ໝົດຕົວຕົນກໍໝົດເລື່ອງຜູກພັນ

ທໍາໃນທີສຸດ

0:00/0:00
ພິກຂຸ ທ. ! ສາວົກຂອງພຣະອະຣິຍະເຈົ້າຜູ້ໄດ້ສະດັບແລ້ວ ໄດ້ເຫັນບັນດາ ພຣະອະຣິຍະເຈົ້າ ເປັນຜູ້ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ໄດ້ຖືກແນະນໍາໃນທັມຂອງພຣະອະຣິຍະເຈົ້າ. ໄດ້ເຫັນໝູ່ສັຕບຸຣຸສ ເປັນຜູ້ສະຫຼາດໃນທັມຂອງສັຕບຸຣຸສ ໄດ້ຖືກແນະນໍາໃນທັມຂອງສັຕບຸຣຸສ :

(໑) ທ່ານຍ່ອມ ບໍ່ຕາມເຫັນຮູບ ໂດຍຄວາມເປັນຕົວຕົນ ທັງບໍ່ຕາມເຫັນວ່າ ຕົນມີຮູບດ້ວຍ ບໍ່ຕາມເຫັນວ່າຮູບ ມີຢູ່ໃນຕົນດ້ວຍ ບໍ່ຕາມເຫັນວ່າຕົນ ມີຢູ່ໃນຮູບດ້ວຍ ;

(໒) ທ່ານຍ່ອມ ບໍ່ຕາມເຫັນເວທະນາ ໂດຍຄວາມເປັນຕົວຕົນ ທັງບໍ່ຕາມເຫັນວ່າຕົນ ມີເວທະນາດ້ວຍ ບໍ່ຕາມເຫັນວ່າເວທະນາ ມີຢູ່ໃນຕົນດ້ວຍ ບໍ່ຕາມເຫັນວ່າຕົນ ມີຢູ່ໃນເວທະນາດ້ວຍ ;

(໓) ທ່ານຍ່ອມ ບໍ່ຕາມເຫັນສັນຍາ ໂດຍຄວາມເປັນຕົວຕົນ ທັງບໍ່ຕາມເຫັນ ວ່າຕົນ ມີສັນຍາດ້ວຍ ບໍ່ຕາມເຫັນວ່າສັນຍາ ມີຢູ່ໃນຕົນດ້ວຍ ບໍ່ຕາມເຫັນວ່າຕົນ ມີຢູ່ໃນສັນຍາດ້ວຍ ;

(໔) ທ່ານຍ່ອມ ບໍ່ຕາມເຫັນສັງຂາຣ ໂດຍຄວາມເປັນຕົວຕົນ ທັງບໍ່ຕາມເຫັນວ່າຕົນ ມີສັງຂາຣດ້ວຍ ບໍ່ຕາມເຫັນວ່າສັງຂາຣ ມີຢູ່ໃນຕົນດ້ວຍ ບໍ່ຕາມເຫັນວ່າຕົນ ມີຢູ່ໃນສັງຂາຣດ້ວຍ ;

(໕) ທ່ານຍ່ອມ ບໍ່ຕາມເຫັນວິນຍານ ໂດຍຄວາມເປັນຕົວຕົນ ທັງບໍ່ຕາມເຫັນວ່າຕົນ ມີວິນຍານດ້ວຍ ບໍ່ຕາມເຫັນວ່າວິນຍານ ມີຢູ່ໃນຕົນດ້ວຍ ບໍ່ຕາມເຫັນວ່າຕົນ ມີຢູ່ໃນວິນຍານດ້ວຍ ;

ພິກຂຸ ທ. ! ສາວົກຂອງພຣະອະຣິຍະເຈົ້າ ຜູ້ໄດ້ສະດັບແລ້ວເຊັ່ນນີ້ນີ້ແລ ເຮົາຕະຖາຄົຕ ຍ່ອມເອີ້ນຜູ້ນັ້ນວ່າ ບໍ່ຖືກຜູກພັນດ້ວຍເຄື່ອງຜູກ ຄືຮູບ ບໍ່ຖືກຜູກພັນດ້ວຍເຄື່ອງຜູກ ຄືເວທະນາ ບໍ່ຖືກຜູກພັນດ້ວຍເຄື່ອງຜູກ ຄືສັນຍາ ບໍ່ຖືກຜູກພັນດ້ວຍເຄື່ອງຜູກ ຄືສັງຂາຣ ບໍ່ຖືກຜູກພັນດ້ວຍເຄື່ອງຜູກ ຄືວິນຍານ ບໍ່ຖືກຜູກພັນດ້ວຍເຄື່ອງຜູກໃດໆ ທັງພາຍໃນພາຍນອກ, ເປັນຜູ້ມີປົກກະຕິມອງເຫັນຝັ່ງນີ້ (ຄືວັຕຕະ ສົງສາຣ) ເປັນຜູ້ມີປົກກະຕິມອງເຫັນຝັ່ງພຸ້ນ (ຄືນິພພານ) ; ເຮົາຕະຖາຄົຕ ຈຶ່ງກ່າວວ່າ ສາວົກຂອງພຣະອະຣິຍະເຈົ້າ ຜູ້ນັ້ນເປັນຜູ້ຫຼຸດພົ້ນແລ້ວ ຈາກທຸກຂ໌ດັ່ງນີ້ແລ.

- ຂັນທະ. ສັງ. ໑໗/໒໐໑/໓໐໕.

ໝົດຕົວຕົນກໍໝົດອະຫັງກາຣະ
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໔໖໘, ໖໐໘)

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ບຸຄຄົລມາຮູ້ຢູ່ແນວໃດ ເຫັນຢູ່ແນວໃດ ຈຶ່ງບໍ່ຢຶດຖືວ່າເຮົາ ບໍ່ຢຶດຖືວ່າຂອງເຮົາ ອັນເປັນອະນຸສັຍຄືມານະ ໃນກາຍອັນມີວິນຍານນີ້ ແລະໃນນິມິຕທັງປວງພາຍນອກ ? ຂ້ານ້ອຍ !”

ກັບປະ ! ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ ເຫຼົ່າໃດ ທັງທີ່ເປັນອະດີຕ ອະນາຄົຕ ແລະປັຈຈຸບັນ ອັນມີຢູ່ພາຍໃນ ຫຼືພາຍນອກກໍດີ ຫຍາບຫຼືລະອຽດກໍດີ ຂີ້ຮ້າຍຫຼືປານີດກໍດີ ຢູ່ຫ່າງໄກຫຼືຢູ່ໃກ້ກໍດີ ອະຣິຍະສາວົກໄດ້ເຫັນສິ່ງທັງໝົດນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມເປັນຈິງວ່າ ນັ້ນບໍ່ແມ່ນຂອງເຮົາ (ເນຕັງ ມະມະ) ນັ້ນບໍ່ແມ່ນເປັນເຮົາ (ເນໂສຫະມັສສະມິ) ນັ້ນບໍ່ແມ່ນຕົວຕົນຂອງເຮົາ (ນະ ເມໂສ ອັຕຕາ) ດັ່ງນີ້ນັ້ນແຫຼະ ; ກັບປະ ! ບຸຄຄົລຍ່ອມຮູ້ດັ່ງນີ້ແຫຼະ ເຫັນຢູ່ດັ່ງນີ້ແຫຼະ ຈຶ່ງບໍ່ຢຶດຖືວ່າເຮົາ ບໍ່ຢຶດຖືວ່າຂອງເຮົາ ອັນເປັນອະນຸສັຍຄືມານະ ໃນກາຍອັນມີວິນຍານນີ້ ແລະໃນນິມິຕພາຍນອກອື່ນທັງໝົດ ນັ້ນແລ.
- ຂັນທະ. ສັງ. ໑໗/໒໐໖/໓໑໘.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ບຸຄຄົລມາຮູ້ຢູ່ແນວໃດ ເຫັນຢູ່ແນວໃດ ຈິຕໃຈຈຶ່ງຈະເປັນທັມມະຊາດ ປາສະຈາກຄວາມຢຶດຖືວ່າເຮົາ ປາສະຈາກຄວາມຢຶດຖືວ່າຂອງເຮົາ ອັນເປັນມານະ ເຄື່ອງຖືໂຕໃນກາຍ ອັນມີວິນຍານນີ້ ແລະໃນນິມິຕທັງປວງພາຍນອກ ; ຮູ້ຢູ່ແນວໃດ ເຫັນຢູ່ແນວໃດ ຈິຕໃຈຈຶ່ງຈະກ້າວຂ້າມພົ້ນ ມານະເສຍດ້ວຍດີ ສະງົບ ລະງັບໄດ້ ພົ້ນວິເສດໄປ (ໄດ້) ? ຂ້ານ້ອຍ !”

ກັບປະ ! ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານເຫຼົ່າໃດ ທັງທີ່ເປັນອະດີຕ ອະນາຄົຕ ແລະປັຈຈຸບັນ ອັນມີຢູ່ພາຍໃນຫຼືພາຍນອກກໍດີ ຫຍາບຫຼືລະອຽດກໍດີ ຂີ້ຮ້າຍຫຼືປານີຕກໍດີ ຢູ່ຫ່າງໄກຫຼືຢູ່ໃກ້ກໍດີ ອະຣິຍະສາວົກ ໄດ້ເຫັນສິ່ງທັງໝົດນັ້ນດ້ວຍປັນຍາອັນຖືກຕ້ອງ ຕາມເປັນຈິງຂຶ້ນວ່າ ນັ້ນບໍ່ແມ່ນຂອງເຮົາ (ເນຕັງ ມະມະ) ນັ້ນບໍ່ເປັນເຮົາ (ເນໂສຫະມັສສະມິ) ນັ້ນບໍ່ແມ່ນຕົວຕົນຂອງເຮົາ (ນະ ເມໂສ ອັຕຕາ) ດັ່ງນີ້ແລ້ວ ຫຼຸດພົ້ນໄປ (ໄດ້) ເພາະບໍ່ຢຶດໝັ້ນນັ້ນແຫຼະ ; ກັບປະ ! ບຸຄຄົລຍ່ອມມຮູ້ດັ່ງນີ້ແຫຼະ ເຫັນຢູ່ດັ່ງນີ້ແຫຼະ ຈິຕໃຈຈຶ່ງຈະເປັນທັມມະຊາຕ ປາສະຈາກຄວາມຢຶດຖືວ່າເຮົາ ປາສະຈາກຄວາມຢຶດຖືວ່າຂອງເຮົາ ອັນເປັນມານະ ເຄື່ອງຖືໂຕໃນກາຍ ອັນມີວິນຍານນີ້ ແລະໃນນິມິຕພາຍນອກອື່ນທັງໝົດທັງສິ້ນໄດ້, ແລະຈິຕໃຈຈະກ້າວຂ້າມພົ້ນມານະເສຍໄດ້ດ້ວຍດີ ສະງົບ ລະງັບໄດ້ ພົ້ນວິເສດໄປ (ໄດ້) ດ້ວຍດີ, ດັ່ງນີ້ແລ.
- ຂັນທະ. ສັງ. ໑໗/໒໐໗/໓໑໙.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ