ທິດຖິໃຫ້ເກີດເວທະນາຊະນິດທີ່ລ້ວນແຕ່ເປັນທຸກຂະສະມຸໄທ

ອະກຸສົນ

0:00/0:00
ພິກຂຸ ທ. ! ບັນດາສະມະນະພຣາມທັງຫຼາຍເຫຼົ່ານັ້ນ ສະມະນະພຣາມເຫຼົ່າໃດ ເປັນພວກ ສັສສະຕະວາດະ ຍ່ອມບັນຍັຕອັຕຕາ ແລະໂລກວ່າ ທ່ຽງດ້ວຍວັຕຖຸ (ທີ່ຕັ້ງແຫ່ງທິຕຖິ) ໔ ປະການກໍດີ,

ສະມະນະພຣາມເຫຼົ່າໃດ ເປັນພວກ ເອກັຈຈະສັສສະຕິກະເອກັຈຈະອະສັສສະຕິກະວາດະ (ຍ່ອມບັນຍັຕອັຕຕາແລະໂລກວ່າ ທ່ຽງບາງຢ່າງບໍ່ທ່ຽງບາງຢ່າງ ດ້ວຍວັຕຖຸ ໔ ປະການ) ກໍດີ,

ສະມະນະພຣາມເຫຼົ່າໃດ ເປັນພວກ ອັນຕານັນຕິກະວາດະ (ຍ່ອມບັນຍັຕຊຶ່ງໂລກວ່າມີທີ່ສຸດ ຫຼືບໍ່ມີທີ່ສຸດດ້ວຍວັຕຖຸ ໔ ປະການ) ກໍດີ,

ສະມະນະພຣາມເຫຼົ່າໃດ ເປັນພວກ ອະມະຣາວິກະເຂປິກະວາດະ (ເມື່ອຖືກຖາມບັນຫາໃນທີ່ນັ້ນໆ ຍ່ອມເຖິງຄວາມສ່າຍແຫ່ງວາຈາ ອັນດີ້ນໄດ້ບໍ່ຕາຍໂຕດ້ວຍວັຕຖຸ ໔ ປະການ) ກໍດີ,

ສະມະນະພຣາມເຫຼົ່າໃດ ເປັນພວກ ອະທິຈຈະສະມຸບປັນນິກະວາດະ (ຍ່ອມບັນຍັຕອັຕຕາ ແລະໂລກວ່າເກີດເອງລອຍໆ ດ້ວຍວັຕຖຸ ໒ ປະການ) ກໍດີ,

ສະມະນະພຣາມເຫຼົ່າໃດເປັນພວກ ປຸບພັນຕະກັປປິກະວາດະ (ມີປຸບພັນຕານຸທິຕຖິ ປາຣົບຂັນທ໌ ອັນມີແລ້ວໃນກາລກ່ອນ ຍ່ອມກ່າວບັນຍັຕຊຶ່ງ ອະທິມຸຕຕິບົດ (ທາງແຫ່ງຄວາມຫຼຸດພົ້ນຢ່າງຍິ່ງຂອງສັຕ ຕາມທິຕຖິແຫ່ງຕົນໆ) ມີຢ່າງເປັນອະເນກ ດ້ວຍວັຕຖຸ ໑໘ ປະການ) ກໍດີ;

ສະມະນະພຣາມເຫຼົ່າໃດ ເປັນພວກ ອຸດດະມາຄະຕະນິກະສັນຍີວາດະ (ຍ່ອມບັນຍັຕອັຕຕາຫຼັງຈາກຕາຍແລ້ວ ວ່າມີສັນຍາ ດ້ວຍວັຕຖຸ ໑໖ ປະການ) ກໍດີ,

ສະມະນະພຣາມເຫຼົ່າໃດ ເປັນພວກ ອຸດດະມາຄະຕະນິກະອະສັນຍີວາດະ (ຍ່ອມບັນຍັຕອັຕຕາຫຼັງຈາກຕາຍແລ້ວ ວ່າບໍ່ມີສັນຍາ ດ້ວຍວັຕຖຸ ໘ ປະການ) ກໍດີ,

ສະມະນະພຣາມເຫຼົ່າໃດ ເປັນພວກ ອຸດດະມາຄະຕະນິກະເນວະສັນຍີນາສັນຍີວາດະ (ຍ່ອມບັນຍັຕອັຕຕາຫຼັງຈາກຕາຍແລ້ວ ວ່າມີສັນຍາກໍຫາກບໍ່ຖືກ ບໍ່ມີສັນຍາກໍຫາກບໍ່ແມ່ນ ດ້ວຍວັຕຖຸ ໘ ປະການ) ກໍດີ,

ສະມະນະພຣາມເຫຼົ່າໃດ ເປັນພວກ ອຸຈເສທະວາດະ (ຍ່ອມບັນຍັຕຊຶ່ງຄວາມຂາດສູນ ຄວາມພິນາດ ຄວາມບໍ່ມີແຫ່ງສັຕ ທີ່ມີຢູ່ດ້ວຍວັຕຖຸ ໗ ປະການ) ກໍດີ,

ສະມະນະພຣາມເຫຼົ່າໃດ ເປັນພວກ ທິຕຖະທັມມະນິບບານະວາດະ (ຍ່ອມບັນຍັຕຊຶ່ງປະຣະມະທິຕຖະທັມມະນິພພານະວາທະແກ່ສັຕທີ່ມີຢູ່ດ້ວຍວັຕຖຸ ໕ ປະການ) ກໍດີ,

ສະມະນະພຣາມເຫຼົ່າໃດ ເປັນພວກ ອະປະຣັນຕະກັປປິກະວາດະ (ມີອະປະຣັນຕານຸທິຕຖິ ປາຣົບຂັນທ໌ມີສ່ວນສຸດໃນເບື້ອງໜ້າ ຍ່ອມກ່າວບັນຍັຕຊຶ່ງອະທິມຸຕຕິບົດ ມີປະການຕ່າງໆເປັນອະເນກ ດ້ວຍວັຕຖຸ ໔໔ ປະການ) ກໍດີ;

ເຖິງແມ່ນສະມະນະພຣາມເຫຼົ່າໃດ ເປັນພວກປຸບພັນຕະກັປປິກະວາດະກໍດີ ອະປະຣັນຕະກັປປິກະວາດະກໍດີ ເປັນພວກປຸບພັນຕາປະຣັນຕະກັປປິກະວາດະກໍດີລ້ວນແຕ່ເປັນຜູ້ ມີປຸບພັນຕາປະຣັນຕານຸທິຕຖິ ປາຣົບຂັນທ໌ທັງທີ່ມີແລ້ວໃນກາລກ່ອນ ແລະຂັນທ໌ອັນມີໃນເບື້ອງໜ້າ ຍ່ອມກ່າວບັນຍັຕ ອະທິມຸຕຕິບົດ ມີຢ່າງເປັນອະເນກດ້ວຍວັຕຖຸ ໖໒ ປະການ;

ສະມະນະພຣາມທັງຫຼາຍ ເຫຼົ່ານັ້ນທັງໝົດ ຮູ້ສຶກຕໍ່ເວທະນາ ຕາມທິຕຖິສະເພາະຢ່າງໆ ຂອງຕົນໆຂຶ້ນມາ (ປະຕິສັງເວເທນຕິ໑) ເພາະການຖືກຕ້ອງແລ້ວໆດ້ວຍ

໑. ຄໍາວ່າ “ຮູ້ສຶກ” (ປະຕິສັງເວເທນຕິ) ໃນບ່ອນນີ້ ເປັນຄວາມຮູ້ສຶກຕໍ່ທັມມາຣົມດ້ວຍມະໂນ, ເມື່ອຄົນມີທິຕຖິຢູ່ແນວໃດ ການສະເຫວີຍເວທະນາຂອງເຂົາ ຍ່ອມເຮັດໃຫ້ເກີດຄວາມຮູ້ສຶກຊະນິດທີ່ເປັນໄປຕາມອໍານາດແຫ່ງທິຕຖິ ທີ່ເຂົາມີຢູ່; ດັ່ງນັ້ນ ເມື່ອມີທິຕຖິຕ່າງກັນ ແມ່ນວ່າອາຣົມທີ່ມີຫຼາຍລະບົບຈະເປັນຢ່າງດຽວກັນ ເຂົາຍ່ອມເກີດຄວາມຮູ້ສຶກຕໍ່ອາຣົມຕ່າງກັນໄປຕາມທິຕຖິຂອງເຂົາ; ດັ່ງນັ້ນເວທະນາທີ່ມາຈາກອາຣົມດຽວກັນ ຈຶ່ງມີຄວາມໝາຍຕ່າງກັນໄດ້ ເປັນເຫຕໃຫ້ມີທິຕຖິຊະນິດທີ່ຫຼໍ່ລ້ຽງທິຕຖິດັ້ງເດີມໃຫ້ແໜ້ນໜາຢູ່ສະເໝີໄປ : ນີ້ກ່າວໄດ້ວ່າ ຜັສສະ ຫຼືເວທະນາ ສ້າງທິຕຖິແລ້ວ ກໍຫຼໍ່ລ້ຽງທິຕຖິນັ້ນໄວ້. ຖ້າປາສະຈາກຜັສສະ ຫຼືເວທະນາເສຍຢ່າງດຽວເທົ່ານັ້ນ ຍ່ອມບໍ່ມີທາງທີ່ຈະເກີດທິຕຖິໄດ້.

ຜັສສາຍະຕະນະ ໖ ປະການ, ເພາະເວທະນາແຫ່ງສະມະນະພຣາມທັງຫຼາຍເຫຼົ່ານັ້ນເປັນປັຈຈັຍ ຈຶ່ງມີຕັນຫາ; ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ; ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົບ; ເພາະມີພົບເປັນປັຈຈັຍ ຈຶ່ງມີຊາຕ; ເພາະມີຊາດເປັນປັຈຈັຍ ຈຶ່ງມີຊະຣາມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍ.
- ສີ. ທີ. ໙/໕໗/໙໐.

(ລາຍລະອຽດ ກ່ຽວກັບສະມະນະພຣາມ ທຸກພວກຂ້າງເທິງນີ້ ຫາເບິ່ງໄດ້ຈາກໜັງສື ປະຕິຈຈ. ໂອ. ໜ້າ ໗໓໓ ເປັນຕົ້ນໄປ.)
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ