ລັກສະນະແຫ່ງຜູ້ຈະເຣີນອິນຊີຂັ້ນອະຣິຍະ
ໂສດາບັນ
ອານົນທ໌ ! ຜູ້ມີອິນຊີອັນອົບຮົມແລ້ວໃນຂັ້ນອະຣິຍະເປັນແນວໃດໜໍ ?
ອານົນທ໌ ! ໃນກໍລະນີນີ້
ຄວາມພໍໃຈ, ຄວາມບໍ່ພໍໃຈ, ຄວາມພໍໃຈແລະບໍ່ພໍໃຈ ເກີດຂຶ້ນແກ່ພິກຂຸເພາະເຫັນຮູບດ້ວຍຕາ... ຟັງສຽງດ້ວຍຫູ ...ດົມກິ່ນດ້ວຍດັງ... ຊີມຣົສດ້ວຍລີ້ນ... ຖືກຕ້ອງສຳຜັສດ້ວຍຜິວກາຍ... ຮູ້ແຈ້ງທັມມາຣົມດ້ວຍໃຈ.
ພິກຂຸນັ້ນ: -
ຖ້າເຂົາຫວັງວ່າ ຈະເປັນຜູ້ຢູ່ຢ່າງມີຄວາມຮູ້ສຶກວ່າບໍ່ປະຕິກູນ ໃນສິ່ງທີ່ເປັນປະຕິກູນ ດັ່ງນີ້ ເຂົາກໍຢູ່ຢ່າງຜູ້ມີຄວາມຮູ້ສຶກວ່າບໍ່ປະຕິກູນ ໃນສິ່ງທີ່ເປັນປະຕິກູນນັ້ນໄດ້.
ຖ້າເຂົາຫວັງວ່າ ຈະເປັນຜູ້ຢູ່ຢ່າງມີຄວາມຮູ້ສຶກວ່າປະຕິກູນ ໃນສິ່ງທີ່ບໍ່ເປັນປະຕິກູນ ດັ່ງນີ້ ເຂົາກໍຢູ່ຢ່າງຜູ້ມີຄວາມຮູ້ສຶກວ່າປະຕິກູນໃນສິ່ງທີ່ບໍ່ເປັນປະຕິກູນນັ້ນໄດ້.
ຖ້າເຂົາຫວັງວ່າ ຈະເປັນຜູ້ຢູ່ຢ່າງມີຄວາມຮູ້ສຶກວ່າບໍ່ປະຕິກູນ ທັງໃນສິ່ງທີ່ເປັນປະຕິກູນ ແລະບໍ່ເປັນປະຕິກູນ ດັ່ງນີ້ ເຂົາກໍຢູ່ຢ່າງຜູ້ມີຄວາມຮູ້ສຶກວ່າບໍ່ປະຕິກູນທັງໃນສິ່ງທີ່ເປັນປະຕິກູນ ແລະບໍ່ເປັນປະຕິກູນນັ້ນໄດ້.
ຖ້າເຂົາຫວັງວ່າ ຈະເປັນຜູ້ຢູ່ຢ່າງມີຄວາມຮູ້ສຶກວ່າປະຕິກູນ ທັງໃນສິ່ງທີ່ບໍ່ເປັນປະຕິກູນແລະສິ່ງທີ່ເປັນປະຕິກູນ ດັ່ງນີ້
ເຂົາກໍຢູ່ຢ່າງຜູ້ມີຄວາມຮູ້ສຶກວ່າປະຕິກູນທັງໃນສິ່ງທີ່ບໍ່ເປັນປະຕິກູນ ແລະສິ່ງທີ່ເປັນປະຕິກູນນັ້ນໄດ້. ແລະຖ້າທ່ານຫວັງວ່າ ຈະເປັນຜູ້ຢູ່ຢ່າງເວັ້ນຂາດຈາກ ຄວາມຮູ້ສຶກວ່າປະຕິກູນ ແລະບໍ່ປະຕິກູນທັງສອງຢ່າງເສຍແລ້ວ ຢູ່ຢ່າງຜູ້ອຸເປກຂາ ມີສະຕິສັມປະຊັນຍະ ດັ່ງນີ້ ເຂົາກໍຢູ່ຢ່າງຜູ້ອຸເປກຂາ ມີສະຕິສັມປະຊັນຍະໃນສິ່ງເປັນປະຕິກູນແລະບໍ່ເປັນປະຕິກູນທັງສອງຢ່າງນັ້ນໄດ້.
ອານົນທ໌ ! ຢ່າງນີ້ແລ ຊື່ວ່າ
ຜູ້ມີອິນຊີອັນຈະເຣີນແລ້ວໃນຂັ້ນອະຣິຍະ.
- ບາລີ ອຸປຣິ. ມ. ໑໔/໕໔໕-໕໔໖/໘໖໓-໘໖໔