ທຸກປະເພດໃຫຍ່ໆກໍມີພໍແລ້ວ ສໍາລັບສັດຈະສໍານຶກໂຕມາຮູ້ອະຣິຍະສັດ (ບໍ່ຈໍາເປັນຈະຕ້ອງຜ່ານທຸກ ທຸກຊະນິດທຸກຂະໜາດ)
ອະຣິຍະສັດ 4
ພິກຂຸ ທ. ! ປຽບເໝືອນບຸຣຸສຕັດຫຍ້າ ຕົ້ນໄມ້ ກິ່ງໄມ້ ແລະໃບໄມ້ ໃນຊົມພູທະວີບນີ້ ນໍາເອົາມາລວມໄວ້ໃນບ່ອນດຽວກັນ ; ຄັນນໍາມາລວມໄວ້ໃນບ່ອນດຽວກັນແລ້ວ ເຮັດໃຫ້ເປັນເຄື່ອງສຽບຮ້ອຍ ; ຄັນເຮັດໃຫ້ເປັນເຄື່ອງສຽບຮ້ອຍແລ້ວ ກໍສຽບສັຕ ໃຫຍ່ໆ ໃນມະຫາສະມຸດ ໂດຍເຄື່ອງສຽບຂະໜາດໃຫຍ່, ສຽບສັຕຂະໜາດກາງໆໃນມະຫາສະມຸດ ໂດຍເຄື່ອງສຽບຂະໜາດກາງ, ສຽບສັຕຂະໜາດນ້ອຍໆ ໃນມະຫາ ສະມຸດ ໂດຍເຄື່ອງສຽບຂະໜາດນ້ອຍ. ພິກຂຸ ທ. ! ສັຕໃຫຍ່ໆ ໃນມະຫາສະມຸດ ຍັງບໍ່ທັນໝົດ ແຕ່ຫຍ້າ ຕົ້ນໄມ້ ກິ່ງໄມ້ ແລະໃບໄມ້ ໃນຊົມພູທະວີບນີ້ ກໍໝົດເສຍແລ້ວ. ພິກຂຸ ທ. ! ສັຕໂຕນ້ອຍ ໃນມະຫາສະມຸດ ຂະໜາດທີ່ສຽບດ້ວຍເຄື່ອງສຽບໄດ້ໂດຍຍາກນັ້ນ ມີຫຼາຍກວ່ານັ້ນໂດຍແທ້. ຂໍ້ນີ້ເພາະເຫຕໃດໜໍ ? ພິກຂຸ ທ. ! ເພາະມັນຫຼາຍໂດຍໂຕມັນນ້ອຍ, ຂໍ້ນີ້ເຊັ່ນໃດ ; ພິກຂຸ ທ. ! ອະບາຍກໍກວ້າງໃຫຍ່ເຊັ່ນນັ້ນ ເໝືອນກັນ. ຈາກອະບາຍທີ່ກວ້າງໃຫຍ່ດັ່ງນັ້ນກໍມີ ທິຕຖິສັມປັນນະບຸຄຄົລ ຫຼຸດພົ້ນອອກມາໄດ້ ເຂົາຮູ້ຕາມເປັນຈິງ ວ່າ “ນີ້ທຸກຂ໌, ນີ້ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ທາງ ດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້.
ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ເຈົ້າຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້,ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້” ດັ່ງນີ້.
- ມຫາວາຣ. ສັງ. ໑໙/໕໕໑/໑໗໑໙.