ປະຕິປະທາຮື້ຖອນຄວາມໝັ້ນໝາຍທັງປວງ
ທໍາໃນທີສຸດ
ປະຣິນິພພານສະເພາະຕົນ ຜົລແຫ່ງການຖອນຄວາມໝັ້ນໝາຍ
ໃນທັມທັງປວງໂດຍຄວາມໝາຍສີ່ສະຖານ
ພິກຂຸ ທ. ! ເຮົາຈະສະແດງ “ປະຕິປະທາອັນສົມຄວນແກ່ການຮື້ຖອນຄວາມໝັ້ນໝາຍທັງປວງ” ແກ່ພວກເຈົ້າ. ພວກເຈົ້າຈົ່ງຟັງ ຈົ່ງຕັ້ງໃນໃຈໃຫ້ດີ ເຮົາຈະກ່າວ. ປະຕິປະທາອັນສົມຄວນແກ່ການຮື້ຖອນ ຄວາມໝັ້ນໝາຍທັງປວງ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ :-
ບໍ່ໝັ້ນໝາຍຊຶ່ງຈັກຂຸ ບໍ່ໝັ້ນໝາຍໃນຈັກຂຸ ບໍ່ໝັ້ນໝາຍໂດຍຄວາມເປັນຈັກຂຸ ບໍ່ໝັ້ນໝາຍຈັກຂຸວ່າຂອງເຮົາ;
ບໍ່ໝັ້ນໝາຍຊຶ່ງຮູບ ທ. ບໍ່ໝັ້ນໝາຍໃນຮູບ ທ. ບໍ່ໝັ້ນໝາຍໂດຍຄວາມເປັນຮູບ ທ. ບໍ່ໝັ້ນໝາຍຮູບ ທ. ວ່າຂອງເຮົາ;
ບໍ່ໝັ້ນໝາຍຊຶ່ງຈັກຂຸວິນຍານ ບໍ່ໝັ້ນໝາຍໃນຈັກຂຸວິນຍານ ບໍ່ໝັ້ນໝາຍໂດຍຄວາມເປັນຈັກຂຸວິນຍານ ບໍ່ໝັ້ນໝາຍຈັກຂຸວິນຍານວ່າຂອງເຮົາ;
ບໍ່ໝັ້ນໝາຍຊຶ່ງຈັກຂຸສັມຜັສ ບໍ່ໝັ້ນໝາຍໃນຈັກຂຸສັມຜັສ ບໍ່ໝັ້ນໝາຍໂດຍຄວາມເປັນຈັກຂຸສັມຜັສ ບໍ່ໝັ້ນໝາຍຈັກຂຸສັມຜັສວ່າຂອງເຮົາ;
ບໍ່ໝັ້ນໝາຍຊຶ່ງເວທະນາ ບໍ່ໝັ້ນໝາຍໃນເວທະນາ ບໍ່ໝັ້ນໝາຍໂດຍຄວາມເປັນເວທະນາ ບໍ່ໝັ້ນໝາຍເວທະນາວ່າຂອງເຮົາ ຊຶ່ງເປັນເວທະນາ ອັນເກີດຈາກຈັກຂຸສັມຜັສ ເປັນປັຈຈັຍ ອັນເປັນສຸຂກໍຕາມ ເປັນທຸກຂ໌ກໍຕາມ ອັນເປັນອະທຸກຂະມະສຸຂະກໍຕາມ.
(ໃນກໍລະນີ ແຫ່ງໝວດໂສຕະ ຄານະ ຊິວຫາ ກາຍະ ແລະມະນະ ກໍໄດ້ຕຣັດໄວ້ດ້ວຍຂໍ້ຄວາມເຊັ່ນດຽວກັນກັບຂໍ້ຄວາມ ໃນກໍລະນີແຫ່ງໝວດຈັກຂຸ ຂ້າງເທິງນີ້ທຸກໂຕອັກສອນ ຕ່າງກັນແຕ່ຊື່ເທົ່ານັ້ນ).
ບໍ່ໝັ້ນໝາຍຊຶ່ງ (ປາຖະໜາບ່ອນນັ້ນ) ສິ່ງທັງປວງ ບໍ່ໝັ້ນໝາຍໃນ (ສິ່ງທີ່ເປັນຢູ່) ສິ່ງທັງປວງ ບໍ່ໝັ້ນໝາຍໂດຍ (ຢູ່ກັບສິ່ງນັ້ນແລ້ວ ພໍໃຈຄຸນສົມບັດສິ່ງນັ້ນ) ຄວາມເປັນສິ່ງທັງປວງ ບໍ່ໝັ້ນໝາຍສິ່ງທັງປວງວ່າຂອງເຮົາ.
ພິກຂຸນັ້ນ ເມື່ອບໍ່ໝັ້ນໝາຍຢູ່ເຊັ່ນນີ້ ກໍບໍ່ຖືໝັ້ນສິ່ງໃດໆ ໃນໂລກ, ເມື່ອບໍ່ຖືໝັ້ນ ກໍບໍ່ສະດຸ້ງ, ເມື່ອບໍ່ສະດຸ້ງ ກໍປະຣິນິພພານສະເພາະຕົນ (ປັດຈັຕຕັງ ປະຣິນິບພາຢະຕິ) ນັ້ນແລ. ເຂົານັ້ນຍ່ອມຮູ້ແຈ່ມແຈ້ງວ່າ “ຊາດດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິດທີ່ຄວນເຮັດ ໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດ ເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້.
ພິກຂຸ ທ. ! ນີ້ແລຄື “ປະຕິປະທາອັນສົມຄວນແກ່ການຮື້ຖອນຄວາມໝັ້ນໝາຍທັງປວງນັ້ນ”.
- ສລາ. ສັງ. ໑໘/໒໖/໓໓.
(ໃນສູຕຖັດໄປ ເມື່ອໄດ້ຕຣັດຂໍ້ຄວາມເຊັ່ນດຽວກັນກັບໃນສູຕຂ້າງເທິງນີ້ ຄົບທັງຫົກອາຍະຕະນະແລ້ວ ຊຶ່ງໃນຕອນທ້າຍແຫ່ງອາຍະຕະນະໝວດໜຶ່ງໆນັ້ນ ໄດ້ຕຣັດຂໍ້ຄວາມເພີ້ມເຕີມຕໍ່ໄປອີກ ດັ່ງຂໍ້ຄວາມຂ້າງລຸ່ມນີ້ ແລະໄດ້ຊົງເອີ້ນຊື່ປະຕິປະທານີ້ເສຍໃໝ່ວ່າ “ປະຕິປະທາເປັນເຄື່ອງສະດວກແກ່ການຮື້ຖອນເສຍຊຶ່ງຄວາມໝັ້ນໝາຍສິ່ງທັງປວງ” :-)
ພິກຂຸ ທ. ! ກໍພິກຂຸ ຍ່ອມໝັ້ນໝາຍຊຶ່ງ ສິ່ງໃດ ໝັ້ນໝາຍໃນສິ່ງໃດ ໝັ້ນໝາຍໂດຍຄວາມເປັນສິ່ງໃດ ໝັ້ນໝາຍສິ່ງໃດວ່າຂອງເຮົາ, ສິ່ງທີ່ເຂົາໝັ້ນໝາຍນັ້ນ ຍ່ອມເປັນໄປໂດຍປະການອື່ນ ຈາກທີ່ເຂົາໝັ້ນໝາຍນັ້ນ. ສັຕໂລກຜູ້ຂ້ອງຢູ່ໃນພົບ ເພີດເພີນຢູ່ໃນພົບນັ້ນແຫຼະ ຈະເປັນຜູ້ມີຄວາມເປັນໂດຍປະການອື່ນ.
(ຂໍ້ຄວາມຕໍ່ໄປນີ້ ໄດ້ຕຣັດຫຼັງຈາກຕຣັດຂໍ້ຄວາມໃນໝວດທີ່ຫົກ ຄືໝວດມະນາຍະຕະນະຈົບແລ້ວ :-)
ພິກຂຸ ທ. ! ຂັນທ໌ ທາຕ ອາຍະຕະນະມີຢູ່ ມີປະມານເທົ່າໃດ; ພິກຂຸ ຍ່ອມບໍ່ໝັ້ນໝາຍແມ່ນແຕ່ ຊຶ່ງ ຂັນທ໌ ທາຕ ອາຍະຕະນະນັ້ນ ບໍ່ໝັ້ນໝາຍແມ່ນແຕ່ໃນຂັນທ໌ ທາຕ ອາຍະຕະນະນັ້ນ ບໍ່ໝັ້ນໝາຍແມ່ນແຕ່ ໂດຍ ຄວາມເປັນຂັນທ໌ ທາຕອາຍະຕະນະນັ້ນ ບໍ່ໝັ້ນໝາຍຂັນທ໌ ທາຕ ອາຍະຕະນະນັ້ນ ວ່າຂອງເຮົາ. ພິກຂຸນັ້ນ ເມື່ອບໍ່ໝັ້ນໝາຍຢູ່ເຊັ່ນນີ້ ກໍບໍ່ຖືໝັ້ນສິ່ງໃດໆໃນໂລກ, ເມື່ອບໍ່ຖືໝັ້ນ ກໍບໍ່ສະດຸ້ງ, ເມື່ອບໍ່ສະດຸ້ງ ກໍປະຣິນິພພານສະເພາະຕົນນັ້ນແລ, ເຂົານັ້ນຍ່ອມຮູ້ແຈ່ມແຈ້ງວ່າ “ຊາດດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິດທີ່ຄວນເຮັດ ໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດ ເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້.
ພິກຂຸ ທ. ! ນີ້ແລຄື “ປະຕິປະທາເປັນເຄື່ອງສະດວກແກ່ການຮື້ຖອນຄວາມໝັ້ນໝາຍ ສິ່ງທັງປວງນັ້ນ”.
- ສລາ. ສັງ. ໑໘/໒໘/໓໔.
(ຄໍາວ່າຖອນຄວາມໝັ້ນໝາຍ ໂດຍຄວາມໝາຍສີ່ສະຖານນັ້ນຄື ໑. ບໍ່ໝັ້ນໝາຍຊຶ່ງສິ່ງນັ້ນ ໒. ບໍ່ໝັ້ນໝາຍໃນສິ່ງນັ້ນ ໓. ບໍ່ໝັ້ນໝາຍໂດຍເປັນສິ່ງນັ້ນ ໔. ບໍ່ໝັ້ນໝາຍສິ່ງນັ້ນວ່າຂອງເຮົາດັ່ງນີ້.
ສໍາລັບປະຕິປະທາ ເປັນເຄື່ອງສະດວກແກ່ການຮື້ຖອນຄວາມໝັ້ນໝາຍສິ່ງທັປວງນີ້ ໃນສູຕຖັດໄປ (໑໘/໒໙/໓໕) ຊົງສະແດງໄວ້ ດ້ວຍວິທີປະຕິບັຕດັ່ງດຽວກັນກັບທີ່ຊົງສະແດງໃນອະນັຕຕະລັກຂະນະສູຕ ອັນເປັນສູຕທີ່ສຶກສາກັນຢູ່ຢ່າງແຜ່ຫຼາຍ ຈຶ່ງບໍ່ເອົາມາແປໃສ່ໄວ້ໃນບ່ອນນີ້. ໂດຍໃຈຄວາມນັ້ນຄືພຣະອົງຄ໌ຕຣັດເລີ່ມດ້ວຍ ຊົງສອບຖາມແລ້ວ ພຣະພິກຂຸທູນຕອບແລ້ວ ຕຣັດວ່າອະຣິຍະສາວົກເຫັນເຊັ່ນນີ້ແລ້ວ ຍ່ອມເບື່ອໜ່າຍ ຄາຍກໍາໜັດ ຫຼຸດພົ້ນ ແລະເປັນອໍຣະຫັນຕ໌ໃນທີ່ສຸດ; ຊຶ່ງຊື່ທັມແຕ່ລະຢ່າງໆ ທີ່ຊົງຍົກຂຶ້ນສອບຖາມນັ້ນ ຄືອາຍະຕະນະພາຍໃນຫົກ ອາຍະຕະນະພາຍນອກຫົກ ວິນຍານຫົກ ສັມຜັສຫົກ ແລະເວທະນາຫົກ, ລວມເປັນຊື່ທັມທີ່ຊົງຍົກຂຶ້ນຖາມ ສາມສິບ; ແລະຊົງເອີ້ນ ການປະຕິບັຕລະບົບນີ້ວ່າ “ປະຕິປະທາເປັນເຄື່ອງສະດວກແກ່ການຮື້ຖອນຄວາມໝັ້ນໝາຍສິ່ງທັງປວງ”).