ຄວາມໝາຍຂອງຄໍາວ່າ “ສັນຍາ”

ຂັນ 5

0:00/0:00
ພິກຂຸ ທ. ! ຄົນທົ່ວໄປກ່າວກັນວ່າ “ສັນຍາ” ເພາະອາໄສຄວາມໝາຍອັນໃດໜໍ ? ພິກຂຸ ທ. ! ເພາະກິຣິຍາ ທີ່ໝາຍຮູ້ໄດ້ພ້ອມ ມີຢູ່ໃນສິ່ງນັ້ນ (ເຊັ່ນນີ້ແລ) ດັ່ງນັ້ນ ສິ່ງນັ້ນຈຶ່ງຖືກເອີ້ນວ່າ ສັນຍາ. ສິ່ງນັ້ນ ຍ່ອມໝາຍຮູ້ໄດ້ພ້ອມຊຶ່ງອັນໃດ ? ສິ່ງນັ້ນຍ່ອມໝາຍຮູ້ໄດ້ພ້ອມ ຊຶ່ງສີຂຽວແດ່, ຍ່ອມໝາຍຮູ້ໄດ້ພ້ອມ ຊຶ່ງສີເຫຼືອງແດ່, ຍ່ອມໝາຍຮູ້ໄດ້ພ້ອມ ຊຶ່ງສີແດງແດ່, ແລະຍ່ອມໝາຍຮູ້ໄດ້ພ້ອມ ຊຶ່ງສີຂາວແດ່ (ດັ່ງນີ້ເປັນຕົ້ນ). ພິກຂຸ ທ. ! ເພາະກິຣິຍາ ທີ່ໝາຍຮູ້ໄດ້ພ້ອມ ມີຢູ່ໃນສິ່ງນັ້ນ (ເຊັ່ນນີ້ແລ) ດັ່ງນັ້ນ ສິ່ງນັ້ນຈຶ່ງຖືກ ເອີ້ນວ່າ ສັນຍາ.

- ຂັນທ. ສັງ. ໑໗/໑໐໕/໑໕໙.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ