ລໍາດັບແຫ່ງໂລກິຍະສຸກ

ທໍາໃນເບື້ອງຕົ້ນ

0:00/0:00
(ລໍາດັບແຫ່ງຄວາມສຸຂແບບຕ່າງໆໃນທາງໂລກ ຕັ້ງແຕ່ຫຍາບຈົນເຖິງລະອຽດທີ່ສຸດ ຊຶ່ງຍັງບໍ່ເຖິງນິພພານ)

ອານົນທ໌ ! ກາມະຄຸນມີ ໕ ຢ່າງ, ຫ້າຢ່າງເຫຼົ່າໃດໜໍ ? ຫ້າຢ່າງ ຄືຮູບທັງຫຼາຍທີ່ເຫັນໄດ້ທາງຕາກໍດີ, ສຽງທັງຫຼາຍທີ່ຟັງໄດ້ທາງຫູກໍດີ, ກິ່ນທັງຫຼາຍທີ່ດົມຮູ້ໄດ້ທາງດັງກໍດີ, ຣົສທັງຫຼາຍທີ່ຊີມໄດ້ທາງລີ້ນກໍດີ, ແລະໂຜຕຖັພພະທີ່ສັມຜັສຮູ້ທາງຜິວກາຍກໍດີ, ອັນເປັນສິ່ງທີ່ໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈ ທີ່ຍວນຕາຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈມີຢູ່. ອານົນທ໌ ! ເຫຼົ່ານີ້ແລຄື ກາມະຄຸນ ໕ ຢ່າງ.

ອານົນທ໌ ! ສຸຂໂສມະນັດສະໃດ ອາໄສກາມະຄຸນຫ້າເຫຼົ່ານີ້ ບັງເກີດຂຶ້ນ; ອານົນທ໌ ! ສຸຂໂສມະນັດສະນັ້ນ ເອີ້ນວ່າ “ກາມະສຸຂ”.

ອານົນທ໌ ! ຊົນເຫຼົ່າໃດກໍຕາມ ຈະຍ່ອມກ່າວດັ່ງນີ້ວ່າ “ສັຕທັງຫຼາຍ ທີ່ໄດ້ສະເຫວີຍສະເພາະ ຊຶ່ງກາມະສຸຂ ຍ່ອມຢູ່ໃນຖານະ ໄດ້ບໍຣົມສັນຕິ ບໍຣົມສຸຂ ບໍຣົມໂສມະນັດສະ” ດັ່ງນີ້. ອານົນທ໌ ! ເຮົາຕະຖາຄົຕ ບໍ່ຍອມຮັບຮອງຄໍາກ່າວເຊັ່ນນັ້ນ ຂອງຊົນເຫຼົ່ານັ້ນ. ຂໍ້ນີ້ເພາະເຫຕໃດ ? ອານົນທ໌ ! ເພາະເຫຕວ່າ ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກາມະສຸຂ ນັ້ນ ຍັງມີຢູ່.

ນົນທ໌ ! ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າກາມະສຸຂ ນັ້ນ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸ ໃນທັມວິນັຍນີ້ ເພາະສະງັດຈາກກາມ ແລະ ສະງັດຈາກອະກຸສົລທັມທັງຫຼາຍ ຈຶ່ງບັນລຸຊານທີໜຶ່ງ ຊຶ່ງມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່. ອານົນທ໌ ! ນີ້ແລ ຄື ຄວາມສຸຂ ຊະນິດທີ່ເປັນຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າກາມະສຸຂນັ້ນ. ອານົນທ໌ ! ແຕ່ເຖິງແມ່ນເຊັ່ນນັ້ນ ຖ້າຊົນເຫຼົ່າໃດ ຈະຍ່ອມກ່າວດັ່ງນີ້ວ່າ “ສັຕທັງຫຼາຍ ທີ່ໄດ້ສະເຫວີຍສະເພາະ ຊຶ່ງສຸຂອັນເກີດແຕ່ປະຖົມຊານ ຍ່ອມຢູ່ໃນຖານະໄດ້ບໍຣົມສັນຕິ ບໍຣົມສຸຂ ບໍຣົມໂສມະນັດສະ” ດັ່ງນີ້. ອານົນທ໌ ! ເຮົາບໍ່ຍອມຮັບຮອງຄໍາກ່າວເຊັ່ນນັ້ນ ຂອງຊົນເຫຼົ່ານັ້ນ. ຂໍ້ນີ້ເພາະເຫຕໃດ ? ອານົນທ໌ ! ເພາະເຫຕວ່າ ສຸຂຢ່າງອື່ນທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂ ອັນເກີດແຕ່ປະຖົມມະຊານນັ້ນ ຍັງມີຢູ່.

ອານົນທ໌ ! ສຸຂຢ່າງອື່ນທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ປະຖົມມະຊານ ນັ້ນ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນທັມວິນັຍນີ້ ເພາະວິຕົກວິຈາຣລະງັບ ຈຶ່ງ ບັນລຸເຖິງຊານທີສອງ ອັນເປັນເຄື່ອງຜ່ອງໃສໃນພາຍໃນ ເຮັດໃຫ້ເກີດສະມາທິ ມີອາຣົມອັນດຽວແຫ່ງໃຈ ບໍ່ມີວິຕົກວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດແຕ່ສະມາທິ ແລ້ວແລຢູ່. ອານົນທ໌ ! ນີ້ແລ ຄືຄວາມສຸຂ ຊະນິດທີ່ເປັນຢ່າງອື່ນທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ປະຖົມມະຊານນັ້ນ. ອານົນທ໌ ! ແຕ່ເຖິງແມ່ນເຊັ່ນນັ້ນ ຖ້າຊົນເຫຼົ່າໃດ ຈະຍ່ອມກ່າວດັ່ງນີ້ວ່າ “ສັຕທັງຫຼາຍທີ່ໄດ້ສະເຫວີຍສະເພາະ ຊຶ່ງສຸຂອັນເກີດແຕ່ ທຸຕິຍະຊານ ຍ່ອມຢູ່ໃນຖານະ ໄດ້ບໍຣົມສັນຕິ ບໍຣົມສຸຂ ບໍຣົມໂສມະນັດສະ” ດັ່ງນີ້. ອານົນທ໌ ! ເຮົາບໍ່ຍອມຮັບຮອງຄໍາກ່າວເຊັ່ນນັ້ນ ຂອງຊົນເຫຼົ່ານັ້ນ. ຂໍ້ນີ້ເພາະເຫຕໃດ ? ອານົນທ໌ ! ເພາະເຫຕວ່າສຸຂຢ່າງອື່ນທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ທຸຕິຍະຊານນັ້ນ ຍັງມີຢູ່.

ອານົນທ໌ ! ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ທຸຕິຍະຊານ ນັ້ນ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນທັມວິນັຍນີ້ ເພາະຄວາມຈາງຄາຍໄປ ແຫ່ງປີຕິ ເປັນຜູ້ຢູ່ອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂຢູ່ດ້ວຍນາມກາຍ ຈຶ່ງ ບັນລຸຊານທີສາມ ເປັນຊານທີ່ພຣະອະຣິຍະເຈົ້າທັງຫຼາຍ ກ່າວວ່າ ຜູ້ບັນລຸຊານນີ້ ເປັນຜູ້ຢູ່ອຸເປກຂາ ມີສະຕິ ຢູ່ເປັນປົກກະຕິສຸຂ ດັ່ງນີ້ ແລ້ວແລຢູ່. ອານົນທ໌ ! ນີ້ແລ ຄືຄວາມສຸຂ ຊະນິດທີ່ເປັນຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ທຸຕິຍະຊານນັ້ນ. ອານົນທ໌ ! ແຕ່ເຖິງແມ່ນເຊັ່ນນັ້ນ ຖ້າຊົນເຫຼົ່າໃດ ຈະຍ່ອມກ່າວດັ່ງນີ້ວ່າ “ສັຕທັງຫຼາຍ ທີ່ໄດ້ສະເຫວີຍສະເພາະ ຊຶ່ງສຸຂອັນເກີດແຕ່ຕະຕິຍະຊານ ຍ່ອມຢູ່ໃນຖານະໄດ້ບໍຣົມສັນຕິ ບໍຣົມສຸຂ ບໍຣົມໂສມະນັດສະ” ດັ່ງນີ້. ອານົນທ໌ ! ເຮົາບໍ່ຍອມຮັບຮອງຄໍາກ່າວເຊັ່ນນັ້ນ ຂອງຊົນເຫຼົ່ານັ້ນ. ຂໍ້ນີ້ເພາະເຫຕໃດ ? ອານົນທ໌ ! ເພາະເຫຕວ່າ ສຸຂຢ່າງອື່ນທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ຕະຕິຍະຊານນັ້ນ ຍັງມີຢູ່.

ອານົນທ໌ ! ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂ ອັນເກີດແຕ່ຕະຕິຍະຊານນັ້ນ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນທັມວິນັຍນີ້ ເພາະລະສຸຂເສຍໄດ້ ແລະເພາະລະທຸກຂ໌ເສຍໄດ້, ເພາະຄວາມດັບຫາຍໄປແຫ່ງໂສມະນັດສະແລະໂທມະນັດສະໃນກາລກ່ອນ, ຈຶ່ງ ບັນລຸຊານທີສີ່ ອັນບໍ່ມີທຸກຂ໌ ບໍ່ມີສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາດບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. ອານົນທ໌ ! ນີ້ແລຄືຄວາມສຸຂ ຊະນິດທີ່ເປັນຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ຕະຕິຍະຊານນັ້ນ. ອານົນທ໌ ! ແຕ່ເຖິງແມ່ນເຊັ່ນນັ້ນ ຖ້າຊົນເຫຼົ່າໃດ ຈະຍ່ອມກ່າວດັ່ງນີ້ວ່າ “ສັຕທັງຫຼາຍ ທີ່ໄດ້ສະເຫວີຍສະເພາະ ຊຶ່ງສຸຂອັນເກີດແຕ່ຈະຕຸຕຖະຊານ ຍ່ອມຢູ່ໃນຖານະ ໄດ້ບໍຣົມສັນຕິ ບໍຣົມສຸຂ ບໍຣົມໂສມະນັດສະ” ດັ່ງນີ້. ອານົນທ໌ ! ເຮົາບໍ່ຍອມຮັບຮອງຄໍາກ່າວເຊັ່ນນັ້ນ ຂອງຊົນເຫຼົ່ານັ້ນ. ຂໍ້ນີ້ເພາະເຫຕໃດ ? ອານົນທ໌ ! ເພາະເຫຕວ່າ ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂ ອັນເກີດແຕ່ຈະຕຸຕຖະຊານນັ້ນ ຍັງມີຢູ່.

ອານົນທ໌ ! ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂ ອັນເກີດແຕ່ຈະຕຸຕຖະຊານ ນັ້ນ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸ ໃນທັມວິນັຍນີ້, ເພາະຂ້າມຜ່ານຮູບສັນຍາເສຍໄດ້ ໂດຍປະການທັງປວງ, ເພາະຄວາມຕັ້ງຢູ່ບໍ່ໄດ້ແຫ່ງປະຕິຄະສັນຍາ, ເພາະບໍ່ຕັ້ງໃນໃຈ ຊຶ່ງນານັຕຕະສັນຍາ ຈຶ່ງບັນລຸອາກາສານັນຈາຢະຕະນະ ອັນມີການຕັ້ງໃນໃຈວ່າ “ອາກາດບໍ່ມີທີ່ສິ້ນສຸດໆ” ດັ່ງນີ້ແລ້ວແລຢູ່. ອານົນທ໌ ! ນີ້ແລ ຄືຄວາມສຸຂ ຊະນິດທີ່ເປັນຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ຈະຕຸຕຖະຊານນັ້ນ. ອານົນທ໌ ! ແຕ່ເຖິງແມ່ນເຊັ່ນນັ້ນ ຖ້າຊົນເຫຼົ່າໃດ ຈະຍ່ອມກ່າວດັ່ງນີ້ວ່າ “ສັຕທັງຫຼາຍທີ່ໄດ້ສະເຫວີຍສະເພາະ ຊຶ່ງສຸຂອັນເກີດແຕ່ ອາກາສານັນຈາຢະຕະນະ ຍ່ອມຢູ່ໃນຖານະ ໄດ້ບໍຣົມສັນຕິ ບໍຣົມສຸຂ ບໍຣົມໂສມະນັດສະ” ດັ່ງນີ້. ອານົນທ໌ ! ເຮົາບໍ່ຍອມຮັບຮອງຄໍາກ່າວເຊັ່ນນັ້ນ ຂອງຊົນເຫຼົ່ານັ້ນ. ຂໍ້ນີ້ເພາະເຫຕໃດ ? ອານົນທ໌ ! ເພາະເຫຕວ່າ ຄວາມສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ອາກາສານັນຈາຢະຕະນະ ນັ້ນ ຍັງມີຢູ່.

ອານົນທ໌ ! ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ຄວາມສຸຂອັນເກີດແຕ່ອາກາສານັນຈາຢະຕະນະ ນັ້ນ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນທັມວິນັຍນີ້, ເພາະຂ້າມຜ່ານ ອາກາສານັນຈາຢະຕະນະເສຍໄດ້ ໂດຍປະການທັງປວງ ຈຶ່ງບັນລຸ ວິນຍານັນຈາຢະຕະນະ ອັນມີການຕັ້ງໃນໃຈວ່າ “ວິນຍານບໍ່ມີທີ່ສິ້ນສຸດໆ” ດັ່ງນີ້ແລ້ວແລຢູ່. ອານົນທ໌ ! ນີ້ແລຄືຄວາມສຸຂ ຊະນິດທີ່ເປັນຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ ອາກາສານັນຈາຢະຕະນະນັ້ນ. ອານົນທ໌ ! ແຕ່ເຖິງແມ່ນເຊັ່ນນັ້ນ ຖ້າຊົນເຫຼົ່າໃດ ຈະຍ່ອມກ່າວດັ່ງນີ້ວ່າ “ສັຕທັງຫຼາຍ ທີ່ໄດ້ສະເຫວີຍສະເພາະຊຶ່ງສຸຂອັນເກີດແຕ່ ວິນຍານັນຈາຢະຕະນະ ຍ່ອມຢູ່ໃນຖານະໄດ້ບໍຣົມສັນຕິ ບໍຣົມສຸຂ ບໍຣົມໂສມະນັດສະ” ດັ່ງນີ້. ອານົນທ໌ ! ເຮົາບໍ່ຍອມຮັບຮອງຄໍາກ່າວເຊັ່ນນັ້ນ ຂອງຊົນເຫຼົ່ານັ້ນ. ຂໍ້ນີ້ເພາະເຫຕໃດ ? ອານົນທ໌ ! ເພາະເຫຕວ່າ ຄວາມສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂ ອັນເກີດແຕ່ ວິນຍານັນຈາຢະຕະນະ ນັ້ນຍັງມີຢູ່.

ອານົນທ໌ ! ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ ວິນຍານັນຈາຍະຕະນະ ນັ້ນ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນທັມວິນັຍນີ້,ເພາະຂ້າມຜ່ານ ວິນຍານັນຈາຢະຕະນະເສຍໄດ້ ໂດຍປະການທັງປວງ ຈຶ່ງບັນລຸອາກິນຈັນຍາຢະຕະນະ ອັນມີການຕັ້ງໃນໃຈວ່າ “ອັນໃດໆບໍ່ມີ” ດັ່ງນີ້ ແລ້ວແລຢູ່. ອານົນທ໌ ! ນີ້ແລ ຄືຄວາມສຸຂ ຊະນິດທີ່ເປັນຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ ວິນຍານັນຈາຢະຕະນະນັ້ນ. ອານົນທ໌ ! ແຕ່ເຖິງແມ່ນເຊັ່ນນັ້ນ ຖ້າຊົນເຫຼົ່າໃດ ຈະຍ່ອມກ່າວດັ່ງນີ້ວ່າ “ສັຕທັງຫຼາຍ ທີ່ໄດ້ສະເຫວີຍສະເພາະຊຶ່ງສຸຂອັນເກີດແຕ່ ອາກິນຈັນຍາຢະຕະນະ ຍ່ອມຢູ່ໃນຖານະ ໄດ້ບໍຣົມສັນຕິ ບໍຣົມສຸຂ ບໍຣົມໂສມະນັດສະ” ດັ່ງນີ້. ອານົນທ໌ ! ເຮົາບໍ່ຍອມຮັບຮອງຄໍາກ່າວເຊັ່ນນັ້ນ ຂອງຊົນເຫຼົ່ານັ້ນ ຂໍ້ນີ້ເພາະເຫຕໃດ ? ອານົນທ໌ ! ເພາະເຫຕວ່າ ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ ອາກິນຈັນຍາຍະຕະນະນັ້ນ ຍັງມີຢູ່.

ອານົນທ໌ ! ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ ອາກິນຈັນຍາຢະຕະນະ ນັ້ນ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນທັມວິນັຍນີ້,ເພາະຂ້າມຜ່ານ ອາກິນຈັນຍາຢະຕະນະເສຍໄດ້ ໂດຍປະການທັງປວງ ຈຶ່ງບັນລຸ ເນວະສັນຍານາສັນຍາຢະຕະນະ ແລ້ວແລຢູ່. ອານົນທ໌ ! ນີ້ແລຄືຄວາມສຸຂຊະນິດທີ່ເປັນຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ ອາກິນຈັນຍາຢະຕະນະ ນັ້ນ. ອານົນທ໌ ! ແຕ່ເຖິງແມ່ນເຊັ່ນນັ້ນ ຖ້າຊົນເຫຼົ່າໃດ ຈະຍ່ອມກ່າວດັ່ງນີ້ວ່າ “ສັຕທັງຫຼາຍ ທີ່ໄດ້ສະເຫວີຍສະເພາະ ຊຶ່ງສຸຂອັນເກີດແຕ່ ເນວະສັນຍານາສັນຍາຢະຕະນະ ຍ່ອມຢູ່ໃນຖານະ ໄດ້ບໍຣົມສັນຕິ ບໍຣົມສຸຂ ບໍຣົມໂສມະນັດສະ” ດັ່ງນີ້. ອານົນທ໌ ! ເຮົາບໍ່ຍອມຮັບຮອງຄໍາກ່າວເຊັ່ນນັ້ນ ຂອງຊົນເຫຼົ່ານັ້ນ. ຂໍ້ນີ້ເພາະເຫຕໃດ ? ອານົນທ໌ ! ເພາະເຫຕວ່າ ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ ເນວະສັນຍານາສັນຍາຢະຕະນະ ນັ້ນຍັງມີຢູ່.

(ປະໂຫຍກທີ່ຕຣັດໃນ ໒ ຫຍໍ້ໜ້ານີ້ ມີຄວາມໝາຍທີ່ສໍາຄັນ ມີປະໂຍຊນ໌ຫຼາຍ)
ອານົນທ໌ ! ສຸຂຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ ເນວະສັນຍານາສັນຍາຢະຕະນະ ນັ້ນ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນທັມວິນັຍນີ້, ເພາະຂ້າມຜ່ານ ເນວະສັນຍານາສັນຍາຢະຕະນະເສຍໄດ້ ໂດຍປະການທັງປວງ ຈຶ່ງບັນລຸສັນຍາເວທະຢິຕະນິໂຣດ ແລ້ວແລຢູ່. ອານົນທ໌ ! ນີ້ແລຄວາມສຸຂ ທີ່ເປັນຢ່າງອື່ນ ທີ່ສູງກວ່າ ປານີດກວ່າ ກວ່າຄວາມສຸຂອັນເກີດແຕ່ເນວະສັນຍານາສັນຍາຢະຕະນະ ນັ້ນ.

ອານົນທ໌ ! ສ່ວນຂໍ້ນີ້ ເປັນຖານະທີ່ຈະມີໄດ້ ຄື ຂໍ້ທີ່ພວກປະຣິບພາຊົກທັງຫຼາຍ ຜູ້ຖືລັດທິອື່ນ ຈະຍ່ອມກ່າວດັ່ງນີ້ວ່າ “ພຣະສະມະນະໂຄດົມ ໄດ້ກ່າວເຖິງ ສັນຍາເວທະຢິຕະນິໂຣດ, ແລ້ວຈຶ່ງບັນຍັຕ ຊຶ່ງສັນຍາເວທະຢິຕະນິໂຣດນັ້ນ ໃນຖານະເປັນຄວາມສຸຂ. ມັນຈະເປັນຄວາມສຸຂຊະນິດໃດໜໍ ? ມັນຈະເປັນຄວາມສຸຂ ໄປໄດ້ແນວໃດໜໍ ?” ອານົນທ໌ ! ພວກປະຣິບພາຊົກ ຜູ້ຖືລັດທິອື່ນ ຊຶ່ງມີປົກກະຕິກ່າວເຊັ່ນນີ້, ເຈົ້າທັງຫຼາຍຈະຕ້ອງກ່າວແກ້ດັ່ງນີ້ວ່າ “ຜູ້ມີອາຍຸ ! ພຣະຜູ້ມີພຣະພາຄ ບໍ່ໄດ້ໝາຍເຖິງ ສຸຂເວທະນາແລ້ວ ບັນຍັຕໃນຖານະເປັນຕົວຄວາມສຸຂ. ຜູ້ມີອາຍຸ ! ແຕ່ວ່າ ຄວາມສຸຂ ອັນບຸຄຄົລຈະຍ່ອມຫາໄດ້ໃນທັມໃດ; ພຣະຕະຖາຄົຕ ຍ່ອມບັນຍັຕຊຶ່ງທັມນັ້ນ ໃນຖານະເປັນຄວາມສຸຂ” ດັ່ງນີ້ ແລ.
- ສລາ. ສັງ. ໑໘/໒໗໘-໒໘໒/໔໑໓-໔໒໔.

ໝາຍເຫຕ :- ການນໍາໂລກິຍະສຸຂ ຫຼືຄວາມສຸຂ ຂັ້ນທີ່ຍັງຕ້ອງມີເຫຕ ມີປັຈຈັຍ ທຸກລະດັບມາໃສ່ໄວ້ໃນບ່ອນນີ້ ກໍເພື່ອເປັນເຄື່ອງປຽບທຽບ ກັບນິພພານ ຊຶ່ງເປັນທັມ ບໍ່ມີເຫຕ ບໍ່ມີປັຈຈັຍ ແລະຢູ່ໃນຖານະຍິ່ງໄປກວ່າຄວາມສຸຂ, ພຣະອົງຄ໌ ຈຶ່ງໄດ້ຊົງນໍາມາຮຽງລໍາດັບໄວ້ໃນບ່ອນນັ້ນ ໃນຖານະເປັນຄວາມສຸຂຊະນິດໜຶ່ງ.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ