ທັມທີ່ຊື່ວ່າ "ນິບພານ"

ທໍາໃນທີສຸດ

0:00/0:00
ນັ້ນສະງົບແທ້ ! ນັ້ນປານີຕແທ້ !
ບ່ອນນີ້ເອງ ເປັນບ່ອນສະງົບສັງຂາຣທັງປວງ, ເປັນບ່ອນສະລະຄືນອຸປະທິທັງປວງ, ເປັນທີ່ດັບສິ້ນຕັນຫາ, ເປັນບ່ອນຄາຍຄວາມກໍາໜັດ, ເປັນບ່ອນດັບກິເລສ. ນີ້ຄື ນິພພານ ແລ.
- ນວກ. ອັງ. ໒໓/໔໓໙/໒໔໐.
- ເອກາທສກ. ອັງ. ໒໔/໓໔໔/໒໑໔.

ຄວາມບໍ່ກັງວົນ ຄວາມບໍ່ຖືໝັ້ນ ນັ້ນແລຄື ທັມອັນເປັນເກາະ (ດອນ) ບໍ່ມີທັມອື່ນອີກ. ເຮົາກ່າວທັມນັ້ນວ່າ “ນິພພານ” ເປັນທີ່ໝົດສິ້ນ ແຫ່ງຊະຣາ ແລະມະຣະນະແລ.
- ສຸຕຕ. ຂຸ. ໒໕/໕໔໔/໔໓໔.

ເພາະລະ ຕັນຫາ ໄດ້ຂາດ ທ່ານກ່າວວ່າ “ນິພພານ”
- ສຸຕຕ. ຂຸ. ໒໕/໕໔໗/໔໓໗. - ຈຸລນິ. ຂຸ. ໓໐/໒໑໖/໔໕໔.

ຄວາມດັບດ້ວຍຄວາມຈາງຄາຍ ໂດຍບໍ່ເຫຼືອ ເພາະຄວາມດັບສິ້ນໄປແຫ່ງຕັນຫາທັງຫຼາຍ ດ້ວຍປະການທັງປວງ ເປັນ ນິພພານ.
- ອຸ. ຂຸ. ໒໕/໑໒໒/໘໔.

ຜູ້ຮູ້ທັງຫຼາຍ ຍ່ອມກ່າວນິພພານ ວ່າເປັນທັມອັນຍອດຍິ່ງ.
- ທ. ຂຸ. ໒໕/໔໐/໒໔.

ນິພພານທາຕ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທີ່ພຣະອົງຄ໌ ຊົງກ່າວຢູ່ວ່າ ‘ທັມເປັນທີ່ກໍາຈັດຣາຄະ, ເປັນທີ່ກໍາຈັດໂທສະ, ເປັນທີ່ກໍາຈັດໂມຫະ’ ດັ່ງນີ້, ຄໍາວ່າ ‘ທັມເປັນທີ່ກໍາຈັດຣາຄະ, ເປັນທີ່ກໍາຈັດໂທສະ, ເປັນທີ່ກໍາຈັດໂມຫະ’ ນີ້ເປັນຄໍາທີ່ໃຊ້ເອີ້ນແທນຊື່ຂອງອັນໃດໜໍ ? ຂ້ານ້ອຍ !”

ພິກຂຸ ທ. ! ຄໍາວ່າ “ທັມເປັນທີ່ກໍາຈັດຣາຄະ (ຣາຄະວິນະໂຢ) ເປັນທີ່ກໍາຈັດໂທສະ ເປັນທີ່ກໍາຈັດໂມຫະ” ນີ້ເປັນຄໍາທີ່ໃຊ້ເອີ້ນແທນຊື່ຂອງນິພພານທາຕ; ເອີ້ນວ່າ ເປັນທັມທີ່ດັບສິ້ນໄປແຫ່ງອາສະວະທັງຫຼາຍ ແລ.

- ມຫາວາຣ. ສັງ. ໑໙/໑໐/໓໑.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ