ບຸກຄົນຕົກນໍ້າ 7 ຈຳພວກ

ສັງໂຍດ

0:00/0:00
ພິກຂຸທັງຫລາຍ ! ບຸກຄົນປຽບດ້ວຍບຸກຄົນຕົກນ້ຳເຈັດຈຳພວກ ເຫຼົ່ານີ້ ມີຢູ່ ຫາໄດ້ຢູ່ໃນໂລກ.

ເຈັດຈຳພວກເຫຼົ່າໃດໜໍ ?

ພິກຂຸທັ້ງຫລາຍ ! ໃນກໍລະນີນີ້:
(1) ບຸກຄົນບາງຄົນ ຈົມນໍ້າເທື່ອດຽວແລ້ວກໍຈົມເລີຍ;
(2) ບຸກຄົນບາງຄົນຜຸດຂຶ້ນເທື່ອໜຶ່ງແລ້ວຈຶ່ງຈົມເລີຍ;
(3) ບຸກຄົນບາງຄົນ ຜຸດຂຶ້ນແລ້ວ ຟູຕົວຢູ່.
(4) ບຸກຄົນບາງຄົນຜຸດຂຶ້ນແລ້ວຫລຽວເບິ່ງຮອບໆ ຢູ່;
(5) ບຸກຄົນບາງຄົນຜຸດຂຶ້ນແລ້ວລອຍເຂົ້າຫາຝັ່ງ.
(6) ບຸກຄົນບາງຄົນ ຜຸດຂຶ້ນແລ້ວ ຍ່າງເຂົ້າມາເຖິງບ່ອນຕື້ນແລ້ວ;
(7) ບຸກຄົນບາງຄົນຜຸດຂຶ້ນແລ້ວ ເຖິງຝັ່ງຂ້າມຂຶ້ນບົກແລ້ວເປັນພຣາມຢືນຢູ່.


1. ພິກຂຸທັ້ງຫລາຍ ! ບຸກຄົນ ຈົມນໍ້າເທື່ອດຽວແລ້ວກໍຈົມເລີຍ ເປັນແນວໃດໜໍ ?
ພິກຂຸທັ້ງຫລາຍ ! ບຸກຄົນບາງຄົນໃນກໍລະນີນີ້ ປະກອບດ້ວຍອະກຸສົນລະທັມຝ່າຍດຽວ ໂດຍສ່ວນດຽວ. ຢ່າງນີ້ແລ ເອີ້ນວ່າ ຈົມເທື່ອດຽວແລ້ວກໍຈົມເລີຍ.

2. ພິກຂຸທັ້ງຫລາຍ ! ບຸກຄົນ ຜຸດຂຶ້ນເທື່ອໜຶ່ງແລ້ວຈຶ່ງຈົມເລີຍ ເປັນແນວໃດໜໍ ?
ພິກຂຸທັ້ງຫລາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຜຸດຂຶ້ນຄືມີສັດທາດີໃນກຸສົນລະທັມທັງຫຼາຍ ມີຫິຣິດີ-ມີໂອດຕັບປະດີ-ມີວິຣິຍະດີ-ມີປັນຍາດີໃນກຸສົນທັມທັງຫລາຍ. ແຕ່ວ່າສັດທາເປັນຕົ້ນຂອງເຂົາ ບໍ່ຕັ້ງຢູ່ດົນ ບໍ່ຈະເຣີນ ເສື່ອມສິ້ນໄປ. ຢ່າງນີ້ແລເອີ້ນວ່າ ຜຸດຂຶ້ນເທື່ອໜຶ່ງແລ້ວຈຶ່ງຈົມເລີຍ.

3. ພິກຂຸທັ້ງຫລາຍ ! ບຸກຄົນ ຜຸດຂຶ້ນແລ້ວຟູຕົວຢູ່ເປັນແນວໃດໜໍ ?
ພິກຂຸທັ້ງຫລາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຜຸດຂຶ້ນຄື ມີສັັດທາດີໃນກຸສົນທັມທັ້ງຫລາຍ ມີຫິຣິດີ-ມີໂອດຕັບປະດີ-ມີວິຣິຍະດີ-ມີປັນຍາດີໃນກຸສົນທັມທັງຫລາຍ ແລະ ສັດທາ ເປັນຕົ້ນຂອງເຂົາ ບໍ່ເສື່ອມ ບໍ່ຈະເຣີນ ແຕ່ຊົງຕົວຢູ່. ຢ່າງນີ້ແລເອີ້ນວ່າ ຜຸດຂຶ້ນແລ້ວຟູໂຕຢູ່.

4. ພິກຂຸທັ້ງຫລາຍ ! ບຸກຄົນຜຸດຂຶ້ນແລ້ວຫລຽວເບິ່ງຮອບຮອບຢູ່ ເປັນແນວໃດໜໍ ?
ພິກຂຸທັງຫລາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຜຸດຂຶ້ນຄື ມີສັດທາດີໃນກຸສົນລະທັມທັງຫລາຍ ມີຫິຣິດີ-ມີໂອດຕັບປະດີ-ມີວິຣິຍະດີ-ມີປັນຍາດີໃນກຸສົນລະທັມທັ້ງຫລາຍ. ບຸກຄົນນັ້ນເພາະຄວາມສິ້ນໄປແຫ່ງສັງໂຍດ 3 ເປັນໂສດາບັນ ມີຄວາມບໍ່ຕົກຕໍ່າເປັນທຳມະດາ ເປັນຜູ້ທ່ຽງເເທ້ຕໍ່ພຣະນິບພານ ມີການຕຣັດສະຮູ້ພ້ອມໃນເບື້ອງໜ້າ. ຢ່າງນີ້ແລ ເອີ້ນວ່າ ຜຸດຂຶ້ນແລ້ວຫຼຽວເບິ່ງຮອບຮອບຢູ່.

5. ພິກຂຸທັ້ງຫລາຍ ! ບຸກຄົນ ຜຸດຂຶ້ນແລ້ວລອຍເຂົ້າຫາຝັ່ງ ເປັນແນວໃດໜໍ ?
ພິກຂຸທັ້ງຫລາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຜຸດຂຶ້ນຄື ມີສັດທາດີໃນກຸສົນທັມທັ້ງຫລາຍ ມີຫິຣິດີ-ມີໂອດຕັບປະດີ-ມີວິຣິຍະດີ-ມີປັນຍາດີໃນກຸສົນທັມທັ້ງຫລາຍ. ບຸກຄົນນັ້ນເພາະຄວາມດັບສິ້ນໄປແຫ່ງສັງໂຍດ 3 ແລະ ເພາະຄວາມເບົາບາງແຫ່ງ ຣາຄະ ໂທສະ ໂມຫະ ເປັນ ສະກະທາຄາມີ ມາສູ່ໂລກນີ້ອີກພຽງເທື່ອດຽວ ແລ້ວເຮັດທີ່ສຸທແຫ່ງທຸກຂ໌ໄດ້. ຢ່າງນີ້ແລ ເອີ້ນວ່າ ຜຸດຂຶ້ນແລ້ວ ລອຍເຂົ້າຫາຝັ່ງ.

6. ພິກຂຸທັ້ງຫລາຍ ! ບຸກຄົນຜຸດຂຶ້ນແລ້ວຍ່າງເຂົ້າມາເຖິງບ່ອນທີ່ຕື້ນແລ້ວ ເປັນແນວໃດໜໍ ?
ພິກຂຸທັ້ງຫລາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຜຸດຂຶ້ນຄືມີສັດທາດີໃນກຸສົນທັມທັ້ງຫລາຍ ມີຫິຣິດີ-ມີໂອດຕັບປະດີ-ມີວິຣິຍະດີ-ມີປັນຍາດີໃນກຸສົນລະທັມທັ້ງຫລາຍ. ບຸກຄົນນັ້ນ ເພາະຄວາມສິ້ນໄປແຫ່ງໂອຣັມພາຄິຍະສັງໂຍຊນ໌ຫ້າ ເປັນໂອປະປາຕິກະ ມີການປະຣິນິບພານໃນພົບນັ້ນບໍ່ວຽນກັບຈາກໂລກນັ້ນເປັນທຳມະດາ. ຢ່າງນີ້ແລ ເອີ້ນວ່າ ຜຸດຂຶ້ນແລ້ວ ຍ່າງເຂົ້າມາເຖິງບ່ອນທີ່ຕື້ນແລ້ວ.

7. ພິກຂຸທັ້ງຫລາຍ ! ບຸກຄົນຜຸດຂຶ້ນແລ້ວ ເຖິງຝັ່ງຂ້າມຂຶ້ນບົກແລ້ວ ເປັນພຣາມຢືນຢູ່ ເປັນແນວໃດໜໍ ?
ພິກຂຸທັ້ງຫລາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຜຸດຂຶ້ນຄື ມີສັທທາດີໃນກຸສົນທັມທັ້ງຫລາຍ ມີຫິຣິດີ-ມີໂອດຕັບປະດີ-ມີວິຣິຍະດີ-ມີປັນຍາດີໃນກຸສົນລະທັມທັ້ງຫລາຍ. ບຸກຄົນນັ້ນ ໄດ້ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸດ ປັນຍາວິມຸດ ອັນຫາອາສະວະບໍ່ໄດ້ ເພາະຄວາມສິ້ນໄປແຫ່ງອາສະວະທັ້ງຫລາຍ ດ້ວຍປັນຍາອັນຍິ່ງເອງໃນທິດຖະທັມນີ້ ເຂົ້າເຖິງແລ້ວຢູ່. ຢ່າງນີ້ແລ ເອີ້ນວ່າ ຜຸດຂຶ້ນແລ້ວ ເຖິງຝັ່ງຂ້າມຂຶ້ນບົກແລ້ວ ເປັນພຣາມຢືນຢູ່.

ພິກຂຸທັ້ງຫລາຍ ! ເຫຼົ່ານີ້ແລ ບຸກຄົນປຽບດ້ວຍບຸກຄົນ ຕົກນຳ ເຈັດຈຳພົກ ຊຶ່ງມີຢູ່ຫາໄດ້ຢູ່ ໃນໂລກ.


-ບາລີ ສັຕຕະກະນິບາຕ ອັງຄຸຕຕຣະນິກາຍ 23/10-12/15.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ