ອະຣິຍະວິຫານ ພຣົມມະວິຫານ ວ່າເປັນຕະຖາຄົດວິຫານ

ອານາປານະສະຕິ

0:00/0:00
ພິກຂຸທັງຫຼາຍ ! ຖ້າພວກປະຣິພາຊົກເດຍຣະຖີລັດທິອື່ນຈະຍ່ອມຖາມເຈົ້າທັງຫຼາຍ ດັ່ງນີ້ວ່າ
“ທ່ານຜູ້ມີອາຍຸ ! ພຣະສະມະນະໂຄດົມ ຊົງຢູ່ຈໍາພັນສາສ່ວນຫຼາຍດ້ວຍວິຫາຣະທັມໃດໜໍ ?” ດັ່ງນີ້.
ພິກຂຸທັງຫຼາຍ ! ເມື່ອພວກເຈົ້າຖືກຖາມດັ່ງນີ້ແລ້ວ ຈົ່ງຕອບແກ່ພວກປະຣິພາຊົກເດຍຣະຖີລັດທິອື່ນເຫຼົ່ານັ້ນ ດັ່ງນີ້ວ່າ
“ທ່ານຜູ້ມີອາຍຸ ! ພຣະຜູ້ມີພຣະພາກເຈົ້າ ຊົງຢູ່ຕະຫຼອດພັນສາກາລເປັນສ່ວນຫຼາຍ ດ້ວຍວິຫາຣະທັມຄື ອານາປານະສະຕິສະມາທິ ແລ” ດັ່ງນີ້.
ພິກຂຸທັງຫຼາຍ ! ໃນກໍລະນີນີ້ ເຮົາເປັນຜູ້ມີສະຕິ ຫາຍໃຈເຂົ້າ ມີສະຕິຫາຍໃຈອອກ
ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າຍາວເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກຍາວ
ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າສັ້ນເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກສັ້ນ...


ພິກຂຸທັງຫຼາຍ ! ເມື່ອໃຜຜູ້ໃດຈະກ່າວສິ່ງໃດໃຫ້ຖືກຕ້ອງຊອບທັມ ວ່າເປັນອະຣິຍະວິຫາຣກໍດີ ວ່າເປັນພຣົມມະວິຫາຣກໍດີ ວ່າເປັນຕະຖາຄົຕວິຫາຣກໍດີ ເຂົາຈົ່ງກ່າວອານາປານະສະຕິສະມາທິນີ້ແຫຼະ ວ່າເປັນອະຣິຍະວິຫາຣ ວ່າເປັນພຣົມມະວິຫາຣ ວ່າເປັນຕະຖາຄົຕວິຫາຣ.
ພິກຂຸທັງຫຼາຍ ! ພິກຂຸເຫຼົ່າໃດຍັງເປັນເສຂະ ຍັງບໍ່ບັນລຸເຖິງທັມທີ່ຕ້ອງປະສົງແຫ່ງໃຈ ປາຖະໜາຢູ່ເຊິ່ງໂຢຄະເຂມະທັມ ອັນບໍ່ມີອັນໃດຍິ່ງກວ່າ ພິກຂຸເຫຼົ່ານັ້ນ ເມື່ອຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ເຊິ່ງອານາປານະສະຕິສະມາທິ ຍ່ອມເປັນໄປເພື່ອຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ.
ສ່ວນພິກຂຸທັງຫຼາຍເຫຼົ່າໃດ ເປັນອະຣະຫັນຕ໌ ດັບສິ້ນອາສະວະແລ້ວ ມີພຣົມມະຈັນຢູ່ຈົບແລ້ວ ມີສິ່ງທີ່ຕ້ອງເຮັດອັນຕົນເຮັດສໍາເລັດແລ້ວ ມີພາຣະອັນປົງລົງແລ້ວ ມີປະໂຫຍດຕົນອັນບັນລຸເຖິງແລ້ວ ມີສັງໂຍຊນ໌ໃນພົບທັງຫຼາຍດັບສິ້ນຮອບແລ້ວ ເປັນຜູ້ຫຼຸດພົ້ນແລ້ວເພາະຮູ້ໂດຍຊອບ

ພິກຂຸທັງຫຼາຍເຫຼົ່ານັ້ນ ເມື່ອຈະເລີນເຮັດໃຫ້ຫຼາຍແລ້ວເຊິ່ງອານາປານະສະຕິສະມາທິ ຍ່ອມເປັນສຸຂະວິຫາຣໃນທິຕຖະ ທັມນີ້ດ້ວຍ ເພື່ອຄວາມສົມບູນແຫ່ງສະຕິສັມປະຊັນຍະດ້ວຍ.
ພິກຂຸທັງຫຼາຍ ! ສະນັ້ນ ເມື່ອໃຜຈະກ່າວສິ່ງໃດໃຫ້ຖືກຕ້ອງຊອບທັມ ວ່າເປັນອະຣິຍະວິຫາຣກໍດີ ວ່າເປັນພຣົມມະວິຫາຣກໍດີ ວ່າເປັນຕະຖາຄົຕວິຫາຣກໍດີ
ເຂົາຈົ່ງກ່າວ ອານາປານະສະຕິສະມາທິນີ້ແຫຼະ ວ່າເປັນອະຣິຍະວິຫາຣ ວ່າເປັນ ພຣົມມະວິຫາຣ ວ່າເປັນ ຕະຖາຄົຕວິຫາຣ ດັ່ງນີ້.

- ບາລີ ມຫາວາຣ. ສັງ. ໑໙/໔໑໒-໔໒໓/໑໓໖໔-໑໓໖໘.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ