ອະນຸສະຢະສາມຄູ່ກັບເວທະນາສາມ

ສັງໂຍດ

0:00/0:00
ພິກຂຸ ທ. ! ເພາະອາໄສຕາດ້ວຍ ຮູບທັງຫຼາຍດ້ວຍ ຈຶ່ງເກີດຈັກຂຸວິນຍານ;ການປະຈວບພໍ້ພ້ອມແຫ່ງທັມ 3 ປະການ (ຕາ+ຮູບ+ຈັກຂຸວິນຍານ) ນັ້ນຄື ຜັສສະ; ເພາະມີຜັດສະເປັນປັດໃຈ ຈຶ່ງເກີດເວທະນາ ອັນເປັນສຸຂແດ່ ເປັນທຸກຂ໌ແດ່ ບໍ່ແມ່ນທຸກຂ໌ບໍ່ແມ່ນສຸຂແດ່.

ບຸຄຄົລນັ້ນ ເມື່ອ ສຸຂະເວທະນາ ຖືກຕ້ອງຢູ່ ຍ່ອມເພີດເພີນ ຍ່ອມພໍ່າສັນເສີນ ເມົາໝົກຢູ່; ອະນຸສັຍ ຄືຣາຄະ ຍ່ອມຕາມນອນ (ເພີ່ມຄວາມເຄີຍຊິນໃຫ້) ແກ່ບຸຄຄົລນັ້ນ (ຕັສສະ ຣາຄານຸສະໂຢ ອະນຸເສຕິ);

ເມື່ອ ທຸກຂະເວທະນາ ຖືກຕ້ອງຢູ່ ເຂົາຍ່ອມເສົ້າໂສກ ຍ່ອມຣະທົມໃຈຍ່ອມຄໍ່າຄວນ ຍ່ອມຕີເອິກຮ້ອງໄຫ້ ຍ່ອມເຖິງຄວາມຫຼົງໄຫຼຢູ່; ອະນຸສັຍ ຄືປະຕິຄະຍ່ອມຕາມນອນ (ເພີ່ມຄວາມເຄີຍຊິນໃຫ້) ແກ່ບຸຄຄົລນັ້ນ.

ເມື່ອ ເວທະນາອັນບໍ່ແມ່ນທຸກຂ໌ບໍ່ແມ່ນສຸຂ ຖືກຕ້ອງຢູ່ ເຂົາຍ່ອມບໍ່ຮູ້ຕາມເປັນຈິງ ຊຶ່ງເຫຕໃຫ້ເກີດເວທະນານັ້ນດ້ວຍ ຊຶ່ງຄວາມດັບບໍ່ເຫຼືອແຫ່ງເວທະນານັ້ນດ້ວຍ ຊຶ່ງອັສສາທະ (ສະເໜ່) ຂອງເວທະນານັ້ນດ້ວຍ ຊຶ່ງອາທິນວະ (ໂທດ) ຂອງເວທະນານັ້ນດ້ວຍ ຊຶ່ງນິສສະຣະນະ (ອຸບາຍເຄື່ອງອອກພົ້ນໄປໄດ້) ຂອງເວທະນານັ້ນດ້ວຍ; ອະນຸສັຍ ຄືອະວິຊຊາ ຍ່ອມຕາມນອນ (ເພີ່ມຄວາມເຄີຍຊິນໃຫ້) ແກ່ບຸຄຄົລນັ້ນ.

ພິກຂຸ ທ. ! ບຸຄຄົລນັ້ນໜໍ ຍັງລະຣາຄານຸໄສ ອັນເກີດຈາກສຸຂະເວທະນາບໍ່ໄດ້; ຍັງບັນເທົາ ປະຕິຄານຸໄສ ອັນເກີດຈາກທຸກຂະເວທະນາບໍ່ໄດ້; ຍັງຖອນ ອະວິຊຊາ ນຸໄສ ອັນເກີດຈາກອະທຸກຂະມະສຸຂະເວທະນາບໍ່ໄດ້; ເມື່ອຍັງລະອະວິຊຊາບໍ່ໄດ້ ແລະຍັງເຮັດ ວິຊຊາ ໃຫ້ເກີດຂຶ້ນບໍ່ໄດ້ແລ້ວ, ເຂົາຈະເຮັດທີ່ສຸດແຫ່ງທຸກຂ໌ ໃນທິຕຖະທັມ (ປັຈຈຸບັນ) ນີ້ ໄດ້ນັ້ນ; ຂໍ້ນີ້ ບໍ່ເປັນຖານະ ທີ່ຈະມີໄດ້.

(ໃນກໍລະນີແຫ່ງຫູ ດັງ ລິ້ນ ກາຍ ແລະໃຈ ກໍໄດ້ຕຣັດໂດຍເຊັ່ນດຽວກັນກັບ ໃນກໍລະນີແຫ່ງຕາ.)

- ອຸປະຣິ. ມ. ໑໔/໕໑໖/໘໒໒.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ