ເບັນຈະຂັນເປັນທັມຝ່າຍທີ່ແຕກສະຫຼາຍໄດ້

ຂັນ 5

0:00/0:00
ພິກຂຸ ທ. ! ເຮົາຈະສະແດງ ສິ່ງຊຶ່ງແຕກສະຫຼາຍໄດ້ ແລະສິ່ງຊຶ່ງແຕກສະຫຼາຍບໍ່ໄດ້, ພວກເຈົ້າທັງຫຼາຍ ຈົ່ງຟັງຂໍ້ນັ້ນ.

ພິກຂຸ ທ. ! ສິ່ງຊຶ່ງແຕກສະຫຼາຍໄດ້ ເປັນແນວໃດ ? ແລະສິ່ງຊຶ່ງແຕກສະຫຼາຍບໍ່ໄດ້ ເປັນແນວໃດໜໍ ?

ພິກຂຸ ທ. ! ຮູບ ເປັນສິ່ງຊຶ່ງແຕກສະຫຼາຍໄດ້, ສ່ວນທັມເປັນບ່ອນທີ່ດັບບໍ່ເຫຼືອເປັນບ່ອນທີ່ສະງົບລະງັບ ແລະເປັນບ່ອນທີ່ເຂົ້າໄປຕັ້ງຢູ່ບໍ່ໄດ້ຂອງຮູບນັ້ນ, ນັ້ນຄື ສິ່ງຊຶ່ງແຕກສະຫຼາຍບໍ່ໄດ້;

ພິກຂຸ ທ. ! ເວທະນາ ເປັນສິ່ງຊຶ່ງແຕກສະຫຼາຍໄດ້, ສ່ວນທັມເປັນບ່ອນທີ່ດັບບໍ່ເຫຼືອ ເປັນບ່ອນທີ່ສະງົບລະງັບ ແລະເປັນບ່ອນທີ່ເຂົ້າໄປຕັ້ງຢູ່ບໍ່ໄດ້ຂອງເວທະນານັ້ນ, ນັ້ນຄື ສິ່ງຊຶ່ງແຕກສະຫຼາຍບໍ່ໄດ້;

ພິກຂຸ ທ. ! ສັນຍາ ເປັນສິ່ງຊຶ່ງແຕກສະຫຼາຍໄດ້, ສ່ວນທັມເປັນບ່ອນທີ່ດັບບໍ່ເຫຼືອ ເປັນບ່ອນທີ່ສະງົບລະງັບ ແລະເປັນບ່ອນທີ່ເຂົ້າໄປຕັ້ງຢູ່ບໍ່ໄດ້ຂອງສັນຍານັ້ນ, ນັ້ນຄືສິ່ງຊຶ່ງແຕກສະຫຼາຍບໍ່ໄດ້;

ພິກຂຸ ທ. ! ສັງຂາຣທັງຫຼາຍ ເປັນສິ່ງຊຶ່ງແຕກສະຫຼາຍໄດ້, ສ່ວນທັມເປັນບ່ອນທີ່ດັບບໍ່ເຫຼືອ ເປັນບ່ອນທີ່ສະງົບລະງັບ ແລະເປັນບ່ອນທີ່ເຂົ້າໄປຕັ້ງຢູ່ບໍ່ໄດ້ຂອງສັງຂາຣທັງຫຼາຍເຫຼົ່ານັ້ນ, ນັ້ນຄື ສິ່ງຊຶ່ງແຕກສະຫຼາຍບໍ່ໄດ້;

ພິກຂຸ ທ. ! ວິນຍານ ເປັນສິ່ງຊຶ່ງແຕກສະຫຼາຍໄດ້, ສ່ວນທັມເປັນບ່ອນທີ່ດັບບໍ່ເຫຼືອ ເປັນບ່ອນທີ່ສະຫງົບລະງັບ ແລະເປັນບ່ອນທີ່ເຂົ້າໄປຕັ້ງຢູ່ບໍ່ໄດ້ຂອງວິນຍານນັ້ນ, ນັ້ນຄືສິ່ງຊຶ່ງແຕກສະຫຼາຍບໍ່ໄດ້ ; ດັ່ງນີ້ແລ.

- ຂັນທະ. ສັງ. ໑໗/໔໐/໗໐.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ