ພົບ

ພົບພູມ

0:00/0:00
🥬🥒🌶️🌽
ຂ້າແຕ່ພຣະອົງຜູ້ຈະເລີນ ພຣະອົງກວ່າວ່າ ພົບ ພົບ ດັ່ງນີ້ ພົບ ຍ່ອມມີໄດ້ ດ້ວຍເຫດພຽງເທົ່າໃດ ພຣະອົງຜູ້ຈະເລີນ.

1) ອານົນທ໌ ຖ້າກຳມີ 'ກາມມະທາດ' ເປັນວິບາກ ຈະບໍ່ໄດ້ມີແລ້ວ ກາມມະພົບຈະປາກົດໄດ້ບໍ ?

ບໍ່ປາກົດເລີຍ ພຣະອົງຜູ້ຈະເລີນ.

ອານົນທ໌ ດ້ວຍເຫດນີ້ແຫຼະ
* ກັມ ຈຶ່ງເປັນຜືນນາ (ກັມມັງ ເຂຕຕັງ)
* ວິນຍານ ເປັນພືດ (ວິນຍານັງ ພີຊັງ)
* ຕັນຫາ ເປັນຢາງຂອງພືດ (ຕັນຫາ ສິເນໂຫ)
* ວິນຍານຂອງສັດຕະທັງຫຼາຍທີ່ມີອະວິຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ຕັ້ງຢູ່ແລ້ວດ້ວຍທາດຊັ້ນຊາມ ການບັງເກີດຂຶ້ນໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ດ້ວຍອາການຢ່າງນີ້

(ອະວິຊຊານີວະຣະນານັງ ສັຕຕານັງ ຕັນຫາສັນໂຍຊະນານັງ ຫີນາຍະ ທາຕຸຍາ ວິນຍານັງ ປະຕິຕຖິຕັງ ເອວັງ ອາຍະຕິງ ປຸນັພພະວາພິນິພພັຕຕິ ໂຫຕິ).

2) ອານົນທ໌ ຖ້າກຳມີ 'ຮູບປະທາດ' ເປັນວິບາກ ຈະບໍ່ໄດ້ມີແລ້ວ ຮູບປະພົບຈະປາກົດໄດ້ບໍ ?

ບໍ່ປາກົດເລີຍ ພຣະອົງຜູ້ຈະເລີນ.

ອານົນທ໌ ດ້ວຍເຫດນີ້ແຫຼະ
* ກັມ ຈຶ່ງເປັນຜືນນາ
* ວິນຍານ ເປັນພືດ
* ຕັນຫາ ເປັນຢາງຂອງພືດ
* ວິນຍານ ຂອງສັດຕະທັງຫຼາຍທີ່ມີອະວິຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ຕັ້ງຢູ່ແລ້ວດ້ວຍທາດຊັ້ນກາງ (ມັຊຊິມາຍະ ທາຕຸຍາ) ການບັງເກີດຂຶ້ນໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ດ້ວຍອາການຢ່າງນີ້.

3) ອານົນທ໌ ຖ້າກຳມີ 'ອະຮູບປະທາດ' ເປັນວິບາກ ຈະບໍ່ໄດ້ມີແລ້ວ ອະຮູບປະພົບຈະປາກົດໄດ້ບໍ ?

ບໍ່ປາກົດເລີຍ ພຣະອົງຜູ້ຈະເລີນ.

ອານົນທ໌ ດ້ວຍເຫດນີ້ແຫຼະ
* ກັມ ຈຶ່ງເປັນຜືນນາ
* ວິນຍານ ເປັນພືດ
* ຕັນຫາ ເປັນຢາງຂອງພືດ
* ວິນຍານ ຂອງສັດຕະທັງຫຼາຍທີ່ມີອະວິຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ຕັ້ງຢູ່ແລ້ວດ້ວຍທາດຊັ້ນປະນີດ (ປະນີຕາຍະ ທາຕຸຍາ) ການບັງເກີດຂຶ້ນໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ດ້ວຍອາການຢ່າງນີ້.

ອານົນທ໌ 'ພົບ' ຍ່ອມມີໄດ້ດ້ວຍອາການຢ່າງນີ້ແລ.

-------------------------------------------
ບາລີ ຕິກ. ອໍ. ໒໐/໒໘໗/໕໑໖.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ