ໂສດາປັດຕິຜົນ
ໂສດາບັນ
ພິກຂຸທັງຫຼາຍ ! ບຸກຄົນໃດຍ່ອມຮູ້ ຍ່ອມເຫັນຊຶ່ງທັມ ໖ ຢ່າງເຫຼົ່ານີ້ ດ້ວຍອາການຢ່າງນີ້ (ຕາມທີ່ກ່າວແລ້ວໃນໂສດາປັຕຕິມັຄ ໒ ຈຳພວກ ມີການເຫັນຄວາມບໍ່ທ່ຽງເປັນຕົ້ນ);
ບຸກຄົນນີ້ເຮົາເອີ້ນວ່າ ໂສດາບັນ (ຜູ້ເຖິງແລ້ວຊຶ່ງກະແສ) ຜູ້ມີອັນບໍ່ຕົກຕ່ຳເປັນທຳມະດາ ເປັນຜູ້ທ່ຽງແທ້ຕໍ່ພຣະນິບພານ ມີການຕຣັສຮູ້ພ້ອມເປັນເບື້ອງໜ້າ.
ສູຕຂ້າງເທິງນີ້ (ຂັນທ. ສັງ. ໑໗/໒໗໘/໔໖໙.) ຊົງສະແດງອາຣົມແຫ່ງອະນິຈຈັງເປັນຕົ້ນ ດ້ວຍທັມ ໖ ຢ່າງ ຄື ອາຍະຕະນະພາຍໃນຫົກ; ໃນສູຕຖັດໄປ ຊົງສະແດງອາຣົມນັ້ນ ດ້ວຍອາຍະຕະນະພາຍນອກຫົກ ຄື ຮູບ ສຽງ ກິ່ນ ຣົສ ໂຜຕຖັບພະ ທັມມາຣົມ ກໍມີ, ສະແດງດ້ວຍວິນຍານຫົກ ກໍມີ, ດ້ວຍສຳຜັສຫົກ ກໍມີ, ດ້ວຍເວທະນາຫົກ ກໍມີ, ດ້ວຍສັນຍາຫົກ ກໍມີ, ດ້ວຍສັນເຈຕະນາຫົກ ກໍມີ, ດ້ວຍຕັນຫາຫົກ ກໍມີ, ດ້ວຍທາຕຫົກ ກໍມີ, ແລະດ້ວຍຂັນທ໌ຫ້າ ກໍມີ; ຊົງສະແດງໄວ້ດ້ວຍຫຼັກການປະຕິບັຕຢ່າງດຽວກັນ.
ສາຣີບຸຕ ! ອະຣິຍະອັຕຖັງຄິກະມັຄ ນີ້ນັ້ນແຫຼະ ຊື່ວ່າ ກະແສ ໄດ້ແກ່ ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາສັມມາກັມມັນຕະ ສັມມາອາຊີວະ ສັມມາວາຍາມະ ສັມມາສະຕິ ສັມມາສະມາທິ.
- ບາລີ ຂັນທ. ສັງ. ໑໗/໒໗໘/໔໖໙; - ມຫາວາຣ. ສັງ. ໑໙/໔໓໔-໔໓໕/໑໔໓໑.