ້ໃນທັມເປັນທີ່ສິ້ນທຸກທັງປວງ

ຄວາມຫຼຸດພົ້ນຂອງພິກຂຸນັ້ນ ເປັນອັນຕັ້ງຢູ່ ບໍ່ກໍາເລີບໃນສັດຈະ ເພາະວ່າສິ່ງໃດມີຄວາມລືມເລືອນເປັນທໍາມະດາ ສິ່ງນັ້ນເປັນຂອງຫຼອກ ສິ່ງໃດບໍ່ມີຄວາມລືມເລືອນເປັນທໍາມະດາ ສິ່ງນັ້ນເປັນຂອງຈິງຄືນິບພານ ເພາະສະນັ້ນ ພິກຂຸຜູ້ພຽບພ້ອມແລ້ວຢ່າງນີ້ ຈຶ່ງຊື່ວ່າເປັນຜູ້ປະກອບດ້ວຍອະທິດຖານະທັມ ຄືສັດຈະອັນຍອດຢ້ຽມນີ້ ເພາະສັດຈະນີ້ເປັນບໍຣົມອະຣິຍະສັດຈະຄືນິບພານອັນບໍ່ມີຄວາມລືມເລືອນເປັນທໍາມະດາ

ອັນໜຶ່ງ ອຸປະທິທັງຫຼາຍຂອງພິກຂຸ ຜູ້ບໍ່ຮູ້ແຈ້ງໃນການກ່ອນນັ້ນນັ້ນແລ ເປັນອັນເຂົາສະມາທານໃຫ້ບໍລິບູນແລ້ວ ເຂົາລະອຸປະທິເຫຼົ່ານັ້ນໄດ້ແລ້ວ ຕັດຮາກຖອນເຫງົ້າ ເໝືອນຕົ້ນຕານ ທີ່ຖືກຕັດຮາກຖອນເຫງົ້າໄປແລ້ວ ເຫຼືອແຕ່ພື້ນທີ່ ເຮັດໃຫ້ບໍ່ມີ


ເກີດຂຶ້ນຕໍ່ໄປບໍ່ໄດ້ ເພາະສະນັ້ນ ພິກຂຸຜູ້ພຽບພ້ອມແລ້ວຢ່າງນີ້ ຈຶ່ງຊື່ວ່າເປັນຜູ້ປະກອບດ້ວຍອະທິດຖານະທັມ ຄືຈາຄະອັນຍອດຢ້ຽມນີ້ ເພາະວ່າຈາຄະອັນປະເສີດ ຍອດຢ້ຽມນີ້ ຄືຄວາມສະລະຄືນອຸປະທິທັງປວງ

ອັນໜຶ່ງ ອະພິດຊາ ຄື ຄວາມພໍໃຈ ຄວາມກໍາໜັດຍິນດີຂອງພິກຂຸ ຜູ້ບໍ່ຮູ້ແຈ້ງໃນການກ່ອນນັ້ນນັ້ນແລມີຢູ່ ເຂົາລະອະພິດຊາ ຄື ຄວາມພໍໃຈ ຄວາມກໍາໜັດຍິນດີໄດ້ແລ້ວ ຕັດຮາກຖອນເຫງົ້າ ເໝືອນຕົ້ນຕານ ທີ່ຖືກຕັດຮາກຖອນເຫງົ້າໄປແລ້ວ ເຫຼືອແຕ່ພື້ນທີ່ ເຮັດໃຫ້ບໍ່ມີ ເກີດຂຶ້ນຕໍ່ໄປບໍ່ໄດ້
ຄວາມອາຄາດ ຄື ຄວາມພະຍາບາດ ຄວາມຄິດປະທຸດສະຮ້າຍ ຂອງພິກຂຸຜູ້ບໍ່ຮູ້ແຈ້ງໃນການກ່ອນນັ້ນນັ້ນແລມີຢູ່ ເຂົາລະຄວາມອາຄາດ ຄື ຄວາມພະຍາບາດ ຄວາມຄິດປະທຸດສະຮ້າຍ ນັ້ນໄດ້ແລ້ວ ຕັດຮາກຖອນເຫງົ້າ ເໝືອນຕົ້ນຕານ ທີ່ຖືກຕັດຮາກຖອນເຫງົ້າໄປແລ້ວ ເຫຼືອແຕ່ພື້ນທີ່ ເຮັດໃຫ້ບໍ່ມີ ເກີດຂຶ້ນຕໍ່ໄປບໍ່ໄດ້
ອະວິດຊາ ຄື ຄວາມຫຼົງ ງົມງາຍຂອງພິກຂຸ ຜູ້ບໍ່ຮູ້ແຈ້ງໃນການກ່ອນນັ້ນນັ້ນແລມີຢູ່ ເຂົາລະອະພິດຊາ ຄືຄວາມຫຼົງ ງົມງາຍນັ້ນໄດ້ແລ້ວ ຕັດຮາກຖອນເຫງົ້າ ເໝືອນຕົ້ນຕານ ທີ່ຖືກຕັດຮາກຖອນເຫງົ້າໄປແລ້ວ ເຫຼືອແຕ່ພື້ນທີ່ ເຮັດໃຫ້ບໍ່ມີ ເກີດຂຶ້ນຕໍ່ໄປບໍ່ໄດ້ ເພາະສະນັ້ນ ພິກຂຸຜູ້ພຽບພ້ອມແລ້ວຢ່າງນີ້ ຈຶ່ງຊື່ວ່າເປັນຜູ້ປະກອບດ້ວຍອະທິດຖານະທັມ ຄື ອຸປະສະມະອັນຍອດຢ້ຽມນີ້ ຄວາມສະຫງົບລະງັບຣາຄະ ໂທສະ ໂມຫະ ນີ້ເປັນຄວາມສະຫງົບລະງັບ ອັນປະເສີດຍອດຢ້ຽມ
ຄໍາທີ່ເຮົາກ່າວໄວ້ວ່າ “ບຸຣຸດບໍ່ຄວນປະໝາດປັນຍາ ຄວນຕາມຮັກສາສັດຈະ ຄວນເພີ່ມພູນຈາຄະ ຄວນສຶກສາແຕ່ທາງສະຫງົບເທົ່ານັ້ນ” ນັ້ນ ເພາະອາໄສເຫດນີ້ ເຮົາຈຶ່ງກ່າວໄວ້

ເຮົາກ່າວຄໍານີ້ໄວ້ວ່າ “ເມື່ອຄວາມກໍານົດໝາຍ ຊຶມຊາບບໍ່ເຖິງບຸຣຸດ ຜູ້ຄົງຢູ່ໃນອະທິດຖານະທັມ ບັນດິດຈຶ່ງເອີ້ນບຸຣຸດນັ້ນວ່າ “ມຸນີຜູ້ສະຫງົບແລ້ວ” ເພາະອາໄສເຫດຫຍັງໜໍ ເຮົາຈຶ່ງກ່າວໄວ້ເຊັ່ນນັ້ນ
ພິກຂຸ ຄວາມກໍານົດໝາຍວ່າ “ເຮົາມີ” ຄວາມກໍານົດໝາຍວ່າ “ເຮົາບໍ່ມີ” ຄວາມກໍານົດໝາຍວ່າ “ເຮົາຈະມີ” ຄວາມກໍານົດໝາຍວ່າ “ເຮົາຈະບໍ່ມີ” ຄວາມກໍານົດໝາຍວ່າ “ເຮົາຈະມີຮູບ” ຄວາມກໍານົດໝາຍວ່າ “ເຮົາຈະບໍ່ມີຮູບ” ຄວາມກໍານົດໝາຍວ່າ



“ເຮົາຈະມີສັນຍາ” ຄວາມກໍານົດໝາຍວ່າ “ເຮົາຈະບໍ່ມີສັນຍາ” ຄວາມກໍານົດໝາຍວ່າ “ເຮົາຈະມີສັນຍາກໍບໍ່ແມ່ນບໍ່ມີສັນຍາກໍບໍ່ແມ່ນ”
ຄວາມກໍານົດໝາຍເປັນດັ່ງໂຣຄາ ຄວາມກໍານົດໝາຍເປັນດັ່ງຫົວຝີ ຄວາມກໍານົດໝາຍເປັນດັ່ງລູກສອນ ແຕ່ເຮົາເອີ້ນພິກຂຸວ່າ “ມຸນີຜູ້ສະຫງົບແລ້ວ” ເພາະກ້າວຂ້າມຄວາມກໍານົດໝາຍທັງປວງ ເພາະວ່າມຸນີຜູ້ສະຫງົບແລ້ວ ຍ່ອມບໍ່ເກີດ ບໍ່ແກ່ ບໍ່ຕາຍ ບໍ່ກໍາເລີບ ບໍ່ທະເຍີທະຍານ ແມ່ນມຸນີນັ້ນ ກໍບໍ່ມີເຫດທີ່ຕ້ອງເກີດ ເມື່ອບໍ່ເກີດ ຈະແກ່ໄດ້ຈັ່ງໃດ ເມື່ອບໍ່ແກ່ ຈະຕາຍໄດ້ຈັ່ງໃດ ເມື່ອບໍ່ຕາຍ ຈະກໍາເລີບໄດ້ຈັ່ງໃດ ເມື່ອບໍ່ກໍາເລີບ ຈະທະເຍີທະຍານໄດ້ຈັ່ງໃດ
ຄໍາທີ່ເຮົາກ່າວໄວ້ວ່າ “ເມື່ອຄວາມກໍານົດໝາຍ ຊຶມຊາບບໍ່ເຖິງບຸຣຸດຜູ້ຄົງຢູ່ໃນອະທິດຖານະທັມ ບັນດິດຈຶ່ງເອີ້ນບຸຣຸດນັ້ນວ່າ “ມຸນີຜູ້ສະຫງົບແລ້ວ” ນັ້ນ ເພາະອາໄສເຫດນີ້ເຮົາຈຶ່ງກ່າວໄວ້
ພິກຂຸ ເຈົ້າຈົ່ງຈໍາທາດວິພັງ ໖ ໂດຍຫຍໍ້ນີ້ຂອງເຮົາໄວ້”

ຄັ້ງນັ້ນແລ ທ່ານພຣະປຸກກຸສາຕິຮູ້ວ່າ “ໄດ້ຍິນວ່າ ພຣະສາສະດາຂອງເຮົາສະເດັດມາເຖິງແລ້ວ ໄດ້ຍິນວ່າ ພຣະສຸຄົດຂອງເຮົາສະເດັດມາເຖິງແລ້ວ ໄດ້ຍິນວ່າ ພຣະສັມມາສັມພຸດທະເຈົ້າຂອງເຮົາສະເດັດມາເຖິງແລ້ວ” ຈຶ່ງລຸກຂຶ້ນຈາກອາສະນະ ຫົ່ມຜ້າບ່ຽງບ່າ ໝອບລົງແທບພຣະບາທາຂອງພຣະຜູ້ມີພຣະພາກເຈົ້າດ້ວຍຫົວແຫ່ງຕົນ ແລ້ວຂາບທູນພຣະຜູ້ມີພຣະພາກເຈົ້າວ່າ “ຂ້າແຕ່ພຣະອົງຜູ້ຈະເລີນ ຂ້ານ້ອຍຜູ້ໂງ່ງ່າວ ເບົາປັນຍາ ມີຄວາມຜິດ ທີ່ຂ້ານ້ອຍໄດ້ສໍາຄັນພຣະຜູ້ມີພຣະພາກເຈົ້າ ວ່າຄວນເອີ້ນຂານດ້ວຍວາທະ ວ່າຜູ້ມີອາຍຸ ຂໍພຣະຜູ້ມີພຣະພາກເຈົ້າຈົ່ງໃຫ້ອະໄພໂທດແກ່ຂ້ານ້ອຍ ເພື່ອສັງລວມຕໍ່ໄປ”

ພຣະຜູ້ມີພຣະພາກເຈົ້າຕັດວ່າ “ເອົາເທີ້ນ ເຈົ້າຜູ້ໂງ່ງ່າວ ເບົາປັນຍາ ມີຄວາມຜິດ ທີ່ໄດ້ສໍາຄັນເຮົາ ວ່າຄວນເອີ້ນຂານດ້ວຍວາທະ ວ່າຜູ້ມີອາຍຸ ແຕ່ເຈົ້າເຫັນຄວາມຜິດໂດຍເປັນຄວາມຜິດແລ້ວ ກະທໍາຄືນຕາມທັມ ເຮົາກໍຍົກໂທດໃຫ້ເຈົ້າ ພິກຂຸ ກໍການທີ່ບຸກຄົນເຫັນຄວາມຜິດໂດຍເປັນຄວາມຜິດ ແລ້ວກະທໍາຄືນຕາມທັມ ເຖິງຄວາມສັງລວມຕໍ່ໄປ ນີ້ເປັນຄວາມຈະເລີນໃນອະຣິຍະວິນັຍ”

ທ່ານພຣະປຸກກຸສາຕິຂາບທູນວ່າ “ຂ້າແຕ່ພຣະອົງຜູ້ຈະເລີນ ຂ້ານ້ອຍຈົ່ງໄດ້ອຸປະສົມບົດໃນສໍານັກຂອງພຣະຜູ້ມີພຣະພາກເຈົ້າເທີ້ນ”



“ເຈົ້າມີບາດ ແລະຈີວອນຄົບແລ້ວບໍ”

“ບໍ່ທັນຄົບ ຂ້ານ້ອຍ”

“ພິກຂຸ ຕະຖາຄົດທັງຫຼາຍ ຈະບໍ່ໃຫ້ກຸລະບຸດຜູ້ມີບາດ ແລະຈີວອນບໍ່ຄົບອຸປະສົມບົດ”

ລຳດັບນັ້ນ ທ່ານພຣະປຸກກຸສາຕິ ຊື່ນຊົມຍິນດີພຣະພາສິດຂອງພຣະຜູ້ມີພຣະພາກເຈົ້າ ລຸກຂຶ້ນຈາກອາສະນະ ຖວາຍອະພິວາດພຣະຜູ້ມີພຣະພາກເຈົ້າ ກະທໍາປະທັກຂິນາ ແລ້ວຜ່າຍຈາກໄປສະແຫວງຫາບາດແລະຈີວອນ
ທັນໃດນັ້ນເອງ ແມ່ງົວໄດ້ຊົນທ່ານພຣະປຸກກຸສາຕິ ຜູ້ກໍາລັງທ່ຽວສະແຫວງຫາບາດ ແລະຈີວອນເສຍຊີວິດ ຄັ້ງນັ້ນ ພິກຂຸຈໍານວນຫຼາຍ ໄດ້ເຂົ້າເຝົ້າພຣະຜູ້ມີພຣະພາກເຈົ້າເຖິງທີ່ປະທັບ ຖວາຍອະພິວາດ ແລ້ວນັ່ງທີ່ສົມຄວນ ໄດ້ຂາບທູນພຣະຜູ້ມີພຣະພາກເຈົ້າວ່າ “ກຸລະບຸດຊື່ປຸກກຸສາຕິ ທີ່ພຣະຜູ້ມີພຣະພາກເຈົ້າ ຊົງໂອວາດດ້ວຍພຣະໂອວາດໂດຍຫຍໍ້ນັ້ນ ຕາຍເສຍແລ້ວ ທ່ານມີຄະຕິເປັນແນວໃດໜໍ ມີສັມປະຣາຍະພົບເປັນແນວໃດໜໍ ຂ້ານ້ອຍ”
ພຣະຜູ້ມີພຣະພາກເຈົ້າຕັດວ່າ “ພິກຂຸທັງຫຼາຍ ປຸກກຸສາຕິກຸລະບຸດ ເປັນບັນດິດ ໄດ້ບັນລຸທັມສົມຄວນແກ່ທັມແລ້ວ ແລະເຂົາບໍ່ໃຫ້ເຮົາລຳບາກເພາະເຫດແຫ່ງທັມ ເພາະໂອຣັມພາຄິຍະສັງໂຍດ ໕ ສິ້ນໄປ ປຸກກຸສາຕິກຸລະບຸດ ຈຶ່ງເປັນໂອປະປາຕິກະ ຈະນິບພານໃນໂລກນັ້ນ ບໍ່ຫວນກັບມາຈາກໂລກນັ້ນອີກ”
ພຣະຜູ້ມີພຣະພາກເຈົ້າໄດ້ຕັດພາສິດນີ້ແລ້ວ ພິກຂຸເຫຼົ່ານັ້ນມີໃຈຍິນດີຕ່າງຍິນດີພຣະພາສິດຂອງພຣະຜູ້ມີພຣະພາກເຈົ້າ ດັ່ງນີ້ແລ
ທາຕຸວິພັງຄະສູຕທີ ໑໐ ຈົບ
ພຣະໄຕຣປິດົກມັດຊິມະນິກາຍ ອຸປະຣິປັນນາສະ ເຫຼັ້ມທີ ໑໔ ຂໍ້ທີ ໓໔໒-໓໗໐ (ບາລີ ໖໗໓-໖໙໗).
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ