ການຢູ່ຮ່ວມກັນ
ຄູ່ສົມຣົດ
ສະໄໝໜຶ່ງ ພຣະຜູ້ມີພຣະພາກເສດັດທາງໄກລະຫວ່າງເມືອງມະທຸລາແລະເມືອງເວລັນຊາຕໍ່ກັນ ລະຫວ່າງປະທັບພັກ ພວກຄະຫະບໍດີແລະຄະຫະປະຕານີໄດ້ມາເຂົ້າເຝົ້າພຣະອົງ
ພຣະຜູ້ມີພຣະພາກຕຣັສກັບຄະຫະບໍດີແລະຄະຫະປະຕານີເຫຼົ່ານັ້ນວ່າ
ການຢູ່ຮ່ວມກັນມີ 4 ປະການ ໄດ້ແກ່ - ຊາຍຜີຢູ່ຮ່ວມກັບຍິງຜີ - ຊາຍຜີຢູ່ຮ່ວມກັບຍິງເທວະດາ - ຊາຍເທວະດາຢູ່ຮ່ວມກັບຍິງຜີ - ຊາຍເທວະດາຢູ່ຮ່ວມກັບຍິງເທວະດາ
ຊາຍຫຼືຍິງຜີ ຄື ສາມີຫຼືພັນລະຍາທີ່ເປັນຜູ້ມັກຂ້າສັດ ລັກຊັບ ປະພຶດຜິດໃນກາມ ເວົ້າຕົວະ ການດື່ມນໍ້າເມົາຄື ສຸລາແລະເມລັຍອັນເປັນທີ່ຕັ້ງແຫ່ງຄວາມປະມາດເປັນຄົນທຸສີນ ມີບາບທໍາ ມີໃຈອັນມົນທິນ ຄື ຄວາມຕະຫນີ່ຄອບງໍາ ດ່າແລະບໍລິພາດສະມະນະພຣາມ
ຊາຍຫຼືຍິງເທວະດາ ຄື ສາມີຫຼືພັນລະຍາທີ່ເປັນຜູ້ງົດເວັ້ນຈາກການຂ້າສັດ ລັກຊັບ ປະພຶດຜິດໃນກາມເວົ້າຕົວະ ການດື່ມນໍ້າເມົາຄື ສຸລາເມລັຍອັນເປັນທີ່ຕັ້ງແຫ່ງຄວາມປະມາດ ມີສີນ ມີກັນລະຍານະທໍາ ມີໃຈປາສະຈາກມົນທິນ ຄືຄວາມຕະຫນີ່ ບໍ່ດ່າບໍ່ບໍລິພາດສະມະນະພຣາມ
ເມື່ອທັງສາມີແລະພັນລະຍາເປັນຜູ້ມີສັດທາ ຮູ້ຄວາມປະສົງຂອງຜູ້ຂໍ ມີຄວາມສໍາຣວມ ເປັນຢູ່ໂດຍທໍາ ເຈລະຈາຖ້ອຍຄໍາທີ່ໜ້າຮັກແກ່ກັນແລະກັນ ຍ່ອມມີຄວາມເຈະລີນຮຸ່ງເຮືອງຫຼາຍ ມີຄວາມຜາສຸກ ທັງສອງຝ່າຍມີສີນເສມີກັນ ຮັກໃຄ່ກັນ ບໍ່ມີໃຈຮ້າຍຕໍ່ກັນ ຄັ້ນປະພຶດທໍາໃນໂລກນີ້ແລ້ວ ເປັນຜູ້ມີສີນແລະວັດເສມີກັນ ຍ່ອມເປັນຜູ້ເສວຍກາມາລົມເພີດເພີນບັນເທີງໃຈຢູ່ໃນເທວະໂລກ
**ອ້າງອີງ**
ສັງວາສສູດທີ່ 1 ພຣະໄຕປິດົກ ສະບັບຫຼວງ ຫມວດທີ່ 21 ຂໍ້ທີ່ 53 ໜ້າທີ່ 67-69