ການສຶກສາທີ່ເລີດກວ່າການສຶກສາທັງຫຼາຍ

ທໍາໃນເບື້ອງຕົ້ນ

0:00/0:00
ພິກຂຸທັງຫລາຍ! ກໍສິກຂານຸດຕະຣິຍະເປັນຢ່າງໃດ? ຄື: ບຸກຄົນບາງຄົນໃນໂລກນີ້ ຍ່ອມສຶກສາສີລະປະກ່ຽວກັບຊ້າງແດ່ ມ້າແດ່ ຣົດແດ່ ທະນູແດ່ ດາບແດ່ ຫລື ສຶກສາສີລະປະຊັ້ນສູງ ຊັ້ນຕ່ຳ ຍ່ອມສຶກສາໃນສະມະນະ ຫຼື ພຣາມຜູ້ເຫັນຜິດ ຜູ້ປະຕິບັດຜິດແດ່.
ພິກຂຸທັງຫລາຍ! ການສຶກສານີ້ມີຢູ່ ເຮົາບໍ່ກ່າວວ່າບໍ່ມີ ກໍແຕ່ວ່າການສຶກສານັ້ນເປັນຂອງຕ່ຳຊາມ ເປັນຂອງຊາວບ້ານ ເປັນຂອງປຸຖຸຊົນ ບໍ່ປະເສີດ ບໍ່ປະກອບດ້ວຍປະໂຫຍດ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສະຫງົບ ເພື່ອຄວາມຮູ້ຍິ່ງ ເພື່ອການຕຣັດສະຮູ້ ເພື່ອນິບພານ.

ພິກຂຸທັງຫລາຍ! ສ່ວນຜູ້ໃດມີສັດທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັດທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ

* ຍ່ອມສຶກສາອະທິສີນແດ່
* ອະທິຈິດແດ່
* ອະທິປັນຍາແດ່

ໃນທັມວິໄນທີ່ຕະຖາຄົດປະກາດແລ້ວ ການສຶກສານີ້ເລີດກວ່າການສຶກສາທັງຫລາຍ ຍ່ອມເປັນໄປເພື່ອຄວາມບໍຣິສຸດຂອງສັດຕະທັງຫລາຍ ເພື່ອກ້າວລ່ວງຄວາມໂສກແລະ ປະຣິເທວະ ເພື່ອຄວາມດັບສູນແຫ່ງທຸກຂ໌ ແລະໂທມະນັດ ເພື່ອບັນລຸຍາຍະທັມ ເພື່ອກະທຳໃຫ້ແຈ້ງເຊິ່ງນິບພານ.

ພິກຂຸທັງຫລາຍ! ຂໍ້ທີ່ບຸກຄົນຜູ້ມີສັດທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັດທາບໍ່ຫວັ່ນໄຫວ ມີຄວາມເຫຼື່ອມໃສຢ່າງຍິ່ງ

* ຍ່ອມສຶກສາອະທິສີນແດ່
* ອະທິຈິດແດ່
* ອະທິປັນຍາແດ່

ໃນທັມວິໄນທີ່ຕະຖາຄົດປະກາດແລ້ວ ນີ້ເຮົາເອີ້ນວ່າ ສິກຂານຸດຕະຣິຍະ.

................................................
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ 22/296-299/301
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ