ໄພໃນອະນາຄົດ 5 ປະການ

ອິນຊີສັງວອນ

0:00/0:00
ພິກຂຸທັງຫລາຍ! ພັຍໃນອະນາຄົຕ ໕ ປະກາຣນີ້ ເຊິ່ງຍັງບໍ່ ເກີດຂຶ້ນໃນບັດນີ້ ແຕ່ຈັກເກີດຂຶ້ນໃນກາລຕໍ່ໄປ ພັຍເຫລົ່ານັ້ນອັນພວກເຈົ້າທັງຫລາຍຄວນຮູ້ໄວ້ສະເພາະ ຄັນແລ້ວຄວນພະຍາຍາມເພື່ອລະພັຍເຫລົ່ານັ້ນ, ໕ ປະກາຣເປັນຢ່າງໃດ?

ພິກຂຸທັງຫລາຍ! ໃນອະນາຄົຕ ພິກຂຸທັງຫລາຍຈັກເປັນຜູ້ຊອບຈີວອຣດີງາມ ເມື່ອຊອບຈີວອຣດີງາມ ກໍຈັກລະຄວາມເປັນຜູ້ຖືຜ້າບັງສຸກຸລເປັນວັຕ ຈັກລະເສນາສະນະອັນສງັດຄືປ່າແລະປ່າດົງໜາ ຈັກປະຊຸມກັນຢູ່ທີ່ບ້ານ ນິຄົມ ແລະຣາຊະທານີ ແລະຈັກເຖິງກາຣສະແຫວງຫາອັນບໍ່ສົມຄວນ ບໍ່ເໝາະສົມຕ່າງໆ ເພາະເຫຕແຫ່ງຈີວອຣ. ພິກຂຸທັງຫລາຍ ພັຍໃນອະນາຄົຕຂໍ້ທີ ໑ ນີ້ ເຊິ່ງຍັງບໍ່ເກີດຂຶ້ນໃນບັດນີ້ ແຕ່ຈັກເກີດຂຶ້ນໃນກາລຕໍ່ໄປ ພັຍນັ້ນອັນພວກເຈົ້າທັງຫລາຍຄວນຮູ້ໄວ້ສະເພາະ ຄັນແລ້ວຄວນພະຍາຍາມເພື່ອລະພັຍນັ້ນ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ໃນອະນາຄົຕ ພິກຂຸທັງຫລາຍຈັກເປັນຜູ້ຊອບບິນທະບາຕດີງາມ ເມື່ອຊອບບິນທະບາຕດີງາມ ກໍຈັກລະຄວາມເປັນຜູ້ຖືກາຣທ່ຽວບິນທະບາຕເປັນວັຕ ຈັກລະເສນາສະນະອັນສງັດຄືປ່າແລະປ່າດົງໜາ ຈັກປະຊຸມກັນຢູ່ທີ່ບ້ານ ນິຄົມ ແລະຣາຊະທານີ ສະແຫວງຫາບິນທະບາຕທີ່ມີຣົສອັນເລີດດ້ວຍປາຍລີ້ນ ແລະຈັກເຖິງກາຣສະແຫວງຫາອັນບໍ່ສົມຄວນ ບໍ່ເໝາະສົມຕ່າງໆ ເພາະເຫຕແຫ່ງບິນທະບາຕ. ພິກຂຸທັງຫລາຍ ພັຍໃນອະນາຄົຕຂໍ້ທີ ໒ ນີ້ ເຊິ່ງຍັງບໍ່ເກີດຂຶ້ນໃນບັດນີ້ ແຕ່ຈັກເກີດຂຶ້ນໃນກາລຕໍ່ໄປ ພັຍນັ້ນອັນພວກເຈົ້າທັງຫລາຍຄວນຮູ້ໄວ້ສະເພາະ ຄັນແລ້ວຄວນພະຍາຍາມເພື່ອລະພັຍນັ້ນ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ໃນອະນາຄົຕ ພິກຂຸທັງຫລາຍຈັກເປັນຜູ້ຊອບເສນາສະນະດີງາມ ເມື່ອຊອບເສນາສະນະດີງາມ ກໍຈັກລະຄວາມເປັນຜູ້ຖືກາຣຢູ່ປ່າເປັນວັຕ ຈັກລະເສນາສະນະອັນສງັດຄືປ່າແລະປ່າດົງໜາ ຈັກປະຊຸມກັນຢູ່ທີ່ບ້ານ ນິຄົມ ແລະຣາຊະທານີ ແລະຈັກເຖິງກາຣສະແຫວງຫາອັນບໍ່ສົມຄວນ ບໍ່ເໝາະສົມຕ່າງໆ ເພາະເຫຕແຫ່ງເສນາສະນະ. ພິກຂຸທັງຫລາຍ ພັຍໃນອະນາຄົຕຂໍ້ທີ ໓ ນີ້ ເຊິ່ງຍັງບໍ່ເກີດຂຶ້ນໃນບັດນີ້ ແຕ່ຈັກເກີດຂຶ້ນໃນກາລຕໍ່ໄປ ພັຍນັ້ນອັນພວກເຈົ້າທັງຫລາຍຄວນຮູ້ໄວ້ສະເພາະ ຄັນແລ້ວຄວນພະຍາຍາມເພື່ອລະພັຍນັ້ນ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ໃນອະນາຄົຕ ພິກຂຸທັງຫລາຍຈັກເປັນຜູ້ຢູ່ຄຸກຄີດ້ວຍພິກຂຸນີ ສິກຂະມານາ ແລະສະມະນຸທເທສ ເມື່ອມີກາຣຢູ່ຄຸກຄີດ້ວຍພິກຂຸນີ ສິກຂະມານາ ແລະສະມະນຸທເທສ ຍ່ອມຫວັງຂໍ້ນີ້ໄດ້ວ່າ ເຂົາເຫລົ່ານັ້ນຈັກເປັນຜູ້ບໍ່ຍິນດີປະພຶຕພຣົມມະຈັນຍ໌ ຈັກຕ້ອງອາບັຕອັນເສົ້າ ໝອງບາງຢ່າງ ຫລືຈັກບອກຄືນສິກຂາວຽນມາເພື່ອຄວາມເປັນຄະຣືຫັສຖ໌. ພິກຂຸທັງຫລາຍ ພັຍໃນອະນາຄົຕຂໍ້ທີ ໔ ນີ້ ເຊິ່ງຍັງບໍ່ເກີດຂຶ້ນໃນບັດນີ້ ແຕ່ຈັກເກີດຂຶ້ນໃນກາລຕໍ່ໄປ ພັຍນັ້ນອັນພວກເຈົ້າທັງຫລາຍຄວນຮູ້ໄວ້ສະເພາະ ຄັນແລ້ວຄວນພະຍາຍາມເພື່ອລະພັຍນັ້ນ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ໃນອະນາຄົຕ ພິກຂຸທັງຫລາຍຈັກເປັນຜູ້ຢູ່ຄຸກຄີດ້ວຍອາຣາມິກະບຸຣຸສ ແລະສະມະນຸທເທສ ເມື່ອມີກາຣຢູ່ຄຸກຄີດ້ວຍອາຣາມິກະບຸຣຸສ ແລະສະມະນຸທເທສ ຍ່ອມຫວັງຂໍ້ນີ້ໄດ້ວ່າ ເຂົາເຫລົ່ານັ້ນຈັກເປັນຜູ້ປະກອບກາຣບໍຣິໂພຄຂອງທີ່ສະສົມໄວ້ມີປະກາຣຕ່າງໆ ຈັກກະທຳນິມິຕອັນຫຍາບທີ່ແຜ່ນດິນແດ່ ທີ່ປາຍຂອງຂຽວແດ່. ພິກຂຸທັງຫລາຍ ພັຍໃນອະນາຄົຕຂໍ້ທີ ໕ ນີ້ ເຊິ່ງຍັງບໍ່ເກີດຂຶ້ນໃນບັດນີ້ ແຕ່ຈັກເກີດຂຶ້ນໃນກາລຕໍ່ໄປ ພັຍນັ້ນອັນພວກເຈົ້າທັງຫລາຍຄວນຮູ້ໄວ້ສະເພາະ ຄັນແລ້ວຄວນພະຍາຍາມເພື່ອລະພັຍນັ້ນ.

ພິກຂຸທັງຫລາຍ! ພັຍໃນອະນາຄົຕ ໕ ປະກາຣນີ້ແລ ເຊິ່ງຍັງບໍ່ເກີດຂຶ້ນໃນບັດນີ້ ແຕ່ຈັກເກີດຂຶ້ນໃນກາລຕໍ່ໄປ ພັຍເຫລົ່ານັ້ນອັນພວກເຈົ້າທັງຫລາຍຄວນຮູ້ໄວ້ສະເພາະ ຄັນແລ້ວຄວນພະຍາຍາມເພື່ອລະພັຍເຫລົ່ານັ້ນ.

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໙໑/໘໐
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ