ປຽບທຽບນັກຮຽນອະຣິຍະສັດດ້ວຍໜູຕ່າງຈໍາພວກກັນ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ໜູເຫຼົ່ານີ້ມີສີ່ຈໍາພວກ ຄື ໜູທີ່ຂຸດຮູ ແຕ່ບໍ່ຢູ່, ໜູທີ່ຢູ່ ແຕ່ບໍ່ໜູຂຸດຮູ, ໜູທີ່ບໍ່ຂຸດຮູ ແລະທັງບໍ່ຢູ່, ໜູທີ່ທັງຂຸດຮູ ແລະທັງຢູ່, ບຸຄຄົລສີ່ຈໍາພວກ ປຽບດ້ວຍໜູກໍເຊັ່ນນັ້ນເໝືອນກັນ ຄື ຄົນປຸກເຮືອນ ແຕ່ບໍ່ຢູ່, ຄົນຢູ່ ແຕ່ບໍ່ປຸກເຮືອນ, ຄົນບໍ່ປຸກເຮືອນ ແລະທັງບໍ່ຢູ່, ຄົນທັງປຸກເຮືອນ ແລະທັງຢູ່. ສີ່ຈໍາພວກເຫຼົ່ານີ້ ມີຢູ່ພ້ອມໃນໂລກ.

ພິກຂຸ ທ. ! ຄົນທີ່ປຸກເຮືອນ ແຕ່ບໍ່ຢູ່ ເປັນແນວໃດ ? ພິກຂຸ ທ. ! ຄົນບາງຄົນ ຮຽນປະຣິຍັດຕິທັມທີ່ເປັນສູຕ ເຄີຍຢະ ໄວຍາກອນ ຄາຖາ ອຸທານ ອິຕິວຸດຕະກະ ຊາດົກ ອັບພູຕະທັມ ເວທັນລະ໑ ແຕ່ເຂົາບໍ່ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນ ເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ : ເຊັ່ນນີ້ແລເອີ້ນວ່າປຸກເຮືອນ ແຕ່ບໍ່ຢູ່ ; ເຮົາກ່າວວ່າ ປຽບໄດ້ກັບໜູທີ່ຂຸດຮູ ແລ້ວບໍ່ຢູ່.

ພິກຂຸ ທ. ! ຄົນຢູ່ແຕ່ບໍ່ປຸກເຮືອນນັ້ນ ເປັນແນວໃດ ? ພິກຂຸ ທ. ! ຄົນບາງຄົນ ບໍ່ໄດ້ຮຽນປະຣິຍັດຕິທັມ ທີ່ເປັນສູຕ ຯລຯ ເວທັນລະ ແຕ່ເຂົາເປັນຜູ້ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ : ເຊັ່ນນີ້ແລ ເອີ້ນວ່າ ຢູ່ ແຕ່ບໍ່ປຸກເຮືອນ ; ເຮົາກ່າວວ່າ ປຽບກັນໄດ້ກັບໜູທີ່ຢູ່ ແຕ່ບໍ່ຂຸດຮູ.

ພິກຂຸ ທ. ! ຄົນບໍ່ປຸກເຮືອນແລະທັງບໍ່ຢູ່ນັ້ນ ເປັນແນວໃດ ? ພິກຂຸ ທ. ! ຄົນບາງຄົນບໍ່ໄດ້ຮຽນທັງປະຣິຍັດຕິທັມ ທີ່ເປັນສູຕຯລຯ ເວທັນລະ ແລະທັງບໍ່ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມ ດັບບໍ່ເຫຼືອຂອງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ : ເຊັ່ນນີ້ແລ ເອີ້ນວ່າ ບໍ່ປຸກເຮືອນ ແລະທັງບໍ່ຢູ່ ; ເຮົາກ່າວວ່າ ປຽບກັນໄດ້ກັບໜູທີ່ບໍ່ຂຸດຮູ ແລະທັງບໍ່ຢູ່.

ພິກຂຸ ທ. ! ຄົນທີ່ປຸກເຮືອນ ທັງຢູ່ນັ້ນ ເປັນແນວໃດ ? ພິກຂຸ ທ. ! ຄົນບາງຄົນໃນໂລກນີ້ ທັງຮຽນປະຣິຍັດຕິທັມທີ່ເປັນສູຕ ຯລຯ ເວທັນລະດ້ວຍ ແລະ ທັງຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ດ້ວຍ : ເຊັ່ນນີ້ແລ ເອີ້ນວ່າ ທັງປຸກເຮືອນ ແລະທັງຢູ່ ; ເຮົາກ່າວວ່າ ປຽບກັນໄດ້ກັບໜູທີ່ທັງຂຸດຮູ ແລະທັງຢູ່.

ພິກຂຸ ທ. ! ຄົນສີ່ຈໍາພວກເຫຼົ່ານີ້ແລ ປຽບກັນໄດ້ກັບໜູສີ່ຈໍາພວກ, ອັນມີຢູ່ພ້ອມໃນໂລກນີ້.

- ຈຕຸກກະ. ອັງ. ໒໑/໑໔໔/໑໐໗.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ