ຈິດເປັນສະມາທິແລ້ວ ຮູ້ອະຣິຍະສັດໄດ້ແຈ່ມໃສ ເໝືອນເຫັນຂອງໃນນໍ້າອັນໃສ
ອະຣິຍະສັດ 4
...ຄັນຈິຕຕັ້ງໝັ້ນບໍຣິສຸດຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ເປັນທັມມະຊາດອ່ອນໂຍນ ຄວນແກ່ການງານ ຕັ້ງຢູ່ໄດ້ບໍ່ຫວັ່ນໄຫວເຊັ່ນນີ້ແລ້ວ, ເຂົາກໍນ້ອມຈິຕໄປສະເພາະຕໍ່ ຍານເປັນເຄື່ອງດັບສິ້ນໄປແຫ່ງອາສະວະທັງຫຼາຍ. ເຂົາຍ່ອມຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌; ເຫຼົ່ານີ້ເປັນອາສະວະທັງຫຼາຍ, ນີ້ເປັນເຫຕໃຫ້ເກີດອາສະວະ, ນີ້ເປັນຄວາມດັບບໍ່ເຫຼືອຂອງອາສະວະ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງອາສະວະ;” ດັ່ງນີ້. ເມື່ອເຂົາຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ຈິຕກໍພົ້ນແລ້ວຈາກອາສະວະຄືກາມ ອາສະວະຄືພົບ ອາສະວະຄືອະວິຊຊາ. ຄັນຈິຕພົ້ນແລ້ວ ກໍເກີດຍານຢັ່ງຮູ້ວ່າ “ພົ້ນແລ້ວ” ເຂົາຮູ້ແຈ່ມແຈ້ງວ່າ “ຊາດດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້.
ພິກຂຸ ທ. ! ປຽບເໝືອນວັງນໍ້າໃສ ທີ່ສັນພູເຂົາບໍ່ຂຸ່ນມົວ, ຄົນມີຈັກຂຸ (ບໍ່ຕາບອດ) ຢືນຢູ່ເທິງຝັ່ງທີ່ບ່ອນນັ້ນ : ເຂົາຈະເຫັນຫອຍຕ່າງໆແດ່ ແຮ່ແລະຫີນແດ່ຝູງປາແດ່ ອັນຢຸດຢູ່ ແລະລອຍໄປໃນວັງນໍ້ານັ້ນ. ເຂົາຍ່ອມຈະສໍານຶກໃຈດັ່ງນີ້ ວ່າ “ວັງນໍ້ານີ້ໃສ ບໍ່ຂຸ່ນມົວເລີຍ : ຫອຍ ກ້ອນແຮ່ ປາທັງຫຼາຍເຫຼົ່ານີ້ຢຸດຢູ່ແດ່ ລອຍໄປແດ່ ໃນວັງນໍ້ານັ້ນ” : ອຸປະມານີ້ເປັນເຊັ່ນໃດ; ພິກຂຸ ທ. ! ອຸປະໄມກໍເຊັ່ນນັ້ນເໝືອນກັນ, ພິກຂຸນັ້ນຍ່ອມຮູ້ແຈ້ງຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌; ເຫຼົ່ານີ້ເປັນອາສະວະທັງຫຼາຍ, ນີ້ເປັນເຫຕໃຫ້ເກີດອາສະວະ, ນີ້ເປັນຄວາມດັບບໍ່ເຫຼືອຂອງອາສະວະ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອ ຂອງອາສະວະ;” ດັ່ງນີ້. ເມື່ອເຂົາຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ຈິຕກໍພົ້ນແລ້ວຈາກອາສະວະຄືກາມ ອາສະວະຄືພົບ ອາສະວະຄືອະວິຊຊາ. ຄັນຈິຕພົ້ນແລ້ວ ກໍເກີດຍານຢັ່ງຮູ້ວ່າ “ພົ້ນແລ້ວ” ເຂົານັ້ນຮູ້ແຈ້ງວ່າ “ຊາດດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນ ເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້.
- ມູ. ມ. ໑໒/໕໐໙/໔໗໗.