ຈິດມີຕັນຫາ ເອີ້ນວ່າຢູ່ສອງຄົນ
ສັງໂຍດ
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ດ້ວຍເຫຕພຽງເທົ່າໃດໜໍ ພິກຂຸຈຶ່ງຊື່ວ່າ ເປັນຜູ້ມີການຢູ່ຢ່າງມີເພື່ອນສອງ ຂ້ານ້ອຍ ?”
ມິຄະຊາລະ ! ຮູບ ທັງຫຼາຍ ອັນຈະຍ່ອມເຫັນໄດ້ດ້ວຍຈັກຂຸ ອັນເປັນຮູປທີ່ໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈ ມີລັກສະນະໜ້າຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈມີຢູ່. ຖ້າຫາກວ່າ ພິກຂຸຍ່ອມເພີດເພີນ ພໍ່າສັນເສີນ ສະຢົບມົວເມົາ ຊຶ່ງຮູບນັ້ນແລ້ວ;
ແກ່ພິກຂຸຜູ້ເພີດເພີນ ພໍ່າສັນເສີນ ສະຢົບມົວເມົາ ຊຶ່ງຮູບນັ້ນຢູ່ນັ້ນແຫຼະ, ນັນທິ (ຄວາມເພີນ) ຍ່ອມເກີດຂຶ້ນ.
ເມື່ອນັນທິມີຢູ ສາຣາຄະ (ຄວາມພໍໃຈຢ່າງຍິ່ງ) ຍ່ອມມີ ;
ເມື່ອສາຣາຄະມີຢູ່ ສັນໂຍຄະ (ຄວາມຜູກຈິຕຕິດກັບອາຣົມ) ຍ່ອມມີ ;
ມິຄະຊາລະ ! ພິກຂຸຜູ້ປະກອບພ້ອມແລ້ວ ດ້ວຍການຜູກຈິຕຕິດກັບອາຣົມດ້ວຍອໍານາດແຫ່ງຄວາມເພີນ ນັ້ນແລ ເຮົາເອີ້ນວ່າ “ຜູ້ມີການຢູ່ຢ່າງມີເພື່ອນສອງ”.
(ໃນກໍລະນີ ແຫ່ງສຽງທັງຫຼາຍ ອັນຈະຍ່ອມໄດ້ຍິນດ້ວຍຫູກໍດີ, ກິ່ນທັງຫຼາຍອັນຈະຍ່ອມດົມດ້ວຍດັງກໍດີ, ຣົສທັງຫຼາຍອັນຈະຍ່ອມຊີມດ້ວຍລີ້ນກໍດີ, ໂຜຕຖັພພະທັງຫຼາຍອັນຈະຍ່ອມສັມຜັສດ້ວຍຜິວກາຍກໍດີ, ແລະທັມມາຣົມ ທັງຫຼາຍອັນຈະຍ່ອມຮູ້ແຈ້ງດ້ວຍໃຈກໍດີ, ພຣະຜູ້ມີພຣະພາຄເຈົ້າໄດ້ຕຣັສໄວ້ ມີນັຍຍະຢ່າງດຽວກັນກັບ ໃນກໍລະນີແຫ່ງຮູບທັງຫຼາຍ ອັນຈະຍ່ອມເຫັນດ້ວຍຈັກຂຸ).
ມິຄະຊາລະ ! ພິກຂຸຜູ້ມີການຢູ່ດ້ວຍອາການເຊັ່ນນີ້ ເຖິງແມ່ນຈະສຸມເສບເສນາສະນະ ອັນເປັນປ່າ ແລະປ່າເລົ່າ ຊຶ່ງງຽບສະງົບ ມີສຽງລົບກວນໜ້ອຍ ມີສຽງກຶກກ້ອງຄຶກໂຄມໜ້ອຍ ປາສະຈາກລົມຈາກຜິວກາຍຄົນ ເປັນທີ່ເຮັດການລັບຂອງມະນຸສສ໌ ເປັນທີ່ສົມຄວນແກ່ການຫຼີກເວັ້ນ ເຊັ່ນນີ້ແລ້ວກໍຕາມ, ເຖິງດັ່ງນັ້ນພິກຂຸນັ້ນ ເຮົາກໍຍັງຄົງເອີ້ນວ່າ ຜູ້ມີການຢູ່ຢ່າງມີເພື່ອນສອງຢູ່ນັ້ນເອງ. ຂໍ້ນັ້ນເພາະເຫຕໃດໜໍ ? ຂໍ້ນັ້ນ ເພາະເຫຕວ່າຕັນຫານັ້ນແລ ເປັນເພື່ອນສອງຂອງພິກຂຸນັ້ນ ; ຕັນຫານັ້ນ ອັນພິກຂຸນັ້ນຍັງລະບໍ່ໄດ້ແລ້ວ ເພາະເຫຕນັ້ນ ພິກຂຸນັ້ນ ເຮົາຈຶ່ງເອີ້ນວ່າ ຜູ້ມີການຢູ່ຢ່າງມີເພື່ອນສອງ ດັ່ງນີ້.
- ສລາ. ສັງ. ໑໘/໔໓/໖໖.