ຈິດບໍ່ມີຕັນຫາຮຽກວ່າຢູ່ຄົນດຽວ

ຈິດ ມະໂນ ວິນຍານ

0:00/0:00
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ດ້ວຍເຫຕພຽງເທົ່າໃດໜໍແລ ພິກຂຸຈຶ່ງຊື່ວ່າ ເປັນຜູ້ມີການຢູ່ຢ່າງ ຢູ່ຜູ້ດຽວ ? ຂ້ານ້ອຍ !”

ມິຄະຊາລະ ! ຮູບ ທັງຫຼາຍ ອັນຈະຍ່ອມເຫັນໄດ້ດ້ວຍຈັກຂຸ ເປັນຮູປທີ່ໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈ ມີລັກສະນະໜ້າຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈມີຢູ່, ຖ້າຫາກວ່າພິກຂຸ ຍ່ອມບໍ່ເພີດເພີນ ບໍ່ພໍ່າສັນເສີນ ບໍ່ສະຢົບມົວເມົາ ຊຶ່ງຮູບນັ້ນແລ້ວ,

ແກ່ພິກຂຸ ຜູ້ບໍ່ເພີດເພີນ ບໍ່ພໍ່າສັນເສີນ ບໍ່ສະຢົບມົວເມົາ ຊຶ່ງຮູບນັ້ນນັ້ນແຫຼະ, ນັນທິ (ຄວາມເພີນ) ຍ່ອມດັບ ;
ເມື່ອນັນທິບໍ່ມີຢູ່ ສາຣາຄະ (ຄວາມກໍາໜັດກ້າ) ຍ່ອມບໍ່ມີ ;
ເມື່ອສາຣາຄະບໍ່ມີຢູ່ ສັນໂຍຄະ (ຄວາມຜູກຈິຕຕິດກັບອາຣົມ) ຍ່ອມບໍ່ມີ ;

ມິຄະຊາລະ ! ພິກຂຸ ຜູ້ບໍ່ປະກອບພ້ອມແລ້ວ ດ້ວຍການຜູກຈິຕຕິດກັບອາຣົມ ດ້ວຍອໍານາດແຫ່ງຄວາມເພີນ ນັ້ນແລ ເຮົາເອີ້ນວ່າ “ຜູ້ມີການຢູ່ຢ່າງຢູ່ຜູ້ດຽວ”.

(ໃນກໍລະນີ ແຫ່ງສຽງທັງຫຼາຍອັນຈະຍ່ອມໄດ້ຍິນດ້ວຍຫູກໍດີ, ກິ່ນທັງຫຼາຍອັນຈະຍ່ອມດົມດ້ວຍດັງກໍດີ, ຣົສທັງຫຼາຍອັນຈະຍ່ອມຊີມດ້ວຍລີ້ນກໍດີ, ໂຜຕຖັພພະທັງຫຼາຍອັນຈະຍ່ອມສັມຜັສດ້ວຍຜິວກາຍກໍດີ, ແລະທັມມາຣົມທັງຫຼາຍ ອັນຈະຍ່ອມຮູ້ແຈ້ງດ້ວຍໃຈກໍດີ, ພຣະຜູ້ມີພຣະພາຄເຈົ້າ ໄດ້ຕຣັດໄວ້ມີນັຍຍະຢ່າງດຽວກັນກັບ ໃນກໍລະນີ ແຫ່ງຮູບທັງຫຼາຍອັນຈະຍ່ອມເຫັນດ້ວຍຈັກຂຸ).

ມິຄະຊາລະ ! ພິກຂຸຜູ້ມີການຢູ່ ດ້ວຍອາການດັ່ງນີ້ ເຖິງແມ່ນຢູ່ໃນໝູ່ບ້ານອັນເນືອງນອງໄປດ້ວຍພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາທັງຫຼາຍ, ດ້ວຍພຣະຣາຊາ ມະຫາອາມາດຂອງພຣະຣາຊາທັງຫຼາຍ, ດ້ວຍເດຍຣະຖີ ສາວົກຂອງເດຍຣະຖີທັງຫຼາຍກໍຕາມ ; ເຖິງປານນັ້ນ ພິກຂຸນັ້ນ ເຮົາກໍເອີ້ນວ່າ ຜູ້ມີການຢູ່ຢ່າງຢູ່ຜູ້ດຽວໂດຍແທ້.

ນັ້ນເພາະເຫຕໃດໜໍ ? ຂໍ້ນັ້ນ ເພາະເຫຕວ່າ ຕັນຫານັ້ນແລ ເປັນເພື່ອນສອງຂອງພິກຂຸນັ້ນ ; ຕັນຫານັ້ນ ອັນພິກຂຸນັ້ນລະເສຍໄດ້ແລ້ວ ເພາະເຫຕນັ້ນ ພິກຂຸນັ້ນ ເຮົາຈຶ່ງເອີ້ນວ່າ ຜູ້ມີການຢູ່ຢ່າງຢູ່ຜູ້ດຽວ, ດັ່ງນີ້ແລ.
- ສລາ. ສັງ. ໑໘/໔໔/໖໗.

(ເລື່ອງນີ້ ຄວນຈະຢູ່ໃນໝວດນິໂຣດ ແຕ່ນໍາເອົາມາໃສ່ໄວ້ຕໍ່ທ້າຍເລື່ອງນີ້ ຊຶ່ງເປັນໝວດສະມຸທັຍ ກໍເພື່ອຄວາມສະດວກແກ່ການສຶກສາ ຄືສຶກສາພ້ອມກັນ ອັນຈະເປັນການງ່າຍ ໄດ້ຜົລດີກວ່າທີ່ຈະແຍກກັນ.

ແຕ່ຍັງມີລັກສະນະແຫ່ງຈິຕຂອງຜູ້ ທີ່ເອີ້ນວ່າຢູ່ຄົນດຽວ ທີ່ເລິກເຊິ່ງກວ່າ ປານີດກວ່າເລື່ອງນີ້ ໃນໝວດນິໂຣດຫຼືພາກ ໓ ຂໍໃຫ້ເບິ່ງຈາກບ່ອນນັ້ນ ທີ່ໜ້າ ໖໙໕ ໂດຍຫົວຂໍ້ວ່າ “ຜູ້ຢູ່ຄົນດຽວ ຄືຜູ້ບໍ່ຂ້ອງຕິດຢູ່ໃນທັມທັງປວງ”).
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ