ເຄື່ອງນໍາໄປສູ່ພົບ

ພົບພູມ

0:00/0:00
ຂ້າແຕ່ພຣະອົງຜູ້ຈະເລີນ ! ພຣະອົງຕຣັດຢູ່ວ່າ “ເຄື່ອງນຳໄປສູ່ພົບ - ເຄື່ອງນຳໄປສູ່ພົບ” ດັ່ງນີ້ ເຄື່ອງນໍາໄປສູ່ພົບ ເປັນແນວໃດ ຂ້ານ້ອຍ ! ແລະ ຄວາມດັບບໍ່ເຫຼືອຂອງເຄື່ອງນຳໄປສູ່ພົບນັ້ນ ເປັນແນວໃດໜໍ ຂ້ານ້ອຍ !

ຣາທະ ! ສັນທະ (ຄວາມພໍໃຈ) ກໍດີ ຣາຄະ (ຄວາມກໍາໜັດ) ກໍດີ ນັນທິ (ຄວາມເພີນ) ກໍດີ ຕັນຫາ (ຄວາມຢາກ) ກໍດີ ອຸປາຢະ (ກິເລສເປັນເຫດເຂົ້າໄປສູ່ພົບ) ແລະ ອຸປາທານ (ຄວາມຖືໝັ້ນດ້ວຍອໍານາດກິເລສ) ອັນເປັນເຄື່ອງຕັ້ງທັບ ເຄື່ອງເຂົ້າໄປອາໄສ ແລະເຄື່ອງນອນເນື່ອງແຫ່ງຈິຕກໍດີ ໃດໆ ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະ ໃນວິນຍານ
ກິເລສເຫຼົ່ານີ້ ນີ້ເຮົາເອີ້ນວ່າ “ເຄື່ອງນໍາໄປສູ່ພົບ”
ຄວາມດັບບໍ່ເຫຼືອຂອງເຄື່ອງນໍາໄປສູ່ພົບ ມີໄດ້
ເພາະຄວາມດັບບໍ່ເຫຼືອຂອງກິເລສ ມີສັນທະ ຣາຄະ ເປັນຕົ້ນ ເຫຼົ່ານັ້ນເອງ.


- ບາລີ ຂັນທ. ສັງ. ໑໗/໒໓໓/໓໖໘.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ