ເວທະນາຂັນໂດຍໄນຍະແຫ່ງອະຣິຍະສັດສີ່

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ເວທະນາ ເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງເວທະນາຫົກເຫຼົ່ານີ້ ຄື ເວທະນາ ອັນເກີດແຕ່ສັມຜັສທາງຕາ, ເວທະນາ ອັນເກີດແຕ່ສັມຜັສທາງຫູ, ເວທະນາ ອັນເກີດແຕ່ສັມຜັສທາງດັງ, ເວທະນາ ອັນເກີດແຕ່ສັມຜັສທາງລີ້ນ ເວທະນາ ອັນເກີດແຕ່ສັມຜັສທາງກາຍ, ແລະເວທະນາ ອັນເກີດແຕ່ສັມຜັສທາງໃຈ : ພິກຂຸ ທ. ! ນີ້ ເອີ້ນວ່າ ເວທະນາ; ຄວາມເກີດຂຶ້ນແຫ່ງເວທະນາ ມີໄດ້ເພາະຄວາມເກີດຂຶ້ນແຫ່ງ ຜັສສະ; ຄວາມດັບບໍ່ເຫຼືອແຫ່ງເວທະນາ ມີໄດ້ເພາະຄວາມດັບບໍ່ເຫຼືອແຫ່ງ ຜັສສະ; ອະຣິຍະມັຄຄະມີອົງຄ໌ ໘ ນີ້ ນັ້ນເອງ ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງເວທະນາ, ໄດ້ແກ່ ຄວາມເຫັນຊອບ ຄວາມດໍາຣິຊອບ; ການເວົ້າຈາຊອບ ການທໍາການງານຊອບ ການລ້ຽງຊີວິຕຊອບ; ຄວາມພາກພຽນຊອບ ຄວາມລະນຶກຊອບ ຄວາມຕັ້ງໃຈໝັ້ນຊອບ.
- ຂັນທະ. ສັງ. ໑໗/໗໓/໑໑໔.

ປະມວນສິ່ງທີ່ຕ້ອງຮູ້ກ່ຽວກັບເວທະນາ
ພຣະອານົນທ໌ໄດ້ຂາບທູນຖາມວ່າ:-
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ເວທະນາ ເປັນແນວໃດໜໍ ? ຄວາມເກີດຂຶ້ນແຫ່ງເວທະນາ ເປັນແນວໃດ ? ຄວາມດັບບໍ່ເຫຼືອແຫ່ງເວທະນາ ເປັນແນວໃດ ? ປະຕິປະທາ ເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງເວທະນາ ເປັນແນວໃດ ? ອັນໃດ ເປັນສະເໜ່ຂອງເວທະນາ ? ອັນໃດ ເປັນໂທດອັນຕໍ່າຊ້າຂອງເວທະນາ ? ອັນໃດ ເປັນອຸບາຍເຄື່ອງອອກຈາກເວທະນາ ?”

ອານົນທ໌ ! ເວທະນາມີ ໓ ຢ່າງ ຄື ສຸຂະເວທະນາ ທຸກຂະເວທະນາ ອະທຸກຂະມະສຸຂະເວທະນາ; ອານົນທ໌ ! ນີ້ເຮົາເອີ້ນວ່າເວທະນາ. ຄວາມເກີດຂຶ້ນແຫ່ງເວທະນາຍ່ອມມີເພາະ ຄວາມເກີດຂຶ້ນແຫ່ງຜັສສະ. ຄວາມດັບບໍ່ເຫຼືອແຫ່ງເວທະນາ ຍ່ອມມີເພາະ ຄວາມດັບບໍ່ເຫຼືອແຫ່ງຜັສສະ. ມັຄຄະອັນປະເສີດ ປະກອບດ້ວຍອົງຄ໌ແປດປະການນີ້ເອງ ເປັນປະຕິປະທາເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງເວທະນາ, ໄດ້ແກ່ ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ ສຸຂໂສມະນັສອັນໃດເກີດຂຶ້ນເພາະອາໄສເວທະນາ ນັ້ນຄືສະເໜ່ຂອງເວທະນາ. ເວທະນາບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ ນັ້ນຄືໂທດອັນຕໍ່າຊ້າຂອງເວທະນາ. ການກໍາຈັດ ການລະເສຍ ຊຶ່ງສັນທະຣາຄະ ໃນເວທະນາ ນັ້ນຄືອຸບາຍເປັນເຄື່ອງອອກຈາກເວທະນາ.

- ສະລະ. ສັງ. ໑໘/໒໗໒/໓໙໙.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ