ພຣະໂສດາບັນຮູ້ຈັກອິນຊີຫົກ

ໂສດາບັນ

0:00/0:00
ພິກຂຸທັງຫຼາຍ ! ອິນຊີ໑ ໖ ຢ່າງເຫຼົ່ານີ້ ມີຢູ່.
໖ ຢ່າງອັນໃດໜໍ ? ໖ ຢ່າງ ຄື: -
ຈັກຂຸນຊີ ໂສຕິນຊີ
ຄານິນຊີ ຊິວຫິນຊີ
ກາຍິນຊີ ມະນິນຊີ
ພິກຂຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາ
ຮູ້ຈັກຄວາມກໍ່ຂຶ້ນແຫ່ງອິນຊີທັງຫົກເຫຼົ່ານີ້,
ຮູ້ຈັກຄວາມຕັ້ງຢູ່ບໍ່ໄດ້ແຫ່ງອິນຊີທັງຫົກເຫຼົ່ານີ້,
ຮູ້ຈັກຣົສອັນຍົວະຍວນຂອງອິນຊີທັງຫົກເຫຼົ່ານີ້,
ຮູ້ຈັກໂທດອັນໂຫດຮ້າຍຂອງອິນຊີທັງຫົກເຫຼົ່ານີ້,
ຮູ້ຈັກອຸບາຍທີ່ໄປໃຫ້ພົ້ນອິນຊີທັງຫົກເຫຼົ່ານີ້,
ຕາມທີ່ຖືກ ທີ່ຈິງ;

໑. ອິນຊີ ແປວ່າ ອຳນາດຫຼືຄວາມເປັນໃຫຍ່; ເມື່ອລວມກັບຄຳວ່າ ຕາ (ຈັກຂຸນຊີ) ກໍຈະໝາຍເຖິງ ຄວາມເປັນໃຫຍ່ໃນເລື່ອງການເບິ່ງ-ເຫັນ ຫຼື ກໍຄືຄວາມເປັນໃຫຍ່ໃນໜ້າທີ່ນັ້ນໆ (ເຊັ່ນການໄດ້ຍິນ, ການໄດ້ກິ່ນ,...).

ພິກຂຸທັງຫຼາຍ ! ເມື່ອນັ້ນແຫຼະ ອະຣິຍະສາວົກນັ້ນເຮົາເອີ້ນວ່າ ເປັນພຣະໂສດາບັນ ຜູ້ມີອັນບໍ່ຕົກຕ່ຳ ເປັນທຳມະດາທ່ຽງແທ້ຕໍ່ພຣະນິບພານ ຈັກຕຣັສຮູ້ທັມໄດ້ໃນກາລເບື້ອງໜ້າ.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ