ບຸຣະພະກຳຂອງການໄດ້ລັກສະນະ “ມະຫາບຸຣຸດ”

ກຳ

0:00/0:00
ພິກຂຸທັງຫຼາຍ ! ພວກຣືສີພາຍນອກ ຈື່ມົນມະຫາປຸຣິສະລັກຂະນະໄດ້ກໍຈິງແລ ແຕ່ຫາຮູ້ບໍ່ວ່າ ການທີ່ມະຫາບຸຣຸສໄດ້ລັກຂະນະອັນນີ້ໆ ເພາະເຮັດກັມເຊັ່ນນີ້ໆ :

(ກ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ ໃນພົບທີ່ຢູ່ອາໄສກ່ອນ ໄດ້ເປັນຜູ້ບາກບັ່ນໃນກຸສົລ ຖືໝັ້ນໃນກາຢະສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ, ໃນການບໍຣິຈາກທານ ການສະມາທານສີລ ການຮັກສາອຸໂປສົດ ການປະຕິບັຕມານດາ ບິດາ ການປະຕິບັຕສະມະນະພຣາມ ການອ່ອນນ້ອມຕໍ່ຜູ້ຈະເຣີນໃນຕະກູນ ແລະໃນອະທິກຸສົລທັມອື່ນ ເພາະໄດ້ເຮັດ ໄດ້ສ້າງສົມ ໄດ້ພອກພູນ ໄດ້ເສບສຸມກັມນັ້ນໆ ໄວ້, ພາຍຫຼັງແຕ່ການຕາຍເພາະກາຍແຕກ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ. ຕະຖາຄົຕນັ້ນຖືເອົາຍິ່ງກວ່າ ໃນເທບເຫຼົ່າອື່ນ ໂດຍຖານະ ໑໐ ຄື ອາຍຸທິບ ວັນນະທິບ ສຸຂທິບ ຍົດທິບ ອະທິບໍດີທິບ ຮູບທິບ ສຽງທິບ ກິ່ນທິບ ຣົສທິບ ສັມຜັສທິບ; ຄັນຈຸຕິຈາກພົບນັ້ນ

ມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ຄື ມີຝ່າບາທາເຕັມພຽງດີ ຢຽບລົງກໍພຽງດີ ຍົກຂຶ້ນກໍພຽງດີ ຝ່າບາທາຖືກພື້ນພ້ອມກັນ ... (ລັກຂະນະທີ ໑), ຍ່ອມເປັນຜູ້ບໍ່ຫວາດຫວັ່ນຕໍ່ຂ້າເສິກ ທັງພາຍໃນແລະພາຍນອກ ຄືຣາຄະ ໂທສະ ໂມຫະກໍຕາມ ສະມະນະພຣາມ ເທວະດາ ມາຣ ພຣົມ ຫຼືໃຜໆກໍຕາມ ໃນໂລກ ທີ່ເປັນສັດຕູ.

(ຂ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ ...໑ ໄດ້ເປັນຜູ້ນໍາສຸຂມາໃຫ້ແກ່ມະຫາຊົນ ເປັນຜູ້ບັນເທົາໄພຄືຄວາມແຕກຕື່ນຢ້ານ ຈັດການຄຸ້ມຄອງຮັກສາໂດຍທັມ ໄດ້ຖວາຍທານມີເຄື່ອງບໍລິວານ ເພາະໄດ້ເຮັດ... ກັມນັ້ນໆໄວ້... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ຄື ພາຍໃຕ້ຝ່າບາທາມີຈັກທັງຫຼາຍເກີດຂຶ້ນ ມີດິ້ວຕັ້ງພັນ ພ້ອມດ້ວຍກົງແລະດຸມ ບໍລິບູນດ້ວຍອາການທັງປວງ ມີໄລຍະອັນຈັດໄວ້ດ້ວຍດີ... (ລັກຂະນະທີ ໒), ຍ່ອມເປັນຜູ້ມີບໍລິວານຫຼາຍ ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸສ ອະສູນ ນາຄະ ຄົນທັນ ຍ່ອມເປັນບໍລິວານຂອງຕະຖາຄົຕ.


໑. ທີ່ປະໄວ້ດ້ວຍຈໍ້າ ... ດັ່ງນີ້ ທຸກບ່ອນໝາຍຄວາມວ່າ ຄໍາທີ່ປະໄວ້ນັ້ນຊໍ້າກັນ
ເໝືອນໃນຂໍ້ (ກ) ຂ້າງເທິງ. ຕື່ມເອົາເອງກໍໄດ້ ແມ່ນວ່າບໍ່ຕື່ມກໍໄດ້ຄວາມທໍ່ກັນ.

(ຄ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ ... ໄດ້ເປັນຜູ້ເວັ້ນຈາກປານາຕິບາຕ ວາງແລ້ວຊຶ່ງສັດຕຣາແລະອາຊະຍາ ມີຄວາມລະອາຍອິດູ ກາຣຸນາ ເກື້ອກູນແກ່ສັຕທີ່ມີຊີວິຕທັງປວງ ເພາະ ... ກັມນັ້ນໆ ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະທັງ ໓ ຂໍ້ນີ້ຄື ມີສົ້ນບາທາຍາວ ມີຂໍ້ນິ້ວຍາວ ມີກາຍຕົງດຸດດັ່ງກາຍພຣົມ ... (ລັກຂະນະທີ ໓, ໔, ໑໕), ຍ່ອມເປັນຜູ້ມີຊົນມາຍຸຍືນຍາວຕະຫຼອດກາລະນານ; ສະມະນະຫຼືພຣາມ ເທວະດາ ມາຣ ພຣົມ ກໍຕາມ ຫຼືໃຜໆ ທີ່ເປັນສັດຕູ ບໍ່ສາມາດປົງຊີວິຕຕະຖາຄົຕເສຍ ໃນລະຫວ່າງໄດ້.

(ງ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ ... ໄດ້ເປັນຜູ້ໃຫ້ທານຂອງຄວນຄ້ຽວ ຄວນບໍລິໂພກ ຄວນຊີມລອງ ຄວນຈິບ ຄວນດື່ມ ມີຣົສອັນປະນີຕ ເພາະ ... ກັມນັ້ນໆ ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ແລ້ວ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ຄື ມີກ້າມຊີ້ນນູນເຕັມໃນທີ່ ໗ ແຫ່ງ ຄື ທີ່ມືທັງສອງ ທີ່ບາທາທັງສອງ ທີ່ບ່າທັງສອງ ແລະທີ່ຄໍ (ລັກຂະນະທີ ໑໖), ຍ່ອມໄດ້ຂອງຄວນຄ້ຽວ ຄວນບໍລິໂພກ ຄວນຊີມລອງ ຄວນຈິບ ຄວນດື່ມ ອັນມີຣົສປະນີຕ.

(ຈ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ ... ໄດ້ສົງເຄາະຜູ້ອື່ນດ້ວຍສັງຄະຫະວັດຖຸທັງສີ່ ຄື ການໃຫ້ສິ່ງຂອງ ວາຈາທີ່ອ່ອນຫວານ ການປະພຶຕປະໂຍຊນ໌ຜູ້ອື່ນ ແລະຄວາມມີຕົນສະເໝີກັນ ເພາະ...ກັມນັ້ນໆ... ຄັນມາສູ່ຄວາມ ເປັນມະນຸສເຊັ່ນນີ້ແລ້ວ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້ ຄືມີມືແລະບາທາອັນອ່ອນນຸ້ມ, ມີລາຍຝ່າມື ຝ່າບາທາດຸດດັ່ງເສັ້ນຕາຂ່າຍ ... (ລັກຂະນະທີ ໕, ໖), ຍ່ອມເປັນຜູ້ສົງເຄາະບໍຣິສັດ ຄື ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸສ ອະສູນ ນາຄະ ຄົນທັນ ຍ່ອມໄດ້ຮັບຄວາມສົງເຄາະຈາກຕະຖາຄົຕ.

(ສ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ ... ໄດ້ເປັນຜູ້ກ່າວວາຈາປະກອບດ້ວຍອັດຖະ ດ້ວຍທັມມະ ແນະນໍາຊົນສ່ວນຫຼາຍ ເປັນຜູ້ນໍາປະໂຍຊນ໌ສຸຂມາໃຫ້ແກ່ຊົນທັງຫຼາຍ ຕົນເອງເປັນຜູ້ບູຊາທັມ... ເພາະ...ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້ຄື ມີຂໍ້ບາທາຢູ່ສູງ, ມີປາຍຂົນຊອນຕັ້ງຂຶ້ນ... (ລັກຂະນະທີ ໗, ໑໔), ຍ່ອມເປັນຜູ້ເລີດ ປະເສີດ ຍອດຢ້ຽມສູງກວ່າສັຕທັງຫຼາຍ.

(ຊ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ ... ໄດ້ເປັນຜູ້ບອກສິລະປະ ວິທະຍາ ຂໍ້ປະພຶຕແລະລັດທິກັມ ດ້ວຍຄວາມເຄົາຣົບ ດ້ວຍຫວັງວ່າສັຕເຫຼົ່ານັ້ນຈົ່ງຮູ້ໄດ້ວ່ອງໄວ ຈົ່ງປະຕິບັຕໄດ້ວ່ອງໄວ ບໍ່ຄວນເສົ້າໝອງຊົ່ວສິ້ນກາລະນານ. ເພາະ...ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ ຄື ມີແຂ່ງດັ່ງແຂ່ງກວາງ (ລັກຂະນະທີ ໘), ຍ່ອມໄດ້ວັດຖຸອັນຄວນແກ່ສະມະນະ ເປັນອົງແຫ່ງສະມະນະ ເປັນເຄື່ອງອຸປະໂພກແກ່ສະມະນະໂດຍໄວ.

(ຍ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ເຂົ້າໄປຫາສະມະນະພຣາມແລ້ວສອບຖາມວ່າ “ທ່ານຜູ້ຈະເຣີນ ! ອັນໃດເປັນກຸສົລ ອັນໃດເປັນ
ອະກຸສົລ ອັນໃດມີໂທດ ອັນໃດບໍ່ມີໂທດ ອັນໃດຄວນເສບ ອັນໃດບໍ່ຄວນເສບ ເຮັດຈັ່ງໃດບໍ່ມີປະໂຍຊນ໌ ເປັນທຸກຂ໌ໄປດົນ ເຮັດຈັ່ງໃດມີປະໂຍຊນ໌ ເປັນສຸຂໄປດົນ” ເພາະ...ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ຂໍ້ນີ້ຄື ມີຜິວພັນລະອຽດອ່ອນ ທຸລີບໍ່ຕິດຢູ່ໄດ້... (ລັກຂະນະທີ ໑໒), ຍ່ອມເປັນຜູ້ມີປັນຍາໃຫຍ່ ມີປັນຍາໜາແໜ້ນ ມີປັນຍາເຄື່ອງພູມໃຈ ປັນຍາແລ່ນ ປັນຍາແຫຼມ ປັນຍາແທງຕະຫຼອດ, ບໍ່ມີສັຕອື່ນເທົ່າທຽມ ຫຼືຍິ່ງໄປກວ່າ.

(ດ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ບໍ່ມັກໂກດ ບໍ່ອັ່ງໄປດ້ວຍຄວາມແຄ້ນ ແມ່ນວ່າຊົນສ່ວນຫຼາຍດ່າວ່າໃຫ້ ກໍບໍ່ເອົາໃຈໃສ່ ບໍ່ໂກດ ບໍ່ພະຍາບາດ ບໍ່ຄຽດແຄ້ນ ບໍ່ສະແດງຄວາມໂກດ ຄວາມໂຫດຮ້າຍ ຄວາມເສຍໃຈໃຫ້ປາກົດ ທັງເປັນຜູ້ໃຫ້ທານຜ້າເປືອກໄມ້ ຜ້າດ້າຍ ຜ້າໄໝ ຜ້າຂົນສັຕ ສໍາລັບປູແລະນຸ່ງຫົ່ມ ອັນມີແພເນື້ອລະອຽດອ່ອນ ເພາະ...ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ຄື ມີກາຍດຸດດັ່ງທອງຄໍາ ມີຜິວດຸດດັ່ງຄໍາ... (ລັກຂະນະທີ ໑໑), ຍ່ອມເປັນຜູ້ໄດ້ຜ້າເປືອກໄມ້ ຜ້າດ້າຍ ຜ້າໄໝ ຜ້າຂົນສັຕສໍາລັບປູແລະນຸ່ງຫົ່ມ ອັນມີແພເນື້ອລະອຽດອ່ອນ.

(ຕ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ສະໝານຍາດມິຕ ສ່ຽວກອງໝູ່ເຫີຍ ຜູ້ເຫີນຫ່າງ ແຍກກັນໄປດົນ, ໄດ້ສະໝານໄມຕຣີມານດາກັບບຸຕ ບຸຕກັບມານດາ ບິດາກັບບຸຕ ບຸຕກັບບິດາ ອ້າຍນ້ອງຊາຍກັບເອື້ອຍນ້ອງຍິງ ເອື້ອຍນ້ອງຍິງກັບອ້າຍນ້ອງຊາຍ, ຄັນສ້າງຄວາມສາມັກຄີແລ້ວ ພອຍຊື່ນຊົມຍິນດີດ້ວຍ ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນ ມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ຄື

ມີຄຸຍຫະຖານ (ອະໄວຍະວະທີ່ລັບ) ຊຸກເຊື່ອງຢູ່ໃນຝັກ... (ລັກຂະນະທີ ໑໐), ຍ່ອມເປັນຜູ້ມີບຸຕ (ສາວົກ) ມາກລົ້ນ ມີບຸຕກ້າຫານ ມີແວວແຫ່ງຄວາມກ້າ ອັນເສນາແຫ່ງບຸກຄົນອື່ນຈະຢໍ່າຢີບໍ່ໄດ້ ຫຼາຍພັນຄົນ.

(ຖ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ສັງເກດຊັ້ນເຊີງຂອງມະຫາຊົນ ຮູ້ໄດ້ສະໝໍ່າສະເໝີ ຮູ້ໄດ້ເອງ ຮູ້ຈັກບຸຣຸສທໍາມະດາ ແລະບຸຣຸສພິເສດ ວ່າຜູ້ນີ້ຄວນແກ່ສິ່ງນີ້ໆ, ໄດ້ເປັນຜູ້ສ້າງປະໂຍຊນ໌ໃນຊົນຊັ້ນນັ້ນໆ ເພາະ ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້ຄື ມີຊົງຮ່າງດຸດດັ່ງຕົ້ນໄຊ, ຢືນກົງບໍ່ຫຍໍ້ກາຍ ລູບເຖິງເຂົ່າໄດ້ດ້ວຍມືທັງສອງ... (ລັກສະນະທີ ໑໙, ໙), ຍ່ອມຮັ່ງມີ ມີຊັບຫຼາຍ ມີໂພຄະຫຼາຍ. ຊັບຂອງຕະຖາຄົຕເຫຼົ່ານີ້ຄື ຊັບຄືສັດທາ ຊັບຄືສີລ ຊັບຄືຫິຣິ ຊັບຄືໂອຕຕັບປະ ຊັບຄືການສຶກສາ (ສຸຕະ) ຊັບຄືຈາຄະ ຊັບຄືປັນຍາ.

(ທ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ໄຝ່ຕໍ່ປະໂຍຊນ໌ ໄຝ່ຕໍ່ຄວາມເກື້ອກູນ ໄຝ່ຕໍ່ຄວາມຜາສຸກ ໄຝ່ຕໍ່ຄວາມກະເສມຈາກໂຢຄະ

ແກ່ຊົນສ່ວນຫຼາຍວ່າ ‘ຈັ່ງໃດຊົນເຫຼົ່ານີ້ຈົ່ງເປັນຜູ້ຈະເຣີນດ້ວຍສັດທາ ດ້ວຍສີລ ດ້ວຍການສຶກສາ ດ້ວຍຄວາມຮູ້ ດ້ວຍການເພື່ອແພ່ ດ້ວຍທັມ ດ້ວຍປັນຍາ ດ້ວຍຊັບແລະເຂົ້າເປືອກ ດ້ວຍນາແລະສວນ ດ້ວຍສັຕສອງຂາແລະສີ່ຂາ ດ້ວຍບຸຕພັນຣະຍາ ດ້ວຍທາສາກັມມະກອນແລະບຸຣຸສ ດ້ວຍຍາດມິຕ ແລະໝູ່ເພື່ອນ’. ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໓ ຂໍ້ນີ້ ຄືມີເກິ່ງກາຍເບື້ອງໜ້າ ດຸດດັ່ງຣາຊະສີ, ມີຫຼັງເຕັມ, ມີຄໍກົມ... (ລັກຂະນະທີ ໑໗, ໑໘, ໒໐), ຍ່ອມເປັນຜູ້ບໍ່ເສື່ອມເປັນທໍາມະດາ ຄືບໍ່ເສື່ອມຈາກສັດທາ ສີລ ສຸຕະ ຈາຄະ ປັນຍາ ບໍ່ເສື່ອມຈາກສົມບັດທັງປວງ.

(ນ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ບໍ່ບຽດບຽນສັຕທັງຫຼາຍ ດ້ວຍຝ່າມືກໍຕາມ ກ້ອນດິນກໍຕາມ ທ່ອນໄມ້ກໍຕາມ ສັດຕຣາກໍຕາມ. ເພາະ... ກັມ ນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ຄື ມີປະສາດຮັບຣົສອັນເລີດ ມີປາຍຂຶ້ນເບື້ອງເທິງ ເກີດແລ້ວທີ່ຄໍ ຮັບຣົສໂດຍສະໝ່ຳສະເໝີ... (ລັກຂະນະທີ ໒໑), ຍ່ອມເປັນຜູ້ມີອາພາດໜ້ອຍ ມີໂຣຄາໜ້ອຍ ມີວິບາກອັນສະໝໍ່າສະເໝີ ບໍ່ເຢັນເກີນຮ້ອນໂພດ ພໍຄວນແກ່ຄວາມພຽນ.

(ບ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ບໍ່ກຶງຕາ ບໍ່ລ໋ອກແລ໋ກ ບໍ່ຈ້ອງລັບຫຼັງ, ເປັນຜູ້ສົດຊື່ນແນມເບິ່ງຕົງໆ ແນມເບິ່ງຜູ້ອື່ນດ້ວຍສາຍຕາອັນສະແດງຄວາມຮັກ. ເພາະ... ກັມນັ້ນໆ... ຄັມມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້ ຄືມີຕາຂຽວສະນິດ, ມີຕາດັ່ງຕາງົວ... (ລັກຂະນະທີ ໒໙, ໓໐), ຍ່ອມເປັນທີ່ຕ້ອງຕາຂອງຊົນໝູ່ໃຫຍ່ ເປັນທີ່ຮັກໄຄ່ພໍໃຈຂອງພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸສ ອະສູນ ນາຄະ ຄົນທັນ.

(ປ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ...ໄດ້ເປັນຫົວໜ້າຂອງຊົນໝູ່ໃຫຍ່ ໃນກຸສົລທັມທັງຫຼາຍ ໄດ້ເປັນປະທານຂອງຊົນໝູ່ໃຫຍ່ ໃນກາຢະສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ, ໃນການຈໍາແນກທານ ການສະມາທານສີລ ການຮັກສາອຸໂປສົດ ການປະພຶຕເກື້ອກູນໃນມານດາບິດາ ສະມະນະພຣາມ, ການນອບນ້ອມຕໍ່ຜູ້ຈະເຣີນໃນຕະກູນ ໃນອະທິກຸສົນທັມຢ່າງໃດຢ່າງໜຶ່ງ. ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ຂໍ້ນີ້ ຄື ມີຫົວຮັບກັບຂອບໜ້າ... (ລັກຂະນະທີ ໓໒), ຍ່ອມເປັນຜູ້ທີ່ມະຫາຊົນປະພຶຕຕາມ ຄື ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸສ ອະສູນ ນາຄະ ຄົນທັນ ປະພຶຕຕາມ.

(ຜ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ລະເວັ້ນຈາກມຸສາວາດ ເວົ້າຄວາມຈິງ ປ່ອຍຄໍາສັຈ ທ່ຽງແທ້ ຊື່ຕົງ ບໍ່ຫຼອກລວງໂລກ. ເພາະ...ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ແລ້ວ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້ຄື ມີຂົນຂຸມລະເສັ້ນ, ມີອຸນາໂລມຫວ່າງຄິ້ວຂາວອ່ອນເໝືອນຍອງຝ້າຍ ... (ລັກຂະນະທີ ໑໓, ໓໑), ຍ່ອມເປັນຜູ້ທີ່ມະຫາຊົນເຂົ້າໄປໃກ້ຊິດ ຄື ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸສ ອະສູນ ນາຄະ ຄົນທັນໃກ້ຊິດ.

(ຝ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ລະເວັ້ນວາຈາສໍ່ສຽດ (ຄໍາຍຸແຍ່ໃຫ້ແຕກກັນ), ຄື ບໍ່ຟັງຈາກຝ່າຍນີ້ແລ້ວໄປບອກຝ່າຍນັ້ນເພື່ອທໍາລາຍພວກນີ້, ບໍ່ຟັງຈາກຝ່າຍນັ້ນແລ້ວມາບອກຝ່າຍນີ້ເພື່ອທໍາລາຍພວກນັ້ນ, ເປັນຜູ້ສະໝານມິຕພວກທີ່ແຕກກັນແລ້ວ ແລະສົ່ງເສີມພວກທີ່ພ້ອມພຽງກັນ ເປັນຜູ້ຍິນດີໃນການພ້ອມພຽງກັນ ເພີດເພີນໃນການພ້ອມພຽງ ກ່າວແຕ່ວາຈາທີ່ກໍ່ໃຫ້ເກີດຄວາມພ້ອມພຽງ. ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ແລ້ວ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້ຄື ມີແຂ້ວຄົບ ໔໐ ເຫຼັ້ມ ມີແຂ້ວຖີ່ ບໍ່ຫ່າງກັນ ... (ລັກຂະນະທີ ໒໓, ໒໕), ຍ່ອມເປັນຜູ້ມີບໍຣິສັດບໍ່ກະແຈກກະຈາຍ ຄື ພິກຂຸ ພິກຂຸນີ
ອຸປາສົກ ອຸປາສິກາ ເທວະດາ ມະນຸສ ອະສູນ ນາຄະ ຄົນທັນ ເປັນບໍຣິສັດບໍ່ກະແຈກກະຈາຍ.

(ພ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ລະເວັ້ນຈາກຄໍາຫຍາບ ກ່າວວາຈາທີ່
ບໍ່ມີໂທດ ເປັນສຸຂແກ່ຫູ ເປັນທີ່ຕັ້ງແຫ່ງຄວາມຮັກ ຊາບຊຶ້ງເຖິງໃຈ ເປັນຄໍາເວົ້າຂອງຊາວເມືອງ ເປັນທີ່ພໍໃຈແລະຖືກໃຈຂອງຊົນທັງຫຼາຍ. ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ແລ້ວ ຍ່ອມໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້ຄື ມີລີ້ນອັນພຽງພໍ, ມີສຽງເໝືອນພຣົມ ເວົ້າເໝືອນນົກກາຣະວິກ ... (ລັກຂະນະທີ ໒໗, ໒໘), ຍ່ອມເປັນຜູ້ມີວາຈາທີ່ຜູ້ອື່ນເຊື່ອຟັງ ຄື ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸສ ອະສູນ ນາຄະ ຄົນທັນ ເອື້ອເຟື້ອເຊື່ອຟັງ.

(ຟ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ລະເວັ້ນຈາກການເວົ້າໂລເລ, ເປັນຜູ້ກ່າວຄວນແກ່ເວລາ ກ່າວຄວາມຈິງ ກ່າວເປັນທັມ ກ່າວມີອັດຖະກ່າວເປັນວິນັຍ ກ່າວມີທີ່ຕັ້ງ ມີຫຼັກຖານ ມີທີ່ສຸດ ປະກອບດ້ວຍປະໂຍຊນ໌. ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນ ນີ້ແລ້ວ ຍ່ອມໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ ຄື ມີຄາງດຸດດັ່ງ
ຣາຊະສີ ... (ລັກຂະນະທີ ໒໒), ຍ່ອມເປັນຜູ້ທີ່ສັດຕູ ທັງພາຍໃນແລະພາຍນອກກໍາຈັດບໍ່ໄດ້ ສັດຕູຄື ຣາຄະ ໂທສະ ໂມຫະ ຫຼື ສະມະນະ ພຣາມ ເທວະດາ ມາຣ ພຣົມ ຫຼືໃຜໆໃນໂລກ ກໍາຈັດບໍ່ໄດ້.

(ມ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ລະມິດສາຊີບ ມີການລ້ຽງຊີວິຕຖືກຕ້ອງ ເວັ້ນຈາກການສໍ້ໂກງດ້ວຍຕາຊັ່ງ ດ້ວຍຂອງປອມ ດ້ວຍເຄື່ອງຕວງເຄື່ອງວັດ ຈາກການໂກງການລໍ້ລວງ ເວັ້ນຈາກການຕັດ ການຂ້າ ການຜູກມັດ ການຮ່ວມທໍາຮ້າຍ ການປຸ້ນ ການຍາດດຶງ. ເພາະ... ກັມນັ້ນໆ... ຄັມມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ນີ້ຄື ມີແຂ້ວອັນພຽງສະເໝີ. ມີແຂ້ວຂາວງາມ ... (ລັກຂະນະທີ ໒໔, ໒໖), ຍ່ອມເປັນຜູ້ມີບໍລິວານເປັນຄົນສະອາດ ຄື ມີພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸສ ອະສູນ ນາຄະ ຄົນທັນ ເປັນບໍລິວານທີ່ສະອາດ.

ປາ. ທີ. ໑໑/໑໕໙-໑໙໓/໑໓໐, ໑໗໑.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ