ເປັນເຫດໃຫ້ຮູ້ລົມຫາຍໃຈອັນມີເປັນຄັ້ງສຸດທ້າຍກ່ອນເສຍຊີວິດ(ອານາປານະສະຕິ)

ອານາປານະສະຕິ

0:00/0:00
ຣາຫຸລະ ! ເຈົ້າຈົ່ງຈະເລີນອານາປານະສະຕິພາວະນາເຖີ້ນ ເພາະອານາປານະສະຕິທີ່ບຸກຄົນຈະເລີນ ເຮັດໃຫ້ຫຼາຍແລ້ວ ຍ່ອມມີຜົນໃຫຍ່ ມີອານິສົງສ໌ໃຫຍ່ ກໍອານາປານະສະຕິ ອັນບຸກຄົນຈະເລີນແລ້ວແນວໃດ ເຮັດໃຫ້ຫຼາຍແລ້ວແນວໃດ ຈຶ່ງມີຜົນໃຫຍ່ ມີອານິສົງສ໌ໃຫຍ່ ?
ຣາຫຸລະ ! ໃນກໍລະນີນີ້ພິກຂຸໄປແລ້ວສູ່ປ່າຫຼືເຫງົ້າໄມ້ຫຼືເຮືອນວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງ ດໍາລົງ ສະຕິສະເພາະໜ້າ ເຂົານັ້ນ ມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ
ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າຍາວ ເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກຍາວ
ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າສັ້ນເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກສັ້ນ...


ຣາຫຸລະ ! ອານາປານະສະຕິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ດັ່ງນີ້ແລ ຍ່ອມມີຜົນໃຫຍ່ ມີອານິສົງສ໌ໃຫຍ່.
ຣາຫຸລະ ! ເມື່ອບຸກຄົນຈະເລີນ ເຮັດໃຫ້ຫຼາຍເຊິ່ງອານາປານະສະຕິ ດັ່ງນີ້ແລ້ວ
ລົມອັສສາສະ (ລົມຫາຍໃຈເຂົ້າ)
ປັສສາສະ (ລົມຫາຍໃຈອອກ)
ອັນຈະມີເປັນຄັ້ງສຸດທ້າຍ
ເມື່ອຈະດັບຈິຕນັ້ນ
ຈະເປັນສິ່ງທີ່ເຂົາຮູ້ແຈ້ງແລ້ວດັບໄປ
ຫາກແມ່ນເປັນສິ່ງທີ່ເຂົາບໍ່ຮູ້ແຈ້ງກໍບໍ່ ດັ່ງນີ້.

- ບາລີ ມ. ມ. ໑໓/໑໔໐-໑໔໒/໑໔໖.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ