ມິດທຽມ-ມິດແທ້
ຄູ່ສົມຣົດ
**ມິດເທຽມ** ໄດ້ແກ່ ຄົນ ໔ ຊະນິດ ຊຶ່ງຄວນຫ່າງໄກ ຄື ຄົນປອກລອກ ຄົນດີແຕ່ເວົ້າ ຄົນຫົວປະຈົບ ແລະຄົນຊັກຊວນໃນທາງຊິບຫາຍ
**ຄົນປອກລອກ** ໄດ້ແກ່ ມິດໂດຍສະຖານ ໔ ຄື ຄິດເອົາແຕ່ໄດ້ຝ່າຍດຽວ ເສຍໃຫ້ນ້ອຍຄິດເອົາໃຫ້ໄດ້ຫຼາຍ ບໍ່ຮັບເຮັດກິດຂອງເພື່ອນໃນຄາວມີໄພ ແລະຄົບເພື່ອນເພາະເຫັນແກ່ປະໂຫຍດຂອງຕົວ
**ຄົນດີແຕ່ເວົ້າ** ໄດ້ແກ່ ມິດໂດຍສະຖານ ໔ ຄື ເກັບເອົາສິ່ງທີ່ຜ່ານໄປແລ້ວມາເວົ້າ ອ້າງເອົາສິ່ງທີ່ຍັງມາບໍ່ເຖິງມາເວົ້າສົງເຄາະດ້ວຍສິ່ງທີ່ຫາປະໂຫຍດບໍ່ໄດ້ ແລະສະແດງຄວາມຂັດຂ້ອງເມື່ອມີກິດເກີດຂຶ້ນ
**ຄົນຫົວປະຈົບ** ໄດ້ແກ່ ມິດໂດຍສະຖານ ໔ ຄື ຕາມໃຈເພື່ອນໃຫ້ເຮັດຄວາມຊົ່ວ ຕາມໃຈເພື່ອນໃຫ້ເຮັດຄວາມດີ ຕໍ່ຫນ້າສັນເສີນ ແລະລັບຫຼັງນິນທາ
**ຄົນຊັກຊວນໃນທາງຊິບຫາຍ** ໄດ້ແກ່ ມິດໂດຍສະຖານ ໔ ຄື ຊັກຊວນໃຫ້ດື່ມນ້ໍາເມົາ ຊັກຊວນໃຫ້ເທື່ອຕາມຕອກຕ່າງໆ ໃນເວລາກາງຄືນ ຊັກຊວນໃຫ້ເທື່ອເບິ່ງການມະຫະລະສົບ ແລະຊັກຊວນໃຫ້ຫລິ້ນການພະນັນ
**ມິດແທ້** ມີໃຈດີ ພຶງເຂົ້າໄປນັ່ງໃກ້ໂດຍເຄົາລົບ ໄດ້ແກ່ ມິດ ໔ ຊະນິດ ຄື ມິດມີອຸປະການະ ມິດຮ່ວມສຸກຮ່ວມທຸກ ມິດແນະປະໂຫຍດ ແລະມິດມີຄວາມຮັກໃຄວ່
**ມິດມີອຸປະການະ** ໄດ້ແກ່ ມິດໂດຍສະຖານ ໔ ຄື ຮັກສາເພື່ອນຜູ້ປະມາດແລ້ວ ຮັກສາທະຮັບສົມບັດຂອງເພື່ອນຜູ້ປະມາດແລ້ວ ເປັນທີ່ພຶ່ງໄດ້ເມື່ອມີໄພ ແລະເພີ່ມທະຮັບໃຫ້ສອງເທົ່າເມື່ອມີກິດທີ່ຕ້ອງເຮັດເກີດຂຶ້ນ
**ມິດຮ່ວມສຸກຮ່ວມທຸກ** ໄດ້ແກ່ ມິດໂດຍສະຖານ ໔ ຄື ບອກຄວາມລັບແກ່ເພື່ອນ ປິດຄວາມລັບຂອງເພື່ອນ ບໍ່ລະທິ້ງໃນເຫດອັນຕະລາຍ ແລະແມ້ຊີວິດກໍອາດສະຫລະເພື່ອປະໂຫຍດເພື່ອນໄດ້
**ມິດແນະປະໂຫຍດ** ໄດ້ແກ່ ມິດໂດຍສະຖານ ໔ ຄື ຫ້າມຈາກຄວາມຊົ່ວ ໃຫ້ຕັ້ງຢູ່ໃນຄວາມດີ ໃຫ້ໄດ້ຟັງສິ່ງທີ່ຍັງບໍ່ເຄີຍຟັງ ແລະບອກທາງສະຫວັນໃຫ້
**ມິດມີຄວາມຮັກໃຄວ່** ໄດ້ແກ່ ມິດໂດຍສະຖານ ໔ ຄື ບໍ່ຍິນດີດ້ວຍຄວາມເສຶ້ອມຂອງເພື່ອນ ຍິນດີດ້ວຍຄວາມເຈີຍຂອງເພື່ອນ ຫ້າມຄົນທີ່ກ່າວໂທດເພື່ອນ ແລະສັນເສີນຄົນທີ່ສັນເສີນເພື່ອນ
ຜູ້ທີ່ສົມບູນດ້ວຍສິນຍ່ອມຮຸ່ງເຮືອງ ເມື່ອບຸກຄົນອອມແລະສະສົມໂພກສົມບັດແລ້ວ ພຶງແບ່ງອອກເປັນສີ່ສ່ວນ ຍ່ອມສະມານມິດໄວ້ໄດ້ ໂດຍໃຊ້ສອຍໂພກສົມບັດດ້ວຍສ່ວນໜຶ່ງ ປະກອບການງານດ້ວຍສອງສ່ວນ ແລະເກັບສ່ວນທີ່ສີ່ໄວ້ໃນຍາມອັນຕະລາຍ
**ອ້າງອິງ**
ພະສຸດຕັນຕະປິດົກເຫຼັ້ມ ໓ ຂໍ້ [໑໗໒] ເຖິງຂໍ້ [໒໐໖] ສິງຄາລົກສູດ